ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ - ຣັດເຊຍ ຄົບຮອບ 60 ປີ

10:50 | 12/10/2020

ວັນທີ 9 ຕຸລາ 2020, ໄດ້ມີພິທີສະເຫຼີມສະຫຼອງຄົບຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ສະຫະພັນຣັດເຊຍ ຢູ່ທີ່ໂຮງແຮມ ລາວພລາຊານະຄອນຫຼວງວຽງຈັນ.    

ງານລ ຽງສະເຫ ມສະຫ ອງວ ນສ າງຕ ງສາຍພ ວພ ນການທ ດລາວ ຣ ດເຊຍ ຄ ບຮອບ 60 ປ ກະຊວງການຕ່າງປະເທດ ຈັດກິດຈະກຳ ເພື່ອສ້າງຂະບວນການຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ IV ແລະ ວັນການທູດລາວ ຄົບຮອບ 75 ປີ
ງານລ ຽງສະເຫ ມສະຫ ອງວ ນສ າງຕ ງສາຍພ ວພ ນການທ ດລາວ ຣ ດເຊຍ ຄ ບຮອບ 60 ປ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະລັດຖະທູດຣັດເຊຍຄົນໃໝ່ປະຈຳ ສປປ ລາວ

ພິທີສະເຫຼີມສະຫຼອງດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ໃນນາມຕາງໜ້າໃຫ້ແກ່ລັດຖະບານແຫ່ງສປປ ລາວ ແລະ ທ່ານ ວະລາດີເມຍ ກາລີນິນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສະຫະພັນຣັດເຊຍ ປະຈໍາສປປ ລາວ ຕາງໜ້າໃຫ້ລັດຖະບານແຫ່ງ ສະຫະພັນຣັດເຊຍ; ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີເຈົ້າໜ້າທີ່ຂັ້ນສູງຂອງລາວ, ບັນດາທູຕານຸທູດປະຈໍາສປປ ລາວ ຈໍານວນໜຶ່ງ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.

ງານລ ຽງສະເຫ ມສະຫ ອງວ ນສ າງຕ ງສາຍພ ວພ ນການທ ດລາວ ຣ ດເຊຍ ຄ ບຮອບ 60 ປ
ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ - ຣັດເຊຍ ຄົບຮອບ 60 ປີ. (ພາບ: kongthap)

ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ວະລາດີເມຍ ກາລີນິນ ໄດ້ກ່າວຄໍາເຫັນສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດແຫ່ງການພົວພັນຮ່ວມມືຕະຫຼອດໄລຍະ 60 ປີຜ່ານມາ ລະຫວ່າງ ສອງລັດຖະບານປະຊາຊົນສອງຊາດລາວ-ຣັດເຊຍ. ໃນໄລຍະການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງໄດ້ຮັບການຮັດແໜ້ນ, ສອງປະເທດມີຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນບົນພື້ນຖານການເປັນປະເທດຄູ່ຮ່ວມຍຸດທະສາດດ້ານຄວາມໝັ້ນຄົງໃນຂົງເຂດອາຊີ-ປາຊີຟິກ; ໄດ້ມີການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນໃນທຸກລະດັບຢ່າງປົກກະຕິທັງພາກລັດ ແລະ ເອກະຊົນ.

ພ້ອມດຽວກັນນີ້, ການພົວພັນຮ່ວມມືຂອງສອງປະເທດ ຍັງສືບຕໍ່ເສີມຂະຫຍາຍໃນຫຼາຍດ້ານ, ເຊັ່ນ: ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການທະຫານ, ການສຶກສາ-ວັດທະນະທຳ, ສາທາລະນະສຸກ ແລະ ດ້ານອື່ນໆ, ເຊິ່ງເປັນການປະກອບສ່ວນທີ່ສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານນັ້ນມີຄວາມໝັ້ນຄົງໜັກແໜ້ນ ແລະ ມີໝາກຜົນຕົວຈິງຍິ່ງໆຂຶ້ນ.

ສອງຝ່າຍຍັງໄດ້ສະແດງຄວາມມຸ້ງຫວັງທີ່ຈະສືບຕໍ່ເສີມສ້າງ ແລະ ຮັດແໜ້ນສາຍພົວພັນຮ່ວມມືອັນດີໃນປັດຈຸບັນລະຫວ່າງສອງປະເທດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ໃນຕໍ່ໜ້າໂດຍງານລ້ຽງສະເຫຼີມສະຫຼອງໃນຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ.

ງານລ ຽງສະເຫ ມສະຫ ອງວ ນສ າງຕ ງສາຍພ ວພ ນການທ ດລາວ ຣ ດເຊຍ ຄ ບຮອບ 60 ປ ນັກສຶກສາລາວ 75 ຄົນ ມາຮໍ່າຮຽນ ຢູ່ ແຂວງດ້ຽນບຽນ ສສ.ຫວຽດນາມ

ຍສໝ - ພະແນກສຶກສາ ແລະກໍ່ສ້າງແຂວງດ້ຽນບຽນ ໄດ້ຈັດພິທີຕ້ອນຮັບນັກສຶກສາລາວ 75 ຄົນມາຮໍ່າຮຽນ. ນີ້ແມ່ນໂຄງການຮ່ວມມືບຳລຸງສ້າງເປັນປະຈຳຂອງແຂວງດ້ຽນບຽນ ກັບບັນດາແຂວງພາກເໜືອຂອງລາວ.

ງານລ ຽງສະເຫ ມສະຫ ອງວ ນສ າງຕ ງສາຍພ ວພ ນການທ ດລາວ ຣ ດເຊຍ ຄ ບຮອບ 60 ປ “ໂຄງ​ການ Homestay” ປີ 2019 – 2020 ໃຫ້​ແກ່​ນັກ​ສຶກ​ສາ​ລາວ ຢູ່​ແຂວງ​ໄທ​ຫງວຽນ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

ຍ​ສ​ໝ - ໃນເດືອນ ຕຸ​ລາ​, ສະ​ມາ​ຄົມ​ມິ​ດ​ຕະ​ພາບ ຫວຽດ​ນາມ - ລາວ​ແຂວງ​ໄທ​ງວຽນ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບ ໂຄງ​ການ​ຕ້ອນ​ຮັບ​ນັກ​ສຶກ​ສາ ລາວ​ໄປ​ຢູ່​ກັບຄອບ​ຄົວ​ຂອງ​ປະ​ຊາ​ຊົນ (ໂຄງ​ການ Homestay) ປີ 2019 – 2020.

ງານລ ຽງສະເຫ ມສະຫ ອງວ ນສ າງຕ ງສາຍພ ວພ ນການທ ດລາວ ຣ ດເຊຍ ຄ ບຮອບ 60 ປ ຄະນະຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ແລກປ່ຽນລາຍການຮ່ວມມື

ໃນ​ຕົນ​ເດືອນ​ຕຸ​ລາ, ທ່ານ ເລກວັກຟອງ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ທ່ານ ອາລຸນໄຊ ສູນນະລາດ ເລຂາສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ໂອ້ລົມທາງໂທລະສັບ ເພື່ອແລກປ່ຽນ, ຕີລາຄາບັນດາໂຄງການຮ່ວມມືຂອງຄະນະຊາວໜຸ່ມ 2 ປະເທດ.

kongthap.la

ເຫດການ
302 Found

Found

The document has moved here.