ລາວ-ສະຫະພັນຣັດເຊຍ: ການພົວພັນຮ່ວມມືລະຫວ່າງສອງປະເທດໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ

06:30 | 13/10/2020

ໃນ​ໄລຍະໃໝ່ນີ້, ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ໄດ້ຮັບການຮັດແໜ້ນ, ສອງປະເທດມີຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ລາວ ສະຫະພ ນຣ ດເຊຍ ການພ ວພ ນຮ ວມມ ລະຫວ າງສອງປະເທດໄດ ມ ບາດກ າວຂະຫຍາຍຕ ວຢ າງຕ ເນ ອງ 40 ມື້ຢ່າງລຽນຕິດທີ່ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກພະຍາດໂຄວິດ-19 ໃນຊຸມຊົນ
ລາວ ສະຫະພ ນຣ ດເຊຍ ການພ ວພ ນຮ ວມມ ລະຫວ າງສອງປະເທດໄດ ມ ບາດກ າວຂະຫຍາຍຕ ວຢ າງຕ ເນ ອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸ໊ງ ໄດ້ເປັນປະທານກອງປະຊຸມເຈົ້າໜ້າທີອາວຸໂສອາຊຽນ

ໃນວັນທີ 8 ຕຸລາ 2020 ທີ່ກະຊວງປ້ອງກັນປະເທດ, ໄດ້ຈັດພິທີໂຮມຊຸມນຸມ ລະນຶກວັນສ້າງຕັ້ງສາຍພົວພັນ ການທູດລະຫວ່າງ ສປປ ລາວ-ສະຫະພັນ ຣັດເຊຍ ຄົບຮອບ 60 ປີ (7/10/1960-7/10/2020). ທີ່ພິທີ, ທ່ານ ພົ.ອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ໄດ້ກ່າວວ່າ: ພາຍຫລັງ ສປປ ລາວ ໄດ້ຮັບການສະຖາປະນາຂຶ້ນ, ອາດີດສະຫະພາບໂຊວຽດ ຍັງໄດ້ສືບຕໍ່ປະກອບສ່ວນ ໃຫ້ການຊ່ວຍເຫລືອ ສປປ ລາວ ໃນໄລຍະຮໍາບາດແຜສົງຄາມ ກໍຄື ໄລຍະປົກປັກຮັກສາ ແລະ ພັດທະນາປະເທດຊາດ ເປັນຕົ້ນ ການການຊ່ວຍເຫລືອ ພື້ນຟູພື້ນຖານໂຄ່ງລ່າງ, ວັດຖຸພາຫະນະ-ເຕັກນິກ, ເຂື່ອນໄຟຟ້ານໍ້າຕົກ, ຂົວ-ທາງ, ດ້ານອຸດສະຫະກຳ, ກະສິກຳ, ການສຶກສາ, ສາທາລະນະສຸກ, ເຕັກນິກການທະຫານ ແລະ ອື່ນໆ ໄດ້ກາຍເປັນສັນຍາລັກ ແຫ່ງມິດຕະພາບອັນດີງາມ ລະຫວ່າງປະຊາຊົນສອງຊາດລາວ ແລະ ຣັດເຊຍ.

ລາວ ສະຫະພ ນຣ ດເຊຍ ການພ ວພ ນຮ ວມມ ລະຫວ າງສອງປະເທດໄດ ມ ບາດກ າວຂະຫຍາຍຕ ວຢ າງຕ ເນ ອງ
ພາບປະກອບ

ລາວ ແລະ ຣັດເຊຍ ມີການພົວພັນອັນລໍ້າຄ່າຮ່ວມກັນບົນພື້ນຖານມູນເຊື້ອແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມມາດົນນານ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເປັນສາຍພົວພັນມິດຕະພາບທີ່ຮັດແໜ້ນ ແລະ ເປັນຄູ່ຮ່ວມມືທີ່ມີມາຍາວນານ, ເປັນປະເທດເພື່ອນມິດທີ່ໃກ້ຊິດ ແລະ ຄູ່ຮ່ວມມືຍຸດທະສາດ, ໃຫ້ການສະໜັບໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ສ່ວນ ທ່ານ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ເລີ່ມຕັ້ງແຕ່ການປະກາດ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຣັດເຊຍ ໄດ້ໃຫ້ການຊ່ວຍເຫລືອ ສະໜັບສະໜູນຢ່າງເປີດກວ້າງ ໃຫ້ ແກ່ ປະເທດລາວ ໂດຍສະເພາະທຶນການສຶກສາ, ກະສິກຳ, ວຽກງານປ່າໄມ້, ການແພດ, ການທະຫານ, ຄຽງຄູ່ໄປກັບການຟື້ນຟູ ໂຄງລ່າງພື້ນຖານຕ່າງໆ ທີ່ຖືກທຳລາຍໃນສະໄໝສົງຄາມ ເຊັ່ນ: ສ້ອມແປງເສັ້ນທາງ, ສ້າງຂົວແຫ່ງຕ່າງໆ ແລະ ດຳເນີນວຽກງານສຳຫລວດ ດ້ານທໍລະນີສາດ. ການຮ່ວມມືທາງ ດ້ານການທະຫານ ແລະ ດ້ານເຕັກນິກການທະຫານ ກັບປະເທດລາວ ເປັນວຽກງານທີ່ມີຄວາມໝາຍສຳຄັນສຳລັບປະເທດຂອງພວກຂ້າພະເຈົ້າ, ໄລຍະຫລາຍປີຜ່ານມາພວກເຮົາສາມາດສັງເກດເຫັນໄດ້ວ່າ: ການພົວພັນປະສານງານ ໃນຂົງເຂດປ້ອງກັນຊາດ ແລະ ຄວາມໝັ້ນຄົງ ລະຫວ່າງສອງຊາດ ກຳລັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ກ່ອນໜ້ານັ້ນ, ໃນຕອນຄໍ່າຂອງວັນທີ 7 ຕຸລາ 2020, ລັດຖະບານ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດ ສະຫະພັນຣັດເຊຍ ໄດ້ຮ່ວມກັນສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ​ ຣັດເຊຍ ຄົບຮອບ 60 ປີ. ທີ່ພິທີ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໃນນາມຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສະຫະພັນ ຣັດເຊຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາ​ສູງຕໍ່ຜົນສຳເລັດ​ແຫ່ງ​ການພົວພັນ​ຮ່ວມ​ມື​ ຕະຫລອດໄລຍະ 60 ປີຜ່ານ​ມາ ລະຫວ່າງ ​ສອງ​ລັດ​ຖະບານ ກໍຄື​ ພາກເອກະຊົນ ແລະ ປະຊາຊົນ​ສອງ​ຊາດ ລາວ-ຣັດ​ເຊຍ.

ລາວ ສະຫະພ ນຣ ດເຊຍ ການພ ວພ ນຮ ວມມ ລະຫວ າງສອງປະເທດໄດ ມ ບາດກ າວຂະຫຍາຍຕ ວຢ າງຕ ເນ ອງ
ພິທີສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ​ ຣັດເຊຍ ຄົບຮອບ 60 ປີ. ພາບ: ຂປລ.

75 ປີ ແຫ່ງໄຊຊະນະການປົກປ້ອງປິຕຸພູມແມ່ນສັນຍາລັກທີ່ມີຄວາມສໍາຄັນອັນຍິ່ງໃຫຍ່ ຊຶ່ງເປັນການສິ້ນສຸດສົງຄາມ ໂລກຄັ້ງທີ 2. ພາຍຫຼັງການປະລາໄຊຂອງນາຊີ, ອັນເປັນແຮງຊຸກຍູ້ໃຫ້ແກ່ຂະບວນການຕໍ່ສູ້ປົດປ່ອຍຊາດ ແລະ ປະຊາຊົນ ໃຫ້ຫຼຸດພົ້ນອອກຈາກອານານິຄົມໃນອາຊີ. ສປປ ລາວ ໄດ້ມີຄວາມພະຍາຍາມຕໍ່ສູ້ເປັນເວລາຫຼາຍທົດສະວັດຢ່າງໜັກໜ່ວງເພື່ອປົດປ່ອຍຕົນເອງ. ຕໍ່ມາໃນເດືອນຕຸລາ ປີ 1945 ຈຶ່ງໄດ້ປະກາດເອກະລາດເພື່ອປົກປັກຮັກສາດິນແດນຂອງຕົນ. ໃນປີ 1954 ໃນກອງປະຊຸມເຊີແນວ, ສະຫະພາບສັງຄົມນິຍົມໂຊວຽດ ໄດ້ມີສ່ວນຮ່ວມໃນການເຄື່ອນໄຫວ ໂດຍສະເໜີໃຫ້ຢຸດຕິການຮຸກຮານ ຂອງພວກຫຼ້າເມືອງຂຶ້ນຝຣັ່ງ ຕໍ່ຕ້ານປະຊາຊົນອິນດູຈີນ ແລະ ຮັບປະກັນຄວາມເປັນກາງຂອງປະເທດລາວ ໃນປີຕໍ່ໆມາ. ການສະເໜີສ້າງຕັ້ງສາຍພົວພັນທາງການທູດ ຂອງ ລັດຖະບານລາວ ໂດຍໄດ້ຮັບການຕອບສະໜອງ ເປັນຢ່າງດີຈາກການນຳຂອງ ສະຫະພາບໂຊວຽດ ໃນເດືອນສິງຫາ ປີ 1960.

ໃນປັດຈຸບັນ, ການພົວພັນ ລະຫວ່າງ ຣັດເຊຍ-ລາວ ແມ່ນໄດ້ຮັບການຂະຫຍາຍຕົວຢ່າງຕັ້ງໜ້າ, ການປຶກສາຫາລືແລກປ່ຽນທາງດ້ານການເມືອງ, ການພັດທະນາ ແມ່ນມີການຮ່ວມມືກັນຢ່າງຕໍ່ເນື່ອງ. ໃນປີ 2015 ປະມຸກລັດຂອງສອງປະເທດ ໄດ້ມີການພົບປະກັນ ທີ່ນະຄອນຫຼວງປັກກິ່ງ ແຫ່ງ ສປ.ຈີນ, ເນື່ອງໃນໂອກາດສະເຫຼີມສະຫຼອງ ແລະ ສັນສະເສີນວັນສິ້ນສຸດສົງຄາມໂລກຄັ້ງທີ 2 ຄົບຮອບ70 ປີ. ນອກຈາກນັ້ນ, ທ່ານ ວາລາດີເມຍ ປູຕີນ ປະທານາທິບໍດີ ຣັດເຊຍ ໄດ້ພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແບບສ່ວນຕົວໃນກອງປະຊຸມສຸດຍອດ ຣັດເຊຍ-ອາຊຽນ ທີ່ ໂຊຈີ ແລະ ຢູ່ສີງກະໂປ ໃນເດືອນພະຈິກ ປີ 2018. ໃນເດືອນກັນຍາ ປີ2017, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມຣັດເຊຍ ຢ່າງເປັນທາງການ ເພື່ອສືບຕໍ່ເສີມສ້າງການພົວພັນຮ່ວມມືສອງຝ່າຍ ກໍຄືການຢ້ຽມຢາມທາງ ລັດຖະສະພາ, ອົງການຊາວໜຸ່ມ ແລະ ອົງການຈັດຕັ້ງສັງຄົມ ລວມທັງສະມາຄົມມິດຕະພາບ.

ລາວ ສະຫະພ ນຣ ດເຊຍ ການພ ວພ ນຮ ວມມ ລະຫວ າງສອງປະເທດໄດ ມ ບາດກ າວຂະຫຍາຍຕ ວຢ າງຕ ເນ ອງ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ ຂອງຂະບວນການອົງການບັນດາປະເທດບໍ່ຮ່ວມກຸ່ມ

ຍສໝ - ຫົວໜ້າບັນດານປະເທດສະມາຊິກ ໄດ້ແບ່ງປັນບັນຫາທີ່ລຳບາກໃຈລວມ ກ່ຽວກັບບັນດາສິ່ງທ້າທາຍຕໍ່ກັບຄວາມສັນຕິພາບ, ຄວາມສະຫງົບ ແລະ ການພັດທະນາທົ່ວໂລກ ກໍ່ຄືບັນດານຜົນກະທົບທີ່ບໍ່ເຄີຍເກີດຂຶ້ນ ຍ້ອຍໂລກລະບາດ COVID-19.

ລາວ ສະຫະພ ນຣ ດເຊຍ ການພ ວພ ນຮ ວມມ ລະຫວ າງສອງປະເທດໄດ ມ ບາດກ າວຂະຫຍາຍຕ ວຢ າງຕ ເນ ອງ ນັກສຶກສາລາວ 75 ຄົນ ມາຮໍ່າຮຽນ ຢູ່ ແຂວງດ້ຽນບຽນ ສສ.ຫວຽດນາມ

ຍສໝ - ພະແນກສຶກສາ ແລະກໍ່ສ້າງແຂວງດ້ຽນບຽນ ໄດ້ຈັດພິທີຕ້ອນຮັບນັກສຶກສາລາວ 75 ຄົນມາຮໍ່າຮຽນ. ນີ້ແມ່ນໂຄງການຮ່ວມມືບຳລຸງສ້າງເປັນປະຈຳຂອງແຂວງດ້ຽນບຽນ ກັບບັນດາແຂວງພາກເໜືອຂອງລາວ.

ລາວ ສະຫະພ ນຣ ດເຊຍ ການພ ວພ ນຮ ວມມ ລະຫວ າງສອງປະເທດໄດ ມ ບາດກ າວຂະຫຍາຍຕ ວຢ າງຕ ເນ ອງ ປະເທດຫວຽດນາມ ໄດ້ຄັດເລືອກເປັນສະຖານທີ່ທີ່ໜ້າສົນໃຈໃນປີ 2020 ໂດຍວາລະສານທ່ອງທ່ຽວສາກົນຫຼາຍແຫ່ງ

ຍສໝ - ຜູ້ອ່ານວາລະສານທ່ອງທ່ຽວທີ່ມີຊື່ສຽງຂອງອາເມລິກາ Condé Nast Traveler ໄດ້ລົງຄະແນນສຽງໃຫ້ຫວຽດນາມ ຢືນອັນດັບທີ 9 ໃນ 20 ປະເທດເປັນສະຖານທີ່ແຫ່ງຄວາມນິຍົມໃນປີ 2020 ດ້ວຍ 92,12 ຄະແນນ.

vietlao.vietnam.vn

ເຫດການ
302 Found

Found

The document has moved here.