ຍູ້ແຮງການເຄື່ອນໄຫວການຕ່າງປະເທດມະນຸດສະທຳ ແລະ ການປະດິດຄິດສ້າງໃນການລະດົມແຫຼ່ງຊັບພະຍາກອນ

10:05 | 28/11/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 27 ພະຈິກ, ກຸ່ມແຂ່ງຂັນສະພາກາແດງບັນດາ​ແຂວງ​ເຂດ​ພູດ​ອຍ​ເຂດ​ຊາຍ​ແດນ​ພາກ​ເໜືອ​ປະກອບດ້ວຍ: ລາວ​ກ່າຍ, ລາຍ​ເຈົາ, ດ້ຽນບຽນ, ​ເຊີນ​ລາ, ກ່າວ​ບັງ, ລ້າງ​ເຊີນ, ຮ່າ​ຢາງ ​ໄດ້​ຈັດຕັ້ງ​ກອງ​ປະຊຸມ​ສະຫລຸບ​​ສັງ​ລວມ​ວຽກ​ງານ​ຂອງ​ສະ​ມາ​ຄົມ ​ແລະ​ ຂະບວນການກາ​ແດງ​ປີ 2023, ທິດ​ທາງ​ໜ້າທີ່ໃນ​ປີ 2024

ດ່ານັ່ງ ຂົນຂວາຍການຊ່ວຍເຫຼືອອຸປະຖຳຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດກວ່າ 246 ຕື້ດົ່ງ ດ່ານັ່ງ ຂົນຂວາຍການຊ່ວຍເຫຼືອອຸປະຖຳຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດກວ່າ 246 ຕື້ດົ່ງ
ກອງປະຊຸມຂອງຄະນະບໍລິຫານການປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ໃນການຄຸ້ມຄອງໄພທໍາມະຊາດ (ສູນ AHA) ຄັ້ງທີ 19 ກອງປະຊຸມຂອງຄະນະບໍລິຫານການປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ໃນການຄຸ້ມຄອງໄພທໍາມະຊາດ (ສູນ AHA) ຄັ້ງທີ 19

ກ່າວ​ຄຳ​ປາໄສຊີ້ນຳ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ປະທານ​ສະພາກາແດງ ຫວຽດນາມ ຫວູ​ແທ່ງ​ລຶວ ໄດ້​ສະ​ເໜີ​ບັນດາ​ຫົວໜ່ວຍ​ໃນ​ກຸ່ມ​ແຂ່ງຂັນ ຈົ່ງສືບ​ຕໍ່ເປັນເຈົ້າການໃນການເປັນເສນາທິການໃຫ້ຄະນະພັກບັນດາຂັ້ນ, ອຳນາດ​ການ​ປົກຄອງ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ຮີບດ່ວນ​ກ່ຽວ​ກັບ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ; ເອົາໃຈໃສ່ສ້າງການຈັດຕັ້ງ ແລະ ພັດທະນາຜູ້ອາສາສະໝັກ, ຊາວໜຸ່ມກາແດງໃນໂຮງຮຽນ.

ຍູ້ແຮງການເຄື່ອນໄຫວການຕ່າງປະເທດມະນຸດສະທຳ ແລະ ການປະດິດຄິດສ້າງໃນການລະດົມແຫຼ່ງຊັບພະຍາກອນ

ທ່ານ​ຮອງ​ປະທານ​ສະພາກາແດງ ຫວຽດນາມ ຫວູ​ແທ່ງ​ລຶວ ໄດ້ກ່າວ​ຄຳ​ປາໄສທີ່​ກອງ​ປະຊຸມ

ບັນດາໜ່ວຍງານໃນກຸ່ມໄດ້ເພີ່ມທະວີການຈັດຕັ້ງຊຸດເຝິກອົບຮົມ ແລະ ພັດທະນາຖັນແຖວອາສາສະໝັກຊ່ວຍເຫຼືອປະຖົມພະຍາບານເບື້ອງຕົ້ນ; ຫັນວິທີການລະດົມແຫຼ່ງຊັບພະຍາກອນເປັນຫຼາຍຮູບຫຼາຍແບບ, ສຸມໃສ່ລະດົມການຮັບປະກັນຊັບພະຍາກອນເພື່ອປະຕິບັດບັນດາຂະບວນການ, ການເຄື່ອນໄຫວຂອງສະມາຄົມ. ບັນດາ​ຫົວໜ່ວຍ​ສຸມ​ໃສ່​ປະຕິບັດ 2 ​ໂຄງການ​ສຳຄັນ​ຄື: "ຄວາມປອດໄພສໍາລັບຊາວປະມົງທີ່ທຸກຍາກ ແລະ ມີຄວາມຫຍຸ້ງຍາກ" ແລະ "ໂພຊະນາການສໍາລັບເດັກນ້ອຍທີ່ທຸກຍາກ ແລະ ພິການ" ໄດ້ຈັດຕັ້ງໂດຍສູນກາງສະມາຄົມເພື່ອຊ່ວຍເຫຼືອຊາວປະມົງທີ່ທຸກຍາກ ໃຫ້ອຸ່ນອ່ຽນໃຈອອກໄປນອກຊາຍຝັ່ງ, ຢູ່ກາງທະ​ເລ ແລະ ປັບປຸງສານອາຫານໃຫ້​ແກ່​ເດັກ​ທຸກ​ຍາກ, ພິການ, ຄ່ອຍໆປັບປຸງ​ຄຸນ​ນະພາ​ບຊີວິດ. ບັນດາຫົວໜ່ວຍສຸມໃສ່ລະດົມແຫຼ່ງກຳລັງເພື່ອພັດທະນາບັນດາໂຄງການຫາເງິນລ້ຽງຊີບ, ກໍ່ສ້າງເຮືອນຢູ່ເພື່ອການກຸສົນ, ໂຄງການ “ທະນາຄານງົວ” ເພື່ອຫັນປ່ຽນຮູບແບບການໜູນຊ່ວຍ ແລະ ພັດທະນາແບບຍືນຍົງເທື່ອລະກ້າວ. ບັນດາ​ແຂວງ​ຕ້ອງ​ຕັ້ງໜ້າ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ລະດົມ​ແຫຼ່ງກຳລັງ, ​ເພີ່ມ​ທະວີ​ການ​ສົມທົບ​ກັບ​ບັນດາ​ວິ​ສາ​ຫະກິດ ​ແລະ ຜູ້​ໃຈ​ບຸນ​ເພື່ອ​ປະຕິບັດ​ເຄື່ອນໄຫວ​ການຫາເງິນລ້າງຊີບໃນສັງຄົມ ຫຼື ນະໂຍບາຍສະຫວັດດິການສັງຄົມຢູ່​ທ້ອງ​ຖິ່ນ​ໃຫ້​ເປັນຢ່າງດີ...

ທ່ານ​ຮອງ​ປະ​ທານ​ຜູ້ປະຈຳການຄະນະກຳມະການປະຊາຊົນ​ແຂວງ ລ້າງເຊີນ ເຢື່ອງຊວນຫວຽນ ໄດ້​ຮັບ​ຮູ້ ແລະ ຊົມ​ເຊີຍ​ບັນ​ດາຜົນສຳເລັດທີ່ໄດ້ຮັບຂອງ​ກຸ່ມ​ແຂ່ງຂັນສະພາກາແດງບັນ​ດາເຂດພູດອຍຊາຍແດນພາກເໜືອ ໃນປີກາຍ ;ພ້ອມ​ກັນ​ນັ້ນ, ກໍ່ຫວັງ​ວ່າ ສະພາກາແດງ​ທຸກ​ຂັ້ນຈະ​ຕັ້ງໜ້າ​ເປັນເສນາທິການ​ໃຫ້​ຄະນະ​ພັກ, ອຳນາດການປົກຄອງ ໄດ້ຜັນຂະຫຍາຍບັນດາເຄື່ອນໄຫວມະນຸດສະທຳສັງຄົມ​ໂດຍ​ໄວ, ສຸມ​ໃສ່​ລະດົມ​ແຫຼ່ງຊັບພະຍາກອນ, ຊຸກຍູ້ການບໍລິຈາກເລືອດແບບສະໝັກໃຈ, ບໍລິຈາກອະໄວຍະວະ, ພາກສ່ວນຂອງຮ່າງກາຍຂອງມະນຸດ ແລະ ການປ້ອງກັນ ແລະ ຮັບມືກັບໄພພິບັດທໍາມະຊາດ.

ສະພາກາແດງບັນດາແຂວງ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ພະ​ແນ​ກ, ຂະແໜງການ, ໝູ່ຄະນະ, ຄະນະກຳມະການແນວໂຮມປະເທດຊາດ ແລະ ບັນດາ​ອົງການ​ສະມາຊິກ ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ສະພາກາແດງ ແລະ ບັນດາຂະແໜງການປຸກລະດົມຢ່າງ​ມີ​ປະສິດທິ​ຜົນ; ພ້ອມ​ກັນ​ນັ້ນ, ກໍ່ຊຸກຍູ້​ການເຄື່ອນໄຫວກ່ຽວກັບການ​ຕ່າງປະ​ເທດ​ມະນຸດສະທຳ ​ເພື່ອ​ດຶງ​ດູດ​ແຫຼ່ງກຳລັງ ​ແລະ ການ​ໜູນ​ຊ່ວຍ​ຂອງ​ປະຊາ​ຄົມ​ໂລກ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ມະນຸດສະທຳ​ຢູ່​ບັນດາ​ແຂວງ; ເປັນເສນາທິການ​ໃຫ້​ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ຢ່າງທັນການ ​ແລະ ​ເປັນ​ຈຸດ​ເຊື່ອໃຕໍ່ໃນ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ຊ່ວຍ​ເຫຼືອ​ສຸກ​ເສີນ ​ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ໃຫ້​ບັນດາ​ແຂວງ​ໃນ​ກຸ່ມ...

ທ່ານ​ປະທານ​ສະພາກາແດງແຂວງ ລ້າງ​ເຊີນ ນົງບິກທ້ວນ, ຫົວໜ້າກຸ່ມແຂ່ງຂັນບັນດາ​ແຂວງ​ເຂດ​ພູດ​ອຍ​ເຂດ​ຊາຍ​ແດນ​ພາກ​ເໜືອ​ປີ 2023 ​ໃຫ້​ຮູ້​ວ່າ ປີ 2023, ບັນດາ​ຫົວໜ່ວຍ​ໃນ​ກຸ່ມ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ໃຫ້​ປະຊາຊົນ​ກວ່າ 521.000 ເທື່ອຄົນ ດ້ວຍ​ມູນຄ່າເກືອບ 260 ຕື້ດົ່ງ; ​ໃນ​ນັ້ນ, ​ໂພົ້ນເດັ່ນກໍ່ຄືຂະບວນການ “ບຸນ​ເຕັດແຫ່ງຄວາມ​ເມດ​ຕາ” ປີ 2023 ​ໄດ້​ມອບ​ຂອງຂວັນ​ກວ່າ 242.000 ​ພູດ, ​ມີ​ມູນ​ຄ່າ​ກວ່າ 120 ຕື້​ດົ່ງ; ຂະບວນການໂຄສະນາ “ແຕ່ລະອົງການ ແລະ ບຸກຄົນຕິດພັນກັບ 1 ທີ່ຢູ່ມະນຸດສະທໍາ” ໄດ້ບັນທຶກ 1.468 ທີ່ຢູ່, ຊ່ວຍເຫຼືອປະຊາຊົນ 6.147 ຄົນ ດ້ວຍມູນຄ່າກວ່າ 22 ຕື້ດົ່ງ; ການເຄື່ອນໄຫວບໍລິຈາກເລືອດແບບສະໝັກໃຈ ໄດ້ຮັບເລືອດທັງໝົດ 46.000 ຖົງ...

ເຫດການ
302 Found

Found

The document has moved here.