ຍສໝ - ຕອນບ່າຍ ວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ສປປ ລາວ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ໄດ້ເດີນທາງອອກຈາກ ນະຄອນຫຼວງ ຮ່າໂນຍ, ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ເປັນທາງການຢ່າງຈົບງາມ ໃນລະຫ່ວາງວັນທີ 08 -10 ມັງກອນ 2022, ໂດຍຕອບສະໜອງຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ຍສໝ - ເຂົ້າຮ່ວມກອງປະຊຸມ ມີທ່ານນາງ ຫງວຽນເຟືອງງາ ເລຂາຄະນະພັກ, ປະທານ VUFO,ທ່ານ ຟານແອັງເຊີນ ຮອງປະທານ ເລຂາທິການໃຫຍ່ VUFO ແລະ ບັນດາກຳມະການຄະນະປະຈຳຄະນະປະທານ VUFO, ຜູ້ຕາງໜ້າບາງກະຊວງ, ຂະແໜງການຂັ້ນສູງການ.
ຍສໝ - ວັນທີ 9 ກັນຍາ 2024, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟືອກ ຫາກໍ່ລົງນາມໃນມະຕິເລກທີ 943/QD-TTg ຂອງນາຍົກລັດຖະມົນຕີ ກ່ຽວກັບການໜູນຊ່ວຍຢ່າງຮີບດ່ວນ ເພື່ອແກ້ໄຂຄວາມເສຍຫາຍຈາກພະຍຸລູກທີ 3.
ປັດຈຸບັນ ກວາງງາຍ ມີ 16 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ 4 ອົງການ, ສ່ວນບຸກຄົນຕ່າງປະເທດພວມປະຕິບັດວຽກງານໜູນຊ່ວຍໃຫ້ແຂວງ. ບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະ ບັນດານັກອຸປະຖຳຕ່າງປະເທດກໍ່ໄດ້ໜູນຊ່ວຍໃຫ້ແກ່ແຂວງປະຕິບັດ 151 ໂຄງການ, ລາຍການ ດ້ວຍຍອດມູນຄ່າໃຫ້ຄຳໝັ້ນສັນຍາບັນລຸກ່ວາ 7,8 ລ້ານ USD.
ຍສໝ - ຕອນເຊົ້າຂອງວັນທີ 24 ພະຈິກ, ສືບຕໍ່ການເຄື່ອນໄຫວໃນທ່າມກາງການມາຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ໋າມມິງຈີງ ໄດ້ຕ້ອນຮັບທ່ານ Kitaoka Shinichi ປະທານອົງການນ່ວມມືສາກົນຍີ່ປຸ່ນ (JICA).
ຍສໝ - ພະແນກພົວພັນຕ່າງປະເທດ ຮ່າໂນ້ຍ ຫາກໍ່ປະກາດໃຊ້ເອກະສານທາງການ ສະບັບເລກທີ 873/ NV-LS-NVNONN ລົງວັນທີ 1 ມິຖຸນາ 2021 ກ່ຽວກັບການແນະນຳແກ້ໄຂຂໍ້ສະເໜີການເຂົ້າເມືອງ ແລະ ແຍກປ່ຽວເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງຊາວຕ່າງປະເທດ ເຊິ່ງລວມມີບັນດາອົງການການທູດ, ອົງການຈັດຕັ້ງສາກົນ, ອົງການທີ່ບໍ່ຂຶ້ນກັບລັດຖະບານ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັດນາກະຊວງ, ຂະແໜງການ, ທ້ອງຖິ່ນຄວນມີມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ, ທັນການ ແລະ ມີປະສິດທິຜົນ ກ່ອນອື່ນໝົດແມ່ນປົກປ້ອງສຸຂະພາບ, ຊີວິດອິນຊີ ແລະ ນຳຊີວິດການເປັນຢູ່ຂອງ ປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິ.
ຍສໝ - ຕາມບົດລາຍງານລາຍງານວຽກງານປີ 2022 ແລະ ຜັນຂະຫຍາຍໜ້າທີ່ປີ 2023 ຂອງ VUFO ໂດຍທ່ານຮອງປະທານ ເລຂາທິການ VUFO ຟານແອັງເຊີນ ສະເໜີຢູ່ກອງປະຊຸມ, ປີ 2022 VUFO ໄດ້ປະຕິບັດໜ້າທີ່ໃນບັນດາຂົງເຂດ ແລະ ເປົ້າໝາຍວຽກງານ.
ຍສໝ - ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງປະເທດສືບຕໍ່ຜັນຂະຫຍາຍກົນໄກປຶກສາຫາລືດ້ານການເມືອງ ລະຫວ່າງສອງກະຊວງການຕ່າງປະເທດ, ຮັກສາການສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາອົງການສາກົນ ແລະ ເວທີປາໄສຫຼາຍຝ່າຍ, ປະກອບສ່ວນຕັ້ງໜ້າເຂົ້າໃນການແກ້ໄຂບັນດາບັນຫາໃນພາກພື້ນ ແລະ ທົ່ວໂລກ.
ຍສໝ - ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການປະຕິບັດແນວທາງພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ ແລະ ຫຼາຍຮູບຫຼາຍແບບ...
ຍສໝ - ບັນດາຜູ້ແທນກໍໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາພົ້ນເດັ່ນ ເພື່ອແນໃສ່ນຳພາກພື້ນ ອາຊຽນ ກາຍເປັນພາກພື້ນດຶງດູດການລົງທຶນຕ່າງປະເທດ ແລະ ກຽມພ້ອມຮັບມືກັບການສະພາບການຜັນແປໃນປັດຈຸບັນ
ຕອນບ່າຍວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນໄປສູ່ດີຈີຕອນ ໄດ້ເປັນປະທານວາລະປະຊຸມທຳອິດຂອງ ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ.
ຍສໝ - ຕອນບ່າຍວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມແລກປ່ຽນຂໍ້ມູນຂ່າວສານ ແລະ ພິທີຮັບເອົາການປະກອບສ່ວນຂອງອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ຂອງຕ່າງປະເທດໃນປີ 2021.
ຍສໝ - ກອງປະຊຸມມີການເຂົ້າຮ່ວມຂອງ 21 ສະມາຊິກ APEC, ສະພາໃຫ້ຄຳປຶກສາການດຳເນີນທຸລະກິດ APEC (ABAC), ອາຊຽນ, ສະພາຮ່ວມມືເສດຖະກິດ ປາຊີຟິກ (PECC), ເວທີປາໄສບັນດາເກາະຢູ່ປາຊີຟິກ (PIF), ອົງການການຄ້າ ໂລກ (WTO) ແລະ ຄະນະເລຂາສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC).
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທະນາຄານໂລກ ແລະ ອົງການການເງິນສາກົນ (IFC) ໄດ້ ສົມທົບກັນຈັດຕັ້ງເວທີປາໄສວິສາຫະກິດຫວຽດນາມ (VBF) ທ້າຍປີ 2019.
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແມ່ນປັດໄຈທີ່ຂາດບໍ່ໄດ້ສຳລັບການຄົງຕົວ ແລະ ພັດທະນາຂອງມະນຸດ ກໍຄື ການພັດທະນາແບບຍືນຍົງຂອງປະເທດຊາດ.
ວຽກງານອະໄພຍະໂທດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງນະໂຍບາຍຂອງພັກ, ລັດ ຫວຽດນາມ ແມ່ນຍຸຕິທຳໂປ່ງໃສ, ເຂັ້ມງວດ ແລະ ພິພາກສາຢ່າງຍຸຕິທຳ ສຳລັບອາດຊະຍາກອນທີ່ໄດ້ຮັບການອະໄພຍະໂທດ.
ຍສໝ - ທ່ານປະທານ EC ໄດ້ເນັ້ນໜັກວ່າ EU ຖືເປັນສຳຄັນການຮ່ວມມືກັບຫວຽດນາມ ໃນທຸກດ້ານ, ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມໃນການຮັບດຳລົງຕຳແໜ່ງເປັນປະທານອາຊຽນ ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ.
ຍສໝ - ທ່ານ ຟຸ່ງກ໊ວກຫ໋ຽນ ຮອງປະທານສະພາແຫ່ງຊາດຊີ້ແຈ້ງວ່າ: ດ້ວຍບົດບາດແມ່ນບັນດາຜູ້ສ້າງຕັ້ງ, ກອງປະຊຸມຄວນມີການກະທຳເພື່ອປະຕິບັດບົດບາດໜ້າທີ່ ແລະ ຄຳໝັ້ນສັນຍາຕໍ່ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຄືໄດ້ຢັ້ງຢືນໃນຖະແຫຼງການຮ່າໂນ້ຍ ຢູ່ ຊະມັດຊາໃຫຍ່ IPU – 132 ດ້ວຍຫົວຂໍ້ “ບັນດາເປົ້າໝາຍພັດທະນາແບບຍືນຍົງ: ຫັນຄຳເວົ້າກາຍເປັນການກະທຳ” ໃນເດືອນ ເມສາ ປີ 2015.
ຍສໝ - ຕອນບ່າຍວັນທີ 1 ພະຈິກ (ຕາມເວລາ ທ້ອງຖິ່່ນ), ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ມີການພົບປະສອງຝ່າຍກັບ ທ່ານນາງ Elizabeth Truss ລັດຖະມົນຕີການຕ່າງປະເທດ ແລະ ພັດທະນາອັງກິດ.