ການແຂ່ງຂັນປິງປອງ ທີ່ຟົດຟື້ນຊິງ “ຂັນເອກະລາດຄັ້ງທຳອິດ” ທີ່ຣັດເຊຍ

ການແຂ່ງຂັນປິງປອງ ທີ່ຟົດຟື້ນຊິງ “ຂັນເອກະລາດຄັ້ງທຳອິດ” ທີ່ຣັດເຊຍ

ຍສໝ - ການແຂ່ງຂັນ​ຄັ້ງ​ນີ້​ ໄດ້​ຮັບ​ການ​ຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ກິລາ 30 ກວ່າ​ຄົນ​ທີ່​ມາ​ຈາກ​ສະ​ໂມ​ສອນປິງປອງ​ຫວຽດນາມ ທີ່​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ດຳ​ເນີນ​ທຸລະ​ກິດ​ໃນ​ທົ່ວ​ສະຫະພັນຣັດເຊຍ.

ຮັບເອົາວັກຊີນ Sputnik Light ຈຳນວນ 100,000 ໂດສ ທີ່ບໍລິຈາກໂດຍຣັດເຊຍ

ຮັບເອົາວັກຊີນ Sputnik Light ຈຳນວນ 100,000 ໂດສ ທີ່ບໍລິຈາກໂດຍຣັດເຊຍ

ຍສໝ - ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ມອບ​ໝາຍ​ໃຫ້​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບຜິດຊອບ​ ແລະ ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ແລະ ຝ່າຍຣັດ​ເຊຍ ເພື່ອປະຕິບັດ​ສຳ​ເລັດ​ບັນ​ດາ​ລະບຽບ​ການ​ຮັບ​ຮອງ ແລະ ຄຸ້ມຄອງຮັກສາ​ວັກ​ຊີ​ນ Sputnik Light 100.000 ໂດສ ໂດຍການຊ່ວຍເຫຼືອຣັດ​ເຊຍ.

ຊຸກຍູ້ການຮ່ວມມືດ້ານກະສິກຳ ລະຫວ່າງ ຫວຽດນາມ ແລະຣັດເຊຍ

ຊຸກຍູ້ການຮ່ວມມືດ້ານກະສິກຳ ລະຫວ່າງ ຫວຽດນາມ ແລະຣັດເຊຍ

ຍສໝ - ເມື່ອບໍ່ດົນມານີ້, ທີ່ການພົບປະກັບທ່ານລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ ເລມີງຮວານ, ທ່ານ ເອກອັກຄະລັດຖະທູດສະຫະພັນຣັດເຊຍ ປະຈຳ ຫວຽດນາມ Gennady Stepanovich Bezdetko (ສຈ. Bezdetko) ໃຫ້ຮູ້ວ່າ ການຮ່ວມມື ລະຫວ່າງສະຫະພັນຣັດເຊຍກັບຫວຽດນາມແມ່ນມີຄວາມຫຼາກຫຼາຍ, ກະສິກຳພວມໄດ້ຮັບຄວາມສົນໃຈຫຼາຍຈາກທັງສອງຝ່າຍ.

ສະຖານທູດຣັດເຊຍມອບອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈຳເປັນໃຫ້ກັບບັນດາແຂວງພາກໃຕ້

ສະຖານທູດຣັດເຊຍມອບອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈຳເປັນໃຫ້ກັບບັນດາແຂວງພາກໃຕ້

ຍສໝ - ທ່ານນາງ ພັນລະຍາຂອງເອກອັກຄະລັດຖະທູດລັດເຊຍ ປະຈໍາຫວຽດນາມ Elena Viktorovna Bezdetko ໄດ້ມອບຂອງຂວັນໂດຍສະຖານທູດລັດເຊຍປະຈໍາຫວຽດນາມ ໃຫ້ທ່ານນາງ ຫງວຽນທິ້ຮວ່າຍລິງ ຫົວໜ້າ ຄະນະສາກົນສູນກາງສະຫະພັນແມ່ຍິງຫວຽດນາມ.

ປະເທດລາວ ໄດ້ຮັບຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ຈຳນວນ 1000 ປະລິມານ ຈາກຣັດເຊຍ

ປະເທດລາວ ໄດ້ຮັບຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ຈຳນວນ 1000 ປະລິມານ ຈາກຣັດເຊຍ

ຍສໝ - ກະຊວງສາທາລະນະສຸກລາວ ໄດ້ຮັບຢາວັກຊີນ Sputnik V ຈຳນວນ 1,000 ປະລິມານໂດຍຜ່ານກອງທຶນການລົງທືນໂດຍກົງຂອງສະຫະພັນຣັດເຊຍ, ເຊິ່ງເປັນການໃຫ້ຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ເປັນຄັ້ງທຳອິດໃນຊຸດຢາວັກຊີນຈຳນວນສອງລ້ານປະລິມານ ທີ່ລັດຖະບານສອງປະເທດໄດ້ຕົກລົງ.

ຫວຽດນາມ ໄດ້ສັ່ງຊື້ວັກຊິນປ້ອງກັນ ແລະ ຕ້ານໂຄວິດ-19 ຈາກຣັດເຊຍ ແລະ ອັງກິດ

ຫວຽດນາມ ໄດ້ສັ່ງຊື້ວັກຊິນປ້ອງກັນ ແລະ ຕ້ານໂຄວິດ-19 ຈາກຣັດເຊຍ ແລະ ອັງກິດ

ຍສໝ - ຫວຽດນາມໄດ້ສ້າງບັນດານະໂຍບາຍ ແລະ ຂໍ້ກຳນົດໃນການໜູນຊ່ວຍການ ຮັບ, ຂົນສົ່ງ, ເກັບຮັກສາ, ແຈກຢາຍ ແລະ ນຳໃຊ້ ວັກຊິນພາຍຫຼັງທີ່ມີວັກຊິນແລ້ວ.

ລາວ-ສະຫະພັນຣັດເຊຍ: ການພົວພັນຮ່ວມມືລະຫວ່າງສອງປະເທດໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ

ລາວ-ສະຫະພັນຣັດເຊຍ: ການພົວພັນຮ່ວມມືລະຫວ່າງສອງປະເທດໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ

ໃນ​ໄລຍະໃໝ່ນີ້, ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ໄດ້ຮັບການຮັດແໜ້ນ, ສອງປະເທດມີຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ - ຣັດເຊຍ ຄົບຮອບ 60 ປີ

ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ - ຣັດເຊຍ ຄົບຮອບ 60 ປີ

ວັນທີ 9 ຕຸລາ 2020, ໄດ້ມີພິທີສະເຫຼີມສະຫຼອງຄົບຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ສະຫະພັນຣັດເຊຍ ຢູ່ທີ່ໂຮງແຮມ ລາວພລາຊານະຄອນຫຼວງວຽງຈັນ.    

ນຳສົ່ງພົນລະເມືອງຫວຽດນາມຫຼາຍກວ່າ 270 ຄົນ ຈາກຣັດເຊຍກັບຄືນປະເທດຢ່າງປອດໄພ

ນຳສົ່ງພົນລະເມືອງຫວຽດນາມຫຼາຍກວ່າ 270 ຄົນ ຈາກຣັດເຊຍກັບຄືນປະເທດຢ່າງປອດໄພ

ຍສໝ - ບັນດາອົງການທີ່ມີໜ້າທີ່, ອົງການຜູ້ຕາງໜ້າຊາວຫວຽດນາມຢູ່ສະຫະພັນລັດເຊຍ ແລະ ບໍລິສັດການບິນ Bamboo Airways ໄດ້ຮ່ວມມືກັບບັນດາອົງການທີ່ມີໜ້າທີ່ລັດເຊຍ ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນຫຼາຍກວ່າ 270 ຄົນກັບຄືນປະເທດໃນວັນທີ 26 ກັນຍາ.

ກອງທັບປະຊາຊົນລາວ ແລະ ກອງທັບສະຫະພັນຣັດເຊຍ ແລກປ່ຽນບົດຮຽນວຽກງານເຊື້ອໄຟ ແລະ ຂົນສົ່ງ

ກອງທັບປະຊາຊົນລາວ ແລະ ກອງທັບສະຫະພັນຣັດເຊຍ ແລກປ່ຽນບົດຮຽນວຽກງານເຊື້ອໄຟ ແລະ ຂົນສົ່ງ

ໃນວັນທີ 25 ກັນຍາ ນີ້, ສະຫາຍ ພັນເອກ ຢາໂບຣບ ອັບເດເລ ຫົວໜ້າຫ້ອງການ, ຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງສະຫະພັນລັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມພົບປະ ແລກປ່ຽນບົດຮຽນກັບຄະນະນຳ ກົມໃຫຍ່ພະລາທິການກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂົງເຂດວຽກງານເຊື້ອໄຟ ແລະ ຂົງເຂດ ວຽກງານຂົນສົ່ງຂອງກອງທັບ ປະຊາຊົນລາວ.    

ສະຖານທູດຫວຽດນາມ ປະຈຳຣັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດທີ 2 ກັນຍາ

ສະຖານທູດຫວຽດນາມ ປະຈຳຣັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດທີ 2 ກັນຍາ

ຍສໝ - ພະນັກງານຫຼາຍຄົນຂອງສະຖານທູດ, ບັນດາອົງການໃກ້ຄຽງ ແລະ ຜູ້ຕາງໜ້າສະມາຄົມຊາວຫວຽດນາມຢູ່ສະຫະພັນລັດເຊຍ ໄດ້ເຂົ້າຮ່ວມມິດຕິງສະເຫຼີມສະຫຼອງວັນຊາດທີ 2 ກັນຍາ.

ກະຊວງປ້ອງກັນປະເທດຣັດເຊຍ ໄດ້ປະດັບຫຼຽນກາເສີມສ້າງມິດຕະພາບ ໃຫ້ແກ່ກອງທັບປະຊາຊົນລາວ

ກະຊວງປ້ອງກັນປະເທດຣັດເຊຍ ໄດ້ປະດັບຫຼຽນກາເສີມສ້າງມິດຕະພາບ ໃຫ້ແກ່ກອງທັບປະຊາຊົນລາວ

ໃນວັນທີ 29 ສິງຫາ 2020 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດລາວ, ກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ຮ່ວມກັບກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ ໄດ້ຈັດພິທີປະດັບຫຼຽນກາ ເສີມສ້າງມິດຕະພາບທາງດ້ານການທະຫານຂອງກະຊວງປ້ອງກັນປະເທດ ສ ຣັດເຊຍ ໃຫ້ແກ່ການນຳ ແລະ ພະນັກງານ - ນັກຮົບກອງທັບປະຊາຊົນລາວ.

ພິທີໄຂການນຳໃຊ້ຫ້ອງທົດລອງຂອງອູ່ສ້ອມແປງເຮືອບິນທະຫານອາກາດ ລະຫວ່າງກອງທັບລາວ - ຣັດເຊຍ

ພິທີໄຂການນຳໃຊ້ຫ້ອງທົດລອງຂອງອູ່ສ້ອມແປງເຮືອບິນທະຫານອາກາດ ລະຫວ່າງກອງທັບລາວ - ຣັດເຊຍ

ໃນວັນທີ 21 ສິງຫາ 2020 ນີ້, ທີ່ສະໜາມບິນທົ່ງໄຫຫີນ, ເມືອງແປກ ແຂວງຊຽງຂວາງ ໄດ້ເກີດຂຶ້ນພິທີມອບ - ຮັບຫ້ອງທົດລອງອູ່ສ້ອມແປງເຮືອບິນທະຫານອາກາດກອງທັບປະຊາຊົນລາວ ລະຫວ່າງຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ.ຣັດເຊຍ ແລະ ກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ.

ຫວຽດນາມ ໄດ້ສັ່ງຊື້ວັກຊີນຕ້ານ COVID-19 ຈຳນວນ 50 - 150 ລ້ານປະລິມານ ຈາກ ຣັດເຊຍ

ຫວຽດນາມ ໄດ້ສັ່ງຊື້ວັກຊີນຕ້ານ COVID-19 ຈຳນວນ 50 - 150 ລ້ານປະລິມານ ຈາກ ຣັດເຊຍ

ຍສໝ - ໜັງສືພິມຕ່າງປະເທດຫລາຍສະບັບ ໄດ້ລົງຂ່າວອີກຄັ້ງວ່າ ຫວຽດນາມໄດ້ລົງທະບຽນສັ່ງຊື້ວັກຊີນຕ້ານ COVID-19 ຂອງຣັດເຊຍ, ພາຍຫຼັງທີ່ ປະເທດຣັດເຊຍປະກາດວັກຊີນທີ່ມີຊື່ວ່າ Sputnik V ໃນສະພາບການທົ່ວໂລກໄດ້ບັນທຶກຫລາຍກ່ວາ 21 ລ້ານກໍລະນີທີ່ຕິດເຊື້ອພະຍາດ COVID-19.

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບສູນເຂດຮ້ອນຫວຽດນາມ - ຣັດເຊຍ

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບສູນເຂດຮ້ອນຫວຽດນາມ - ຣັດເຊຍ

ຍສໝ - ຕອນບ່າຍວັນທີ 7 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂງຊວນລິກ - ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບສູນເຂດຮ້ອນຫວຽດນາມ - ລັດເຊຍ.

ພົນລະເມືອງຫວຽດນາມເກືອບ 300 ຄົນ ຈາກຣັດເຊຍ ກັບຄືນປະເທດ

ພົນລະເມືອງຫວຽດນາມເກືອບ 300 ຄົນ ຈາກຣັດເຊຍ ກັບຄືນປະເທດ

ຍສໝ - ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ຫ້ອງການຜູ້ຕາງໜ້າ ຫວຽດນາມ ຢູ່ ລັດເຊຍ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ລັດເຊຍ ເພື່ອນໍາສົ່ງພົນລະເມືອງຫວຽດນາມ ເກືອບ 300 ຄົນ ຈາກຣັດເຊຍ ກັບຄືນປະເທດ.    

ສະຫະພັນຣັດເຊຍ ມອບອຸປະກອນການແພດ ໃຫ້ກະຊວງສາທາລະນະສຸກ

ສະຫະພັນຣັດເຊຍ ມອບອຸປະກອນການແພດ ໃຫ້ກະຊວງສາທາລະນະສຸກ

ພິທີ​ມອບ - ຮັບ ເຄື່ອງ​ກວດ ​ຫາ​ເຊື້ອ​ພະຍາດ (COVID -19 ) ແລະ ຜ້າ​ອັດ​ປາກ​ຈາກ​ລັດຖະບານ​ແຫ່ງ ສະຫະພັນ​ຣັດ​ເຊຍ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ພຶດສະພາ​ນີ້, ທີ່​ກະຊວງ​ສາທາລະນະ​ສຸກ, ໃຫ້​ກຽດ​ກ່າວ​ມອບ​ໂດຍ​ທ່ານ Vladimir Kalinnin ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະຫະພັນ​ຣັດ​ເຊຍ ປະ​ຈໍາ​ລາວ ແລະ ໃຫ້​ກຽດ​ກ່າວ​ຮັບ​ໂດຍ ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ພ້ອມ​ດ້ວຍ​ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ພະຍາດ Covid-19: ສະຖານທູດຫວຽດນາມ ປະຈຳ ຣັດເຊຍ ປະຕິບັດການນຳສົ່ງພົນລະເມືອງຫລາຍກວ່າ 340 ຄົນ ກັບຄືນປະເທດ

ພະຍາດ Covid-19: ສະຖານທູດຫວຽດນາມ ປະຈຳ ຣັດເຊຍ ປະຕິບັດການນຳສົ່ງພົນລະເມືອງຫລາຍກວ່າ 340 ຄົນ ກັບຄືນປະເທດ

ຍສໝ - ໃນວັນທີ 12 ແລະ 13 ພຶດສະພາ, ອຳນາດການປົກຄອງຫວຽດນາມ, ຫ້ອງການຜູ້ຕາງໜ້າ ຫວຽດນາມປະ ຈຳ ລັດເຊຍ ແລະ ການບິນແຫ່ງຊາດຫວຽດນາມ (Vietnam Airlines) ໄດ້ສົມທົບ ກັບ ອຳນາດການປົກຄອງລັດເຊຍ ນຳເອົາຫລາຍກ່ວາ 340 ຄົນເປັນພົນລະເມືອງຫວຽດນາມກັບຄືນປະເທດຈາກນະຄອນຫຼວງ Moscow - ຣັດເຊຍ.

ນະຄອນຫຼວງຮ່າໂນ້ຍໄດ້ມອບຜ້າອັດປາກ ຈຳນວນ 150.000 ອັນ ໃຫ້ແກ່ມົດສະກູ (ຣັດເຊຍ) ເພື່ອຕ້ານ COVID-19

ນະຄອນຫຼວງຮ່າໂນ້ຍໄດ້ມອບຜ້າອັດປາກ ຈຳນວນ 150.000 ອັນ ໃຫ້ແກ່ມົດສະກູ (ຣັດເຊຍ) ເພື່ອຕ້ານ COVID-19

ຍສໝ - ຂອງຂວັນທີ່ນະຄອນຮ່າໂນ້ຍ ມອບໃຫ້ ມົດສະກູ (ຣັດເຊຍ) ລວມມີຜ້າອັດປາກທໍາມະດາ   100.000 ອັນ ແລະ ຜ້າອັດປາກການແພດ 50.000 ອັນ ທີ່ໄດ້ຜະລິດໂດຍບັນດາວິສາຫະກິດຫວຽດນາມ, ຕອບສະໜອງ ໄດ້ມາດຕະຖານຄຸນນະພາບທີ່ກະຊວງສາທາລະນະສຸກຫວຽດນາມ ໄດ້ຮັບຮອງ ແລະ ຢັ້ງຢືນ ແລະ  ໄດ້ຮັບການຢັ້ງຢືນ sticker  CE ຂອງສະຫະພາບເອີຣົບ.    

ເຫດການ