ກອງທັບປະຊາຊົນລາວ ແລະ ກອງທັບສະຫະພັນຣັດເຊຍ ແລກປ່ຽນບົດຮຽນວຽກງານເຊື້ອໄຟ ແລະ ຂົນສົ່ງ

06:30 | 28/09/2020

ໃນວັນທີ 25 ກັນຍາ ນີ້, ສະຫາຍ ພັນເອກ ຢາໂບຣບ ອັບເດເລ ຫົວໜ້າຫ້ອງການ, ຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງສະຫະພັນລັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມພົບປະ ແລກປ່ຽນບົດຮຽນກັບຄະນະນຳ ກົມໃຫຍ່ພະລາທິການກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂົງເຂດວຽກງານເຊື້ອໄຟ ແລະ ຂົງເຂດ ວຽກງານຂົນສົ່ງຂອງກອງທັບ ປະຊາຊົນລາວ.    

ກອງທ ບປະຊາຊ ນລາວ ແລະ ກອງທ ບສະຫະພ ນຣ ດເຊຍ ແລກປ ຽນບ ດຮຽນວຽກງານເຊ ອໄຟ ແລະ ຂ ນສ ງ ກອງທັບປະຊາຊົນລາວ ແລະ ກອງທັບຣາຊະອານາຈັກໄທຈັດກອງປະຊຸມທາງໄກປຶກສາຫາລື ວຽກງານສ້າງກິດຈະກຳຕ່າງໆຮ່ວມກັນ
ກອງທ ບປະຊາຊ ນລາວ ແລະ ກອງທ ບສະຫະພ ນຣ ດເຊຍ ແລກປ ຽນບ ດຮຽນວຽກງານເຊ ອໄຟ ແລະ ຂ ນສ ງ ລາວ-ໄທ ເພີ່ມທະວີການຮ່ວມມືດ້ານໂຍທາທິການ ແລະ ຂົນສົ່ງ

ເຂົ້າຮ່ວມພິທີຕ້ອນຮັບ ໂດຍມີ ສະຫາຍ ພົນຈັດຕະວາ ຄໍາເພັດ ສີຊານົນ ກໍາມະການຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ພ້ອມດ້ວຍຫົວໜ້າກົມ, ຮອງກົມວິຊາສະເພາະທີ່ຂຶ້ນກັບກົມໃຫຍ່ພະລາ ທິການກອງທັບເຂົ້າຮ່ວມ.

ການພົບປະແລກປ່ຽນບົດຮຽນຄັ້ງນີ້, ກົມວິຊາສະເພາະທີ່ກ່ຽວຂ້ອງໄດ້ຜັດປ່ຽນກັນລາຍງານສະພາບການຊີ້ນໍາ-ນໍາພາ ແລະ ການຄຸ້ມຄອງວຽກງານວິຊາສະເພາະຂອງກົມ ໃນການເຮັດວຽກງານຮັບປະກັນໃຫ້ແກ່ວຽກງານພະລາທິການ ກໍຄື ການຄຸ້ມຄອງພາຫະນະເຕັກນິກຮັບໃຊ້ໃນກອງທັບມີປະສິດທິພາບ.

ກອງທ ບປະຊາຊ ນລາວ ແລະ ກອງທ ບສະຫະພ ນຣ ດເຊຍ ແລກປ ຽນບ ດຮຽນວຽກງານເຊ ອໄຟ ແລະ ຂ ນສ ງ
ກອງທັບປະຊາຊົນລາວ ແລະ ກອງທັບສະຫະພັນຣັດເຊຍ ແລກປ່ຽນບົດຮຽນວຽກງານເຊື້ອໄຟ ແລະ ຂົນສົ່ງ. (ພາບ: kongthap.gov.la)

ທັງຮັບປະກັນໄດ້ການລໍາລຽງ-ຂົນສົ່ງ, ເຄື່ອນຍ້າຍກໍາລັງ, ເຄື່ອງຂອງວັດຖຸ ແລະ ການຄຸ້ມ ຄອງເບີກຈ່າຍນໍ້າມັນເຊື້ອໄຟ ມີຄວາມສະດວກວ່ອງໄວ ແລະ ທັນກັບສະພາບການໃນໄລຍະໃໝ່ ຂອງກອງທັບປະຊາຊົນລາວ, ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ຄົ້ນຄວ້າ, ປຶກສາຫາລືກ່ຽວ ກັບການຈັດຕັ້ງປະຕິບັດຂົງເຂດ ວຽກງານເຊື້ອໄຟ ແລະ ຂົງເຂດວຽກງານຂົນສົ່ງໃນກອງທັບ, ໂດຍກົມໃຫຍ່ພະລາທິການກອງທັບ ກໍຄື ກົມນໍ້າມັນເຊື້ອໄຟ ແລະ ກົມຂົນສົ່ງກອງທັບປະຊາຊົນລາວ ໄດ້ສະເໜີໃຫ້ທາງກອງທັບສະຫະພັນຣັດເຊຍ ຊ່ວຍເຫຼືອ ໃນການກໍ່ສ້າງດ້ານບຸກຄະລາກອນວິຊາສະເພາະພາຫະນະ-ເຕັກນິກ ແລະ ວິໄຈນໍ້າມັນເຊື້ອໄຟ ເພື່ອສ້າງເປັນແຜນການ, ນິຕິກໍາ ໃນການສ້າງບົດບັນທຶກການພົວ ພັນຮ່ວມມືໄລຍະສັ້ນ ແລະ ໄລຍະ ຍາວລະຫວ່າງສອງກະຊວງ ປ້ອງກັນປະເທດ ລາວ-ຣັດເຊຍ ໃຫ້ເຂົ້າສູ່ລວງເລິກ.

ກອງທ ບປະຊາຊ ນລາວ ແລະ ກອງທ ບສະຫະພ ນຣ ດເຊຍ ແລກປ ຽນບ ດຮຽນວຽກງານເຊ ອໄຟ ແລະ ຂ ນສ ງ ການແຂ່ງຂັນ ARMY GAMES: ເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ຍາດໄດ້ອັນດັບ 2

ການແຂ່ງຂັນກີລາການທະຫານ (ARMY GAMES 2020) ຮອບຊີງຊະນະເລີດການນຳໃຊ້ພາຫະນະຊ່າງແສງຮັບປະກັນສູ້ຮົບ ໄດ້ຈັດຂຶ້ນໃນວັນທີ 31 ສິງຫານີ້, ຢູ່ທີ່ສະໜາມແຂ່ງຂັນຂອງກອງພົນນ້ອຍຊ່າງແສງ ກອງທັບ ສ.ຮັດເຊຍ ທີ່ເມືອງ ໂວນກາກຼາດ.

ກອງທ ບປະຊາຊ ນລາວ ແລະ ກອງທ ບສະຫະພ ນຣ ດເຊຍ ແລກປ ຽນບ ດຮຽນວຽກງານເຊ ອໄຟ ແລະ ຂ ນສ ງ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວຂອບໃຈຕໍ່ການໜູນຊ່ວຍ, ຊ່ວຍເຫຼືອຂອງກອງທັບປະຊາຊົນຫວຽດນາມ ຕໍ່ກັບກອງທັບປະຊາຊົນລາວ

ຍສໝ - ເມື່ອບໍ່ດົນມານີ້, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງພະລາທິການກອງທັບ ຄົບຮອບ 70 ປີ (11-7-1950/11-7-2020).

ກອງທ ບປະຊາຊ ນລາວ ແລະ ກອງທ ບສະຫະພ ນຣ ດເຊຍ ແລກປ ຽນບ ດຮຽນວຽກງານເຊ ອໄຟ ແລະ ຂ ນສ ງ ພິທີມອບ-ຮັບໃບປະກາດສະນີຍະບັດໃຫ້ ສົກຮຽນທີ 11 ຊັ້ນມະຫາວິທະຍາໄລປ້ອງກັນຊາຍແດນກອງທັບປະຊາຊົນລາວ

ຍສໝ - ເມື່ອບໍ່ດົນມານີ້, ວິທະຍາຄານປ້ອງກັນຊາຍແດນ ໄດ້ຈັດຕັ້ງພິທີມອບ-ຮັບໃບປະກາດສະນີຍະບັດໃຫ້ 3 ສົກຮຽນ: ສົກຮຽນທີ 1 ຊັ້ນມະຫາວິທະຍາໄລສ້າງຄູສຶກສາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສົກຮຽນທີ 11 ຊັ້ນມະຫາວິທະຍາໄລປ້ອງກັນຊາຍແດນກອງທັບປະຊາຊົນລາວ, ສົກຮຽນທີ 13 ຊັ້ນມະຫາວິທະຍາໄລປ້ອງກັນຊາຍແດນກອງທັບລາດຊະວົງກຳປູເຈຍ.

kongthap.gov.la

ເຫດການ
302 Found

Found

The document has moved here.