ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ມິງ​ຈີງ ຕ້ອນ​ຮັບ ປະ​ທານ​ອົງ​ການ​ຮ່ວ​ມ​ມື​ສາ​ກົນ​​ຍີ່​ປຸ່ນ

16:44 | 25/11/2021

ຍສໝ - ຕອນ​ເຊົ້າ​ຂອງວັນ​ທີ 24 ພະ​ຈິກ, ສືບ​ຕໍ່​ການ​ເຄື່ອນ​ໄຫວ​ໃນ​ທ່າມ​ກາງ​ການ​ມາ​ຢ້ຽມ​ຢາມ​ຍີ່​ປຸ່ນ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ມິງ​ຈີງ ໄດ້​ຕ້ອນ​ຮັບ​ທ່ານ Kitaoka Shinichi ປະ​ທານ​ອົງ​ການ​ນ່ວມ​ມື​ສາ​ກົນ​ຍີ່​ປຸ່ນ (JICA).

ທ່ານ​ນາ​ຍ​ົກ​ລັດ​ຖະ​ມ​ົນ​ຕີ ຫວຽດ​ນາມ ຟ້ານ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ຕາ​ງ​ໜ້າ​ປັນ​ຍາ​ຊົນ ຫວຽດ​ນາມ ຢ​ູ່ ຍີ່​ປຸ່ນ ທ່ານ​ນາ​ຍ​ົກ​ລັດ​ຖະ​ມ​ົນ​ຕີ ຫວຽດ​ນາມ ຟ້ານ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ຕາ​ງ​ໜ້າ​ປັນ​ຍາ​ຊົນ ຫວຽດ​ນາມ ຢ​ູ່ ຍີ່​ປຸ່ນ
ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕ​ີ ຫ​ວຽດ​ນາມ ຟ້າ​ມ​ມິງ​ຈິງ ເຂົ້າ​ຮ່ວມ​ລ​າຍ​ການ​ສິ​ລະ​ປະ​ພິ​ເສດ “ຄວ​າ​ມ​ເຊ​ື່ອ​ໝັ້ນ ແລະ ​ຄາດ​ຫວັງ” ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕ​ີ ຫ​ວຽດ​ນາມ ຟ້າ​ມ​ມິງ​ຈິງ ເຂົ້າ​ຮ່ວມ​ລ​າຍ​ການ​ສິ​ລະ​ປະ​ພິ​ເສດ “ຄວ​າ​ມ​ເຊ​ື່ອ​ໝັ້ນ ແລະ ​ຄາດ​ຫວັງ”

ໃນ​ວາ​ລະ​ການ​ຕ້ອນ​ຮັບ​ດັ່ງ​ກ່າວ, ທັງ​ສອງ​ຝ່າຍ​ຕາງ​ກໍ​ມີ​ຄວາມ​ຊື່ນ​ຊົມ​ເຫັນ​ໄດ້​ເຖິງ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ເປັນ​ຍຸດ​ທະ​ສາດ​ອັນ​ເລິກ​ເຊິ່ງ​ລະ​ຫວ່າງ ຫວຽດ​ນາມ-ຍີ່​ປຸ່ນ ທີ່​ກຳ​ລັງ​ຂະ​ຫຍາຍ​ຕົວ​ຢ່າງ​ງົດ​ງາມ, ເຂັ້ມ​ແຂງ ແລະ ເປັນ​ຈິງ​ໃນ​ທຸກ​ຂົງ​ເຂດ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ທາງ​ການ​ເມືອງ​ສູງ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ມິງ​ຈີງ ຕ້ອນ​ຮັບ ປະ​ທານ​ອົງ​ການ​ຮ່ວ​ມ​ມື​ສາ​ກົນ​​ຍີ່​ປຸ່ນ
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ມິງ​ຈີງ ຕ້ອນ​ຮັບ ປະ​ທານ​ອົງ​ການ​ຮ່ວ​ມ​ມື​ສາ​ກົນ​​ຍີ່​ປຸ່ນ. ພາບ: TTXVN

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ມິ່ງ​ຈີງ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ກັບ​ລັດ​ຖະ​ບານ​ຍີ່​ປຸ່ນ ທີ່​ໄດ້​ປະ​ກອບ​ສ່ວນ​ຊ່ວຍ​ເຫຼືອ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງົ​ຄມ, ບູ​ລະ​ນະ​ປັບ​ປຸງ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຫວຽດ​ນາມ​ຢ່າ​ງ​ສົມ​ບູນ​ແບບ ໂດຍ​ຜ່ານ​ແຫຼ່ງ​ທຶນ​ການ​ຊ່ວຍ​ເຫຼືອ ODA ໃນ​ເກືອບ 30 ປີ​ຜ່ານ​ມາ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັບຮູ້ ແລະ ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນທີ່​ສຳ​ຄັ​ນ​ຕ່າງໆ​ຂອງ JICA ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ຊ່ວຍ​ເຫຼືອ ODA ຢູ່​ ຫວຽດ​ນາມ, ໄດ້​ຮັບ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ​ຕອບ​ສະ​ໜອງຢ່າງວ່ອງ​ໄວ ຈຳ​ນວນຫຼາຍກວ່າ 4 ລ້ານ​ໂດ​ສ ແລະ ອຸ​ປະ​ກອນ​ການ​ແພດ​ຈຳ​ນວນຫຼາຍ​ໂດຍ​ແມ່ນ​ລັດ​ຖະ​ບານ​ຍີ່​ປຸ່ນ​ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫຼືອແກ່​ຫວຽດ​ນາມ​ປະ​ເຊີນ​ໜ້າ​ກັບ​ພະ​ຍາດລະ​ບາດ, ຍົກ​ລະ​ດັບ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ​ທາງ​ສາ​ທາ​ລະ​ນະ​ສຸກ​ໃນ​ສະ​ພາບ​ການ​ທີ່​ພະ​ຍາດ​ໂຄວິດ-19 ຜັນ​ແປ​ໄປ​ຢ່າງ​ຫຍຸ້ງ​ຍາກ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ມິ່ງ​ຈີງ ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ເປົ້າໝາຍ​ການ​ຟື້ນ​ຟູເສດ​ຖະ​ກິດ​ຂອງ​ຍີ່​ປຸ່ນ​ໃນ​ອະ​ນາ​ຄົດ ແລະ ເຫັນ​ວ່າ​ສອງ​ປະ​ເທດ​ຄວນ​ມີ​ການ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ ເພື່ອ​ປະ​ເຊີນ​ໜ້າ​ກັບ​ການ​ລະ​ບາດພະ​ຍາດ​ຄັ້ງ​ໃຫຍ່​, ການ​ຟື້ນ​ຟູ​ພັດ​ທະ​ນາ​ເສດ​ຖະ​ກິດ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ມິ່ງ​ຈີງ ​ສະ​ເໜີ​ຕໍ່​ຍີ່​ປຸ່ນ​ຕອບ​ສະ​ໜອງໃຫ້​ແກ່​ຫວຽດ​ນາມ​ທາງ​ດ້ານ​ການ​ຊ່ວຍ​ເຫຼືອ ODA ໃນ​ຮຸ້ນ​​ໃໝ່​ດ້ວຍ​ວິ​ທີ​ການ ແລະ ມາດ​ຕະ​ການ​ໃໝ່, ຮ່ວມ​ກັບ​ການມອບ​ທຶນ​ໃຫ້​ສູງ​, ຫຼາຍ​ພຽງ​ພໍ ແລະ ຄ່ອງ​ຕົວ ເພື່ອ​ນຳ​ໃຊ້​ໃນຫຼາຍ​ຂົງ​ເຂດ, ດ້ວຍ​ຂັ້ນ​ຕອນ​ອັນ​ງ່າຍ​ດາຍ​ທີ່​ສຸດ, ສຸມ​ໃສ່ 6 ຂົງ​ເຂດ: ຍົກ​ລະ​ດັບ​ຄວາມ​ສາ​ມາດ​ທາງ​ສາ​ທາ​ລະ​ນະ​ສຸກ, ເປັນ​ຕົ້ນ​ແມ່ນ​ພື້ນ​ຖານ​ການ​ແພດ ແລະ ການແພດ​ປ້ອງ​ກັນ​; ຫຼຸດ​ຜ່ອນ​ການ​ປ່ອຍ​ມົນ​ລະ​ພິດ, ປະ​ເຊີນ​ກັບ​ການ​ປ່ຽນ​ແປງ​ທາງ​ສະ​ພາບ​ອາ​ກາດຢູ່​ສາມ​ແຫຼມ​ປາກ​ແມ່​ນ້ຳ​ຂອງ, ພາກ​ກາງ ແລະ ເຂດ​ພູ​ທາງ​ພາກ​ເໜືອ; ການ​ປ່ຽນ​ແປງ​ຈຳ​ນວນ, ການ​ພັດ​ທະ​ນາ​ທີ່​ຍືນ​ຍົງ; ສະ​ຫວັດ​ດີ​ການ​ສັງ​ຄົມ​ທີ່​ກ່ຽວ​ຂ້ອງ​ກັບ​ຜົນ​ກະ​ທົບ​ອັນ​ຫຍໍ້​ທໍ້​ຂອງ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19; ການ​ພັດ​ທະ​ນາ​ໂຄງ​ລ່າງ​ຍຸດ​ທະ​ສາດ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ມິ່ງ​ຈີງ ​ຢືນ​ຢັນ​ວ່າ​ຫວຽດ​ນາມ​ຈະ​ສືບ​ຕໍ່​ພະ​ຍາ​ຍາມ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ນຳ​ໃຊ້​ແຫຼ່ງ​ທຶນ​ກູ້​ຢືມ ODA, ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ບັນ​ດານັກ​ຊ່ຽວ​ຊານ JICA ເດີນ​ທາງ​ມາ​ເຄື່ອນ​ໄຫວ​ວຽກ​ງານ​ຢູ່​ຫວຽດ​ນາມ​ໃນ​ສະ​ພາບ​ພະ​ຍາດ​ໂຄວິດ-19, ສູ້​ຊົນ​ຈຳ​ກັດທີ່​ສຸດ​ຕໍ່​ຜົນ​ກະ​ທົບເຖິງ​ຄວາມ​ຄືບ​ໜ້າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຕ່າງໆ.​

ທ່ານ​ປະ​ທານ Kitaoka Shinichi ກໍ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ຂອງ​ບັນ​ດາ​ໂຄງ​ການ ODA ຂອງ​ຫວຽດ​ນາມ ແລະ ໃຫ້​ຮູ້​ວ່າ JICA ຈະ​ເອົາ​ຮູບ​ແບບ​ຄວາມ​ສຳ​ເລັດ​ໃນ​ການ​ຊ່ວຍ​ເຫຼືອ​ສ້າງ​ບັນ​ດາ​ໂຮງ​ໝໍ​ໃຫຍ່​ຢູ່​ຫວຽດ​ນາມ​ໃນຫຼາຍ​ປີ​ຜ່ານ​ມາ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ສ້າງ​ໂຮງ​ໝໍ 100 ແຫ່ງ​ຢູ່​ບັນ​ດາ​ປະ​ເທດ​ອື່ນ.

ທ່ານ​ປະ​ທານ Kitaoka Shinichi ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ຫວຽດ​ນາມ​ມີ​ການ​ຂະ​ຫຍາຍ​ຕົວ​ທາງ​ດ້ານ​ເສດ​ຖະ​ກິດ, ສຸມ​ໃສ່​ການ​ຮ່ວມ​ມື​ບັນ​ດາ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ການ​ລົງ​ທຶນ​ສາ​ທາ​ລະ​ນະ ແລະ ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.

ໄຊພອນ

ເຫດການ
302 Found

Found

The document has moved here.