ຫວຽດນາມໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ເພີ່ມຂຶ້ນ ແລະສະຖານະການດ້ານມະນຸດສະທຳ ຢູ່ໃນເຂດກາຊາ

06:30 | 03/10/2021

ຍ​ສ​ໝ - ກ່າວຄຳເຫັນທີ່ການປະຊຸມ ໃນວັນທີ 29 ກັນຍາ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (UNSC) ກ່ຽວກັບສະຖານະການຕາເວັນອອກກາງ, ຜູ້ຕາງໜ້າ ຫວຽດນາມ ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ນັບມື້ນັບເພີ່ມຂຶ້ນພ້ອມທັງສະພາບການມະນຸດສະທຳທີ່ບໍ່ດີ ຢູ່ ເຂດກາຊາ.

Operation Smile Vietnam ລະດົມກອງທຶນໄດ້ກວ່າ 2 ຕື້ດົ່ງເພື່ອຊື້ອຸປະກອນການແພດໜູນຊ່ວຍ ຫວຽດນາມຕ້ານການລະບາດຂອງພະຍາດໂຄວິດ -19 Operation Smile Vietnam ລະດົມກອງທຶນໄດ້ກວ່າ 2 ຕື້ດົ່ງເພື່ອຊື້ອຸປະກອນການແພດໜູນຊ່ວຍ ຫວຽດນາມຕ້ານການລະບາດຂອງພະຍາດໂຄວິດ -19
ການນຳພັກ, ລັດຫວຽດນາມສົ່ງສານອວຍພອນເນື່ອງໃນໂອກາດວັນຊາດຈີນ ການນຳພັກ, ລັດຫວຽດນາມສົ່ງສານອວຍພອນເນື່ອງໃນໂອກາດວັນຊາດຈີນ
ພາບປະກອບ
ພາບປະກອບ

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນຢ່າງສຸດຂີດ, ວາງອອກມາດຕະການປົກປ້ອງສາມັນຊົນ, ພິເສດແມ່ນແມ່ຍິງ ແລະ ເດັກຍິງ, ສ້າງເງື່ອນໄຂສະດວກແກ່ການສົນທະນາ ແລະ ເຈລະຈາ.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍສະແດງຄວາມວິຕົກກັງວົນຕໍ່ບັນດາການເຄື່ອນໄຫວຕັ້ງຖິ່ນຖານຂອງ ອິດສະຣາແອັນ ຢູ່ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ລະເມີດກົດໝາຍສາກົນ ແລະ ມະຕິສະບັບອື່ນໆທີ່ກ່ຽວຂ້ອງຂອງ ສປຊ, ເຮັດໃຫ້ແງ່ຫວັງວິທີການແກ້ໄຂຂອງສອງ ລັດ ຖືກອ່ອນແອລົງ.

ຫວຽດນາມກໍ່ໄດ້ຊົມເຊີຍການເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງລັດຖະບານອິດສະຣາແອນ ແລະ ອຳນາດການປົກຄອງປາແລັດສະຕິນ, ຜ່ານນັ້ນ ກໍ່ປະກອບສ່ວນສ້າງບັນຍາກາດແຫ່ງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍ ແລະ ຕອບສະໜອງບັນດາສິ່ງທ້າທາຍລວມໃນຫຼາຍຂົງເຂດ.

ຫວຽດນາມກໍ່ມີຄວາມວິຕົກກັງວົນຕໍ່ສະພາບການເສດຖະກິດສັງຄົມ ແລະ ມະນຸດສະທຳທີ່ນັບມື້ນັບຮ້າຍແຮງຢູ່ເຂດ ກາຊາ, ຮຽກຮ້ອງໃຫ້ອິດສະຣາແອັນຍົກເລີກການປິດລ້ອມໂດຍໄວ, ອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງດ້ານມະນຸດສະທຳ ແລະ ປັບປຸງຊີວິດການເປັນຢູ່ຂອງຊາວປາແລັດສະຕິນ.

ຫວຽດນາມ ປາດຖະໜາຢາກໃຫ້ບັນດານັກອຸປະຖໍາສາກົນເພີ່ມທະວີການຊ່ວຍເຫຼືອດ້ານມະນຸດສະທຳ, ໃນນັ້ນ ມີການຜ່ານອົງການກຸສົນ ແລະ ການກະທຳຂອງສະຫະປະຊາຊາດ (UNRWA), ແລະບັນດາຄວາມມານະພະຍາຍາມທີ່ກ່ຽວຂ້ອງຂອງສະຫະປະຊາຊາດ.

ໄຊພອນ

ເຫດການ
302 Found

Found

The document has moved here.