ກະຊວງປ້ອງກັນປະເທດຣັດເຊຍ ໄດ້ປະດັບຫຼຽນກາເສີມສ້າງມິດຕະພາບ ໃຫ້ແກ່ກອງທັບປະຊາຊົນລາວ

18:00 | 31/08/2020

ໃນວັນທີ 29 ສິງຫາ 2020 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດລາວ, ກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ຮ່ວມກັບກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ ໄດ້ຈັດພິທີປະດັບຫຼຽນກາ ເສີມສ້າງມິດຕະພາບທາງດ້ານການທະຫານຂອງກະຊວງປ້ອງກັນປະເທດ ສ ຣັດເຊຍ ໃຫ້ແກ່ການນຳ ແລະ ພະນັກງານ - ນັກຮົບກອງທັບປະຊາຊົນລາວ.

ກະຊວງປ ອງກ ນປະເທດຣ ດເຊຍ ໄດ ປະດ ບຫ ຽນກາເສ ມສ າງມ ດຕະພາບ ໃຫ ແກ ກອງທ ບປະຊາຊ ນລາວ ພິທີໄຂການນຳໃຊ້ຫ້ອງທົດລອງຂອງອູ່ສ້ອມແປງເຮືອບິນທະຫານອາກາດ ລະຫວ່າງກອງທັບລາວ - ຣັດເຊຍ
ກະຊວງປ ອງກ ນປະເທດຣ ດເຊຍ ໄດ ປະດ ບຫ ຽນກາເສ ມສ າງມ ດຕະພາບ ໃຫ ແກ ກອງທ ບປະຊາຊ ນລາວ ຫວຽດນາມ ໄດ້ສັ່ງຊື້ວັກຊີນຕ້ານ COVID-19 ຈຳນວນ 50 - 150 ລ້ານປະລິມານ ຈາກ ຣັດເຊຍ

ພິທີປະດັບຫຼຽນກາ ໂດຍການຮ່ວມຂອງ ທ່ານ ວາຣາດີເມຍ ກາຣີນິນ - ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ຣັດເຊຍ ປະຈຳ ສປປ ລາວ: ສະຫາຍ ພົນຕີ ອ່ອນສີ ແສນສຸກ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີຄະນະຊີ້ນຳ, ຄະນະຮັບຜິດ ຊອບໜ່ວຍງານກວດກູ້ລະເບີດບໍ່ທັນແຕກ ແລະ ພະນັກງານ - ນັກຮົບສອງກອງທັບລາວ-ຣັດ ເຊຍເຂົ້າຮ່ວມ.

ກະຊວງປ ອງກ ນປະເທດຣ ດເຊຍ ໄດ ປະດ ບຫ ຽນກາເສ ມສ າງມ ດຕະພາບ ໃຫ ແກ ກອງທ ບປະຊາຊ ນລາວ
ກະຊວງປ້ອງກັນປະເທດຣັດເຊຍ ໄດ້ປະດັບຫຼຽນກາເສີມສ້າງມິດຕະພາບ ໃຫ້ແກ່ກອງທັບປະຊາຊົນລາວ. (ພາບ: kongthap.la)

ສະຫາຍ ພົນຕີ ອ່ອນສີ ແສນສຸກ ໄດ້ກ່າວວ່າ: ສອງປະເທດລາວ - ຣັດເຊຍ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນ ມູນເຊື້ອອັນດີງາມມາແຕ່ຍາວ ນານຈົນເຖິງປັດຈຸບັນ, ເຊິ່ງມູນເຊື້ອດັ່ງກ່າວໄດ້ຮັບການສືບທອດເສີມຂະຫຍາຍນັບມື້ກ້າວສູ່ລວງເລິກ ໃນທຸກຂົງເຂດວຽກງານ, ສະແດງອອກໃນການປະຕິບັດໜ້າທີ່ວຽກງານຕົວຈິງ, ຜົນງານຕົວຈິງໃນການຮ່ວມມືການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ທີ່ໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ໃນສົກ 2019- 2020.

ເຊິ່ງຜົນໄດ້ຮັບຕົວຈິງທີ່ ໄດ້ຮັບຮອງຈາກຄະນະກຳມະການຄຸ້ມຄອງລະເບີດແຫ່ງຊາດ ແມ່ນສາມາດກວດກູ້ລະເບີດບໍ່ທັນແຕກໄດ້ທັງໝົດ 10,15 ເຮັກຕາ, ລະເບີດກວດກູ້ໄດ້ມີ ບົ່ມບີ 500 ປອນ 1 ໜ່ວຍ, ບົ່ມບີຊະນິດຕ່າງໆ 111 ໜ່ວຍ, ມິນ 1 ໜ່ວຍ ແລະ ລະເບີດບໍ່ທັນແຕກຊະນິດອື່ນໆອີກຈຳນວນ 724 ໜ່ວຍ ລວມທັງໝົດ 876 ໜ່ວຍ, ຜົນສຳເລັດຄັ້ງນີ້ຢັ້ງຢືນເຖິງປະສິດທິຜົນໃນການຮ່ວມມື ລະຫວ່າງກອງທັບປະຊາຊົນລາວ ແລະ ກຳລັງປະກອບອາວຸດ ສ ຣັດເຊຍ ປະກອບສ່ວນຮັດ ແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືທີ່ມີປະສິດທິຜົນ ລະຫວ່າງ 2 ປະເທດ ລາວ-ຣັດເຊຍ, ທັງເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ລັດຖະບານລາວ - ຣັດເຊຍ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ເປັນການກົດໜ່ວງຖ່ວງດຶງ ການພັດທະນາເສດຖະກິດ - ສັງຄົມ ແລະ ການດໍາລົງຊີວິດທີ່ເປັນປົກກະຕິຂອງປະຊາຊົນລາວ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປໃນອະນາຄົດຂ້າງໜ້າ.

ຕໍ່ຜົນສຳເລັດດັ່ງກ່າວ, ກະຊວງປ້ອງກັນປະເທດ ສ.ຣັດເຊຍ ຈິ່ງໄດ້ປະດັບຫຼຽນກາເສີມສ້າງມິດຕະພາບທາງດ້ານການທະຫານ ໃຫ້ແກ່ການນຳ ແລະ ພະນັກງານ - ນັກຮົບກອງທັບປະຊາຊົນລາວ ຈຳນວນ 20 ສະຫາຍ ທີ່ມີຜົນງານດີເດັ່ນປະກອບສ່ວນເຮັດສຳເລັດໜ້າທີ່ ໃນການກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ເດີ່ນບິນທົ່ງໄຫຫີນ ແຂວງຊຽງຂວາງ, ຮ່ວມກັບກອງກວດກູ້ມິນສາກົນກອງທັບ ສ.ຣັດເຊຍ ໃນສົກປີ 2019-2020. ໃຫ້ກຽດປະດັບ ໂດຍ ທ່ານ ວາຣາດີເມຍ ກາຣີ ນິນ - ເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ.

ກະຊວງປ ອງກ ນປະເທດຣ ດເຊຍ ໄດ ປະດ ບຫ ຽນກາເສ ມສ າງມ ດຕະພາບ ໃຫ ແກ ກອງທ ບປະຊາຊ ນລາວ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບສູນເຂດຮ້ອນຫວຽດນາມ - ຣັດເຊຍ

ຍສໝ - ຕອນບ່າຍວັນທີ 7 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂງຊວນລິກ - ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບສູນເຂດຮ້ອນຫວຽດນາມ - ລັດເຊຍ.

ກະຊວງປ ອງກ ນປະເທດຣ ດເຊຍ ໄດ ປະດ ບຫ ຽນກາເສ ມສ າງມ ດຕະພາບ ໃຫ ແກ ກອງທ ບປະຊາຊ ນລາວ ພົນລະເມືອງຫວຽດນາມເກືອບ 300 ຄົນ ຈາກຣັດເຊຍ ກັບຄືນປະເທດ

ຍສໝ - ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ຫ້ອງການຜູ້ຕາງໜ້າ ຫວຽດນາມ ຢູ່ ລັດເຊຍ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ລັດເຊຍ ເພື່ອນໍາສົ່ງພົນລະເມືອງຫວຽດນາມ ເກືອບ 300 ຄົນ ຈາກຣັດເຊຍ ກັບຄືນປະເທດ.

ກະຊວງປ ອງກ ນປະເທດຣ ດເຊຍ ໄດ ປະດ ບຫ ຽນກາເສ ມສ າງມ ດຕະພາບ ໃຫ ແກ ກອງທ ບປະຊາຊ ນລາວ ພະຍາດ Covid-19: ສະຖານທູດຫວຽດນາມ ປະຈຳ ຣັດເຊຍ ປະຕິບັດການນຳສົ່ງພົນລະເມືອງຫລາຍກວ່າ 340 ຄົນ ກັບຄືນປະເທດ

ຍສໝ - ໃນວັນທີ 12 ແລະ 13 ພຶດສະພາ, ອຳນາດການປົກຄອງຫວຽດນາມ, ຫ້ອງການຜູ້ຕາງໜ້າ ຫວຽດນາມປະ ຈຳ ລັດເຊຍ ແລະ ການບິນແຫ່ງຊາດຫວຽດນາມ (Vietnam Airlines) ໄດ້ສົມທົບ ກັບ ອຳນາດການປົກຄອງລັດເຊຍ ນຳເອົາຫລາຍກ່ວາ 340 ຄົນເປັນພົນລະເມືອງຫວຽດນາມກັບຄືນປະເທດຈາກນະຄອນຫຼວງ Moscow - ຣັດເຊຍ.

kongthap.gov.la

ເຫດການ
302 Found

Found

The document has moved here.