ຍສໝ - ວັນທີ 20 ກໍລະກົດນີ້, ສະຖານກົງສຸນໃຫຍ່ໄທ ປະຈຳ ນະຄອນໂຮ່ຈິມິນ ໄດ້ສົມທົບກັບສະພາກາແດງຫວຽດນາມ ແລະ ໂຄງການເດີນທາງແດງ ໄດ້ຈັດຕັ້ງລາຍການບໍລິຈາກເລືອດມະນຸດສະທຳ. ການເຄື່ອນໄຫວບໍ່ພຽງແຕ່ໄດ້ປະກອບສ່ວນເພີ່ມເຕີມແຫຼ່ງເລືອດເພື່ອຮັບໃຊ້ປິ່ນປົວພະຍາດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ປະຊາຄົມຊາວໄທ ແລະ ຊາວຫວຽດນາມ ພ້ອມກັບເຜີຍແຜ່ຈິດໃຈມະນຸດສະທຳ, ກໍ່ສ້າງຂົວແຫ່ງການແບ່ງປັນ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບລະຫວ່າງ 2 ປະເທດ.
ຍສໝ - ຄວາມຮຸນແຮງພາຍໃນຄອບຄົວບໍ່ແມ່ນເລື່ອງສ່ວນຕົວພາຍຫຼັງປະຕູວົງປິດ. ຈາກບັນດາກໍລະນີທີ່ໂສກເສົ້າດັ່ງກ່າວ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມຮອບດ້ານ, ນັບແຕ່ສ້າງກົດໝາຍໃຫ້ສົມບູນແບບ, ຊຸກຍູ້ການສື່ສານຢ່າງກວ້າງຂວາງເຖິງການກໍ່ສ້າງເຄືອຂ່າຍໜູນຊ່ວຍເພື່ອ ປົກປັກຮັກສາຜູ້ປະສົບເຄາະຮ້າຍ ແລະ ກ້າວໄປສູ່ສັງຄົມປອດໄພ, ມີມະນຸດສະທຳ ແລະ ພົນລະເຮືອນ.
ຍສໝ - 22 ປີຜ່ານມາ, ທ່ານ Robert Valentino Kalatschan, ປະທານ, ຫົວໜ້າຫ້ອງການຜູ້ຕາງໜ້າຂອງອົງການ Giving It Back To Kids (GIBTK) ຢູ່ ຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນວຽກງານຊ່ວຍເຫຼືອມະນຸດສະທໍາ, ປະກອບສ່ວນປ່ຽນແປງຊີວິດຂອງເດັກນ້ອຍ, ຄົນພິການ ແລະ ບັນດາຄອບຄົວທີ່ມີສະພາບຫຍຸ້ງຍາກ. ໂດຍໄດ້ຮັບຮູ້ການປະກອບສ່ວນຂອງທ່ານເຂົ້າໃນການພັດທະນາແບບຍືນຍົງຂອງ ຫວຽດນາມ, ວັນທີ 9 ມັງກອນ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີຫວຽດນາມ ໃຫ້ແກ່ທ່ານ.
ຍສໝ - ວັນທີ 27 ມິຖຸນາ, ຢູ່ ສະວິດ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະ ຫວຽດນາມ ປະຈໍາ Geneva ມາຍຟານຢຸ໊ງ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາຄັ້ງທີ 53 ຂອງຄະນະບໍລິຫານງານສູນການກະທຳລູກລະເບີດໝາກມິນມະນຸດສະທໍາຂອງ Geneva (ສູນກາງສາກົນ ນະຄອນເຈນິວາ ສຳລັບການເກັບກູ້ລະເບີດເພື່ອມະນຸດສະທຳ - GICHD) ແລະ ໄດ້ຮັບເລືອກຕັ້ງກາຍເປັນສະມາຊິກຂອງສະພາ.
ຍສໝ - ທ່ານອຸປະທູດ ນາງ ເລທິມິງທວາ, ຮອງຫົວໜ້າຜູ້ປະຈຳການຄະນະຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມເປັນຫວ່ງຢ່າງເລິກເຊິ່ງຕໍ່ສະພາບການມະນຸດສະທຳທີ່ນັບມື້ນັບຮ້າຍແຮງຢູ່ເຂດ Gaza ແລະ ສະແດງຄວາມເສຍໃຈຕໍ່ບັນດາການສູນເສຍ, ບາດເຈັບລົ້ົ້ມຕາຍຂອງສາມັນຊົນຜູ້ບໍ່ມີໂທດ.
ຍສໝ - ຕອນບ່າຍວັນທີ 27 ພະຈິກ, ກຸ່ມແຂ່ງຂັນສະພາກາແດງບັນດາແຂວງເຂດພູດອຍເຂດຊາຍແດນພາກເໜືອປະກອບດ້ວຍ: ລາວກ່າຍ, ລາຍເຈົາ, ດ້ຽນບຽນ, ເຊີນລາ, ກ່າວບັງ, ລ້າງເຊີນ, ຮ່າຢາງ ໄດ້ຈັດຕັ້ງກອງປະຊຸມສະຫລຸບສັງລວມວຽກງານຂອງສະມາຄົມ ແລະ ຂະບວນການກາແດງປີ 2023, ທິດທາງໜ້າທີ່ໃນປີ 2024
ຍສໝ - ນີ້ແມ່ນຊຸດຝຶກອົບຮົມກ່ຽວກັບກົດໝາຍວ່າດ້ວຍມະນຸດສະທຳສາກົນ ເຊິ່ງຖັດມາ ICRC ໄດ້ໜູນຊ່ວຍຫວຽດນາມ ເລີ່ມແຕ່ປີ 2015, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງກົມຮັກສາສັນຕິພາບຫວຽດນາມ ແລະ ICRC ໃນຂົງເຂດຮັກສາສັນຕິພາບ, ປະກອບຄວາມຮູ້ສຳຄັນກ່ຽວກັບກົດໝາຍວ່າດ້ວຍມະນຸດສະທຳສາກົນໃຫ້ກຳລັງຮັກສາສັນຕິພາບຂອງຫວຽດນາມ.
ຍສໝ - ຕາມບົດລາຍງານທີ່ກອງປະຊຸມແບ່ງປັນຂໍ້ມູນກ່ຽວກັບວຽກງານອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປີ 2023 ໂດຍພະແນກການຕ່າງປະເທດນະຄອນ ຈັດຕັ້ງໃນຕອນເຊົ້າວັນທີ 27 ກັນຍາ, ໄລຍະ 2019 - 2022, ນະຄອນດ່ານັ່ງ ໄດ້ຂົນຂວາຍ ແລະ ຮັບບ້ວງເງິນຊ່ວຍເຫຼືອ 191 ບ້ວງຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ດ້ວຍຍອດຈຳນວນງົບປະມານທີ່ໝັ້ນໝາຍແມ່ນ 384,1 ຕື້ດົ່ງ ແລະ ໄດ້ເບີກຈ່າຍ 246,2 ຕື້ດົ່ງ, ບັນລຸ 65%.
ຍສໝ - ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆເຊິ່ງລວມມີ: ການອັບເດດຄວາມຄືບໜ້າການເຄື່ອນໄຫວຂອງສູນ AHA; ວຽກງານບູລະນະ ແລະພັດທະນາອົງການຈັດຕັ້ງຂອງສູນ; ສະພາບການເງິນ ແລະງົບປະມານການເຄື່ອນໄຫວປະຈຳປີ; ການຕົກລົງຮັບຮອງເອົາການໜູນຊ່ວຍຈາກບັນດາຄູ່ຮ່ວມມືເຈລະຈາອາຊຽນ ແລະບັນດາຄູ່ຮ່ວມມືຂອງສູນ.
ການໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ບໍ່ພຽງແຕ່ເປັນພະຍານຫຼັກຖານຢັ້ງຢືນໃຫ້ແກ່ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດເທົ່ານັ້ນ, ຫາກຍັງເປັນການຢັ້ງຢືນການສະໜັບສະໜູນ, ຄວາມໄວ້ວາງໃຈ ກໍຄືການຕັ້ງຄວາມຫວັງຂອງປະຊາຄົມສາກົນ ຕໍ່ການປະກອບສ່ວນສຳຄັນ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຊຸກຍູ້ສິດທິມະນຸດໃນໂລກ...
ຍສໝ - ໃນສອງວັນ ວັນທີ 23 ແລະ 24 ມີນາ (ເວລາຂອງນິວຢອກ), ກອງປະຊຸມໃຫຍ່ສະຫະປະຊາຊາດ ສືບຕໍ່ຈັດຕັ້ງກອງປະຊຸມຮີບດ່ວນຄັ້ງທີ 11 ເພື່ອປຶກສາຫາລືກ່ຽວກັບສະຖະນະການຂອງຢູເຄຣນ ໂດຍສຸມໃສ່ເຂົ້າໃນສະຖານະການທາງດ້ານມະນຸດສະທຳ.
ຍສໝ - ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຝະລັ່ງ ດີງຕ່ວານຖັງ ໄດ້ໃຫ້ການຕ້ອນຮັບທ່ານ Fabien Gay, ຫົວໜ້າບັນນາທິການໃຫຍ່ ໜັງສືພິມມະນຸດສະທຳ - l’Humanité, ທັງເປັນສະມາຊິກສະພາສູງ ແລະ ສະມາຊິກສະພາທົ່ວປະເທດພັກກອມມູນິດ ຝະລັ່ງ.
ຍສໝ - ຫວ່າງແລ້ວນີ້, ທີ່ການປະຊຸມຂ່າວສະໄໝສາມັນ ປະຈໍາຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງ ການຕ່າງປະເທດຫວຽດນາມ ຢັ້ງຢືນເທື່ອໜຶ່ງອີກວ່າ ການສົ່ງພົນລະເມືອງຊາວ ຫວຽດນາມ ຢູ່ຕ່າງປະເທດທີ່ມີຄວາມຕ້ອງການ, ມີສະພາບການທີ່ປະສົບຄວາມ ຫຍຸ້ງຍາກ ພິເສດ ກັບເມືອປະເທດໃນສະພາບການພະຍາດໂຄວິດ-19 ຜ່ານມາ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ ແລະມະນຸດສະທຳຂອງພັກ ແລະລັດ.
ຍສໝ - ຫວ່າງແລ້ວນີ້, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມກ່ຽວກັບສະພາບການຂາດສະຖຽນລະພາບຢູ່ ສປ.ກົງໂກ ແລະ ການເຄື່ອນໄຫວຂອງ ຄະນະປະຕິບັດງານຂອງ ສປຊ ຢູ່ປະເທດນີ້ (MOUNUSCO). ນະທີ່ນີ້, ຫວຽດນາມ ໄດ້ຮຽກຮ້ອງໃຫ້ໂລກ ຈົ່ງເພີ່ມທະວີການໜູນຊ່ວຍດ້ານມະນຸດສະທຳໃຫ້ປະເທດນີ້.
ຍສໝ - ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ຖືປັດໄຈມະນຸດ ແລະ ຄວາມໝັ້ນຄົງຂອງມະນຸດເປັນໃຈກາງຂອງທຸກການເຄື່ອນໄຫວ.
ຍສໝ - ກ່າວຄຳເຫັນທີ່ການປະຊຸມ ໃນວັນທີ 29 ກັນຍາ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (UNSC) ກ່ຽວກັບສະຖານະການຕາເວັນອອກກາງ, ຜູ້ຕາງໜ້າ ຫວຽດນາມ ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ນັບມື້ນັບເພີ່ມຂຶ້ນພ້ອມທັງສະພາບການມະນຸດສະທຳທີ່ບໍ່ດີ ຢູ່ ເຂດກາຊາ.
ຕອນບ່າຍວັນທີ 23 ສິງຫາ ຢູ່ຮ່າໂນ້ຍ, ສະພາທີ່ປຶກສາອະໄພຍະໂທດປີ 2021 ໄດ້ໂຮມປະຊຸມ ພິຈາລະນາ ກວດເອກະສານ, ບັນຊີລາຍຊື່ສະເໜີອະໄພຍະໂທດປີ 2021 . ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມິນ ປະທານ ສະພາທີ່ປຶກສາອະໄພຍະໂທດເປັນປະທານກອງປະຊຸມ.
ສະພາກາແດງຂັ້ນຕ່າງໆຢູ່ແຂວງຕຽນຢາງ ເພີ່ມທະວີການເຄື່ອນໄຫວ ຊ່ວຍໜູນການປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ-19 ໃນບໍລິເວນ, ຍູ້ແຮງວຽກງານຂົນຂວາຍຊ່ວຍເຫຼືອບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ, ເປັນຕົ້ນແມ່ນປະຊາຊົນຢູ່ເຂດແຍກຕົວ, ເຂດຈຳກັດບໍລິເວນ.
ຍສໝ - ທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Mark Lowcock ໄດ້ກ່າວເຕືອນວ່າ ວິກິດການມະນຸດສະທຳຢູ່ຊີຣີ ກຳລັງຢູ່ລະດັບຮ້າຍແຮງສູງ.
ຍສໝ - ວັນທີ 3 ພະຈິກ,ທີ່ຮ່າໂນ້ຍ ສສ.ຫວຽດນາມ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາອາຊຽນ-ຈີນ ກ່ຽວກັບການຊຸກຍູ້ການຮ່ວມມືເພື່ອແນໃສ່ຮັບປະກັນການປະພຶດຕໍ່ຊາວປະມົງຢ່າງຍຸຕິທຳ ແລະມີມະນຸດສະທຳ.