ວັນທີ 17 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ໄດ້ຈັດພິທີໄຂກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ມະໄລທອງ ກົມມະສິດ, ພ້ອມດ້ວຍລັດຖະມົນຕີເສດຖະກິດບັນດາປະເທດສະມາຊິກ ອາຊຽນ ແລະ Timor Leste.
![]() |
ໄຂກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ຢູ່ ລາວ. ພາບ: TTXVN |
ກອງປະຊຸມໄດ້ດຳເນີນໃນສະພາບການໂລກ ແລະ ພາກພື້ນພວມມີການຜັນແປຢ່າງສັບສົນ, ພິເສດແມ່ນສະພາບການເສດຖະກິດ ແລະ ການເງິນໃນພາກພື້ນ ແລະ ໃນໂລກ ສືບຕໍ່ປະເຊີນໜ້າກັບຄວາມຂາດສະຖຽນລະພາບ, ຮຽກຮ້ອງໃຫ້ບັນດາປະເທດ ອາຊຽນ ຕ້ອງເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືຢ່າງແໜ້ນແຟ້ນ ເພື່ອຊອກຫາບັນດາມາດຕະການເໝາະສົມ ແກ້ໄຂບັນດາສິ່ງທ້າທາຍນີ້ ແລະ ກຽມພ້ອມປະຕິບັດຄຳຂວັນຂອງ ອາຊຽນ ໃນປີ 2024 ນັ້ນແມ່ນ “ອາຊຽນ: ຊຸກຍູ້ການເຊື່ອມຕໍ່ ແລະ ສ້າງຄວາມເຂັ້ມແຂງໂດຍຕົນເອງ”.
ໃນກອງປະຊຸມດັ່ງກ່າວ, ບັນດາຜູ້ແທນກໍໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາພົ້ນເດັ່ນ ເພື່ອແນໃສ່ນຳພາກພື້ນ ອາຊຽນ ກາຍເປັນພາກພື້ນດຶງດູດການລົງທຶນຕ່າງປະເທດ ແລະ ກຽມພ້ອມຮັບມືກັບການສະພາບການຜັນແປໃນປັດຈຸບັນ.
ໃນວັນດຽວກັນ, ຢູ່ນະຄອນຫຼວງ ວຽງຈັນ, ກໍໄດ້ຈັດພິທີໄຂກອງປະຊຸມອົງການຝລັ່ງ ໂກໂຟນີ ອາຊຽນ ເພື່ອປະກອບຄຳເຫັນ, ປຶກສາຫາລື ແລະ ແລກປ່ຽນກ່ຽວກັບທັດສະນະຕົວຈິງ ແລະ ເໝາະສົມ ເພື່ອແນໃສ່ເພີ່ມທະວີການສ້າງສາຍພົວພັນ ແລະ ຮ່ວມມືໃນພາກພື້ນ.
![]() | ອົດສະຕາລີ ໜູນຊ່ວຍແມ່ຍິງ 30.000 ຄົນຢູ່ແຂວງ ລາວກາຍ, ເຊີນລາ ເພື່ອຍົກສູງປະສິດທິຜົນດ້ານເສດຖະກິດ ຍສໝ - ວັນທີ 9 ພຶດສະພາ 2024, ແຂວງ ລາວກາຍ, ແຂວງ ເຊີນລາ ພ້ອມກັນກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ເລີ່ມປະຕິບັດໄລຍະທີ 2 ຂອງໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໂດຍຜ່ານການຍົກສູງປະສິດທິຜົນດ້ານເສດຖະກິດໃນກະສິກຳ ແລະ ການທ່ອງທ່ຽວ (GREAT). |
![]() | ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ອົດສະຕາລີ ຍສໝ - ຕອນບ່າຍວັນທີ 7 ມີນານີ້, ຢູ່ນະຄອນຫຼວງ Canberra, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ໄດ້ມີການພົບປະກັບບັນດາພະນັກງານ, ລັດຖະກອນບັນດາອົງການຜູ້ຕາງໜ້າ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ ອົດສະຕາລີ. |