ຫ​ວຽດ​ນາມ ແລະ ລາວ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ​ຂັ້ນ​ສູງ

14:35 | 18/07/2022

ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ພົບປະເຈລະຈາກັບທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ.

ຈຳ​ນວນການເຂົ້າ​ຊອກ​ຫາ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ຂອງແຂກ​ທ່ອງ​ທ່ຽວ​ສາ​ກົນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ ຈຳ​ນວນການເຂົ້າ​ຊອກ​ຫາ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ຂອງແຂກ​ທ່ອງ​ທ່ຽວ​ສາ​ກົນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ
ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພົບປະເຈລະຈາກັບທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ (ພາບ: TTXVN)
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພົບປະເຈລະຈາກັບທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ, ທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການ ສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດ ລາວ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 17 ກໍລະກົດ - 19 ກໍລະກົດ 2022. ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ພົບປະເຈລະຈາກັບທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ.

ໂດຍແລກປ່ຽນກ່ຽວກັບການກຳນົດທິດຊຸກຍູ້ການພົວພັນຄູ່ຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ, ການນຳສອງປະເທດໄດ້ເຫັນດີເປັນເອກະພາບ ຈະຮັກສາການຢ້ຽມຢາມ, ພົບປະຂັ້ນສູງ ໃນທຸກຊ່ອງທາງ, ຈັດບັນດາການເຄື່ອນໄຫວທີ່ມີຄວາມໝາຍ ແລະ ແທ້ຈິງໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ໃຫ້ເປັນຢ່າງດີ, ສືບຕໍ່ເພີ່ມທະວີ, ຍົກສູງປະສິທິຜົນການຮ່ວມມືດ້ານການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄົມມະນາຄົມ ແລະ ຂົນສົ່ງ, ການສຶກສາ - ບຳລຸງສ້າງ, ການພົບປະແລກປ່ຽນວັດທະນະທຳ - ກິລາ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ…

ຮອງປະທານປະເທດສອງທ່ານກໍ່ໄດ້ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບຈະສືບຕໍ່ເສີມຂະຫຍາຍມູນເຊື້ອສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນ ສປຊ, ອາຊຽນ ແລະ ບັນດາກົນໄກຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ທັດສະນະແກ້ໄຂບັນດາບັນຫາໃນພາກພື້ນ ແລະ ໃນໂລກ ໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ.

ວີ​ໂອ​ວີ

302 Found

Found

The document has moved here.