VUFO, ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນບຸນປີໃໝ່ລາວ 2022

VUFO, ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນບຸນປີໃໝ່ລາວ 2022

ຍສໝ - ເມື່ອເນື່ອງໃນໂອກາດບຸນປີໃໝ່ລາວ 2022, ວັນທີ 4 ເມສາ, ຄະນະສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ໄປຢ້ຽມຢາມ ແລະອວຍພອນ ບຸນປີໃໝ່ລາວ ຢູ່ສະຖານທູດລາວ ປະຈໍາ ຮ່າໂນ້ຍ.

ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

ຍ​ສ​ໝ - ວັນ​ທີ 5 ເມ​ສາ, ຄະ​ນະ​ປະ​ຕິ​ບັດ​ງານ​ກຳ​ມາ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ​ລາວ ປະ​ຈຳ ຫວຽດ​ນາມ ໄປ​ມາ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ຮ່ອງ​ຮອຍ​ປະ​ວັດ​ສາດ​ແຫ່ງ​ຊາດ​ພິ​ເສດ​ເຂດ​ຮ່ອງ​ຮອຍ​ປະ​ຕິ​ວັດ ຫ​ວຽດ​ນາມ - ລາວ (ຕາແສງ ພຽງ​ຄ​ວ່າຍ, ເມືອງ​ອຽນ​ເຈົາ, ແຂວງ​ເຊີນ​ລາ).

ການນຳພັກ, ລັດ ລາວ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ

ການນຳພັກ, ລັດ ລາວ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ

ນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍ່ໃຫ້ບຸລິມະສິດສູງສຸດໃນການພັດທະນາການພົວພັນມິດຕະພາບ, ການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ, ພິເສດແມ່ນນະຄອນຫຼວງ ວຽງຈັນ.

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ

ດ້ວຍພາລະໜ້າທີ່ເປັນອົງການຕາງໜ້າ ຫວຽດນາມ ປະຈຳ ລາວ, ສະຖານທູດ ຫວຽດນາມ ປະຈຳ ລາວ ຈະປະຕິບັດບົດບາດເປັນຂົວຕໍ່ສຳຄັນໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວ, ລາວ ຫວຽດນາມ.

ການນຳແຂວງກາເມົ່າ ຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ສົງການທີ່ແຂວງຄຳມ່ວນ (ລາວ)

ການນຳແຂວງກາເມົ່າ ຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ສົງການທີ່ແຂວງຄຳມ່ວນ (ລາວ)

ຍ​ສ​ໝ - ວັນ​ທີ 3 ເມ​ສາ, ຄະ​ນະ​ຜູ້​ແທນ​ເຮັດ​ວຽກ​ຂອງ​ແຂວງ​ກາ​ເມົ່າ ນຳ​ໂດຍ​ທ່ານ ໂຮ່​ຈຸງ​ຫວຽດ​, ກຳ​ມະ​ການ​ຄະ​ນະ​ປະ​ຈຳ, ຫົວ​ໜ້າ​ຄະ​ນະໂຄ​ສະ​ນາ​ອົບ​ຮົມ​ແຂວງ​ກາ​ເມົ່າ ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ມາ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ສົງ​ການ​ແຂວງ​ຄຳ​ມ່ວນ, ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ (ສ​ປ​ປ) ລາວ.

ການນຳກະຊວງການຕ່າງປະເທດອວຍພອນບຸນສົງການປີ​ໃໝ່ຂອງຊົນຊາດລາວ

ການນຳກະຊວງການຕ່າງປະເທດອວຍພອນບຸນສົງການປີ​ໃໝ່ຂອງຊົນຊາດລາວ

ຍ​ສ​ໝ - ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ສົງ​ການ​ຂອງ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ 2022, ຕອນ​ບ່າຍ​ວັນ​ທີ 4 ເມ​ສາ​ນີ້ ທ່ານ ຫງວ໊ຽນ​ມິ່ງວູ໊ ຮອງ​ລັດ​ຖະ​ມົນ​ຕີ​, ຜູ້​ປະ​ຈຳ​ການ ກະ​ຊວງ​ການ​ຕ່າງ​ປະ​ເທດ ນຳ​ພາ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ການ​ຕ່າງ​ປະ​ເທດມາ​ອວຍ​ພອນ​ປີ​ໃໝ່​ສະ​ຖານ​ທູດລາວ​ປະ​ຈຳ​ຫວຽດ​ນາມ.

ເລຂາພັກນະຄອນຮ່າໂນ້ຍ ດິງຕ໊ຽນຢູງ ຢ້ຽມຢາມ ແລະເຮັດວຽກຢູ່ລາວ

ເລຂາພັກນະຄອນຮ່າໂນ້ຍ ດິງຕ໊ຽນຢູງ ຢ້ຽມຢາມ ແລະເຮັດວຽກຢູ່ລາວ

ໂດຍຕອບສະໜອງຄໍາເຊີນຂອງສະຫາຍ ອະນຸພາບ ຕຸນາລົມ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ລາວ), ສະຫາຍ ດິງຕ໊ຽນຢູງ, ກຳມະການກົມການເມືອງ, ເລຂາພັກນະຄອນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນຫຼວງຮ່າໂນ້ຍ ນຳໜ້າຄະນະຜູ້ແທນຂັ້ນສູງນະຄອນ ໄປຢ້ຽມຢາມ ແລະເຮັດວຽກຢູ່ວຽງຈັນ ໃນລະຫວ່າງວັນທີ 3-5 ເມສາ 2022.

ສ້າງຕັ້ງບັນດາສະມາຄົມວິສາຫະກິດຫວຽດນາມ ຢູ່ພາກກາງ ແລະພາກໃຕ້ຂອງລາວ

ສ້າງຕັ້ງບັນດາສະມາຄົມວິສາຫະກິດຫວຽດນາມ ຢູ່ພາກກາງ ແລະພາກໃຕ້ຂອງລາວ

ຍສໝ - ຕາມນັກຂ່າວສໍານັກຂ່າວສານຫວຽດນາມ ປະຈຳລາວ, ສອງສະມາຄົມວິສາ ຫະກິດ ຫວຽດນາມ ຢູ່ພາກກາງ ແລະພາກໃຕ້ຂອງລາວ ໄດ້ຮັບການສ້າງຕັ້ງ ແລະເລືອກຕັ້ງຄະນະບໍລິຫານງານສະມາຄົມ ຊຸດທີ 1 ອາຍຸການ 2022-2027 ດ້ວຍຖານະເປັນບັນດາອົງການສະມາຊິກຂອງສະມາຄົມ ວິສາຫະກິດຫວຽດນາມ ຮ່ວມມື ແລະລົງທຶນຢູ່ລາວ (BACI).

ເພີ່ມພູນຄູນສ້າງມິດຕະພາບຫວຽດນາມ-ລາວ

ເພີ່ມພູນຄູນສ້າງມິດຕະພາບຫວຽດນາມ-ລາວ

ຍ​ສ​ໝ - ໃນ​ປີ​ທີ່​ຜ່ານໆ​ມາ, ຄະ​ນະ​ພັກ​ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ​ແຂວງດ໊ຽນ​ບ່ຽນ ໄດ້​ຊີ້​ນຳ​​ບັນ​ດາກອງກຳ​ລັງຕ່າງໆເພີ່ມ​ທະ​ວີ​ການ​ປະ​ສານ​ສົບ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງ, ກອງກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ລາວ ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ໄດ້​ຮັບ​ຜົນ​ດີ​ໃນ​ບັນ​ດາ​ສົນ​ທິ​ສັນ​ຍາ, ອະ​ນຸ​ສັນ​ຍາ ແລະ ລະ​ບຽບ​ການ​ກ່ຽວ​ກັບ​ຊາຍ​ແດນ ແລະ ດ່ານ​ຊາຍ​ແດນ; ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ພິ​ເສດ, ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ຊາຍ​ແດນ​ຢ່າງ​ສັນ​ຕິ ແລະ ພັດ​ທະ​ນາ​ຂະ​ຫຍາຍ​ຕົວ...

ຂຸດຄົ້ນ ແລະ ທ້ອນໂຮມ 17 ອັ​ດ​ຖິ ​​ຂອງ​ທະຫານ​ອາສາ​ສະໝັກ​ຫວຽດນາມ ຢູ່​ລາວ

ຂຸດຄົ້ນ ແລະ ທ້ອນໂຮມ 17 ອັ​ດ​ຖິ ​​ຂອງ​ທະຫານ​ອາສາ​ສະໝັກ​ຫວຽດນາມ ຢູ່​ລາວ

ຍ​ສ​ໝ - ອັດ​ຖິຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ 17 ອັດຖິ ທີ່ເສຍຊີວິດຢູ່ແຂວງຄໍາມ່ວນ (ລາວ) ໄດ້ຖືກຂຸດ​ຄົ້ນ ແລະ ທ້ອນໂຮມໂດຍໜ່ວຍງານເລກ​ທີ 589 ຂອງກອງບັນຊາການທະຫານ ແຂວງກວາງບິ່ງ.

ຫວຽດ​ນາມ ຊ່ວຍ​ລາວ ສ້າງ ສະ​ຖາ​ນີ​ຖ່າຍ​ທອດ​ວິ​ທະ​ຍຸ - ໂທ​ລະ​ພາບ ແຂວງ ບໍ່​ແກ້ວ

ຫວຽດ​ນາມ ຊ່ວຍ​ລາວ ສ້າງ ສະ​ຖາ​ນີ​ຖ່າຍ​ທອດ​ວິ​ທະ​ຍຸ - ໂທ​ລະ​ພາບ ແຂວງ ບໍ່​ແກ້ວ

ຫວຽດນາມ ຫາກໍມີການມອບໂອນດ້ານວິຊາການ ໃຫ້ແກ່ ລາວກ່ຽວກັບ ໂຄງການກໍ່ສ້າງສະຖານີຖ່າຍທອດວິທະຍຸ - ໂທລະພາບ ແຂວງ ບໍ່ແກ້ວ.

ລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນ ກວ໋າງນາມ-ເຊກອງ

ລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນ ກວ໋າງນາມ-ເຊກອງ

ແຕ່ວັນທີ 21-25 ມີນາ, ກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ (ສສ ຫວຽດນາມ) ແລະກອງບັນຊາການທະຫານແຂວງເຊກອງ (ສປປ ລາວ) ໄດ້ລາດຕະເວນສອງຝ່າຍ ເພື່ອກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະຮັກສາຄວາມປອດໄພຕາມເສັ້ນຊາຍແດນຫວຽດນາມ-ລາວ.

ບັນດາວິສາຫະກິດ ຫວຽດນາມ - ລາວ ຊຸກຍູ້ບັນດາໂຄງການຮ່ວມມືລົງທຶນທີ່ມີລັກສະນະຍຸດທະສາດ

ບັນດາວິສາຫະກິດ ຫວຽດນາມ - ລາວ ຊຸກຍູ້ບັນດາໂຄງການຮ່ວມມືລົງທຶນທີ່ມີລັກສະນະຍຸດທະສາດ

ຍສໝ - ຫວ່າງແລ້ວ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ໄດ້​ດຳ​ເນີນ ກອງ​ປະຊຸມ​ວິ​ສາ​ຫະກິດ ຫວຽດນາມ - ລາວ ​ ​ເພື່ອ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ໂຄງການ​ລົງທຶນ​ຂະໜາດ​ໃຫຍ່​ຂອງ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ລາວ ​ແລະ ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ລົງທຶນ​ໃໝ່, ມີລັກສະນະຍຸດ​ທະ​ສາດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ

ຍ​ສ​ໝ - ວັນ​ທີ 22 ມີ​ນາ ທີ່​ແຂວງ​ໄຊ​ສົມ​ບູນ (ລາວ), ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ຫວຽດ​ນາມ-ລາວ ໄດ້​ປະ​ສານ​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລາວ-ຫວຽດ​ນາມ ຈັດ​ຕັ້ງ​ພິ​ທີ​ວາງ​ສີ​ລາ​ເລີກ​ການ​ກໍ່​ສ້າງ ແລະ ມອບ​ບາງ​ໂຄງ​ການ, ການ​ຊ່ວຍ​ເຫຼືອ​ທີ່ບໍ່​ຕ້ອງທົດ​ແທນ​ຄືນ​ຂອງ​ຫວຽດ​ນາມມອບ​ໃຫ້​ແກ່​ລາວ.

ໂທ​ລ​ະ​ເລກອ​ວຍ​ພອ​ນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ

ໂທ​ລ​ະ​ເລກອ​ວຍ​ພອ​ນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ

ຍ​ສ​ໝ - ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ສົ່ງ​ກະຕ່າ​ດອກ​ໄມ້​ອວຍພອນ​ເຖິງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ; ທ່ານ​ ຫວໍ​ວັນ​ເຖືອງ​ ຜູ້ ປະ​ຈຳ​ຄະ​ນະ​ເລ​ຂາ​ທິ​ການ ​ໄດ້​ສົ່ງ​ກະຕ່າ​ດອກ​ໄມ້​ອວຍພອນ​​ທ່ານ ບຸນ​ທອງ ຈິດ​ມະນີ ຜູ້ປະຈຳ​ການຄະນະ​ເລຂາທິການ, ຮອງ​ປະທານ​ປະ​ເທດ ລາວ.

ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ສັກວັກຊິນໃຫ້ນັກຮຽນໃນເກນອາຍຸແຕ່ 6-11 ປີ

ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ສັກວັກຊິນໃຫ້ນັກຮຽນໃນເກນອາຍຸແຕ່ 6-11 ປີ

ຕອນເຊ້ົາວັນທີ 17 ມີນາ, ຄະນະອຳນວຍການໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ໄດ້ສົບທົບກັບອົງການສາທາລະນະສຸກສັກວັກຊິນກັນພະຍາດໂຄວິດ-19 ໃຫ້ນັກຮຽນໃນເກນອາຍຸແຕ່ 6-11 ປີ.

ລາວ​ຈັດ​ຕັ້ງ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ປີ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບລະ​ຫວ່າງ​ຫວຽດ​ນາມ - ລາວ 2022

ລາວ​ຈັດ​ຕັ້ງ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ປີ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບລະ​ຫວ່າງ​ຫວຽດ​ນາມ - ລາວ 2022

ຍສໝ - ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ໂຄສະນາ​ເພື່ອ​ສະ​ເຫຼີ​ມສະຫຼອງ “ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ 2022” ສົມທົບ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ທີ່ແທດຈິງ ໃນຂອບເຂດທົ່ວປະເທດ.

ພິທີສູດໄຊຍະມຸງຄຸນ ຢູ່ລາວ ອາໄລຫານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດ ເພື່ອຊາດ ຢູ່ເກາະ ກາກມາ

ພິທີສູດໄຊຍະມຸງຄຸນ ຢູ່ລາວ ອາໄລຫານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດ ເພື່ອຊາດ ຢູ່ເກາະ ກາກມາ

ຍສໝ - ຕອນບ່າຍວັນທີ 14 ມີນາ, ທີ່ວັດເຟິດຕິ໊ກ ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີສູດໄຊຍະມຸງຄຸນອາໄລຫານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ, ພິເສດແມ່ນສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບ 64 ຄົນທີ່ເສຍສະຫຼະຊີວິດໃນການຕໍ່ສູ້ປົກປັກຮັກສາກາກມາ ປີ 1988.

ພິມ​ຈຳ​ໜ່າຍ​ປຶ້ມ​ພາ​ສາ​ລາວດ້ວຍ​ 61 ຫົວ ໄລ​ຍະ 2018 – 2021

ພິມ​ຈຳ​ໜ່າຍ​ປຶ້ມ​ພາ​ສາ​ລາວດ້ວຍ​ 61 ຫົວ ໄລ​ຍະ 2018 – 2021

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 9 ມີ​ນາ​ຢູ່​ຮ່າ​ໂນ້ຍ, ສຳ​ນັກ​ພິມ​ຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ ຊື້​ເທິດ ​ໄດ້​ສົມ​ທົບ​ກັບ​ປະ​ເທດ​ລາວ ຈັດ​ຕັ້ງ​ກອງ​ປະ​ຊຸມ “ຕີ​ລາ​ຄາ, ສະຫຼຸບ​ວຽກ​ງານ​ພິມ​ຈຳ​ໜ່າຍ​ປຶ້ມມອບ​ໃຫ້​ປະ​ເທດ​ລາວ​ນັບ​ແຕ່​ປີ 2018 - 2021”.

ສື່ມວນຊົນລາວໃຫ້ຂ່າວ ແລະ ບົດກ່ຽວກັບປີສາມັກຄີມິດຕະພາບລາວ - ຫວຽດນາມ, ຫວຽດນາມ - ລາວ 2022

ສື່ມວນຊົນລາວໃຫ້ຂ່າວ ແລະ ບົດກ່ຽວກັບປີສາມັກຄີມິດຕະພາບລາວ - ຫວຽດນາມ, ຫວຽດນາມ - ລາວ 2022

ໃນຊຸມມື້ມໍ່ໆມານີ້, ໜັງສືພິມໃຫຍ່ສະບັບຕ່າງໆຂອງລາວເຊັ່ນ ໜັງສືພິມປະຊາຊົນ, ປະເທດລາວ, ລາວພັດທະນາ ຫຼືສະຖານີໂທລະພາບ ແລະ ວິທະຍຸກະຈາຍສຽງແຫ່ງຊາດໄດ້ໃຫ້ຂ່າວ ແລະ ບົດຍ້ອງຍໍສັນລະເສີນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022.