ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Trudeau: ການ​ປະ​ກອບ​ສ່ວນທີ່ບໍ່ອາດ​ຄິດໄລ່​ໄດ້​ຂອງ​ປະ​ຊາ​ຄົມ​ຊາວ​ກາ​ນາ​ດາ ​ເຊື້ອ​ຊາດ​ຫວຽດ​ນາມ

17:08 | 25/01/2022

ຍ​ສ​ໝ - ນີ້​ແມ່ນ​ຈຸດ​ເວ​ລາ​ເພື່ອ​ສ້າງ​ຂີ​ດ​ໝາຍ​ບັນ​ດາ​ການ​ເລີ່ມ​ຕົ້ນ​ໃໝ່ ແລະ ຄິດ​ຫງຳ ກ່ຽວ​ກັບ​ອະ​ດີດ​ຕະ​ການ. ນີ້​ກໍ່​ແມ່ນ​ຈຸດ​ເວ​ລາ​ເພື່ອ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່ ວຽນ​ມາ ແລະ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນ​ດາ​ສິ່ງ​ທີ່​ໄດ້​ຜູກພັນ​ພວກ​ເຮົາ. ຢູ່​ກາ​ນາ​ດາ, ບຸນ​ເຕັດ​ກໍ່​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ຮັບ​ຮູ້​ກາ​ນ​ປະ​ກອບ​ສ່ວນທີ່​ບໍ່ອາດ​ຄິດ​ໄລ່​ໄດ້​ຂອງ​ປະ​ຊາ​ຄົມ​ຊາວ​ກາ​ນາ​ດາ​ ເຊື້ອ​ຊາດຫວຽດ​ນາມ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Trudeau: ການ​ປະ​ກອບ​ສ່ວນທີ່ບໍ່ອາດ​ຄິດໄລ່​ໄດ້​ຂອງ​ປະ​ຊາ​ຄົມ​ຊາວ​ກາ​ນາ​ດາ ​ເຊື້ອ​ຊາດ​ຫວຽດ​ນາມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ Justin Trusdeau ສົ່ງ​ຄຳ​ອວຍ​ພອນ​ບຸນ​ປີ​ໃໝ່ໄປ​ຍັງ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ກາ​ນາ​ດາ (ພາບ: TTXVN)

ນັ້ນ​ແມ່ນ​ຄຳ​ອວຍ​ພອນ​ທີ່​ອົບ​ອຸ່ນ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ Justin Trusdeau ທີ່​ສະ​ຫງວນ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ກາ​ນາ​ດາ ໃນ​ຍາ​ມ​ບຸ​ນ​ເຕັດ​ປະ​ຈຳ​ຊາດ​ທີ່ໃກ້​ຈະ​ວຽນ​ມາ.

ຕາມສຳ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽ​ດ​ນາມ ປະ​ຈຳ Ottawa ແລ້ວ, ວັນ​ທີ 22 ມັງ​ກອນ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ກາ​ນາ​ດາ ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ລາຍ​ການ​ຕ້ອນ​ຮັບ​ບຸ​ນ​ເຕັດ​ປະ​ຈຳ​ຊາດ ໂດຍ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກາ​ນາ​ດາ ສົມ​ທົບ​ກັບ​ສະ​ມາ​ຄົມ​ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ແບບ​ທາງ​ໄກ.

ລາຍ​ການ​ໄດ້​ຈັດ​ຕັ້ງ​ຢ່າງ​ພິ​ຖິ​ພິ​ຖັນ​ດ້ວຍ​ຫົວ​ຂໍ້ “ພັດ​ທະ​ນາ​ປະ​ຊາ​ຄົມ, ເປີດ​ກ້​ວາງ​ການ​ຄ້າ ແລະ ການ​ສຶກ​ສາ”, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ​ນາງ Mara Ng ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ກາ​ນ​ຄ້າ​ສາ​ກົນ, ສົ່ງ​ເສີມການລົງ​ທຶນ, ວິ​ສາ​ຫະ​ກິດ​ຂະ​ໜາດ​ໜ້ອຍ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ ກາ​ນາ​ດາ, ທ່ານ Peter M.Boehm ສະ​ມາ​ຊິກ​ ​ສະ​ພາສູງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ ສະ​ພາ​ສູງ ກາ​ນາ​ດາ, ທ່ານ​ສະ​ມາ​ຊິກ​ສະ​ພາ​ສູງ Victor Oh, ເຈົ້າ​ຄອງ​ນະ​ຄອນ Toronta John Tory , ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດອາ​ຊຽນ, ທ່ານ ຫງວຽນ​ກວາງ​ຈຸງ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Vancouver , ທ່ານ Paul Thoppil ຜູ້​ຊ່ວຍ​ວຽກ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ພ້ອມ​ກັບ​ເຈົ້າ​ໜ້າ​ທີ່, ບັນ​ດາ​ສື່ມວນ​ຊົນ ແລະ ເພື່ອນ​ມິດ ​ກາ​ນາ​ດາ.

ກ່າວ​ຄຳ​ເຫັນ​ໄຂ​ລາຍ​ການ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກາ​ນາ​ດາ ຟ້າມ​ກາວ​ຟອງ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ເມື່ອ​ຫວນ​ຄືນ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃຫຍ່​ໃນ​ການ​ພົວ​ພັນ​ສອງ​ຝ່າຍ, ໂດຍ​ບໍ່​ຫົວ​ຊາ​ຕໍ່​ປີ 2021 ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19. ສອງ​ປະ​ເທດ​ໄດ້​ເຫັນ​ປະ​ຈັກ​ຕາ ບາງ​ການ​ພົບ​ປະ, ການ​ເຈ​ລະ​ຈາ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ທ່ານ ແລະ ບາງ​ລັດ​ຖະມົນ​ຕີ.

ສອງ​ອາ​ທິດກ່ອນນີ້, ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ (JEC) ລະ​ຫວ່າງ ຫວຽດ​ນາມ ແລະ ກາ​ນາ​ດາ​ ໄດ້​ສ້າງ​ຕັ້ງ, ສ້າງ​ກຳ​ໄລ​ໄດ້​ດີ​ກ່​ວາ​ໃຫ້​ແກ່​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ່​ເນັ້ນ​ໜັກ​ວ່າ​ ຈະ​ປະ​ກອບ​ສ່ວນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ກາ​ນາ​ດາ​ ເຊື້ອ​ຊາດຫວຽດ​ນາມ ໃນ​ຂີດ​ໝາຍ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ການ​ຄ້າ, ວົງ​ການ​ການ​ແລກ​ປ່ຽນ​ການ​ຄ້າ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ 19% ໃນ​ປີ 2021.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ຊີ້​ແຈ້ງວ່າ ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ມີ​ອັດ​ຕາ​ພັດ​ທະ​ນາ​ໄວ​ທີ່​ສຸດ​ໃນ​ໂລກ, ລັດ​ຖະ​ບານ ແລະ ປ​ະ​ຊາ​ຊົນ ຫວຽດ​ນາມ ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ, ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ. ຫວຽດ​ນາມ ຫວັງ​ວ່າ​ຈະ​ກາຍ​ເປັນ ກຳ​ລັງ​ເສດ​ຖະ​ກິດ​ໃໝ່ ໃນ​ພາກ​ພື້ນ. ເປົ້າ​ໝາຍນີ້​ພຽງ​ແຕ່​ບັນ​ລຸ​ໄດ້​ເມື່ອ​ມີ​ການ​ຮ່ວມ​ມື​ກັບ​ສາ​ກົນ, ໃນ​ນັ້ນ​ມີ​ຄວາມ​ສຳ​ຄັນ​ຂອງ​ການ​ເຊື່ອມ​ຕໍ່​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ກາ​ນາ​ດາ ທີ່ພວມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ທ່ານ​ນາງ Mary Ng ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ເສດ​ຖະ​ກິດ​ຈະ​ຊ່ວຍ​ປັບ​ປຸງ​ການ​ພົວ​ພັນ​ປະ​ຊາ​ຊົນ ເຊິ່ງ​ໄດ້​ມີຄວາມແໜ້ນແຟ້ນ ລະ​ຫວ່າງ​ສອງ​ປະ​ເທດ, ກໍ່​ຄື​ຈະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ການ​ຄ້າ ທີ່ພວມ​ພັດ​ທະ​ນາ​ຢ່າງ​ແຮງຂອງ ​ກາ​ນາ​ດາ ກັບ ຫວຽດ​ນາມ.

ໃນ​ຈຸດ​ເວ​ລາ​ທີ່​ສັກ​ກະ​ລະ​ບູ​ຊາ ເມື່ອ​ບຸນ​ເຕັດ​ວຽນ​ມາ, ພໍ່​ແມ່​ປະ​ຊາ​ຊົນທີ່​ຢູ່​ໄກ​ກັບ​ບ້ານ​ເກີດ​ເມືອງນອນ ໃນ​ທຸກ​ສະ​ຖານ​ທີ່​ເຊື່ອມ​ຕໍ່​ໃນ​ທົ່ວ​ປະ​ເທດ ກາ​ນາ​ດາ ​ທີ່ກວ້າງ​ໃຫຍ່, ນັບ​ແຕ່ Montreal, Ottawa, Toronto ຈົນ​ຮອດ Saskatchewan, Nova Scotia, Vancouver,.. ລ້ວນ​ແຕ່​ເຕົ້າ​ໂຮມ​ກັນຢູ່​ຊາຍ​ຄາ​ຮ່ວມ ແມ່ນ​ສະ​ຖານ​ທູດ ຫວຽດ​ນາມ ຢູ່ ກາ​ນາ​ດາ, ອວຍ​ພອນ​ໃຫ້​ການ​ເລີ່ມ​ຕົ້ນ​ປີ​ໃໝ່ ດ້ວຍ​ບັນ​ດາ​ສິ່ງ​ທີ່​ດີ​ງາມ​ທີ່​ສຸດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.