ຍສໝ - ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດທີ່ພົ້ນເດັ່ນຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດ ໂຄວິດ - 19 ຢ່າງມີປະສິດທິຜົນ, ຟື້ນຟູທ່າພັດທະນາເສດຖະກິດ ສັງຄົມ, ປະຕິບັດສຳເລັດບົດບາດເປັນປະທານອາຊຽນ 2020, ຜ່ານນັ້ນ, ໄດ້ເພີ່ມທະວີບົດບາດ, ທີ່ຕັ້ງຂອງ ຫວຽດນາມໃນພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ທີ່ໄດ້ແຕ່ງຕັ້ງໃນປີ 2020. ທ່ານນາຍົກລັດຖະມົນຕີໄດ້ຊີ້ແຈ້ງວ່າ: “ການຕ້ານການຊຸດໂຊມແມ່ນຄືກັນກັບການຕ້ານສັດຕູ”.
ຍສໝ - ໃນສະພາບການທີ່ທັງສອງປະເທດຫວຽດນາມ ແລະ ໄທ ໄດ້ຄວບຄຸມການລະບາດຂອງພະຍາດ COVID-19 ຢ່າງມີປະສິດທິຜົນ, ນາຍົກລັດຖະມົນຕີທັງສອງທ່ານ ໄດ້ເຫັນດີເປັນເອກະພາບ ໃນການຊຸກຍູ້ການພົວພັນຮ່ວມມືສອງຝ່າຍຕື່ມອີກ.
ຍສໝ - ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ,ທ່ານ ເຢືອງຮ່ວາຍນາມ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບວັນເວລາ ແລະຮູບການຈັດຕັ້ງກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 37.
ຍສໝ - ຕອນເຊົ້າວັນທີ 01 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບາງຄອບຄົວທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ ຫົວທີ 9 ຢູ່ບັນດາແຂວງ ກວາງງ້າຍ ແລະ ກວາງນາມ.
ຕອນເຊົ້າວັນທີ 29 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມທາງອອນລາຍທົ່ວປະເທດ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກ່ຽວກັບສະພາບການປະຕິບັດ, ການປ່ອຍເງິນລົງທຶນໃຫ້ແກ່ ບັນດາໂຄງການ, ລາຍການລົງທຶນຮ່ວມມືພັດທະນາຢ່າງເປັນທາງການ (ODA), ທຶນກູ້ຢຶມບຸລິມະສິດຈາກຕ່າງປະເທດ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ສະແດງຄວາມຫວັງວ່າ ທ່ານນາງ Carolyn Turk - ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ ຈະພ້ອມກັບລັດຖະບານ ຫວຽດນາມ ເພື່ອສຳເລັດເປົ້າໝາຍຄວບຄູ່ໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ COVID-19 ແລະ ຟື້ນຟູພື້ນຖານເສດຖະກິດ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັງຢືນວ່າ ຍາມໃດ ສປຊ ກໍ່ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ ຂອງ ຫວຽດນາມ.
ຍສໝ - ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແຕ່ວັນທີ 18-20 ຕຸລາ ໄດ້ດຶງດູດຄວາມສົນໃຈຂອງສື່ມວນຊົນສາກົນ.
ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສູນເສຍຂອງປະຊາຊົນກຳປູເຈຍ; ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຊື່ອວ່າ ພາຍໃຕ້ການນຳພາ ແລະ ຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ, ປະຊາຊົນກຳປູເຈຍ ຈະໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ.
ທ່ານ Suga Yoshihide ກໍ່ແມ່ນນາຍົກລັດຖະມົນຕີຄົນທີ 2 ເລືອກ ຫວຽດນາມ ເປັນປະເທດໄປຢ້ຽມຢາມຄັ້ງທຳອິດພາຍຫລັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ.
ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ສົ່ງສານເພື່ອສະແດງຄວາມຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ ການສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີຜ່ານການບັນທຶກວິດີໂອ, ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2020, ທີ່ອົງການ ສປຊ ທີ່ ນິວຢອກ, ສະຫະລັດ ອາເມຣິກາ.
ຍສໝ - ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຢືນຢັນວ່າ ປະຊາຊົນຫວຽດນາມມີຄວາມຕັດສິນໃຈຮັກສາສັນຕິພາບ ກັບປະຊາຊົນບັນດາຊົນຊາດ ແລະ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ SDG 2030 ຢ່າງສຳເລັດຜົນ.
ຍສໝ - ວັນທີ 28 ສິງຫາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ: ທ່ານ Abe Shinzo ແມ່ນການນຳມີການປະກອບສ່ວນຫຼາຍຢ່າງຕໍ່ການພັດທະນາຂອງປະເທດຍີ່ປຸ່ນ ແລະຊຸກຍູ້ການຮ່ວມມືໃນບັນດາຂົງເຂດຢູ່ພາກພື້ນ ແລະໃນໂລກ.
ຍສໝ - ໃນວັນທີ 8 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ອອກຖະແຫຼງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກເຖິງຈິດໃຈເດັດຂາດ, ບໍ່ຄວນປະໝາດຕໍ່ໂລກລະບາດ. ທ້ອງຖິ່ນໃດ ບໍ່ມີຄວາມຮັບຜິດຊອບ, ບໍ່ປະຕິບັດແຜນນະໂຍບາຍປ້ອງກັນໂລກລະບາດໃນປະຈຸບັນໃຫ້ເປັນຢ່າງດີນັ້ນ ຈະຖືກກວດກາ, ລົງໂທດຢ່າງເຂັ້ມງວດ.
ຍສໝ - ໃນຕອນເຊົ້າວັນທີ 06 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວັນຟຸກ - ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມທົ່ວປະເທດ ທາງອອນລາຍ ດ້ວຍຫົວຂໍ້ວ່າ “ຈັດຕັ້ງປະຕິບັດແຜນການຈັດຕັ້ງປະຕິບັດ EVFTA”.
ຍສໝ - ທ່ານນາຍົກລັດຖະມົນຕີ Abe Shinzo ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ສະໜັບສະໜູນ ລັດຖະບານ, ປະຊາຊົນຍີ່ປຸ່ນ ແລະ ຫ້ອງການຄະນະລັດຖະບານຍີ່ປຸ່ນ ຜ້າອັດປາກ ແລະອຸປະກອນການແພດທີ່ໄດ້ຜະລິດຢູ່ປະເທດຫວຽດນາມ
ຍສໝ - ໂດຍບໍ່ຫົວຊາຕໍ່ສະພາບການໂລກທີ່ພວມຖືກຮັບຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດ Covid -19, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໃຫ້ຮູ້ວ່າ ບັນດາອົງການການເງິນໃຫຍ່ລ້ວນແຕ່ຕີລາຄາດ້ວຍຄວາມປະເອີບໃຈກ່ຽວກັບຫວຽດນາມ.