ຊ່ວຍ​​ນັກ​ສຶກ​ສາ​​ຮັກ​ສາ ແລະ ພັດ​ທະ​ນາການ​ພົວ​ພັນ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ

16:43 | 21/07/2022

ຍ​ສ​ໝ - ນັ້ນ​ແມ່ນ​ຄຳ​ສະ​ເໜີ​ຂອງ​ຜູ້ຕາງໜ້າ​ສູນ​ກາງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ທີ່​ການ​ພົບ​ປະ​ກັບ​ການ​ນຳ​ຂອງ​ມະຫາວິທະຍາ​ໄລສ້າງ​ຄູ - ​ມະຫາວິທະຍາໄລໄທ​ງວຽນ.

ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ
60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ: ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ແລກ​ປ່ຽນ​​ໂທ​ລະ​ເລກອວຍພອນ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ: ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ແລກ​ປ່ຽນ​​ໂທ​ລະ​ເລກອວຍພອນ
ຊ່ວຍ​​ນັກ​ສຶກ​ສາ​​ຮັກ​ສາ ແລະ ພັດ​ທະ​ນາການ​ພົວ​ພັນ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ
​ໂດຍ​ທ່ານ ຄຳ​ອຸ້ຍ ​ແກ້ວ​ມະນີ, ກຳມະການ​​ຄະນະ​ປະຈຳ​ສູນ​ກາງ​ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ (ພາບ: ຫງວຽນ​ຕຸງ)

ວັນ​ທີ 18 ກໍລະກົດ​, ຄະນະ​ຜູ້​ແທນ​​ສູນ​ກາງ​ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ​ໂດຍ​ທ່ານ ຄຳ​ອຸ້ຍ ​ແກ້ວ​ມະນີ, ກຳມະການ​​ຄະນະ​ປະຈຳ​ສູນ​ກາງ​ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ, ທີ່​ປຶກສາ​ບໍລິສັດ​ໄຕ​ໂອ​ລາວ, ​​ປະທານ​ສະ​ມາ​ຄົມ​ຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ເປັນຫົວໜ້າ​ຄະນະ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ມະຫາວິທະຍາ​ໄລ​ສ້າງຄູ - ມະຫາວິທະຍາໄລ​ໄທ​ງວຽນ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ຄຳ​ອຸ້ຍ ​ແກ້ວ​ມະນີ ​ໃຫ້​ຮູ້​ວ່າ: ​ໃນ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາ, ມະຫາວິທະຍາ​ໄລ​ໄທ​ງວຽນ, ​ໃນ​ນັ້ນ​ມີ​ມະຫາວິທະຍາ​ໄລສ້າງ​ຄູ​ໄທຫງວຽນ ​ໄດ້​ກາຍ​ເປັນ​ບ່ອນ​ຝຶກ​ຝົນ​ຫຼໍ່​ຫຼອມ​ພະນັກງານ​ຫຼັກ​ແຫຼ່ງລາວຫຼາຍ​ຄົນ​. ບັນຫາ​ທີ່​ສູນ​ກາງ​ສະມາຄົມມິດຕະພາບ ລາວ-ຫວຽດນາມ ​ໃຫ້​ຄວາມ​ສົນ​ໃຈ​ແມ່ນ​ທຶນ​ການສຶກສາ​ໃຫ້​ນັກ​ສຶກສາ​ລາວ. ນີ້​ແມ່ນ​ແຫຼ່ງກຳລັງ​ໜູນ ​ແລະ ຊຸກຍູ້​ໃຫ້​ບັນດາ​ນັກ​ສຶກສາ​ລາວ ​ໄດ້​ມານະ​ພະຍາຍາມ​ຮ່ຳຮຽນ ​ແລະ ປະກອບສ່ວນ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ແບບ​ພິ​ເສດ​ ລາວ-ຫວຽດນາມ.

​ສູນ​ກາງສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດນາມ ຫວັງ​ວ່າ ມະຫາວິທະຍາ​ໄລ​ສ້າງຄູ ​ໄທ​ງວຽນ, ການ​ນຳ​ແຂວງ ແລະ ບັນ​ດາ ອົງການຈັດ​ຕັ້ງ, ຄະ​ນະ, ຂະ​ແໜງ​ການ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ, ຊ່ວຍ​ເຫຼືອ​ລາວ​ໃນ​ການ​ສຶກສາ, ບຳລຸງ​ສ້າງ​ນັກ​ສຶກສາ​ຕ່າງປະ​ເທດ​ຫຼາຍ​ຄົນ​ໃຫ້​ເຕີບ​ໂຕ, ​ກັບ​ຄືນ​ເມືອສ້າງສາປະເທດລາວ, ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ - ລາວ ສວຍສົດງົດງາມ ແລະ ຍືນ​ຍົງ​ຄົງ​ຕົວໄປຊົ່ວກາລະນານ.

​ໃນ​ຂອບ​ເຂດ​ການ​ເຮັດ​ວຽກ, ຄະນະ​ຜູ້​ແທນ​ສູນ​ກາງ​ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ນັກ​ສຶກສາ​ລາວ​ທີ່​ຮຽນ​ຢູ່​ມະຫາວິທະຍາ​ໄລ​ສ້າງຄູ - ມະ​ຫາ​ວິ​ທະ​ຍາ​ໄລ​ໄທຫ​ງວຽນ ​ແລະ ​ໄປ​ຢ້ຽມຢາມພື້ນ​ຖານ​ວັດ​ຖຸ​ອຸ​ປະ​ກອນຢູ່​ໂຮງຮຽນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.