ບັນດາຫົວໜ່ວຍດັ່ງກ່າວ ໄດ້ມອບເງິນສົດໃຫ້ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 50 ລ້ານດົ່ງ ເພື່ອປະກອບສ່ວນເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ແລະ ວັດຖຸເຄື່ອງຂອງຈຳນວນໜຶ່ງທີ່ມີມູນຄ່າເກືອບ 230 ລ້ານດົ່ງ ເພື່ອຊ່ວຍເຫຼືອໃຫ້ບັນດາແພດໝໍ, ພະຍາບານທີ່ພວມປະຕິບັດໜ້າທີ່ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ບັກຢາງ ແລະ ບັກນິງ.
ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຮຽກຮ້ອງໃຫ້ ພະນັກງານ, ພາລະກອນສະຖານທູດໝົດທຸກຄົນ, ບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ພໍ່ແມ່ປະຊາຊົນ ຊາວຫວຽດນາມ ພວມເຮັດວຽກ ແລະ ດຳລົງຊີວິດຢູ່ ສິງກະໂປ ສະໜັບສະໜູນໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ໂດຍຕາງໜ້າປະຊາຊົນ, ທ່ານດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າຈຳນວນເງິນນີ້ ແມ່ນການລະດົມກຳລັງໃຈສຳລັບພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແລະ ສະແດງໃຫ້ເຫັນນະໂຍບາຍສາມັກຄີ, ຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ປະຊາຊົນພາຍໃນປະເທດ ຕໍ່ພໍ່ແມ່ປະຊາຊົນ ເຮົາຢູ່ຕ່າງປະເທດ ດ້ວຍຈິດໃຈ “ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ”.
ຍສໝ - ເມື່ອເຕື້ອງເຖິງບົດບາດ ແລະ ການປະກອບສ່ວນອັນຍິ່ງໃຫຍ່ຂອງສະພາແຫ່ງຊາດຕໍ່ການພັດທະນາປະເທດຊາດ, ທ່ານ ສາດສະດາຈານ, ປ.ອ ວິທະຍາສາດ ຫງວຽນຊວັນທິ໊ງ - ປະທານ ເຄືອຂ່າຍປ່ຽນແປງໃໝ່ຫົວຄິດປະດິດຄິດສ້າງ ຫວຽດນາມ - ເຢຍລະມັນ ຕີລາຄາສະພາແຫ່ງຊາດຊຸດທີ XIV ບັນລຸໄດ້ຫຼາຍຜົນສຳເລັດທີ່ສຳຄັນ.
ຍສໝ - ຕາມທ່ານ ຫງວຽນຝູບິ່ງ ປະທານສະມາຄົມຕິດຕໍພົວພັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ALOV) ແລ້ວ, ຈຳນວນຂອງຂວັນດັງກ່າວເຖິງວ່ານ້ອຍກໍ່ຕາມ ແຕ່ມັນສະແດງໃຫ້ເປັນນ້ຳໃຈຂອງພໍ່ແມ່ປະຊາຊົນພາຍໃນປະເທດ ຍາມໃດກໍ່ເອົາໃຈໃສ່ ແລະ ເປັນຫ່ວງເປັນໃຍຕໍ່ຊາວຫວຽດນາມ ອາໄສຢູ່ 3 ປະເທດ ຕໍ່ໜ້າການແຜ່ລະບາດຂອງໂລກລະບາດໂຄວິດ - 19 ຮອບໃໝ່ນີ້.
ຍສໝ - ຄະນະໄດ້ມອບໃຫ້ສະມາຄົມຂະແມ - ຫວຽດນາມ ເຂົ້າສານ 2500 ກີໂລກຼາມ, ໝີ່ສຳເລັດຮູບ 350 ແກັດ ແລະ ເງິນເປັນຈຳນວນ 50 ລ້ານດົ່ງ ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ຫຼຸດຜ່ອນຄວາມຫຍຸ້ງຍາກ, ຜ່ານຜ່າໂລກລະບາດໂຄວິດ - 19.
ຍສໝ - ຈຳນວນຂອງຂວັນລວມມີ ສິນຄ້າ 135 ແກັດໃນນັ້ນມີ ຜ້າອັດປາກດັງ ລວມທັງໝົດ 337.500ອັນ ໂດຍຄອບຄົວທ່ານ ເຈິ່ນວຽດຕວັນ ຊາວຫວຽດນາມ ອາໄສຢູ່ຕ່າງ ແລະ ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ບໍລິຈາກ, ດ້ວຍມູນຄ່າ 10.000 ໂດລາສະຫະລັດ ຊຶ່ງໄດ້ມອບໃຫ້ຄະນະສະເພາະກິດປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດລາວ, ເພື່ອແນໃສ່ແບ່ງເບົາຄວາມຫຍຸ້ງຍາກສິ່ງທ້າຍທາຍກັບລັດຖະບານ ແລະ ປະຊາຊົນລາວ.
ຍສໝ - ເຂົ້າຮ່ວມພິທີ ມີບັນດາພະນັກງານສະຖານທູດ, ຜູ້ຕາງໜ້າບໍລິສັດໂທລະຄົມມະນາຄົມ Movitel ແລະ ບັນດາວິສາຫະກິດ, ນັກຊ່ຽວຊານ, ຜູ້ອອກແຮງງານ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງ Maputo.
ຍສໝ - ປະຊາຄົມຊາວ ຫວຽດນາມ ຢູ່ ອິດສະລາແອັນ ປັດຈຸບັນ ລວມມີນັກສຶກສາ ກ່ວາ 300 ຄົນ ທີ່ແມ່ນນັກຄົ້ນຄ້ວາ ດ້ານກະສິກຳ ຢູ່ 4 ສູນກາງບຳລຸງສ້າງກະສິກຳໃຫຍ່ ແລະພໍ່ແມ່ປະຊາຊົນ ບາງຄົນທີ່ດຳລົງຊີວິດຢູ່ບັນດານະຄອນຄື Tel Aviv, Bat Yam, Beersheba, Haifa...
ຍສໝ - ຕາມໜັງສືພິມປະຊາຊົນ, ບັນດາຂອງຂວັນໄດ້ມອບລວມມີ: ເຂົ້າສານ 2 ໂຕນ, ໝີ່ສຳເລັດຮູບ 100 ກອງ ແລະ ຢາປິ່ນປົວພະຍາດຊະນິດຕ່າງ, ຜ່ານນັ້ນຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຫຼຸດຜ່ອນຄວາມຫຍຸ້ງຍາກລຳສ້າງ, ສ້າງຊີວິດການເປັນຢູ່ເປັນປົກກະຕິໂດຍໄວ ແລະປະຕິບັດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ.
ຍສໝ - ລາຍລະອຽດແມ່ນ, ນະຄອນໂຮ່ຈີມິນຕັດສິນໃຈໜູນຊ່ວຍ 1,5 ຕື້ດົ່ງໃຫ້ແກ່ຊາວຫວຽດນາມ ແລະ ປະຊາຊົນປະສົບກັບຄວາມຫຍຸ້ງຍາກຢູ່ກຳປູເຈຍ, 1 ຕື້ ດົ່ງໃຫ້ແກ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ປະຊາຊົນລາວ ປະສົບກັບຄວາມຫຍຸ້ງຍາກ.
ຍສໝ - ໃນຊຸມປີຜ່ານມາ, ສະມາຄົມນັກຮົບເກົ່າຫວຽດນາມ ປະຈຳ ຢູແກຼນ ແລະ ບັນດາສະມາຄົມ ໄດ້ຕັ້ງໜ້າ ເຂົ້າຮ່ວມບັນດາການເຄື່ອນໄຫວໂດຍສະຖາທູດ ແລະ ອົງການການທະຫານ ຈັດຕັ້ງຄື: ວັນປົດປ່ອຍພາກໃຕ້, ວັນທະຫານເສຍອົງຄະ, ວັນວັດທະນະທຳ ຫວຽດນາມ, ວັນຊາດ ຫວຽດນາມ, ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ…
ຍສໝ - ແບ່ງປັນກັບວາລະສານຍຸກສະໄໝ, ຄະນະໜູນຊ່ວຍການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ສະມາຄົມຊາວ ຫວຽດນາມ ອາໄສຢູ່ນະຄອນ Kiev (ຢູແກຼນ) ໃຫ້ຮູ້ວ່າປັດຈຸບັນ ໃນຈຳນວນ ຜູ້ຕິດເຊື້ອພະຍາດໂຄວິດ - 19 176 ຄົນ ຢູ່ປະຊາຄົມຊາວຫວຽດນາມ ອາໄສຢູ່ Kiev (ຢູແກຼນ) ມີ 174 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ຍັງເຫຼືອ 2 ຄົນພວມໄດ້ຮັບການປິ່ນປົວ.
ຍສໝ - ທ່ານເລບ໊າລິງ, ຜູ້ສ້າງຕັ້ງບໍລິສັດ Link Nature Power, ຊາວຫວຽດນາມ ອາໄສຢູ່ ໄທໃຫ້ຮູ້ວ່າ ປີ 1960 ພໍ່ຂອງທ່ານແມ່ນໜຶ່ງໃນບັນດາຊາວຫວຽດນາມ ອາໄສຢູ່ໄທ ໄດ້ປະຕິບັດຕາມຄຳຮຽກຮ້ອງຂອງ ລຸງໂຮ່, ກັບຄືນປະເທດສ້າງສາປະເທດຊາດ.
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານ ຟານກຸກ ຫົວໜ້າສະພາຊາວເງະອານ ອາໄສຢູ່ ມາເກົາ ໃຫ້ຮູ້ວ່າ, ສະມາຄົມຊາວ ເງະອານ ອາໄສຢູ່ມາເກົາ ໄດ້ສ້າງຕັ້ງແຕ່ວັນທີ 1 ພຶດສະພາ 2016. ນັບແຕ່ໄລຍະຫາກໍ່ສ້າງຕັ້ງ ສະມາຄົມມີສະມາຊິກພຽງແຕ່ 10 ຄົນ. ໃນຕະຫຼອດໄລຍະ 6 ປີຜ່ານມາ ມາຮອດປັດຈຸບັນ ສະມາຄົມໄດ້ມີສະມາຊິກກ່ວາ 100 ຄົນ.
ຍສໝ - ເພື່ອຮັບມືກັບສະພາບການໂລກລະບາດໂຄວິດ - 19, ໃນລະຫວ່າງວັນທີ 2 – 3 ພຶດສະພາ, ບັນດາພະນັກງານລາວ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນດຳເນີນການເອົາຕົວຢ່າງໄປວິໄຈໃຫ້ແກ່ຊາວຫວຽດນາມ ປະທານ 200 ຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ເມືອງ ທາດຫຼວງ, ນາໄຊ ແລະ ເຂດມະຫາວິທະຍາໄລແຫ່ງຊາດ ລາວ, ໂດຍເປັນສະຖານທີ່ມີນັກສຶກສາຫວຽດນາມ ພວມຮ່ຳຮຽນ.
ຍສໝ - ໄລຍະທີ່ຜ່ານມາ, ພາຍລັງໄດ້ຮັບຂ່າວວ່າ ພໍ່ແມ່ປະຊາຊົນເຂດພາກກາງ ໃນນັ້ນມີ ຮ່າຕິ້ງທີ່ຖືກຜົນກະທົບຢ່າງຮ້າຍແຮງຈາກໄພນ້ຳຖ້ວມ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ອຸປະຖຳເງິນສະໜັບສະໜູນພໍ່ແມ່ປະຊາຊົນເຂດນ້ຳຖ້ວມ.
ຍສໝ - ໃນບັນຍາການສົມກຽດບົນພູເງຍລິງ, ຕໍ່ໜ້າບັນດາວິນຍານຂອງບັນດາເຈົ້າຊີວິດຮຸ່ງ, ບັນດາຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຖະຫວາຍທູບທຽນ ສະແດງຄວາມຮູບຸນຄຸນຕໍ່ຄຸນງາມຄວາມດີຂອງບັນພະບຸລຸດ, ສະແດງໃຫ້ເຫັນ ສິນທຳທີ່ວ່າ "ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ" ຂອງຊາດ, ພາວະນາຂໍໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈົ່ງມີສຸຂະພາບທີ່ເຂັ້ມແຂງ, ສາມັກຄີ, ບືນຕົວຂຶ້ນຢ່າງແຮງ ປະກອບສ່ວນເຂົ້າກຳລັງແຮງຢ່າງໃຫຍ່ຫຼວງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ໂດຍຕ່າງໜ້າສະມາຄົມ ວິທະຫາກິດ ຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານ ປີເຕີ ຮົ່ງ - ຮອງປະທານຜູ້ປະຈຳການສະມາຄົມ ໄດ້ເນັ້ນໜັກວ່າ: ເງິນຕາຈາກຜູ້ ອາໄສຢູ່ຕ່າງປະເທດ ມີຄວາມສຳຄັນສຳລັບຫຼາຍປະເທດໃນໂລກ, ພິເສດແມ່ນບັນດາປະເທດພວມພັດທະນາ. ສຳລັບຫວຽດນາມ, ເງິນຕາຈາກຜູ້ອາໄສຢູ່ຕ່າງປະເທດຍິ່ງສຳຄັນ.
ຍສໝ - ຕາມແຜນການແລ້ວ, ໃນຕອນເຊົ້າວັນທີ 12 ເມສາ ຈະມາເຖິງ, ທ່ານ ຫວູງອກລີ໊ ຫົວໜ້າກົງສູນໃຫຍ່ ຈະພົບປະກັບທ່ານ Kouch Chamroeun ເຈົ້າແຂວງແຂວງ Preah Sihanouk ເພື່ອມອບຜ້າອັດປາກດັ່ງ 10.000 ອັນເພື່ອປະກອບສ່ວນເຂົ້າການໜູນຊ່ວຍອຳນາດການປົກຄອງແຂວງ Preah Sihanouk (ຊຶ່ງແມ່ນໜຶ່ງໃນ 3 ທ້ອງຖິ່ນຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19) ເພື່ອສະກັດກັ້ນໂລກລະບາດໂຄວິດ - 19.