ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ສິລະ​ປະ​ຫວຽດນາມ ຢູ່ ເຊນປີເຕີເບີກ (ສະຫະພັນ​ລັດ​ເຊຍ)

14:54 | 10/07/2024

ຍສໝ - ເຂົ້າ​ຮ່ວມ​ລາຍການ, ຝ່າຍ​ຫວຽດນາມ ໂດຍມີ​ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຫງວຽນ​ວັນ​ຮຸ່ງ; ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ດັ້ງ​ມິ​ງ​ຄອຍ. ​ຝ່າຍ​ສະຫະພັນ​ລັດ​ເຊຍ, ມີ​ທ່ານ ໂບນຕີນ ຟີດໍ (Boltin Fedor) ປະທານ​ຄະນະ​ກຳມະການ​ວັດທະນະທຳ​ນະຄອນເຊນປີເຕີເບີກ (St.Petersburg). ທ່ານ ການກາໂນບ ວີຢາກຈິລາບ (Kalganov Vyacheslav), ຮອງ​ປະທານ​ຄະນະ​ກຳມະການ​ການ​ຕ່າງປະ​ເທດ​ນະຄອນ ເຊນປີເຕີເບີກ. ​ພ້ອມກັບການເຂົ້າ​ຮ່ວມຂອງຜູ້ຊົມຊາວລັດ​ເຊຍ ​ແລະ ​ຊາວ​ຫວຽດນາມ ຢູ່​ນະຄອນ ເຊນປີເຕີເບີກ ເປັນຈຳນວນຫຼວງຫຼາຍ.

MộtMột tiết mục biểu diễn nghệ thuật tại chương trình. (Ảnh: icd.gov.vn) ການສະແດງສິລະປະໃນໂຄງການ. (ພາບ: icd.gov.vn) tiết mục biMột tiết mục biểu diễn nghệ thuật tại chương trình. (Ảnh: icd.gov.vn)  ການສະແດງສິລະປະໃນໂຄງການ. (ພາບ: icd.gov.vn)ểu diễn nghệ thuật tại chương trình. (Ảnh: icd.gov.vn)  ການສະແດງສິລະປະໃນໂຄງການ. (ພາບ: icd.gov.vn)

ການສະແດງສິລະປະໃນລາຍການ. (ພາບ: icd.gov.vn)

ລາຍການສິລະປະທີ່ເປັນເອກະລັກສະເພາະ, ການສ້າງແຜນບົດທີ່ພິຖີພິຖັນ ແລະ ເຕັມໄປດ້ວຍຄວາມຄິດສ້າງສັນ ບໍ່ພຽງແຕ່ສະແດງໃຫ້ເຫັນບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນການເຊື່ອມສານ ແລະ ຄວາມຄ້າຍຄືກັນລະຫວ່າງ 2 ວັດທະນະທໍາມຸນເຊື້ອທີ່ອຸດົມສົມບູນ, ພ້ອມກັນນັ້ນ ກໍ່ຍ້ອງຍໍມິດຕະພາບອັນໄດ້ທົດສອບ​ໃນ​ເດືອນປີທີ່ຜ່ານມາ ລະຫວ່າງ ຫວຽດນາມ ​ແລະ ລັດ​ເຊຍ. ການ​ສະ​ແດງ​ສິ​ລະ​ປະ​ໄດ້​ຮັບ​ການປະດິດແບບ​ໃໝ່​ເພື່ອ​ໃຫ້​ຜູ້​ຊົມ​ລັດ​ເຊຍ ​ສາ​ມາດເຂົ້າເຖິງ​ຄວາມ​ງາມ​ຂອງ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ພ້ອມ​ກັບ​ຄວາມ​ປະ​ດິດ​ສ້າງ​ຂອງ​ນັກ​ສິ​ລະ​ປິນ​ຫວຽດ​ນາມ ​ໄດ້​ງ່າຍ​ທີ່​ສຸດ ​.

ຄຽງຄູ່ກັບ​ຄວາມ​ປະ​ທັບ​ໃຈ​ຂອງບັນດາ​ດົນຕີ​ຄລາສສິກ ​ແລະ ຮ້ອງ​ໂອ​ເປຣາ, ຜູ້​ຊົມ​ຍັງ​ໄດ້​ຊົມ​ການ​ສະ​ແດງ​ຜົນງານ​ຫຼາຍ​ຢ່າງ​ຄື: “ເສິມ​ຊວານ - ກາ​ລິນກາ”, “ຕອນ​ບ່າຍຂອງ​ມົດ​ສະ​ກູ”… ດ້ວຍ​ບັນດາ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ ຈຸດ​ພິ​ເສດ​ຂອງ​ວັດ​ທະ​ນະ​ທຳ​ຫວຽດ​ນາມ. ແນະນໍາບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ສົມທົບ​ກັນ​ດ້ານ​ວັດທະນະທຳ​ຂອງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ເຊິ່ງ​ໄດ້​ຮັບ​ການຕ້ອນຮັບຈາກ​ຜູ້​ຊົມ​ຊາວ​ລັດ​ເຊຍ​ ນັບ​ພັນ​ຄົນ.

Các màn biểu diễn kết hợp đặc trưng văn hóa của Việt Nam và Liên bang Nga được khán giả đón nhận nồng nhiệt. (Ảnh: icd.gov.vn)  ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ສົມທົບ​ກັນ​ດ້ານ​ວັດທະນະທຳ​ຂອງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ​ໄດ້​ຮັບ​ຄວາມ​ຕ້ອນຮັບ​ຈາກ​ຜູ້​ຊົມ. (ພາບ: icd.gov.vn)
ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ສົມທົບ​ກັບ​ດ້ານ​ວັດທະນະທຳ​ຂອງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ຜູ້​ຊົມເປັນຢ່າງດີ. (ພາບ: icd.gov.vn)

ກ່ອນ​ໜ້າ​ນັ້ນ, ຢູ່​ຫໍການສະແດງປະສານສຽງດົນຕີ Capella, ບັນດາຜູ້​ຊົມ ​ແລະ ບັນດາ​ນັກ​ສິລະ​ປະ​ຫວຽດນາມ ​ໄດ້​ໄປ​ຢ້ຽມ​ຊົມ​ສະຖານ​ທີ່​ວາງສະ​ແດງ “ຫວຽດນາມ - ປະ​ເທດ​ມໍລະດົກທາງດ້ານ​ວັດທະນະທຳ” ເຊິ່ງ​ໄດ້​ວາງສະ​ແດງ​ບັນດາ​ຮູບ​ພາບ​ທີ່​ປະ​ທັບ​ໃຈ​ກ່ຽວ​ກັບ​ບັນດາ​ມໍລະດົກທາງ​ທຳ​ມະ​ຊາດ ​ແລະ ມໍລະດົກທາງ​ວັດທະນະທຳ ຫວຽດນາມ ​ທີ່ໄດ້​ຮັບ​ການ​ຂຶ້ນ​ທະບຽນ​ເປັນ​ມໍລະດົກ​ໂລກ ​ໂດຍ UNESCO, ພ້ອມ​ກັບ​ບັນດາ​ປະ​ເພດ ​ແລະ ນາມມະຍົດ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ UNESCO, ​ເຄື່ອງ​ຫັດຖະກຳ, ​ເຄື່ອງ​ນຸ່ງອາພອນ​ພື້ນ​ເມືອງ​ຂອງ​ຫວຽດນາມ… ບັນດາ​ມໍລະດົກ​ສະ​ແດງ​ໃຫ້​ເຫັນ​ການ​ເຊື່ອມ​ໂຍງ​ຢ່າງ​ກົມກຽວ​ລະຫວ່າງ​ການ​ຮັກສາ​ເອກະລັກ​ວັດທະນະທຳ​ຂອງ​ຊາດ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ, ອະນຸລັກ​ຮັກສາ​ຊີວະ​ນາໆ​ພັນ ​ແລະ ການ​ພັດທະນາ​ເສດຖະກິດ.

ຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.