ໝໍ້​ເຂົ້າ​ຕົ້ມ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ບ້ານ​ເກີດ​ເມືອງນອນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ

13:28 | 25/01/2022

ຍສ​ໝ - ໃນ​ຊຸມ​ວັນ​ໃກ້​ຈະ​ຮອດ​ບຸນ​ເຕັດ ປີ​ຂານ 2022, ມີ​ບາງ​ຄອບ​ຄົວ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Sudney ໄດ້​ຈັດ​ຕັ້ງ​ການ​ຕົ້ມ​ເຂົ້າ​ຕົ້ມ, ເຮັດ​ຢໍ່, ແໜມ ເພື່ອ​ສ້າງກອງ​ທຶນ​​ການ​ກຸ​ສົນ ໜູນ​ຊ່ວຍ​ເດັກ​ນ້ອຍ​ທຸກ​ຍາກ​ຢູ່ ຫວຽດ​ນາມ.

ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ
ປະ​ທານ​ປະ​ເທດ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ຖະ​ຫວາຍ​ທູບ​ທຽນ ຢູ່​ ພະລາດຊະວັງທັງ​ລອງ ປະ​ທານ​ປະ​ເທດ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ຖະ​ຫວາຍ​ທູບ​ທຽນ ຢູ່​ ພະລາດຊະວັງທັງ​ລອງ
ໝໍ້​ເຂົ້າ​ຕົ້ມ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ບ້ານ​ເກີດ​ເມືອງນອນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ
ບັນ​ດາ​ຄອບ​ຄົວ​ຫໍ່​ເຂົ້າ​ຕົ້ມ (ພາບ: TTXVN)

ຫວ່າງ​ມໍ່ໆ​ມາ​ນີ້, ມີ​ກຸ່ມ​ບັນ​ດາ​ຄອບ​ຄົວ​ຊາວ​ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ​ຢູ່​ນະ​ຄອນ Sydney, ​ອົດ​ສະ​ຕາ​ລີ ໄດ້​ພ້ອມ​ກັນ​ຈັດ​ຕັ້ງ, ແຕ່ງ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ມູນ​ເຊື້ອ​ຂ​ອງ​ຊາດຄື ​ເຂົ້າ​ຕົ້ມ ແລະ ຢໍ່, ແໜມ ເພື່ອ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ ປີ​ຂານ 2022, ຜ່ານ​ນັ້ນ​ ກໍ​ສ້າງໄດ້​ທຶນ​ເປັນ​ຈຳ​ນວນ​ກ່​ວາ 100 ລ້ານ​ດົ່ງ ໜູນ​ຊ່ວຍ​ໃຫ້​ແກ່​ເດັກ​ນ້ອຍ​ທຸກ​ຍາກ​ຢູ່ ຫວຽດ​ນາ​ມ

ຕາມ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ Sydney ແລ້ວ, ຕອນ​ເຊົ້າ​ວັນ​ທີ 22 ມັງ​ກອນ, ບັນ​ຍາ​ກາດ​ບຸນ​ເຕັດ​ໄດ້​ແຜ່​ກະ​ຈາຍ​ໄປ​ທົ່ວ​ເຮືອນຫຼັງ​ໜຶ່ງ​ທີ່ກວ້າງ​ ແລະ ໃຫຍ່​ໂຕ​ມະ​ໂຫ​ຖານ​ຂອງຄອບ​ຄົວ ​ອ້າຍ ​ຕ​ວັນ​ແອັງ​ບຸຍ ແລະ ເອື້ອຍ ແຄ໊ງ​ຮ່​ວາງ ຢູ່​ເຂດ North Turramurra, ຕອນເໜືອ Sydney.

ມີ​ສະ​ມາ​ຊິກ ກ່​ວາ 30 ຄົນ​ຂອງຫຼາຍ​ຄອບ​ຄົວ​ໃນ​ກຸ່ມ​ສັງ​ຄົມ​ທຳ​ການ​ກຸ​ສົນ New Sunlight for Children (NSL) ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ​ກຸ່ມ​ເຮັດ​ເຂົ້າ​ຕົ້ມ ຕ້ອນ​ຮັບ​ບຸນ​ເຕັດ​ປີ​ຂານ.

ໃນຫຼາຍ​ປີ​ຜ່ານ​ມາ, ກຸ່ມ NLS ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ບັນ​ດາ​ຄອ​ບ​ຄົວ ຫວຽດ​ນາມ ທີ່ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ອົດ​ສະ​ຕາ​ລີ, ຮັກ​ສາ​ມູນ​ເຊື້ອ ວັດ​ທະ​ນະ​ທຳ ຫວຽດ​ນາມ ແລະ ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງນອນ​ຜ່ານ​ການ​ໜູນ​ຊ່ວຍ​ບັນ​ດາ​ນ້ອງ​ໆ​ນັກ​ຮຽນ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.