ການ​ພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ໃນ​ປະຫວັດສາດ​ໂລກ

14:04 | 18/07/2022

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູຈ້ອງ ​ເນັ້ນ​ໜັກ​ວ່າ ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງສົມ​ກຽດ​ຈ​າກການ​ນຳ​ປະ​ຕິ​ວັດ​ຂອງ​ຫວຽດ​ນາມ ແລະ ລາວ; ​ໄດ້​ຮັບ​ການ​ກໍ່ສ້າງ, ຮັກສາ ​ແລະ ບຳລຸງ​ສ້າງ​ດ້ວຍ​ເຫື່ອ​ແຮງ, ຄວາມ​ມານະ​ພະຍາຍາມ ​ແລະ ​ເລືອດ​ເນື້ອ​ຂອງ​ບັນດາ​ນັກຮົບ ​ແລະ ປະຊາຊົນ​ສອງ​ປະ​ເທດ...

ນັກ​ຊ່ຽວ​ຊານ​ລັດ​ເຊຍ ຕີ​ລາ​ຄາ​ສູງ​ຕໍ່ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ດ້​ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ນັກ​ຊ່ຽວ​ຊານ​ລັດ​ເຊຍ ຕີ​ລາ​ຄາ​ສູງ​ຕໍ່ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ດ້​ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ
ແບ່ງປັນ​ປະສົບ​ການ​ໃນ​ການ​ເຄື່ອນ​ໄຫວ​ຢູ່​ນະຄອນ ດ່າ​ນັງ ​ແລະ ລາວ ແບ່ງປັນ​ປະສົບ​ການ​ໃນ​ການ​ເຄື່ອນ​ໄຫວ​ຢູ່​ນະຄອນ ດ່າ​ນັງ ​ແລະ ລາວ
ການ​ພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ໃນ​ປະຫວັດສາດ​ໂລກ
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: ຫງວຽນ​ຕຸງ)

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ມີ: ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ; ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ; ທ່ານ ໂດ​ວັນ​ຈຽນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ; ອະດີດ​ການ​ນຳ​ພັກ ​ແລະ ລັດ, ການ​ນຳ​ຂັ້ນ​ສູນ​ກາງ, ບັນດາ​ກະຊວງ, ຂະ​ແໜງ​ການ...

ຝ່າຍລາວ, ມີທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ; ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ; ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ; ສະມາຊິກ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ​ແລະ ລັດ​ລາວ; ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ບັນດາສະມາຊິກຂອງສະຖານທູດ; ຜູ້ຕາງໜ້າ​ພົນລະ​ເມືອງ​ລາວ ​ແລະ ນັກ​ສຶກສາ​ຢູ່​ຕ່າງປະ​ເທດ​ທີ່​ໄປ​ຮຽນ​ຢູ່​ຫວຽດນາມ.

​ເຂົ້າ​ຮ່ວມ​ພິທີ​ມີ​ຜູ້ຕາງໜ້າ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ; ສະມາຄົມມິດຕະພາບ ຫວຽດນາມ-ລາວ; ຄະ​ນະ​ປະສານງານທະຫານ​ອາ​ສາ​ສະ​ຫມັກ​ ແລະ​ ​ຊ່ຽວ​ຊານ​ການ​ທະ​ຫານ​ຫວຽດ​ນາມ​ ຢູ່ ລາວ; ພະນັກງານ​ປະຕິວັດ​ນັກຮົບ​ເກົ່າ, ​ແມ່​ວິລະ​ຊົນ​ຫວຽດນາມ, ວິລະ​ຊົນ​ຂອງ​ກອງທັບ​ປະຊາຊົນ, ວິລະ​ຊົນ​ກຳມະກອນ, ນາຍ​ພົນທະຫານ, ນັກຮົບ​ເກົ່າ, ປະຊາຊົນ, ປັນຍາ​ຊົນ ​ແລະ ຜູ້ຕາງໜ້າ​ທຸກ​ຊັ້ນ​ວັນນະຊາວ​ນະ​ຄອນຫຼວງ.

ພ້ອມກັນແບ່ງປັນຄວາມຫວັງຢາກຫຼຸດພົ້ນອອກຈາແອກປົກຄອງຂອງຫົວເມືອງຂຶ້ນ

ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ​ໃນ​ນາມ​ການ​ນຳ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສົ່ງ​ເຖິງ​ພັກ, ລັດ ​ແລະ ປະຊາຊົນ​ລາວ ດ້ວຍ​ຄວາມ​ຮູ້ສຶກ​ສະໜິດສະໜົມ, ຈິງ​ໃຈ ​ແລະ ຄຳ​ອວຍ​ພອນ​ອັນ​ອົບ​ອຸ່ນ.

ທ່ານ​ເລຂາທິການ​ໃຫຍ່​ຊີ້​ແຈ້ງວ່າ: ​ໃນ​ຖານະ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​, ກິນ​ນ້ຳຂອງສາຍ​ດຽວ​ກັນ, ມີ​ສາຍ​ພູຫຼວງ​ທີ່​ໃຫຍ່​ໂຕ​ມະ​ຖ​ານ, ຫວຽດນາມ ​ແລະ ລາວ ມີ​ຮີດຄອງ​ປະ​ເພນີ​ແຫ່ງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ຕິດພັນສະໜິດສະໜົມ​ທີ່​ສຸດ​ໃນ​ປະຫວັດສາດ​ແຫ່ງ​ການ​ສ້າງສາ ​ແລະ ປົກປັກຮັກສາ​ປະ​ເທດ​ຊາດຂອງ​ສອງ​ປະ​ເທດ. ຫຼາຍ​ກວ່າ 9 ທົດ​ສະ​ວັດ​ຜ່ານ​ມາ, ການ​ແບ່ງ​ປັນ​ຄວາມມຸ່ງຫວັງ​ຢາກ​ຫຼຸດ​ພົ້ນ​ອອກ​ຈາກ​ແອກ​ປົກຄອງ​ລະ​ບອບ​ຫົວ​ເມືອງ​ຂຶ້ນ, ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ນັກປະຕິວັດ​ໃນ​ເມື່ອ​ກ່ອນຂອງ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ອິນ​ດູ​ຈີນ ໂດຍ​ແມ່ນ​ຕົ້ນ​ກຳ​ເນີດ​ຂອງພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ໃນມື້​ນີ້.

ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ອິນ​ດູ​ຈີນ, ການ​ເຄື່ອນ​ໄຫວ​ຕໍ່ສູ້​ຂອງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນລາວ​ນັບ​ມື້​ນັບ​ກວ້າງຂວາງ ​ແລະ ​ແໜ້ນ​ແຟ້ນ, ດ້ວຍ​ຈິດ​ໃຈ​ແບບ​ສະຫາຍ, ຖານອ້າຍ​​ນ້ອງ ​ແລະ ນ້ຳ​ໃຈ​ປະຕິວັດ ​ໄດ້​ສ້າງ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​​ຊ່ວຍ​ໃຫ້​ປະຊາຊົນ​ທັງ​ສອງ​ກຳ​ໄດ້ອຳນາດ​ໃນ​ປີ 1945 ດ້ວຍ​ການ​ສ້າງ​ຕັ້ງ​ລັດຖະບານ​​ຫວຽດນາມ​​ປະຊາທິປະ​ໄຕສາທາລະນະ​ລັດ ໃນ​ວັນ​ທີ 2 ກັນຍາ ​ແລະ ລັດຖະບານ​ລາວ​ອິດ​ສະ​ຫຼະ ​ໃນ​ວັນ​ທີ 12 ຕຸລາ 1945.

​ໃນ​ຊຸມ​ປີ​ຕໍ່​ມາ, ພັກ​ກອມ​ມູນິດ​ອິນ​ດູ​ຈີນ​ໄດ້​ແບ່ງ​ອອກ​ເປັນ 3 ພັກຢູ່​ແຕ່ລະ​ປະ​ເທດ ​ຫວຽດນາມ, ລາວ ​ແລະ ກຳ​ປູ​ເຈຍ, ໂດຍ​ໄດ້ນຳພາ​ປະ​ເທດ​ພັນທະ​ມິດສູ້​ຮົບ, ປະສານ​ສົມທົບ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ດ້ານ​ການ​ທະຫານ, ການ​ເມືອງ ​ແລະ ການ​ຕ່າງປະ​ເທດ ​ພ້ອມ​ກັນ​ຍາດ​ໄດ້​ໄຊຊະນະ​ຫຼາຍ, ບັງຄັບ​ໃຫ້​ພວກ​​ລ່າ​ເມືອງ​ຂຶ້ນ​ຝະຣັ່ງ​ນັ່ງ​ຢູ່​ໂຕະ​ເຈລະຈາ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ ອົງການ​ສະຫະ​ປະຊາ​ຊາດ, ຕະຫຼອດ​ຮອດ​ການ​ຢັ້ງ​ຢືນ​ເອກະລາດ​, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ສາມ​ປະ​ເທດ​ທີ່​ກອງ​ປະຊຸມ Gieneve ໃນປີ 1954.

ໄຊຊະນະອັນສະຫງ່າລາສີຂອງການປະຕິວັດລາວເວົ້າສະ​ເພາະ ແລະ ສຳ​ພັນ​ທະ​ມິດ​ການ​ສູ້​ຮົບຫວຽດນາມ-ລາວ ເວົ້າລວມ ໃນ 8 ປີຕໍ່ມາ ສືບຕໍ່ພາໄປເຖິງການລົງນາມໃນສັນຍາ Gieneve ຂອງປະເທດລາວໃນວັນທີ 23 ກໍລະກົດ 1962, ເຊິ່ງ​ຢັ້ງ​ຢືນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ.

ຫຼັງ​ນັ້ນ 2 ເດືອນ, ຮອດວັນ​ທີ 5 ກັນຍາ 1962, ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ, ໂດຍສະ​ແດງ​ໃຫ້​ເຫັນ​ການ​ສືບ​ຕໍ່​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ລາວ, ນ້ຳ​ໃຈ​ສາ​ມັກ​ຄີ, ການສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດນັບ​ທັງດ້ານ​ການ​ທະ​ຫານ ແລະ ການ​ພົວພັນ​ຕ່າງປະ​ເທດ, ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ປະຫວັດສາດ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ລາວ ​ໃນ​ຍຸກສະ​ໄໝ​ໃໝ່.

​ໃນ​ເວ​ລາ​ກ່​ວາ 10 ປີ​ຫຼັງຈາກນັ້ນ, ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໄດ້​ສືບ​ຕໍ່ຮ່ຽງ​ບ່າ​ຮ່ຽງ​ໄຫຼ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຕໍ່ສູ້​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ ​ແລະ ຍາດ​ໄດ້​ໄຊຊະນະ​ອັນ​ສະຫງ່າ​ລາສີ​ຂອງ​ສອງ​ຟາກສາຍ​ພູ​ຫຼວງ ​ແລະ ​ເສັ້ນທາງ​ປະຫວັດສາດ​ໂຮ່ຈິ​ມິນ ​ເພື່ອ​ມຸ່ງ​ໄປ​ເຖິງ​ໄຊຊະນະ​ຢ່າງ​ຄົບ​ຖ້ວນຂອງການ​ປະ​ຕິ​ວັດ​ຂອງ​ແຕ່​ລະ​ປະ​ເທດ​ໃນ​ປີ 1975. ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ໄດ້​ຫັນ​ເປັນ​ໜ້າ​ປະ​ຫວັດ​ສາດໃໝ່, ຈາກ​ສຳ​ພັນ​ທະ​ມິດ​ໃນ​ການ​ສູ້​ຮົບ​ຢູ່​ຕະຄອງ​ດຽວ​ກັນ​ມາ​ເປັນ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ນັ້ນແມ່ນ​ປະ​ເທດ ສ​ສ ຫວຽດນາມ ແລະ ສປປ ລາວ.

ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ, ປະຊາຊົນ​ສອງ​ປະ​ເທດ​ໄດ້​​ຄຽງ​ບ່າ​ຄຽງ​ໄລ່​ນັບ​ແຕ່​ມື້​ເຕັມ​ໄປ​ດ້ວຍ​ສິ່ງທ້າ​ທາຍ ​ແລະ ຫຍຸ້ງຍາກ​ລຳບາກ, ໃນ​ການປົກ​ປັກ​ຮັກສາ ​ແລະ ກໍ່ສ້າງ​ພັກ​ສັງຄົມ​ນິຍົມ​ຢູ່​ແຕ່ລະ​ປະ​ເທດ. ສອງພັກ, ສອງ​ລັດ ໄດ້ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ກ້າວ​ໄປເຖິງການ​ກໍ່ສ້າງ​ເສດຖະກິດ​ສັງຄົມ​ພາຍຫຼັງ​ສົງຄາມ, ​ພ້ອມທັງ​ຄ່ອຍໆ​ສ້າງ ​ແລະ ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳຄັນ​ຄື ​ເສດຖະກິດ,ວັດທະນະທຳ ​ແລະ ​ສັງຄົມ​, ການ​ສຶກສາ - ບຳລຸງ​ສ້າງ; ການ​ປ້ອງ​ກັນຊາດ, ປ້ອງກັນຄວາມສະຫງົບ ​ແລະ ການ​ຕ່າງປະ​ເທດ...

ນ້ຳໃຈ ຫວຽດນາມ-ລາວ ຈະໝັ້ນຄົງທະນົງແກ່ນກວ່າພູຜາ ແລະ ແມ່ນ້ຳລ້ຳເຊ

​ໃນ​ບົດ​ກ່າວ​ປາ​ໄສ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ: ຍ້ອນ​ຄວາມ​ຕ້ອງການ​ການ​ຮ່ວມ​ມື​ຢ່າງເລິກ​ເຊິ່ງ​ກວ້າງຂວາງ ​ແລະ ຮີບ​ດ່ວນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ສະພາບ​ການ​ໃໝ່, ວັນ​ທີ 18 ກໍລະກົດ 1977, ຫວຽດນາມ ​ແລະ ລາວ ​ໄດ້​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື, ​​ໃນ​ນັ້ນ​ໄດ້​ຊີ້​ແຈ້ງວ່າ: ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ການຮ່ວມ​ມື​ຮອບດ້ານ​ໃນ​ໄລຍະ​ຍາວ, ການຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ທຸກ​ດ້ານ​ບົນ​ຈິດ​ໃຈ​ຂອງ​ລັດ​ທິ​ກຳ​ມະ​ຊີບ​ສາກົນ ​ແລະ ບົນ​ຫຼັກການສະເໝີພາບ, ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ບໍ່ແຊກແຊງເຂົ້າໃນວຽກງານພາຍໃນຂອງກັນ.

ທ່ານ​ເລຂາທິການ​ໃຫຍ່​ກໍ່​ຢືນຢັນ​ວ່າ: ຄວາມ​ສາມັກຄີ, ການ​ຮ່ວມ​ມື ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ ຫວຽດນາມ - ລາວ ​ແມ່ນ​ກົດເກນພາ​ວະ​ວິ​ໄວ, ​ເປັນ​ປັດ​ໄຈ​ສຳຄັນທີ່​ມີ​ລັກ​ສະ​ນະ​ເປັນ​ຕາຍ​ຂອງ​ແຕ່​ລະພັກ ​ແລະ ​ແຕ່ລະ​ປະ​ເທດ; ພ້ອມ​ທັງ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ ແລະ ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ສອງ​ປະ​ເທດ​ພວກ​ເຮົາ​ພ້ອມ​ກັນ​ເສີມ​ຂະ​ຫຍາຍ​ໃນ​ບັນ​ດາ​ໄລ​ຍະ​ປະ​ຫວັດ​ສາດ​ຕໍ່​ໄປ. ຫວຽດ​ນາມ ແລະ ລາວ​ບໍ່​ພຽງ​ແຕ່​ແມ່​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄ​ຽງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສອງ​ປະ​ເທດ​ອ້າຍນ້ອງ, ສະ​ຫາຍ​ອີກ​ດ້ວຍ.

ໂດຍ​ໄດ້ຮັບຮູ້​ຢ່າງ​ເລິກ​ເຊິ່ງວ່າ, ​ໄຊຊະນະ​ໃນພາ​ລະ​ກິດ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ໃນເມື່ອ​ກ່ອນກໍ່​ຄື​ໃນ​ການ​ກໍ່ສ້າງ​ປະ​ເທດ​ຊາດ​ສັງຄົມ​ນິຍົມ​ໃນ​ປະຈຸ​ບັນຂອງ ຫວຽດ​ນາມ ລ້ວນ​ແຕ່​ຕິດ​ພັນ​ກັບການ​ໜູນນ​ຊ່ວຍ​ອັນ​ລ້ຳ​ຄ່າ, ທັນ​ການ ​ແລະ ຈິງ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ອີກ​ຄັ້ງ​ໜຶ່ງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ທີ່​ມີ​ຕໍ່​ພັກ​ປະຊາຊົນ​ປະຕິວັດ​ລາວ, ລັດ ​ແຫ່ງ ສປປ ລາວ ​ແລະ ປະ​ຊາ​ຊົນ​ລາວອ້າຍ​ນ້ອງ.

“ປະຊາຊົນ ຫວຽດນາມ ໃນວັນນີ້ ແລະ ໃນອະນາຄົດ ຍາມໃດກໍ່ຈົດຈຳ ແລະ ຈຳລຶກຄຳເວົ້າຂອງ ປະທານ ໂຮ່ຈີມິນ ທີ່ວ່າ: “ສອງຊາດຫວຽດນາມ-ລາວໄດ້ ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້” ແລະ ທ່ານປະທານ ສຸພານຸວົງ ຖືວ່າ: ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ສູງກວ່າພູຜາ, ຍາວກວ່າແມ່ນ້ຳ, ກວ້າງກວ່າມະຫາສະໝຸດ, ງາມກວ່າເດືອນເພັງ, ຫອມກວ່າດອກໄມ້ໃດໆທີ່ຫອມທີ່ສຸດໃນໂລກ”. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ກ່າວ.

​ໃນ​ຖານະ​ເປັນ​ເພື່ອນ​ມິດ​ສະຫາຍ​ທີ່​ສະໜິດສະໜົມ, ພັກ, ລັດ ​ແລະ ປະຊາຊົນ​ ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຕິດຕາມ​ກວດກາ ​ແລະ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ, ຮອບດ້ານ ​ແລະ ມີ​ຄວາມ​ໝາຍ​ດ້ານປະຫວັດສາດ​ທີ່​ພັກ, ລັດ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ລາວ​ຍາດ​ມາ​ໄດ້ໃນ​ພາ​ລະ​ກິດ​ແຫ່ງກ​ານການ​ປະ​ຕິ​ວັດ​ທີ່​ສະ​ຫງ່າ​ລາ​ສີ​ຂອງ​ຕົນ.

ສິ້ນ​ສຸດ​ບົດ​ກ່າວ​ສູນ​ທອນ​ພົດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຊີ້​ແຈ້ງວ່າ ເຖິງ​ວ່າ ໂລກ​ຈະ​ປ່ຽນ​ແປງ​ແນວ​ໃດ​ກໍ່​ຕາມ, ພວກ​ເຮົາ​ຍັງ​ຕັດ​ສິນ​ໃຈ​ພ້ອມ​ກັນ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ການ​ພົວ​ພັນແບບ​ພິ​ເສດ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຂອງ ຫວຽດ​ນາມ - ລາວ ​ຄື​ດັ່ງ​ຄວາມ​ຫວັງ​ຂອງ​ປ​ະ​ທານ ​ໄກ​ສອນ​ ພົມ​ວິ​ຫານ: ພູຍັງອາດມີເຈື່ອນ, ແມ່ນໍ້າຍັງອາດມີເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບ ລາວ - ຫວຽດນາມ ຈະຫມັ້ນຄົງຂະຫນົງແກ່ນຊົ່ວກາລະນານ”.

ລາວ​ຢຶດ​ໝັ້ນ​ກັບ​ກາ​ນ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລາວ - ຫວຽດ​ນາມ

ການ​ພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ໃນ​ປະຫວັດສາດ​ໂລກ
ທ່ານ​ຮອງ​ປະ​ທານ​ປະ​ເທດລາວ ບຸນ​ທອງ ຈິດ​ມະ​ນີ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: ຫງວຽນ​ຕຸງ)

ກ່າວ​ຄຳ​ເຫັນ​ທີ​ພິ​ທີ, ທ່ານ​ຮອງ​ປະ​ທານ​ປະ​ເທດ ບຸນ​ທອງ ຈິດ​ມະ​ນີ ໄດ້​ຫວນ​ຄືນ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ລ້ຳ​ຄ່າ​ລະ​ຫວ່າງ​ພັກ, ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ, ທ່ານ​ກໍ່ຢັ້ງ​ຢືນ​ວ່າ ພັກ, ລັ​ດ ແລະ ປະ​ຊາ​ຊົນ​ລາວ ໄດ້​ຈາ​ລຶກ​ໃນ​ໃຈ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ທ່ານ ​ປະ​ທານ​ ໂຮ່​ຈີ​ມິນ​ ຜູ້​ຍິ່ງ​ໃຫຍ່, ປະ​ທານ ​ໄກ​ສອນ ພົມ​ວິ​ຫານ ແລະ ປະ​ທານ ສຸ​ພາ​ນຸ​ວົງ ທີ່ແສນ​ເຄົາ​ລົບ​ຮັກ ແມ່ນ​ຜູ້​ກໍ່​ສ້າງ ແລະ ເປັນ​ແບບ​ຢ່າງ​ໃສ​ແຈ້ງ​ໃນ​ກາ​ນ​ປົກ​ຮັກ​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວາງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ ​ກາຍ​ເປັນ​ຊັບ​ສິນ​ອັນ​ລ້ຳ​ຄ່າ, ແມ່ນ​ກົດ​ເກນ​ຄົງ​ຕົວ ແລະ ພັດ​ທ​ະ​ນາ​ຂອງ​ສອງ​ປະ​ເທດ, ແມ່ນ​ໜຶ່ງໃນປັດໄຈຕັດ​ສິນ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ແຕ່​ລະ​ປະ​ເທດ.

ທ່ານ​ຮອງ​ປະ​ທານ​ປະ​ເທດ ລາວ ບຸນ​ທອງ ຈິດ​ມະ​ນີ ຊີ້​ແຈ້ງວ່າ: ພາຍ​ຫຼັງ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ຍຸກສະ​ໄໝ​ໃໝ່​ໃນ​ໄລ​ຍະ​ສັ​ນ​ຕິ​ພາບ, ເອ​ກະ​ລາດ ແລະ ກໍ່​ສ້າງ​ພັດ​ທະ​ນາ​ກ້າວ​ໜ້າ, ວັດ​ທະ​ນາ​ຖາ​ວອນ, ເພື່ອ​ແນ​ໃສ່​ປົກ​ປ້ອງ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ວັດ ແລະ ແມ່ນ​ພື້ນ​ຖານ​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື ລາວ - ຫວຽດນາມ ເຂົ້າ​ສູ່​ລວງ​ເລິກ, ສອງ​ປະ​ເທດ​ພວກ​ເຮົາ​ໄດ້​ພ້ອມ​ກັນ​ລົງ​ນາມ​ສົນ​ທິ​ສັນ​ຍາ ແລະ ການ​ຮ່ວມ​ມື​ ຢູ່​ນະ​ຄອນຫຼວງວຽງ​ຈັນ ໃນ​ວັນ​ທີ 18 ກໍ​ລະ​ກົດ 1977, ມາ​ຮອດ​ປັດ​ຈຸ​ບັນ​ແມ່ນ​ຄົບຮອ​ບ 45 ປີ​.

ສົນ​ທິ​ສັນ​ຍາ​ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ​ໃຫ້​ແກ່​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ, ເໝາະ​ສົມ​ກັບຫຼັກ​ການ​ສາ​ກົນ, ສົນ​ທິ​ສັນ​ຍາ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ເຂົ້າໃນ​ຊີ​ວິດ​ຕົວ​ຈິງ ແລະ ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ, ໄດ້​ກາຍ​ເປັນ​ປັດ​ໄຈ​ໜູນ​ຊ່ວຍ​ສຳ​ຄັນ​ໃນ​ການ​ປົກ​ປັກ​ຮັກ​ສາ ແລະ ສ້າງສາ​ພັດ​ທະ​ນາ ຢູ່​ສອງ​ປະ​ເທດ ຫວຽດາມ - ລາວ.

ທ່ານ​ຮອງ​ປະ​ທານ​ປະ​ເທດ ລາວ ບຸນ​ທອງ ຈິດ​ມະ​ນີ ຢັ້ງ​ຢືນ​ວ່າ: ພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າ ຍາມໃດກໍ່ຢຶດໝັ້ນ ແລະ ຖືເປັນຄວາມຮັບຜິດຊອບຂອງຕົນໃນການເສີມຂະຫຍາຍມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ - ຫວຽດນາມ ທີ່ໄດ້ຜ່ານການທົດສອບ ແລະ ເພີ່ມພູນຄູນສ້າງດ້ວຍເລືອດເນື້ອເຫື່ອໄຄຂອງບັນດານັກຮົບວິລະຊົນ ກໍ່ຄືປະຊາຊົນລາວ ແລະ ປະຊາຊົນ ຫວຽດນາມ ຫຼາຍລຸ່ນຄົນນັ້ນ ໃຫ້ຍືນຍົງຄົງຕົວໄປຈົນເທົ່າກາລະນານ, ນຳເອົາຜົນປະໂຫຍດທີ່ແທດຈິງ ແລະ ສູງສຸດມາສູ່ປະຊາຊົນສອງຊາດ, ສົມ​ກັບ​ເປັນ​ບົດ​ກະ​ວີ​ຂອງ ​ທ່ານ​ ປະ​ທານ ​ໄກ​ສອນ ​ພົມ​ວິ​ຫານ: ພູຍັງອາດມີເຈື່ອນ, ແມ່ນໍ້າຍັງອາດມີເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບ ລາວ - ຫວຽດນາມ ຈະຫມັ້ນຄົງຂະຫນົງແກ່ນຊົ່ວກາລະນານ” ແລະ ບົດ​ກະ​ວີ​ຂອງ ​ປ​ະ​ທານ​ ໂຮ່​ຈີ​ມິນ: “ຮັກຫອມກັນຫມາຍຫມັ້ນ ຫລາຍສັນພູກໍ່ປີນໄຕ່/ຫລາຍນ້ຳໃຫ່ຍ ແລະ ໂຄກຄ້ອຍ ຂວາງກັນກໍ່ດຸ່ງໄປ/ສອງຊາດຫວຽດ-ລາວໄດ້/ຝັງຄວາມຮັກຢູ່ໃນໃຈ/ຮົ່ງຮ່າທັງແມ່ຂອງບໍ່ເລິກປຸນປານໄດ້”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.