ນັກ​ສຶກ​ສາ​ລາວ​ມີ​ຄວາມ​ເມົາ​ມົວ​ຕໍ່​ວິ​ຊາ ຟີ​ຊິກ​ສາດ ຢູ່ ຫວຽດ​ນາມ

14:02 | 21/07/2022

ຍ​ສ​ໝ - ບັນ​ດາ​ຊົ່ວ​ໂມງ​ຮຽນ​ວິ​ຊາ​ຟິ​ຊິກ​ສາດ ຢູ່ ຫວຽດ​ນາມ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ວິ​ຊາ​ນີ້​ມີ​ຄວາມ​ເຂົ້າ​ໃຈ​ງ່າຍ, ດຶງ​ດູດ​ໃຈ​, ຈັບ​ອົກ​ຈັບ​ໃຈເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ໃຫ້ ສຸ​ດາ​ລັດ ໄຊ​ຍະ​ລາດ ພ້ອມ​ກັບ​ນັກ​ສຶກ​ສາ​ລາວຫຼາຍ​ຄົນ ພັດ​ທະ​ນາ​ຈິນ​ຕະ​ນາ​ການ​ຄວາມ​ຄິດ​ປະ​ດິດ​ສ້າງ, ລັກ​ສະ​ນະ​ເປັນ​ເຈົ້າ​ການ, ຫຼໍ່ລ້ຽງ​ຄວາມ​ເມົາ​ມົວ​ຕໍ່​ວິ​ຊາ​ນີ້.

ບັນ​ດາ​ວິ​ສາ​ຫະ​ກິດ​ສະ​ມາ​ຊິກ​ຂອງ EuroCham ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ກຳ​ລັງ​ບົ່ມ​ຊ້ອນ​ໃນ​ການ​ພັດ​ທະ​ນາ​ຂຽວ​ຂອງ ຫວຽດ​ນາມ ບັນ​ດາ​ວິ​ສາ​ຫະ​ກິດ​ສະ​ມາ​ຊິກ​ຂອງ EuroCham ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ກຳ​ລັງ​ບົ່ມ​ຊ້ອນ​ໃນ​ການ​ພັດ​ທະ​ນາ​ຂຽວ​ຂອງ ຫວຽດ​ນາມ
ຊ່ວຍ​​ນັກ​ສຶກ​ສາ​​ຮັກ​ສາ ແລະ ພັດ​ທະ​ນາການ​ພົວ​ພັນ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ ຊ່ວຍ​​ນັກ​ສຶກ​ສາ​​ຮັກ​ສາ ແລະ ພັດ​ທະ​ນາການ​ພົວ​ພັນ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ

​ບັນ​ດາ​ຊົ່ວ​ໂມງລົງຕົວຈິງ​ຟີ​ຊິກ​ສາດ​ທີ່​ມີ​ປະ​ໂຫຍດ

ນັກ​ສຶກ​ສາ​ລາວ​ມີ​ຄວາມ​ເມົາ​ມົວ​ຕໍ່​ວິ​ຊາ ຟີ​ຊິກ​ສາດ ຢູ່ ຫວຽດ​ນາມ
ສຸ​ດາ​ລັດ ໄຊ​ຍະ​ລາດ (ເບື້ອງຂວາມື) ລົງຕົວຈິງ​ຟີ​ຊິກ​ສາດ ຢູ່​ ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ - ມະ​ຫາ​ວິ​ທະ​ຍາ​ໄລ ທ໊າຍງວຽນ. ພາບ: ສຸ​ດາ​ລັດ ໄຊ​ຍະ​ລາດ

ສຸ​ດາ​ລັດ ໄຊ​ຍະ​ລາດ (ອາ​ຍຸ 22 ປີ, ຢູ່​ວຽງ​ຈັນ, ປະ​ເທດ​ລາວ) ປັດ​ຈຸ​ບັນ​ພວມ​ຮຽນ​ປີ​ທີ 3 ພະ​ແນກ​ສ້າງ​ຄູ​ຟີ​ຊິກ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ - ມະ​ຫາ​ວິ​ທະ​ຍາ​ໄລ ທ໊າຍງວຽນ. ປີ​ໃດ ສຸ​ດາ​ລັດ ໄຊ​ຍະ​ລາດ ກໍ່​ແມ່ນ​ນັກ​ສຶກ​ສາ​ເກັ່ງ​ຂອງໂຮງ​ຮຽນ.

ປີ 2021, ເປັນ​ຄັ້ງ​ທຳ​ອິດ ສຸ​ດາ​ລັດ ໄຊ​ຍະ​ລາດ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ Olympic ຟີ​ຊິກ​ສາດ​ທົ່ວ​ປະ​ເທດ​ຄັ້ງ​ທີ 23 (SphO 23) ແລະ ຄ້​ວາ​ໄດ້​ລາງວັນ​ທີ 1 ໃນ​ການ​ແຂ່ງ​ຂັນ​ທົດ​ລອງ. ເມື່ອ​ໄດ້​ຮັບ​ຜົນ​ງານ​ກ່ຽວ​ກັບ​ການ​ແຂ່ງ​ຂັນ​ນີ້, ສຸ​ດາ​ລັດ ໄຊ​ຍະ​ລາດ ຮູ້​ສຶກ​ປະ​ທັບ​ໃຈ ແລະ ຕື້ນ​ຕັນ​ໃຈຫຼາຍ. ສຸ​ດາ​ລັດ ໄຊ​ຍະ​ລາດ ເວົ້າ​ວ່າ:

“ນ້ອງ​ມີ​ຄວາມ​ເຊື່ອ​ໝັ້ນ​ການ​ແຂ່ງ​ຂັນ​ຂອງ​ຕົນປະຕິບັດໄດ້ດີ ແຕ່​ລາງວັນ​ທີ 1 ແມ່ນ​ຜົນ​ງານ​ທີ່​ໃຫຍ່​ເກີນ​ໄປ​ສຳ​ລັບ​ນ້ອງ. ຟິ​ຊິກ​ສາດ​ແມ່ນ​ວິ​ຊາ​ວິ​ທະ​ຍາ​ສາດທົດ​ລອງ​ແຕ່​ຢູ່​ລາວພວກ​ນ້ອງ​ບໍ່​ມີ​ເງື່ອນ​ໄຂ​ທົດ​ລອງຫຼາຍ. ສ່ວນຫຼາຍ​ຊົ່ວ​ໂມງ​​ແມ່ນຮຽນ​ທິດ​ສະ​ດີໃນ​ປຶ້ມຕຳລາໜາໆ. ມີ​ແຕ່​ຮຽນ​ທິດ​ສະ​ດີ ດັ່ງ​ນັ້ນ​ບັນ​ດາ​ຄວາມ​ຮູ້​ຂອງ​ວິ​ຊາ​ນັ້ນ​ເຮັດ​ໃຫ້​ພວກ​ນ້ອງ​ເຂົ້າ​ໃຈ​ຍາກ, ມີ​ລັກ​ສະ​ນະ​ບັນ​​ດິດ. ຄະ​ແນນ​ຟິ​ຊິກ​ສາດ​ຂອງ​ນ້ອງ​ໃນ​ໂຮງ​ຮຽນ​ຕ່ຳ​ຫຼາຍ”

ເມື່ອ​ຍາດ​ໄດ້​ທຶ​ກ​ການ​ສຶກ​ສາ​ມາ​ຮຽນ​ຢູ່ ຫວຽດ​ນາມ, ສຸ​ດາ​ລັດ ໄຊ​ຍະ​ລາດ ຕັດ​ສິນ​ໃຈ​ເລືອກ​ເອົາ ພະ​ແນກ​ສ້າງ​ຄູ​ຟີ​ຊິກ​ສາດ. ສຸ​ດາ​ລັດ ໄຊ​ຍະ​ລາດ ຫວັງ​ວ່າ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການການ​ຮ່ຳ​ຮຽນ​ນີ້ຈະ​ຊ່ວຍ​ໃຫ້​ນ້ອງ​ພິ​ຊິດໃຈ​ວິ​ຊາ​ນີ້.

"ຢູ່ ຫວຽດ​ນາມ, ພວກ​ນ້ອງ​ໄດ້​ປະ​ຕິ​ບັດຫຼາຍ​ຢ່າງ​ໃນ​ຫ້ອງ​ທົດ​ລອງ. ບັນ​ດາ​ຊົ່ວ​ໂມງ​ທົດ​ລອງ​ໄດ້ຊ່ວຍ​ໃຫ້ພວກ​ນ້ອງ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ທິດ​ສະ​ດີ​ຄວາມ​ຮູ້ ໂດຍ​ຄູ​ອາ​ຈານ​ໄດ້​ແບ່ງ​ປັນ, ຈາກ​ນັ້ນຊ່ວຍ​ພວກ​ນ້ອງ​ປັບ​ປຸງ, ເຂົ້າ​ໃຈ​ເລິກ​ກ່ຽວ​ກັບ​ຄວາມ​ຮູ້. ບັນ​ດາ​ຊົ່ວ​ໂມງ​ທົດ​ລອງ​ກໍ່​ຊ່ວຍ​ພວກ​ນ້ອງ​ມີ​ຄວາມ​ຈັບ​ໃຈ, ຮັກ​ມັກ​ວິ​ຊາ​ນີ້” ສຸ​ດາ​ລັດ ໄຊ​ຍະ​ລາດ ແບ່ງ​ປັນ​ຕື່ມ​ອີກ.

ນອກ​ຈາກ​ຊົ່ວ​ໂມງ​ຮຽນ​ຢູ່​ໂຮງ​ຮຽນ, ສຸ​ດາ​ລັດ ໄຊ​ຍະ​ລາດ ຍັງ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ຫົວ​ຂໍ້​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ. ປີ​ນີ້, ສຸ​ດາ​ລັດ ໄຊ​ຍະ​ລາດ ຄ້​ວາ​ໄດ້​ລາງວັນ​ທີ 1 ກ່ຽວ​ກັບ​ການ​ຄົ້ນ​ຄ້​ວາ​ຫົວ​ຂໍ້​ວິ​ທະ​ຍາ​ສາດ​ລະ​ດັບ​ໂຮງ​ຮຽນ.

ຄວາມຝັນຢາກາຍເປັນຄູສອນຟິຊິກສາດ

ນັກ​ສຶກ​ສາ​ລາວ​ມີ​ຄວາມ​ເມົາ​ມົວ​ຕໍ່​ວິ​ຊາ ຟີ​ຊິກ​ສາດ ຢູ່ ຫວຽດ​ນາມ
ສຸ​ດາ​ລັດ ໄຊ​ຍະ​ລາດ ໄດ້​ຮັບ​ລາງວັນ​ທີ 2 ​ກ່ຽວກັບການ​ຄົ້ນຄວ້າຫົວຂໍ້​ວິທະຍາສາດ​ຂັ້ນໂຮງຮຽນ ​ປີ 2022. ພາບ: ສຸ​ດາ​ລັດ ໄຊ​ຍະ​ລາດ

ສຸ​ດາ​ລັດ ໄຊ​ຍະ​ລາດ ໃຫ້​ຮູ້​ວ່າ​ຄວາມ​ຫວັງ​ຂອງ​ນ້ອງ​ແມ່ນ​ຈະ​ຮຽນ​ຕໍ່​​ປະ​ລິນ​ຍາ​ໂທ, ຫຼັງ​ຈາກ​ນັ້ນ​ຈະ​ກັບ​ມາ​ລາວ ເປັນ​ຄູ​ສອນ​ຟິ​ຊິກ​ສາດ.

ສຸ​ດາ​ລັດ ໄຊ​ຍະ​ລາດ ໃຫ້​ຮູ້​ວ່າ: “ບັນ​ດາ​ໂຮງ​ຮຽນ​ມັດ​ທະ​ຍົມ​ຂອງລາວ ຂາດ​ຄູ​ສອນ​ຟິ​ຊິກ​ສາດຫຼາຍ, ມີຫຼາຍ​ໂຮງ​ຮຽນ​ມີຄູ​ສອນຟິ​ຊິກ​ສາດ​ພຽງ​ແຕ່ 2 – 3 ຄົນ. ເພາະ​ສະ​ນັ້ນ ນ້ອງ​ຢາກເຮັດ​ດ້ວຍ​ຄວາມ​ຮູ້​ທີ່​ຕົນ​ເອງ​ຮຽນ​ໄດ້, ກັບ​ເມືອ​ປະ​ເທດ​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ຮູບຫຼັກ​ສູດ​ການ​ຮຽນຟິ​ຊິກ​ສາດ​ຈາກ​ມັດ​ທະ​ຍົມ​ຕອນ​ຕົ້ນ, ປ່ຽນ​ແປງວິ​ທີ​ສອນ, ຫຼຸດ​ຜ່ອນ​ທິດ​ສະ​ດີ, ເພີ່ມ​ທະ​ວີ​ການ​ທົດ​ລອງໃຫ້​ເໝາະ​ສົມ. ຖ້າ​ນັກ​ຮຽນ​ລາວ ໄດ້​ຮຽນ​ວິ​ຊາ​ຟີ​ຊິກ​ສາດ​ຄື​ຢູ່ ຫວຽດ​ນາມ ແນ່ນອນ​ວ່າຈະ​ຮູ້​ສຶກ​ເຂົ້າ​ໃຈ​ງ່າຍ ແລະ ມີ​ຄວາມ​ຈັບ​ອົກ​ຈັ​ບ​ໃຈ​ກັບ​ວິ​ຊາ​ນີ້ຫຼາຍ”.

ນອກ​ຈາກ​ບຳ​ລຸງ​ສ້າງ​ລະ​ດັບ​ປະ​ລິນ​ຍາ​ຕີ, ປະ​ລິນ​ຍາ​ໂທ​ໃຫ້​ແກ່​ນ້ອງໆ​ນັກ​ສຶກ​ສາລາວ, ໂຮງ​ຮຽນ​ຍັງ​ບຳ​ລຸງ​ສ້າງ​ພາ​ສາ​ຫວຽດ ໃຫ້​ແກ່​ນ້ອງໆ​ນັກ​ສຶກ​ສານຳອີກ. ນັກ​ສຶ​ກ​ສາ​ພາຍຫຼັງ​ຮຽນ​ຈົບ​ພາ​ສາ​ຫວຽດ​ໃນ​ໂຮງ​ຮຽນ ແລະ ບັນ​ລຸ​ໄດ້​ໃບ​ຢັ້ງ​ຢືນ​ພາ​ສາຫວຽດ​ ຕາມ​ຂໍ້​ກຳ​ນົດ​ຂອງ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ຮຽນ​ປະ​ລິນ​ຍາ​ຕີ ແລະ ປະ​ລິນ​ຍາ​ໂ​ທ​ຢູ່​ທຸກ​ໂຮງ​ຮຽນ​ໃນ​ທົ່ວ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.