ຊຸກຍູ້ການພົວພັນສື່ມວນຊົນ ຫວຽດນາມ - ຝລັ່ງ

08:07 | 10/03/2022

ຍສໝ - ຫວ່າງແລ້ວນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ຝະລັ່ງ ດີງຕ່ວານຖັງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Fabien Gay, ຫົວໜ້າ​ບັນນາທິການ​ໃຫຍ່​ ໜັງສືພິມມະນຸດສະທຳ - l’Humanité, ທັງເປັນສະມາຊິກ​ສະພາ​ສູງ ​ແລະ ສະມາຊິກ​ສະພາທົ່ວປະເທດ​ພັກ​ກອມ​ມູນິດ ຝະລັ່ງ.

ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ຕ້ອນຮັບບຸນເຕັດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ຕ້ອນຮັບບຸນເຕັດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ”
ຝລັ່ງ ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ ຝລັ່ງ ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ດີງຕ່ວານຖັງ ​ໄດ້​ຫວນ​ຄືນ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ໜັງສືພິມ ມະນຸດສະທຳ - l’Humanité ​ແລະ ຫວຽດນາມ ​ໃນ​ຂອບ​ເຂດ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ລະຫວ່າງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ກອມ​ມູນິດ ຝະລັ່ງ ​ໃນ​ຫຼາຍ​ປີຜ່ານມາ.

ບັນດາ​ນັກ​ຂ່າວ ປະຈຳ​ຢູ່​ຫວຽດນາມ ​ເຊັ່ນ Charles Fourniau, Madeleine Riffaud, Alain Ruscio... ​ໄດ້​ສະໜອງ​ຂໍ້​ມູນ​ທີ່​ເປັນ​ປະ​ໂຫຍ​ດ​ໃຫ້​ປະຊາ​ຄົມ ຝະລັ່ງ ​ແລະ ສາກົນ​ ກ່ຽວ​ກັບ​ສະພາບ​ການ​ຫວຽດນາມ ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ໂຮມປະເທດຊາດເປັນເອກະພາບ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ ​ໃນ​ການ​ເພີ່ມ​ທະວີ ​ແລະ ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ສອງ​ພັກ ​ແລະ ຫວຽດນາມ - ຝລັ່ງ.

ຊຸກຍູ້ການພົວພັນສື່ມວນຊົນ ຫວຽດນາມ - ຝລັ່ງ
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ຝະລັ່ງ ດີງຕ່ວານຖັງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Fabien Gay

ບັນດານັກ​ຂ່າວ ​ເຊີນ​ເຍີນ ກໍ່​ໄດ້​ລາຍ​ງານ​ຢ່າງ​ທັນ​ການ ​ກ່ຽວ​ກັບ​ບັນດາ​ເຫດການ​ໃຫຍ່, ສະພາບ​ການ ​ແລະ ນະ​ໂຍບາຍ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ການ​ສ້າງສາ ​ແລະ ປ້ອງ​ກັນ​ປະ​ເທດ ​ແລະ ການ​ພົວພັນ ຫວຽດນາມ - ຝລັ່ງ.

ທ່ານ Fabien Gay ຢືນຢັນ​ວ່າ, ຄະນະນຳ​ຊຸດ​ໃໝ່​ຂອງ​ໜັງສືພິມ ມະນຸດສະທຳ - l’Humanité ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ລາຍ​ງານ​ສະພາບ​ການ​ຢູ່​ຫວຽດນາມ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ຝະລັ່ງ ກໍ່​ຄື​ການ​ພັດທະນາ​ການ​ພົວພັນ​ໃນ​ຫຼາຍຂົງເຂດ ​ລະ​ຫວ່າງ ຫວຽດ​ນາມ ແລະ ຝ​ຣັ່ງ.

ໜັງສືພິມ ມະນຸດສະທຳ - l’Humanité ຫວັງວ່າ ຝ່າຍຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງສະມາຄົມໜັງສືພິມມະນຸດສະທໍາປະຈຳປີ ແລະ ໜັງສືພິມ ຈະມີການພົວພັນ ແລະ ແລກປ່ຽນກັບບັນດາອົງການຂ່າວ, ສື່ມວນຊົນຫວຽດນາມ ໃນໄລຍະຈະມາເຖິງ.

ຫນັງສືພິມ l'Humanité ສ້າງຕັ້ງເມື່ອວັນທີ 18 ເດືອນເມສາ ປີ 1904. ​ໃນໄລຍະ​ເຄື່ອນ​ໄຫວ​ການປະຕິວັດ​ຢູ່​ຝລັ່ງ, ປະທານ ​ໂຮ່ຈີ​ມິນ ໄດ້ມີໄລຍະ​ເວລາ​ເຮັດວຽກ ​ແລະ ຂຽນ​ບົດ​ຂຽນ​ຫຼາຍ​ສະບັບ ​ລົງ​ພິມ​ໃນ​ໜັງສືພິມ l'Humanité.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.