ໄຂສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ

18:00 | 21/07/2022

ຜ່ານເຫດການວັດທະນະທຳຄັ້ງນີ້, ປະຊາຊົນ ຫວຽດນາມ - ລາວ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດ ພ້ອມກັບເພື່ອນມິດສາກົນມີໂອກາດເຂົ້າໃຈແຈ້ງກວ່າກ່ຽວກັບພື້ນຖານວັດທະນະທຳ ຫວຽດນາມ ແລະ ວັດທະນະທຳ ລາວ

ງານວາງສະແດງ “ຄວາມງາມຂອງ ຫວຽດນາມ” ຢູ່ ລາວ ງານວາງສະແດງ “ຄວາມງາມຂອງ ຫວຽດນາມ” ຢູ່ ລາວ
ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບພະນັກງານ, ພາລະກອນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ປະຊາຄົມຊາວ ຫວຽດນາມ ຢູ່ ລາວ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບພະນັກງານ, ພາລະກອນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ປະຊາຄົມຊາວ ຫວຽດນາມ ຢູ່ ລາວ
ໄຂສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ

ລາຍການສະແດງສິລະປະຟ້ອນ (ພາບ: VGP)

ຕອນຄ່ຳວັນທີ 18 ກໍລະກົດ, ພິທີໄຂ “ສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ” ແລະ ລາຍການສະແດງສິລະປະຂອງຄະນະສິລະປະແຫ່ງຊາດ ລາວ ໄດ້ດຳເນີນຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ. ຜ່ານເຫດການວັດທະນະທຳຄັ້ງນີ້, ປະຊາຊົນ ຫວຽດນາມ - ລາວ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດ ພ້ອມກັບເພື່ອນມິດສາກົນມີໂອກາດເຂົ້າໃຈແຈ້ງກວ່າກ່ຽວກັບພື້ນຖານວັດທະນະທຳ ຫວຽດນາມ ແລະ ວັດທະນະທຳ ລາວ ຜ່ານບັນດາລາຍການສະແດງສິລະປະຟ້ອນຂັບຮ້ອງທີ່ເປັນເອກະລັກສະເພາະຂອງ 2 ຊາດ; ຜ່ານບັນດາງານວາງສະແດງແນະນຳຄວາມງາມຂອງປະເທດຊາດ, ປະຊາຊົນ, ວັດທະນະທຳຂອງ 2 ປະເທດ.

“ສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ” ລວມມີ 2 ລາຍການຕົ້ນຕໍ, ຄືການສະແດງສິລະປະໂດຍບັນດານັກສິລະປິນໜຸ່ມດີເດັ່ນ ແລະ ມີຊື່ສຽງຂອງ ລາວ ສະແດງ ແລະ ງານວາງສະແດງ “ນ້ຳໃຈມິດຕະພາບ ລາວ - ຫວຽດນາມ ຍືນຍົງຕະຫຼອດໄປ”.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.