ໄຂງານວາງສະແດງກ່ຽວກັບການພົວພັນ ລາວ - ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ

19:00 | 21/07/2022

ງານວາງະແດງຄັ້ງນີ້ ຢາກແນະນຳ ບັນດາພາບຖ່າຍກ່ຽວກັບສາຍພົວພັນ ລາວ - ຫວຽດນາມ ໃນຕະຫຼອດໄລຍະປະຫວັດສາດ ນັບແຕ່ເມື່ອພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃຫ້ແກ່ຜູ້ຊົມ ລາວ, ຫວຽດນາມ ແລະ ເພື່ອນມິດສາກົນ.

ສະມາຄົມວິສາຫະກິດຫວຽດນາມ ຢູ່ ນະຄອນຫລວງ ວຽງຈັນ: ປ່ຽນໃຫມ່ - ສາມັກຄີ - ຮ່ວມມື ແລະ ພັດທະນາ. ສະມາຄົມວິສາຫະກິດຫວຽດນາມ ຢູ່ ນະຄອນຫລວງ ວຽງຈັນ: ປ່ຽນໃຫມ່ - ສາມັກຄີ - ຮ່ວມມື ແລະ ພັດທະນາ.
ເພິ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ວຽງຈັນ ເພິ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ວຽງຈັນ
ໄຂງານວາງສະແດງກ່ຽວກັບການພົວພັນ ລາວ - ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ
ຜູ້ແທນເຂົ້າຮ່ວມງານວາງສະແດງພາບຖ່າຍກ່ຽວກັບການພົວພັນຮ່ວມມື ລາວ - ຫວຽດນາມ (ພາບ: VOV)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 17 – 19 ກໍລະກົດ 2022, ຕອນບ່າຍວັນທີ 17 ກໍລະກົດ, ທ່ານ ຫວໍວັນເຖື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານ ສົມໄຊ ສີພັນດອນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ລາວ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງພາບຖ່າຍກ່ຽວກັບການພົວພັນຮ່ວມມື ລາວ - ຫວຽດນາມ ຜ່ານແຕ່ລະໄລຍະ.

ກ່າວຄຳເຫັນທີ່ພິທີ, ທ່ານຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ທອງສາລິດ ມັງໜໍ່ເມກ ໃຫ້ຮູ້ວ່າ, ງານວາງະແດງຄັ້ງນີ້ ຢາກແນະນຳ ບັນດາພາບຖ່າຍກ່ຽວກັບສາຍພົວພັນ ລາວ - ຫວຽດນາມ ໃນຕະຫຼອດໄລຍະປະຫວັດສາດ ນັບແຕ່ເມື່ອພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃຫ້ແກ່ຜູ້ຊົມ ລາວ, ຫວຽດນາມ ແລະ ເພື່ອນມິດສາກົນ, ຕໍ່ຈາກນັ້ນແມ່ນວິວັດການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ນັ້ນແມ່ນຊັບສົມບັດອັນລ້ຳຄ່າ, ມີໜຶ່ງບໍ່ມີສອງ. ນ້ຳໃຈນັ້ນໄດ້ພິສຸດໃຫ້ເຫັນຜ່ານໄລຍະປະຫວັດສາດຂອງ 2 ຊາດ, ເຊິ່ງປະຊາຊົນ 2 ປະເທດໄດ້ເພີ່ມພູນຄຸນສ້າງຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ.

ງານວາງສະແດງໄດ້ແນະນຳພາບຖ່າຍ, ວັດຖຸບັນ, ປື້ມ, ເອກະສານປະມານ 400 ຢ່າງໃນ 3 ໄລຍະການຮ່ວມມື ຫວຽດນາມ - ລາວ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.