ບັນດາໝາກຜົນພົ້ນເດັ່ນໃນການພົວພັນຫວຽດນາມ - ລາວ ໄລຍະ 2017-2022

16:48 | 22/07/2022

ຍສໝ - ເນື່ອງໃນໂອກາດຄົບຮອບ 60 ປີວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ -ລາວ (ວັນທີ 05ກັນຍາ 1962 – ວັນທີ 05 ກັນຍາ 2022) ແລະ 45 ປີວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977 – ວັນທີ 18 ກໍລະກົດ 2022), ພ້ອມກັນຫວນຄືນບັນດາຜົນງານໃນການຮ່ວມມືໃນບັນດາຂົງເຂດດ້ານການເມືອງ, ເສດຖະກິດ, ສັງຄົມ, ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃນ 05 ປີທີ່ຜ່ານມາ.

ການ​ຮ່ວມ​ມືກໍ່ສ້າງ​ພະ​ນັກ​ງານ​ສະ​ຫະ​ພັນ​ກໍາມະບານປະ​ກອບ​ສ່ວນ​ຮັດແໜ້ນ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ-ລາວ ການ​ຮ່ວມ​ມືກໍ່ສ້າງ​ພະ​ນັກ​ງານ​ສະ​ຫະ​ພັນ​ກໍາມະບານປະ​ກອບ​ສ່ວນ​ຮັດແໜ້ນ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ-ລາວ
ຜັນຂະຫຍາຍ​ແຜນການ​ຮ່ວມ​ມື​ດ້ານ​​ບຳລຸງ​ສ້າງ​ພະນັກງານ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ຈີນ ​ຢ່າງ​ມີ​ປະສິດທິ​ຜົນ ຜັນຂະຫຍາຍ​ແຜນການ​ຮ່ວມ​ມື​ດ້ານ​​ບຳລຸງ​ສ້າງ​ພະນັກງານ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ຈີນ ​ຢ່າງ​ມີ​ປະສິດທິ​ຜົນ

1. ສາຍພົວພັນດ້ານການເມືອງສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ນັບມືນັບເລິກເຊິ່ງກວ່າເກົ່າ, ມີບົດບາດຫຼັກແຫຼ່ງ, ກໍານົດທິດລວມໃນສາຍພົວພັນຂອງສອງປະເທດ

ສອງຝ່າຍລ້ວນແຕ່ໄດ້ຢືນຢັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ເປັນແບບຢ່າງ, ຊື່ສັດບໍລິສຸດ, ບໍລິສຸດຜຸດຜ່ອງທີ່ຫາຍາກ, ເປັນກົດເກນໃນການພັດທະນາ, ເປັນປັດໄຈຕັດສິນໄຊຊະນະຂອງການປະຕິວັດຢູ່ແຕ່ລະປະເທດ, ເປັນຊັບສົມບັດອັນລໍ້າຄ່າຂອງສອງພັກ, ສອງຊາດ, ຕ້ອງໄດ້ຮັກສາ, ປົກປ້ອງ, ເພີ່ມພູນຄູນສ້າງ ແລະ ສົ່ງຕໍ່ໃຫ້ບັນດາຄົນຮຸ່ນຫຼັງໃນວັນຂ້າງຫນ້າ.

ສອງຝ່າຍໄດ້ເສີມຂະຫຍາຍບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ, ພ້ອມກັນນັ້ນ ກໍຜັນຂະຫຍາຍບັນດາກົນໄກການຮ່ວມມືໃຫມ່, ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດ, ແລກປ່ຽນຄະນະຂັ້ນສູງ ແລະ ບັນດາຂັ້ນຕ່າງໆໂດຍຫຼາຍຮູບແບບຢ່າງເປັນປະຈໍາ. ຄຽງຄູ່ນັ້ນ, ກໍມີການຢ້ຽມຢາມຂອງສະຫາຍ ກໍາມະການກົມການເມືອງ, ເລຂາທິການສູນກາງພັກຂອງຂອງສອງຝ່າຍ...

ບັນດາໝາກຜົນພົ້ນເດັ່ນໃນການພົວພັນຫວຽດນາມ - ລາວ ໄລຍະ 2017-2022
ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ - ລາວ ຢູ່ ຮ່າໂນ້ຍ ໃນວັນທີ 18 ກໍລະກົດ. ພາບ: ຕູ່ງຫງວຽນ

ລົງນາມເອກະສານການຮ່ວມມືສໍາຄັນລະຫວ່າງສອງພັກ, ສອງລັດ, ສ້າງແລວທາງດ້ານນິຕິກໍາທີ່ສະດວກເພື່ອຊຸກຍູ້ສາຍພົວພັນການຮ່ວມມື; ສຸມໃສ່ຜັນຂະຫຍາຍປະຕິບັດເປັນຢ່າງດີບັນດາສັນຍາ ແລະ ຖະແຫຼງການລວມທີ່ໄດ້ລົງນາມລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ, ປະກອບສ່ວນແກ້ໄຂຢ່າງທັນການບັນດາຂໍ້ຫຍຸ້ງຍາກ, ຄົງຄ້າງໃນການປະຕິບັດສັນຍາ.

ເຖິງວ່າໃນສະພາບການພະຍາດ ໂຄວິດ-19 ກໍາລັງແຜ່ລະບາດຢ່າງຮ້າຍແຮງ, ແຕ່ສອງຝ່າຍກໍໄດ້ປະສານສົມທົບຈັດຕັ້ງສໍາເລັດຜົນກອງປະຊຸມຜູ້ແທນທົ່ວປະເທດຂອງແຕ່ລະພັກ ແລະ ເລືອກຕັ້ງສະພາແຫ່ງຊາດຢູ່ແຕ່ລະປະເທດ; ຮັກສາບັນດາການຢ້ຽມຢາມ, ໂອ້ລົມສົນທະນາທາງໂທລະສັບ ແລະ ພົບປະຂັ້ນສູງໂດຍຫຼາຍຮູບແບບຢ່າງມີໄຫວພິບ. ພິເສດສອງປະເທດໄດ້ປະສານສົມທົບກັບກໍາປູເຈຍຈັດຕັ້ງການພົບປະລະຫວ່າງສາມສະຫາຍ ເຊິ່ງເປັນຜູ້ນໍາສາມພັກຫວຽດ-ລາວ-ກໍາປູເຈຍ (ກັນຍາ2021) ຢ່າງສໍາເລັດຜົນ, ນີ້ເປັນການພົບປະຄັ້ງປະຫວັດສາດ ແລະ ມີຄວາມໝາຍທີ່ສໍາຄັນສຳລັບສາຍພົວພັນສາມພັກ, ສາມປະເທດນັບແຕ່ປີ 1990 ຈົນຮອດປະຈຸບັນ.

ບັນດາຄະນະຂອງພັກ, ກະຊວງ, ຂະແໜງການຂອງລັດຖະບານ, ບັນດາອົງການຂອງສະພາແຫ່ງຊາດ,ແນວໂຮມ, ອົງຄະນະ ແລະ ອໍານາດການປົກຄອງສອງປະເທດລ້ວນແຕ່ໄດ້ເຊັນ ແລະ ຜັນຂະຫຍາຍບັນດາສັນຍາ, ລາຍການຮ່ວມມືສອງຝ່າຍຢ່າງຕັ້ງຫນ້າ ແລະ ມີການຢ້ຽມຢາມເຊິ່ງກັນແລະກັນຢ່າງເປັນປະຈໍາ, ແບ່ງປັນບົດຮຽນ ແລະ ວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ບໍລິຫານລັດ, ພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງກັບສາກົນກໍ່ຄືບັນດາຂົງເຂດວິຊາສະເພາະທີ່ສອງຝ່າຍມີຄວາມສົນໃຈ.

ພິເສດກ່ຽວຂ້ອງກັບບັນດາບັນຫາທິດສະດີ, ຕົວຈິງ ແລະ ແບ່ງປັນບົດຮຽນໃນພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດ, ແຕ່ 2017 ຮອດປະຈຸບັນ, ສອງຝ່າຍໄດ້ປະສານສົມທົບຈັດຕັ້ງ 05 ບັ້ນການສໍາມະນາກັບຫົວຂໍ້: ເຊື່ອມໂຍງສາກົນ: ບົດຮຽນຂອງຫວຽດນາມ, ບົດຮຽນຂອງລາວ;ການພັດທະນາຢ່າງວ່ອງໄວ, ໝັ້ນຄົງ, ວຽກງານແນວຄິດໃນເງື່ອນໄຂປະຈຸບັນ: ສະພາບການຕົວຈິງ, ບັນຫາທີ່ວາງອອກ ແລະ ວິທີການແກ້ໄຂ, ວຽກງານກໍ່ສ້າງພັກ ແລະ ລະບົບການເມືອງໃນສະພາບການໃຫມ່; ບັນດາບັນຫາທິດສະດີ-ຕົວຈິງໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ XIII ພັກກອມມູນິດຫວຽດນາມ ແລະ ກອງປະຊຸມໃຫຍ່ຄັ້ງທີ XI ພັກປະຊາຊົນປະຕິວັດລາວ.

ໃນ 5 ປີທີ່ຜ່ານມາ, ສອງຝ່າຍໄດ້ປະສານສົມທົບຈັດຈັ້ງຫຼາຍເຫດການສໍາຄັນ, ປະສານສົມທົບໂຄສະນາຢ່າງເລິກເຊິ່ງ ແລະ ກ້ວາງຂວາງ, ປະຕິບັດສໍາເລັດຫຼາຍກິດຈະການ, ໂຄງການທີມີຄວາມໝາຍແທດຈິງຢັ້ງຢືນການພົວພັນກ່ຽວກັບສາຍພົວພັນພິເສດຫວຽດ-ລາວ: ປະຕິບັດສໍາເລັດກິດຈະກຳຫໍສະພາແຫ່ງຊາດລາວຫຼັງໃຫມ່, ອະນຸສາວະລີຄວາມສາມັກຄີສໍາພັນສູ້ຮົບລາວ-ຫວຽດ ຢູ່ແຂວງໄຊສົມບູນ,ເປີດສະຫຼອງອານຸສອນສະຖານປະຫວັດສາດ ປະທານ ໄກສອນ ພົມວິຫານ ຢູ່ເຂດອານຸສອນສະຖານລາວໂຄ ແຂວງເຊິນລາ; ໂຄງການບັນນາທິການ ແລະ ແປປຶ້ມ ແບບສະບັບຂອງມາກ, ອັງແກນ, ເລນິນ ແລະ ໂຮ່ຈິ້ມີນຄົບຊຸດມາເປັນພາສາລາວ ແລະ ຮູບເງົາເອກະສານ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ມອບບັນດາຫຼຽນໄຊ, ຫຼຽນກາໃຫ້ບັນດາອົງຄະນະ ແລະ ບຸກຄົນມີຜົນງານດີເດັ່ນໃນການປະກອບສ່ວນຊຸກຍູ້ ແລະ ເພີ່ມທະວີສາຍພົວພັນພິເສດຫວຽດນາມ-ລາວ.

ໃນສະພາບການພະຍາດ Covid-19, ພັກ ແລະ ລັດຖະບານຫວຽດນາມໄດ້ສະໜັບສະໜູນພັກ ແລະ ລັດຖະບານລາວຮັບມືກັບພະຍາດ Covid-19 ສອງຄັ້ງ ກັບຈໍານວນເງິນສົດ 2,65 ລ້ານ ໂດລາສະຫະລັດພ້ອມກັບອຸປະກອນການແພດມູນຄ່າ 2 ລ້ານກວ່າ ໂດລາສະຫະລັດ, ມອບວັກຊີນ 1 ລ້ານໂດສ ໃຫ້ເພື່ອນລາວ, ສົ່ງຊ່ຽວຊານການແພດ ແລະ ທະຫານການແພດ ມາຊ່ວຍເຫຼືອຕ້ານພະຍາດ ແລະ ໄດ້ຮັບການຕີລາຄາສູງຈາກປະເທດເພື່ອນ. ພັກ, ລັດຖະບານລາວພ້ອມດ້ວຍວິສາຫະກິດຕ່າງໆຂອງລາວກໍ່ໄດ້ສະໜັບສະໜູນຫວຽດນາມ 1,7 ລ້ານ ໂດລາສະຫະລັດ (ໃນນັ້ນວິສາຫະກິດແມ່ນ 1,4 ລ້ານ ໂດລາສະຫະລັດ). ສອງຝ່າຍໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ, ຊ່ວຍເຫຼືອ, ອໍານວຍຄວາມສະດວກໃຫ້ແກ່ປະຊາຊົນສອງປະເທດ, ນັກສຶກສາຕ່າງປະເທດເຂົ້າ-ອອກເມືອງ, ກັກໂຕ, ດໍາລົງຊີວິດ ແລະ ສຶກສາຮໍ່າຮຽນຕາມປົກກະຕິ.

ກ່ຽວກັບການພົວພັນຕ່າງປະເທດ: ສອງຝ່າຍໄດ້ສ້າງຕັ້ງ ແລະ ຜັນຂະຫຍາຍປະຕິບັດບັນດາກົນໄກປຶກສາ ແລະ ຟັງຄວາມຄິດເຫັນປະຈໍາປີ ຂັ້ນຫົວຫນ້າຄະນະພົວພັນຕ່າງປະເທດ ແລະ ລັດຖະມົນຕີກະຊວງການຕ່າງປະເທດຢ່າງມີປະສິທິຜົນ, ເພີ່ມທະວີແລກປ່ຽນຂໍ້ມູນກ່ຽວກັບສະພາບການຂອງໂລກ, ພາກພື້ນ ທີ່ສອງຝ່າຍມີຄວາມສົນໃຈ, ຮ່ວມມືກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນບັນດາກິດຈະກໍາຢູ່ເວທີປາໄສຫຼາຍຝ່າຍ, ຄື ອົງການສະຫະປະຊາຊາດ, ASEAN, ເວທີຮ່ວມມືອາຊີ-ເອີຣົບ (ASEM), ເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ (CLV), ການຮ່ວມມື ກໍາປູເຈຍ-ມຽນມາ-ລາວ-ຫວຽດນາມ (CLMV), ຈັດຕັ້ງຍຸດທະສາດການຮ່ວມມືເສດຖະກິດ Ayeyarwady-Chao Phraya-Mekong (ACMECS) ແລະ ບັນດາກົນໄກຮ່ວມມືເຂດແມ່ນໍ້າຂອງປະກອບສ່ວນຍົກສູງຄວາມເຊື່ອຖື ແລະ ຖານະບົດບາດແຕ່ລະປະເທດ.

2. ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສືບຕໍ່ເປັນເສົາຄໍ້າໃນສາຍພົວພັນລະຫວ່າງສອງປະເທດ

ສອງຝ່າຍໄດ້ປະສານສົມທົບຢ່າງແໜ້ນແຟ້ນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນເພື່ອຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມສະງົບ ແລະ ຄວາມເປັນລະບຽບ, ປອດໄພໃຫ້ສັງຄົມຢູ່ແຕ່ລະປະເທດ; ປະຕິບັດອະນຸສັນຍາການຮ່ວມມື 05 ປີ ແລະ ແຜນການຮ່ວມມືລະຫວ່າງກະຊວງປ້ອງກັນຊາດ ແລະ ກະຊວງປ້ອງກັນຄວາມສະງົບສອງປະເທດ ໃຫ້ເປັນຢ່າງດີ.

ສອງຝ່າຍໄດ້ປະຕິບັດສໍາເລັດໂຄງການເພີ່ມຄວາມໜາ ແລະ ສ້ອມແປງລະບົບຫຼັກໝາຍຊາຍແດນຫວຽດນາມ-ລາວ, ເຊັນເອກະສານດ້ານນິຕິກໍາອະນຸສັນຍາວ່າດ້ວຍຊາຍແດນ ແລະ ຫຼັກໝາຍຊາຍແດນຫວຽດ-ລາວ ສັນຍາວ່າດ້ວຍຂໍ້ກໍານົດການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກ ຫວຽດນາມ-ລາວ”;

ຍົກລະດັບດ່ານຊາຍແດນຫຼັກຈຳນວນໜຶ່ງຂຶ້ນເປັນດ່ານສາກົນ; ຮັກສາກົນໄກກອງປະຊຸມປະຈໍາປີລະຫວ່າງຫົວຫນ້າຄະນະຜູ້ແທນຊາຍແດນຫວຽດນາມ-ລາວ, ປະຕິບັດສໍາເລັດຂໍ້ຕົກລົງຂັ້ນສູງວ່າດ້ວຍການແກ້ໄຂບັນຫາຄົນອົບພະຍົບເສລີ ແລະ ແຕ່ງງານໂດຍບໍ່ໄດ້ຈົດທະບຽນສົມລົດໃນເຂດຊາຍແດນລະຫວ່າງສອງປະເທດ ໂດຍພື້ນຖານ. ສອງຝ່າຍຮັກສາແລກປ່ຽນຂໍ້ມູນ, ຈັດຕັ້ງການພົບປະມິດຕະພາບປ້ອງກັນຊາດ, ປະສານສົມທົບກັນໃນການລາດຕະເວນກວດການລວມ, ຊອກຫາ ແລະ ກູ້ຊີບກຸ້; ປ້ອງກັນ ແລະ ຕ້ານອາດຊະຍາກຳ...

3. ການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສາທາລະນະສຸກ ແລະ ວິທະຍາສາດ - ເຕັກນິກໄດ້ມີການປ່ຽນແປງຢ່າງຕັ້ງຫນ້າ.

ຫວຽດນາມ ແລະ ລາວໄດ້ຜັນຂະຫຍາຍບັນດາສັນຍາລະຫວ່າງສອງລັດຖະບານຢ່າງຕັ້ງຫນ້າ:ສັນຍາວ່າດ້ວຍຍຸດທະສາດການຮ່ວມມືສາກົນ, ວັດທະນະທໍາ, ການສຶກສາ, ວິທະຍາສາດ-ເຕັກນີກຫວຽດນາມ-ລາວ, ເພີ່ມທະວີວຽກງານການແນະນໍາ, ກວດກາ, ຊຸກຍູ້, ແກ້ໄຂຂໍ້ຫຍຸ້ງຍາກ, ຄົງຄ້າງຢ່າງເປັນເຈົ້າການ, ສືບຕໍ່ເຊັນບັນດາເອກະສານການຮ່ວມມື, ສ້າງແລວທາງນິຕິກໍາຢ່າງຄົບຊູຸດ ເພື່ອຊຸກຍູ້ການຮວມມືລະຫວ່າງສອງປະເທດ.

ດ້ານເສດຖະກິດ, ຮອດປະຈຸບັນ ຫວຽດນາມມີ 214 ໂຄງານທີ່ລົງທຶນເຂົ້າ ສປປ ລາວ ທີ່ຍັງມີຜົນສັກສິດ ກັບລວມມູນຄ່າທຶນໄດ້ລົງທະບຽນທັງຫມົດປະມານ 5,33 ລ້ານ ໂດລາສະຫະລັດ, ຢຶນອັນດັບ 3 ໃນບັນດາປະເທດທີ່ລົງທຶນຢູ່ລາວ (ຖັດຈາກ ຈີນ ແລະ ໄທ). ປະຕິບັດສໍາເລັດໂຄງການກິດຈະກຳຫໍສະພາແຫ່ງຊາດຫຼັງໃຫມ່ຂອງລາວ, ນີ້ເປັນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ, ເປັນສັນຍະລັກໃຫ້ສາຍພົວພັນພິເສດຫວຽດນາມ-ລາວ. ປະຕິບັດສໍາເລັດ ແລະ ເປີດນໍາໃຊ້ໂຮງໝໍມິດຕະພາບຢູ່ແຂວງຫົວພັນ ແລະ ແຂວງຊຽງຂວາງ ຂອງລາວ.

ສອງຝ່າຍສືບຕໍ່ຊຸກຍູ້, ເຈລະຈາ ແລະ ເຊັນສັນຍາການຄ້າສອງຝ່າຍໃຫມ່, ສັນຍາການຄ້າຊາຍແດນ, ສານປັບປຸງສັນຍາສິນຄ້າຜ່ານແດນຫວຽດນາມ-ລາວ, ແຜນພັດທະນາການຄ້າຊາຍແດນ ຫວຽນາມ-ລາວ...; ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍບັນດາເອກະສານທີ່ໄດ້ລົງນາມ ແລະ ກົນໄກ “ໜຶ່ງປະຕູ, ຢຸດເທື່ອດຽວ” ຢູ່ຄູ່ດ່ານສາກົນລາວບາວ-ແດນສະຫວັນ..

ວົງເງິນການຄ້າຫວຽດນາມ-ລາວ ໄລຍະ 2016-2020 ໄດ້ມີບາດກ້າວພັດທະນາພໍສົມຄວນ, ສະເລ່ຍເພີ່ມຂຶ້ນ 4%/ປີ. ວົງເງິນການຄ້າປີ2021 ບັນລຸໄດ້ 1,37 ຕື້ກວ່າ ໂດລາສະຫະລັດ (ເພີ່ມຂຶ້ນປະມານ 33,3% ທຽບໃສ່ປີ 2020). ສອງປະເທດກໍາລັງພະຍາຍາມເພີ່ມວົງເງິນການຄ້າແຕ່ລະປີ 10% ໃນໄລຍະ 2021-2025.

ສອງຝ່າຍຜັນຂະຫຍາຍສັນຍາຮ່ວມມື ແລະ ລົງທຶນພັດທະນາກຸ່ມທ່າກໍາປັ່ນ 1,2,3 ຢູ່ທ່າກໍາປັ່ນຫວູງອ້າງ, ປະຕິບັດສໍາເລັດໂຄງການກໍ່ສ້າງສະໜາມບິນໜອງຄ້າງ ຢູ່ແຂວງຫົວພັນ, ເຊັນສັນຍາວ່າດ້ວຍການກໍ່ສ້າງ ແລະ ນໍາໃຊ້ເສັ້ນທາງລົດໄຟຫວູງອ້າງ-ວຽງຈັນ, ປະສານສົມທົບສະເໜີໃຫ້ຍີ່ປຸ່ນພິຈາລະນາຜັນຂະຫຍາຍໂຄງການເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ.

ດ້ານສາທາລະນະສຸກ, ວຽກງານກວດ, ປິ່ນປົວພະຍາດໃຫ້ພະນັກງານ ແລະ ປະຊາຊົນລາວຢູ່ຫວຽດນາມ,ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຮ່ວມກັນ ແລະ ວຽກງານສົມທົບກວດ, ປິ່ນປົວພະຍາດທາງໄກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້, ຫວຽດນາມລ້ວນແຕ່ອໍານວຍຄວາມສະດວກໃຫ້ແກ່ລາວບໍາລຸງສ້າງພະພັກງານການແພດ, ຮ່ວມມືກັນຢ່າງແໜ້ນແຟ້ນໃນວຽກງານສະກັດກັ້ນ, ຕ້ານພະຍາດໂຄວິດ19.

4. ຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ພັດທະນາຊັບພະຍາກອນມະນຸດ

ສອງຜ່າຍໄດ້ຜັນຂະຫຍາຍຢ່າງຕັ້ງຫນ້າ ແລະ ບັນລຸໄດ້ຫຼາຍຜົນງານໃນແຜນຍົກສູງຄູນນະພາບ ແລະ ປະສິດທິຜົນການຮ່ວມມືຫວຽດນາມ-ລາວໃນຂອບເຂດການສຶກສາ ແລະ ຊັບພະຍາກອນມະນຸດໄລຍະ 2011-2020.

ຫວຽດນາມຍົກສູງວຽກງານບໍລິຫານ, ຮັບເອົາ, ບໍາລູງສ້າງນັກສຶກສາລາວ,ດັດປັບຄ່າຮຽນ, ຄ່າໃຊ້ຈ່າຍ, ອໍານວຍຄວາມສະດວກໃຫ້ແກ່ວຽກງານລບໍາລູງສ້າງນັບມືນັບມີປະສິດທິຜົນ.

ສອງຝ່າຍໄດ້ຍູ້ແຮງຂະບວນການຮຽນພາສາຫວຽດຢູ່ບັນດາພື້ນຖານບໍາລຸງສ້າງ ແລະ ບັນດາອົງການຂອງລາວ, ປະຕິບັດສໍາເລັດການຮຽບຮຽງ ແລະ ມອບຮັບຫຼັກສູດພາສາຫວຽດ (ປະຕິບັດການທົດລອງ) ແຕ່ ປໍ1 ຫາ ມໍ7 ເພື່ອສອນຢູ່ບັນດາໂຮງຮຽນທີ່ມີຄວາມຕ້ອງການ ແລະ ມີເງື່ອນໄຂຄົບ ຢູ່ລາວ.

ຮຽບຮຽງປຶ້ມແບບຮຽນພາສາຫວຽດໃຫ້ນັກຮຽນລາວ, ທົດລອງການສອນສອງພາສາຫວຽດ-ລາວໃນໂຮງຮຽນສອງພາສາຫງວຽນຢູ, ສ້າງວັດຈະນານຸກົມຫວຽດ-ລາວ. ສອງຝ່າຍໄດ້ຊຸກຍູ້ຜັນຂະຫຍາຍບັນດາໂຄງການສ້ອມແປງ, ຍົກລະດັບ, ກໍ່ສ້າງໂຮງຮຽນໃໝ່ຢູ່ລາວ.

ທ້າຍປີ 2020 ສອງຝ່າຍໄດ້ເຊັນແຜນຮ່າງຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມືຫວຽດນາມ-ລາວໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດໄລຍະ 2021-2030,ຕາມນັ້ນແລ້ວ ແຕ່ລະປີຫວຽດນາມໄດ້ມອບທຶນການສຶກສາ ແລະ ບໍາລູງສ້າງໃຫ້ລາວ ຈຳນວນ 1.000 ທຶນ ແລະ ລາວໄດ້ມອບທຶນການສຶກສາໃຫ້ຫວຽດນາມ 60 ທຶນ.

ບັນດາຜົນງານດັ່ງກ່າວເປັນຫຼັກຖານພະຍານທີ່ຈະແຈ້ງທີ່ສຸດຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຊື່ສັດບໍລິສຸດ, ເປັນແບບຢ່າງຂອງຫວຽດນາມ-ລາວ. ສືບຕໍ່ມູນເຊື້ອອົງອາດກ້າຫານໃນການຕໍ່ສູ້ຂັບໄລ່ພວກລ່າເມືອງຂຶ້ນ ແລະ ຈັກກະພັດ, ພັກ, ລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວລ້ວນແຕ່ມີສະຕິປັບປຸງ, ເພີ່ມພູນຄູນສ້າງ ແລະ ພັດທະນາໄມຕິຈິດມິດຕະພາບນີ້ໃຫ້ຫຼາຍກວ່າເກົ່າຢ່າງເປັນປະຈໍາ, ເປັນຈຸດພົ້ນເດັ່ນໃນສາຍພົວພັນບ້ານໃກ້ເຮືອນຄຽງຂອງພາກພື້ນ ແລະ ທົ່ວໂລກ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.