ທ່ານ​ ຫວໍ​ວັນ​ເຖືອງ ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິການ ໄປຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາວ

23:16 | 19/07/2022

ຍ​ສ​ໝ - ທີ່ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ, ບັນ​ດາ​ການ​ນຳ​ຂັ້​ນສູງ​ລາວ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ການ​ພົວ​ພັນ​ລາວ ຫວຽດ​ນາມ ທີ່​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ໃນຫຼາຍ​ຂົງ​ເຂດ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ແທ້​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ແຕ່​ລະ​ປະ​ເທດ.

ຫ​ວຽດ​ນາມ ແລະ ລາວ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ​ຂັ້ນ​ສູງ ຫ​ວຽດ​ນາມ ແລະ ລາວ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ​ຂັ້ນ​ສູງ
ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່
ທ່ານ​ ຫວໍ​ວັນ​ເຖືອງ ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິການ ໄປຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາວ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ ໃຫ້​ການ​ຕ້ອນ​ຮັບ​ທ່ານ ຫວໍ​ວັນ​ເຖືອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ ຄ​ະ​ນະເລ​ຂ​າ​ທິ​ການ (ພາບ: TTXVN)

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ພັກ, ລັດ​ລາວ, ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ພັກ ແລະ ລັດ​ຫວຽດ​ນາມ ໂດຍ​ທ່ານ ຫວໍ​ວັນ​ເຖືອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາທິການ ​ໄດ້​ນຳ​ໜ້າຄະ​ນະ​ໄປ​ຢ້ຽມ​ຢາມລາວ ແລະ ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ (5/9/1962 – 5/9/2022) ແລະ 45 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື (18/7/1977 -18/7/2022) ຢູ່​ລາວ.

ຕອນ​ບ່າຍ​ວັນ​ທີ 17 ກໍລະກົດ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ, ທ່ານ​ນາຍົກລັດຖະມົນຕີ ລາວ ພັນ​ຄຳ ວິພາ​ວັນ, ທ່ານປະທານ​ສະພາ​ແຫ່ງ​ຊາດ ​ໄຊ​ສົມ​ພອນ ພົມວິຫານ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ.

ທີ່​ການ​ພົບ​ປະ, ທ່ານ ຫວໍ​ວັນ​ເຖືອງ ​ໄດ້​ສະ​ແດງ​ຄວາມ​ດີໃຈທີ່ໄດ້​ນຳໜ້າຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ​ແລະ ລັດ ຫວຽດນາມ ໄປ​ຢ້ຽມຢາມ​ລາວ ​ແລະ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງໃນ​ຖາ​ນະໃໝ່, ທ່ານ​ກໍ່​ຂອບ​ໃຈ​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ​ລາວ ທີ່ໄດ້​ໃຫ້​ການ​ຕ້ອນ​ຮັບຄະນະ​ຜູ້​ແທນ ​ແລະ ​ໄດ້​ສົ່ງ​ຄຳ​ອວຍ​ພອນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິງ ​ແລະ ທ່ານປະທານ​ສະພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ​ເຖິງ​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ.

ທ່ານ ຫວໍ​ວັນ​ເຖືອງ ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ການ​ບໍລິຫານ​ຂອງ​ລັດຖະບານ ​ແລະ ການ​ຊີ້​ນຳ​ຂອງ​ສະພາ​ແຫ່ງ​ຊາດ, ປະຊາ​ຄົມ​ຊາວ​ລາວ​ຈະ​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່​ອັນ​ໃຫຍ່​ຫຼວງ​ກວ່າ​ອີກ, ປະຕິບັດ​ມະຕິ​ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 11 ​ຂອງ​ພັກຢ່າງ​ມີ​ໄຊ, ສ້າງ​ສາ​ປະ​ເທດ​ລາວ​ໃຫ້​ມີ​ສັນ​ຕິ​ພາບ, ເປັນ​ເອ​ກະ​ລາດ ແລະ ຈະເລີນ​ຮຸ່ງ​ເຮືອງ​ຕາມ​ເປົ້າ​ໝາຍ​ສັງ​ຄົມ​ນິ​ຍົມ.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ, ປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ກໍ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຫວຽດນາມ ໂດຍທ່ານ ຫວໍວັນເຖືອງ ນຳໜ້າໄປຢ້ຽມຢາມ ແລະ ເຂົ້າຮ່ວມບັນດາ​ການ​ເຄື່ອນ​ໄຫວສະ​ເຫຼີມ​ສະຫຼອງ, ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ​ລາວ-ຫວຽດນາມ ​ແລະ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ສອງ​ຝ່າຍ​ທີ່​ຈັດ​ຕັ້ງ​ໃນ​ໂອກາດ​ປີ​ມິດຕະພາບ​ລາວ-ຫວຽດນາມ.

ການ​ນຳ​ຂັ້ນ​ສູງ​ລາວ ໄດ້​ສະ​ແດງ​ຄວາມຊົມ​ເຊີຍຕໍ່​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ​ແລະ ສຳຄັນ​ທີ່​ຫວຽດນາມ ຍາດ​ມາ​ໄດ້​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ພັດທະນາ​ເສດຖະກິດ - ສັງຄົມ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຈະ​ແຈ້ງ, ທີ່​ຕັ້ງ ​ແລະ ບົດບາດ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ໃນ​ເວທີ​ສາກົນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.