ໄວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຂໍຂານ​ອາ​ສາ​ຂຽນ​ຕໍ່​ໜ້າ​ປະ​ຫວັດ​ສາດ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ

09:04 | 21/07/2022

"ພວກຂ້າພະເຈົ້າ ຈະພ້ອມກັບໄວໜຸ່ມ ຫວຽດນາມ ສືບຕໍ່ປະຕິບັດພາລະກຳອັນສະຫງ່າຂອງລຸ້ນພໍ່ລຸ້ນອ້າຍສອງປະເທດ, ຂໍຂານອາສາເຮັດຈົນສຸດຄວາມສາມາດຂອງຕົນປະກອບເຂົ້າໃນການຖະໜຸຖະໜອມ, ພັດທະນາສາຍພົວພັນທີ່ສະໜິດສະໜົມ, ບໍລິສຸດຜຸດຜ່ອງລະຫວ່າງສອງຊາດ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ."

ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ
60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ: ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ແລກ​ປ່ຽນ​​ໂທ​ລະ​ເລກອວຍພອນ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ: ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ແລກ​ປ່ຽນ​​ໂທ​ລະ​ເລກອວຍພອນ
ໄວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຂໍຂານ​ອາ​ສາ​ຂຽນ​ຕໍ່​ໜ້າ​ປະ​ຫວັດ​ສາດ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ
ນາງ ຫງວຽນຮວ່າອານ, ນັກສຶກສາສະຖາບັນພົວພັນຕ່າງປະເທດ ຫວຽດນາມ (ພາບ: VOV)

“ພວກຂ້າພະເຈົ້າຂໍຂານອາສາຂຽນຕໍ່ໜ້າປະຫວັດສາດໃໝ່ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ”. ນັ້ນແມ່ນຄຳຢັ້ງຢືນຂອງ ນາງ ຫງວຽນຮວ່າອານ, ນັກສຶກສາສະຖາບັນພົວພັນຕ່າງປະເທດ ຫວຽດນາມ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (05/09/1962 – 05/09/2022), ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/07/1977 – 18/07/2022) ເຊິ່ງຖືກຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ ຮ່າໂນ້ຍ ໃນຕອນເຊົ້າວັນທີ 18 ກໍລະກົດ. ນາງ ແບ່ງປັນວ່າ, ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຳຄັນຍິ່ງ ເພື່ອໃຫ້ໄວໜຸ່ມສອງປະເທດ ມີໂອກາດໄດ້ທົບທວນຄືນປະຫວັດສາດ, ມູນເຊື້ອອັນດີງາມຂອງການພົວພັນລະຫວ່າງສອງປະເທດ ແລະ ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ການເສຍສະຫຼະ, ການປະກອບສ່ວນ ກໍຄືຄຸນງາມຄວາມດີຂອງລຸ້ນພໍ່ລຸ້ນອ້າຍ.

“ລຸ້ນໜຸ່ມພວກຂ້າພະເຈົ້າ ມີຄວາມເອກອ້າງນະທົງໃຈເປັນຢ່າງຍິ່ງ ແລະ ບໍ່ມີວັນຫຼົງລືມຊຸມວັນເດືອນປີທີ່ສະຫງ່າອົງອາດ ເຊິ່ງໄວໜຸ່ມລຸ້ນຕ່າງໆ, ບຸກຄົນຜູ້ດີເດັ່ນຂອງສອງຊາດ ໄດ້ຮຽງບ່າຮຽງໄຫຼ່, ພ້ອມກັນສູ້ຮົບໃນຂຸມຕະຄອງດຽວກັນ, ພ້ອມກັນເສຍສະຫຼະເລືອດເນື້ອເຫື່ອໄຄເພື່ອນຳມາເຊິ່ງເອກະລາດ, ອິດສະຫຼະພາບມາໃຫ້ສອງຊາດພວກເຮົາ. ໄວໜຸ່ມ ແລະ ຊາວໜຸ່ມ ຫວຽດນາມ ຍາມໃດກໍຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບການເສີມຂະຫຍາຍ, ປັບປຸງ ແລະ ຖະໜຸຖະໜອມຄວາມສາມັກຄີແບບພິເສດກັບປະຊາຊົນ ລາວ ອ້າຍນ້ອງ ແລະ ພວກຂ້າພະເຈົ້າ ຂໍຮັບຟັງ ແລະ ຈົດຈຳ ບັນດາການບອກສອນ, ການຊີ້ນຳອັນເລິກເຊິ່ງຂອງການນຳຂັ້ນສູງສອງປະເທດຢ່າງຈິງຈັງ ກ່ຽວກັບພາລະກຳຂອງຄົນລຸ້ນໜຸ່ມສອງປະເທດ ໃນການເພີ່ມພູນຄຸນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ”.

ທ້າວ ອານຸຊາ ອິນທະບົວລີ ຕາງໜ້າໃຫ້ນັກສຶກສາລາວ ພວມຮ່ຳຮຽນຢູ່ ຫວຽດນາມ ໄດ້ສະແດງຄວາມເປັນກຽດ ແລະ ປະຕິຊົມຊື່ນເມື່ອໄດ້ເຂົ້າຮ່ວມເຫດການທີ່ຍິ່ງໃຫຍ່ ແລະ ສຳຄັນນີ້. ອະນຸຊາ ແບ່ງປັນວ່າ: ເມືອໄດ້ສຶກສາຄົ້ນຄວ້າ, ພວກເພື່ອນຍິ່ງມີຄວາມເຂົ້າໃຈກ່ຽວກັບສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ ແລະ ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບບົດບາດ, ຄວາມຮັບຜິດຊອບຂອງຊາວໜຸ່ມ, ໄວໜຸ່ມສອງປະເທດໃນການເພີ່ມພູນຄູນສ້າງ, ຖະໜຸຖະໜອມສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ແລະ ໝັ້ນໝາຍວ່າ ຈະພະຍາຍາມຈົນສຸດຄວາມສາມາດຂອງຕົນເຂົ້າໃນໜ້າທີ່ອັນສຳຄັນນີ້.

“ພວກຂ້າພະເຈົ້າຂໍໝັ້ນໝາຍວ່າ ຈະພ້ອມກັນສາມັກຄີ, ສຶກສາຮ່ຳຮຽນໃຫ້ກ້າວໜ້າ, ແລກປ່ຽນຄວາມຮູ້, ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ບຸກຄະລິກກະພາບ ເພື່ອນຳເອົາຄວາມຮູ້, ຄວາມສາມາດຂອງຕົນມາຮັບໃຊ້, ພັດທະນາປະເທດລາວ ຍ້ອນວ່າ ການພັດທະນາປະເທດລາວ ໃຫ້ຈະເລີນວັດທະນາຖາວອນ ກໍແມ່ນການປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນລະຫວ່າງ ລາວ - ຫວຽດນາມ ແລະ ຫວຽດນາມ - ລາວ. ພວກຂ້າພະເຈົ້າ ຈະພ້ອມກັບໄວໜຸ່ມ ຫວຽດນາມ ສືບຕໍ່ປະຕິບັດພາລະກຳອັນສະຫງ່າຂອງລຸ້ນພໍ່ລຸ້ນອ້າຍສອງປະເທດ, ຂໍຂານອາສາເຮັດຈົນສຸດຄວາມສາມາດຂອງຕົນປະກອບເຂົ້າໃນການຖະໜຸຖະໜອມ, ພັດທະນາສາຍພົວພັນທີ່ສະໜິດສະໜົມ, ບໍລິສຸດຜຸດຜ່ອງລະຫວ່າງສອງຊາດ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ".

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.