ລາວ ກະກຽມການທົດລອງ ວັກຊີນ Covid-19 Sputnik V ໃນຂັ້ນຕອນທີສາມ ໂດຍຣັດເຊຍຜະລິດ

13:54 | 15/10/2020

ລາວ ແລະ ຣັດເຊຍ ກະກຽມການທົດລອງ ວັກຊີນ Covid-19 Sputnik V ໃນຂັ້ນຕອນທີສາມ ໂດຍຣັດເຊຍຜະລິດ.

ລາວ ກະກຽມການທ ດລອງ ວ ກຊ ນ covid 19 sputnik v ໃນຂ ນຕອນທ ສາມ ໂດຍຣ ດເຊຍຜະລ ດ ລາວສຸມໃສ່ເກັບລາຍຮັບງົບປະມານໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້
ລາວ ກະກຽມການທ ດລອງ ວ ກຊ ນ covid 19 sputnik v ໃນຂ ນຕອນທ ສາມ ໂດຍຣ ດເຊຍຜະລ ດ ລະບົບທະນາຄານໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງທັງປະລິມານ ແລະ ຄຸນນະພາບ
ລາວ ກະກຽມການທ ດລອງ ວ ກຊ ນ covid 19 sputnik v ໃນຂ ນຕອນທ ສາມ ໂດຍຣ ດເຊຍຜະລ ດ
ພາບປະກອບ

ເມື່ອບໍ່ດົນມານີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ແລະ ກະຊວງສາທາລະນະສຸກລາວ ໄດ້ຈັດກອງປະຊຸມອອນລາຍ ກັບ ຜູ້ພັດທະນາວັກຊີນ Sputnik V ຂອງຣັດເຊຍ ເພື່ອປຶກສາຫາລືຄວາມເປັນໄປໄດ້ໃນການນຳໃຊ້ວັກຊີນໃນການທົດລອງການປ້ອງກັນ ໂລກລະບາດ Covid-19 ຢູ່ລາວ. ໃນກອງປະຊຸມ, ບັນດາຝ່າຍໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ຂອງການຮ່ວມມືໃນການນຳເຂົ້າ, ປຸງແຕ່ງ,ການທົດລອງ ວັກຊີນ Sputnik V ຢູ່ລາວໃນຂັ້ນຕອນທີສາມ. ຜ່ານການພົບປະແລກປ່ຽນ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນການສ້າງການຮ່ວມມື ແລະຊີ້ນຳບັນດາອົງການທີ່ກ່ຽວຂ້ອງ ເພື່ອສ້າງຮ່າງຂໍ້ຕົກລົງທີ່ຈະລົງນາມໃນອະນາຄົດອັນໃກ້ນີ້.

ໃນໂອກາດຖະແຫລງຂ່າວ, ກ່ຽວກັບສະພາບການລະບາດ​ ຂອງ​ພະ​ຍາດ COVID-19 ໃນໂລກ ແລະ ການປ້ອງກັນ, ຄວບຄຸມພະຍາດດັ່ງກ່າວ ຢູ່ພາຍໃນປະເທດ, ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ​ກະຊວງສາທາລະນະສຸກ ໃຫ້ຂໍ້ສັງເກດວ່າ: ບັນຫາສຳຄັນແມ່ນການລາຍງານຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ຈາກທົ່ວໂລກ ໃນແຕ່ລະວັນແມ່ນຍັງ ມີທ່າອ່ຽງເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນປົກປ້ອງຕົນເອງ ແລະ ຄົນໃນຄອບຄົວຂອງທ່ານ, ໂດຍການປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອຢ່າງເຄັ່ງຄັດ ແລະ ການດໍາລົງວິຖີ ຊີວິດແບບໃໝ່ ເປັນຕົ້ນ ການລ້າງມືໃສ່ສະບູເລື້ອຍໆ ຫລື ເຈວລ້າງມືທີ່ປະສົມເຫລົ້າ, ຮັກສາໄລຍະຫ່າງໃນສັງຄົມ, ໃສ່ຜ້າປິດປາກ-ດັງ ເມື່ອໄປສະຖານທີ່ທີ່ມີຜູ້ຄົນແອອັດ, ບໍ່ເອົາມືສຳຜັດຕາ, ດັງ ຫລື ປາກ, ເມື່ອທ່ານໄອ ຫລື ຈາມ ຄວນໃຊ້ແຂນພັບຂໍ້ສອກປິດປາກ, ກິນຮ້ອນໃຊ້ບ່ວງກາງ ແລະ ໄປພົບແພດ ເມື່ອຮູ້ສຶກບໍ່ສະບາຍ. ການປະຕິບັດທັງໝົດນີ້, ກໍເພື່ອຫລຸດຜ່ອນ ແລະ ສະກັດກັ້ນການລະບາດ ຂອງພະຍາດ COVID-19 ໃຫ້ສະຫງົບລົງເທື່ອລະກ້າວ.

ລາວ ກະກຽມການທ ດລອງ ວ ກຊ ນ covid 19 sputnik v ໃນຂ ນຕອນທ ສາມ ໂດຍຣ ດເຊຍຜະລ ດ ສະເຫຼີມສະຫຼອງວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ

ເມື່ອບໍ່ດົນມານີ້, ທີ່ກະຊວງການຕ່າງປະເທດ ສປປ.ລາວ​​ ໄດ້ມີພິທີ​ປາຖະກະຖາ​ກ່ຽວກັບວັນສ້າງຕັ້ງ​ການ​ທູດລາວ ຄົບຮອບ 75 ປີ (12 ຕຸລາ 1945 -12 ຕຸລາ 2020) ​ເຊິ່ງໃຫ້​ກຽດ​ປາຖະກະຖາ​ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ, ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ.

ລາວ ກະກຽມການທ ດລອງ ວ ກຊ ນ covid 19 sputnik v ໃນຂ ນຕອນທ ສາມ ໂດຍຣ ດເຊຍຜະລ ດ ສປປ.ລາວ ແມ່ນຢູ່ໃນກຸ່ມປະເທດທີ່ມີຄົນຕິດພະຍາດ Covid-19 ດ້ວຍຈຳນວນໜ້ອຍ

ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ທັງໝົດ 42 ສູນ, ມີຜູ້ຖືກຈຳກັດບໍລິເວນຢສູນ 2.920 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ລາວ ກະກຽມການທ ດລອງ ວ ກຊ ນ covid 19 sputnik v ໃນຂ ນຕອນທ ສາມ ໂດຍຣ ດເຊຍຜະລ ດ ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ

ປະກອບສ່ວນສຳຄັນເຂົ້າໃນການຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນຂອງສອງປະເທດຫວຽດນາມ - ລາວ.

vietlao.vietnam.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.