ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ | |
VUFO ໄດ້ມອບຫຼຽນກາລະນຶກໃຫ້ແກ່ ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດ ກູບາ ປະຈຳຫວຽດນາມ |
ໃນຕອນບ່າຍວັນທີ 30 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Lianys Tores Rivera - ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ ໃນໂອກາດສິ້ນສຸດອາຍຸການຢູ່ຫວຽດນາມ.
ຕາງໜ້າໃຫ້ລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສະແດງຄວາມຊົມເຊີຍທ່ານນາງເອກອັກຄະລັດຖະທູດກູບາ Lianys Tores Rivera ທີ່ໄດ້ສຳເລັດໜ້າທີ່ທີ່ດີສຸດຂອງທ່ານນາງຢູ່ຫວຽດນາມ, ໃນນັ້ນມີການກະກຽມ ໃຫ້ແກ່ການຢ້ຽມຢາມກູບາ ຂັ້ນສູງຂອງທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຟູຈ້ອງ (ເດືອນມີນາ 2018) ແລະ ການຢ້ຽມຢາມຫວຽດນາມ ຂອງປະທານສະພາແຫ່ງລັດກູບາ, ລັດຖະມົນຕີ Miguel Diaz Canel (ເດືອນພະຈິກ 2018).
![]() |
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Lianys Tores Rivera - ເອກອັກຄະລັດຖະທູດກຸຍບາ. (ພາບ: TTXVN) |
ທ່ານນາຍົກລັດຖະມົນຕີ ກໍ່ສະແດງຄວາມຂອບໃຈລັດຖະບານກູບາ ທີ່ໄດ້ສົ່ງຜູ້ຊ່ຽວຊານດ້ານການແພດ ມາຊ່ວຍຫວຽດນາມ ໃນການຮັບມືກັບການລະບາດຂອງພະຍາດ COVID-19.
ໃນຖານະທີ່ເປັນສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 - 2021, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ກ່າວວ່າ, ຫວຽດນາມ ຍາມໃດກໍ່ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍ ຂອງຫວຽດນາມ ເພື່ອສະໜັບສະໜູນການຢຸດຕິການປິດລ້ອມ ແລະ ການຂວ້ຳບາດດ້ານເສດຖະກິດ - ການເງິນ ສຳຫຼັບກູບາ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ຢືນຢັນວ່າ ລັດຖະບານຫວຽດນາມຍາມໃດກໍ່ສົ່ງເສີມການສະໜັບສະໜູນກູບາ ໃນການພັດທະນາດ້ານສະບຽງອາຫານ ແລະ ອາຫານທະເລ. ທ່ານນາຍົກລັດຖະມົນຕີ ກໍ່ສະແດງຄວາມປາດຖະໜາວ່າ ບັນດາວິສາຫະກິດຂອງສອງປະເທດ ຕ້ອງຮັດແໜ້ນກ່ວາອີກ, ພິເສດແມ່ນໃນຂົງເຂດນ້ຳມັນອາຍແກັດ, ໂທລະຄົມມະນາຄົມ.
ທ່ານນາງເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຫວຽດນາມ ທີ່ໄດ້ສະໜອງ ເຂົ້າສານໃຫ້ກູບາ; ຊົມເຊີຍຫວຽດນາມ ກ່ຽວກັບຜົນສຳເລັດໃນການຄວບຄຸມ ແລະ ປ້ອງກັນການລະບາດຂອງ COVID-19; ສຳເລັດບົດບາດເປັນປະທານອາຊຽນ 2020 ແລະ ຈັດຕັ້ງກອງປະຊຸມຫຼາຍຄັ້ງ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຫວັງວ່າ ເຖິງວ່າທ່ານນາງ Lianys Tores Rivera ຈະຢູ່ໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານນາງເອກອັກຄະລັດຖະທູດ ຈະເປັນຂົວຕໍ່ລະຫວ່າງສອງຊາດ, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນຫວຽດນາມ - ກູບາ; ຂໍອວຍພອນໃຫ້ທ່ານນາງ Lianys Tores Rivera ຈົ່ງປະສົບຜົນສຳເລັດໃນ ຕຳແໜ່ງໃໝ່ຂອງຕົນ.
![]() | ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກູບາ ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາສູງ ບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ຂອງທ່ານນາງເອກອັກຄະລັດຖະທູດກູບາ ໃນການເພີ່ມທະວີແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ລະຫວ່າງສອງພັກ ແລະ ສອງປະເທດຫວຽດນາມ - ກູບາ ໄດ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ. |
![]() | VUFO ໄດ້ມອບຫຼຽນກາລະນຶກໃຫ້ແກ່ ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດ ກູບາ ປະຈຳຫວຽດນາມ ຍສໝ - ທ່ານນາງ ຫງວຽນເຟືອງງາ ໄດ້ຫວັງວ່າ ບໍ່ວ່າໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ກໍ່ມີການປະກອບສ່ວນຢ່າງຕັ້ງໜ້າ ຕໍ່ການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງປະເທດຫວຽດນາມ ແລະ ກູບາ. |
![]() | ເປີດຕົວປຶ້ມ “Fidel Castro ແລະ ຫວຽດນາມ - ຄວາມອະນຸສອນທີ່ບໍ່ສາມາດລືມໄດ້” ຍສໝ - ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດປະຈຳຫວຽດນາມເນັ້ນໜັກວ່າ ປຶ້ມ Fidel Castro ແລະ ຫວຽດນາມ - ຄວາມອະນຸສອນທີ່ບໍ່ສາມາດລືມໄດ້” ໄດ້ເວົ້າເຖິງນ້ຳໃຈເພື່ອນມິດພິເສດລະຫວ່າງການນຳສອງທ່ານ Fidel Castro ແລະ ໂຮ່ຈີມິນ ເວົ້າສະເພາະກໍ່ຄືນ້ຳໃຈມິດຕະພາບໝັ້ນແກ່ນລະຫວ່າງກູບາ ແລະ ຫວຽດນາມ. |
ຄຳຮຸ່ງ