ກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 10

16:40 | 10/12/2020

ຍສໝ - ຜູ້ນຳກຳປູເຈຍ, ລາວ ແລະ ມຽນມາ ໄດ້ສະແດງຄວາມຂອບໃຈປະເທດຫວຽດນາມ ທີ່ໄດ້ໃຫ້ທຶນການສຶກສາປະຈຳປີ ໃຫ້ແກ່ນັກສຶກສາຈາກ 3 ປະເທດ ແລະ ປາດຖະໜາວ່າ ຫວຽດນາມຈະສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ທຶນການສຶກສານີ້ ໃນຊຸມປີຕໍ່ໜ້າ.

ກອງປະຊ ມສ ດຍອດຮ ວມມ ກຳປ ເຈຍ ລາວ ມຽນມາ ຫວຽດນາມ ຄ ງທ 10 ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ
ກອງປະຊ ມສ ດຍອດຮ ວມມ ກຳປ ເຈຍ ລາວ ມຽນມາ ຫວຽດນາມ ຄ ງທ 10 ລາວ: ຄາດວ່າປະຊາກອນ ລາວ ຈະບັນລຸເຖິງ 8,1 ລ້ານຄົນໃນປີ 2030 ແລະ ຈະເພີ່ມຂຶ້ນເກືອບ ໜຶ່ງລ້ານຄົນໃນ 10 ປີຂ້າງໜ້າ

ໃນວັນທີ 9 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຢ່າງຖ່າຍທອດສົດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ຄັ້ງທີ 10.

ດ້ວຍຫົວຂໍ້ວ່າ “ເພີ່ມທະວີການເຊື່ອມຕໍ່ທີ່ມີປະສິດທິຜົນ ເພື່ອການເຊື່ອມໂຍງເຂົ້າກັບພາກພື້ນ”, ບັນດາການນຳ ໄດ້ຢືນຢັນຄວາມຕັດສິນໃຈຂອງພວກເຂົາ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ບ້ານໃກ້ເຮືອນຄຽງທີ່ເປັນມິດ ແລະ ມີຜົນປະໂຫຍດເຊິ່ງກັນ ແລະ ກັນລະຫວ່າງ 4 ປະເທດ, ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມື ເພື່ອຊຸກຍູ້ບັນດາທ່າແຮງເສດຖະກິດຂອງບັນດາປະເທດສະມາຊິກ, ຫຼຸດລະຍະຫ່າງການພັດທະນາໃນພາກພື້ນ, ແລະ ປະກອບສ່ວນເຂົ້າໃນຂະບວນການກໍ່ສ້າງປະຊາຄົມອາຊຽນ.

ກອງປະຊ ມສ ດຍອດຮ ວມມ ກຳປ ເຈຍ ລາວ ມຽນມາ ຫວຽດນາມ ຄ ງທ 10
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: TTXVN)

ໃນໂອກາດນີ້, ຜູ້ນຳກຳປູເຈຍ, ລາວ ແລະ ມຽນມາ ໄດ້ສະແດງຄວາມຂອບໃຈປະເທດຫວຽດນາມ ທີ່ໄດ້ໃຫ້ທຶນການສຶກສາປະຈຳປີ ໃຫ້ແກ່ນັກສຶກສາຈາກ 3 ປະເທດ ແລະ ປາດຖະໜາວ່າ ຫວຽດນາມຈະສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ທຶນການສຶກສານີ້ ໃນຊຸມປີຕໍ່ໜ້າ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ອອກ 3 ບຸລິມະສິດ ສຳລັບການຮ່ວມມື ໃນໄລຍະຈະມາເຖິງ ລາຍລະອຽດວ່າ:

ທີໜຶ່ງ, ຂ້າພະເຈົ້າຂໍຊົມເຊີຍຕໍ່ການສ້າງສຳເລັດ “ກອບພັດທະນາ CLMV” ດ້ວຍກຳນົດທິດການຮ່ວມມືໃນຫຼາຍຂົງເຂດ, ເພື່ອແນໃສ່ສ້າງພາກພື້ນ CLMV ໃຫ້ກາຍເປັນສູນພັດທະນາ ແລະ ມີລາຍຮັບຢູ່ໃນລະດັບປານກາງສູງໃນປີ 2030.

ທີສອງແມ່ນ ຍູ້ແຮງການເຊື່ອມຕໍ່ນະໂຍບາຍ ເພື່ອໜູນຊ່ວຍວິວັດທະນາການເຊື່ອມໂຍງເຂົ້າກັບພາກພື້ນ ຂອງ ອາຊຽນ ຢ່າງມີປະສິດທິຜົນ, ເສີມຂະຫຍາຍທ່າແຮງຂອງການຮ່ວມມື, ສ້າງສຳເລັດລະບອບລະບຽບການລົງນາມເພີ່ມເຕີມ ບົດບັນທຶກຊ່ວຍຈຳວ່າດ້ວຍເສັ້ນທາງ, ຄູ່ດ່ານຊາຍແດນ ເຂົ້າໃນ ອະນຸສັນຍາ… ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 4 ປະເທດ ລົງທຶນເຂົ້າຕະຫຼາດຂອງກັນ; ເພີ່ມທະວີການເຊື່ອມຕໍ່ກັບເຕັກໂນໂລຢີຂໍ້ມູນຂ່າວສານ.

ກອງປະຊ ມສ ດຍອດຮ ວມມ ກຳປ ເຈຍ ລາວ ມຽນມາ ຫວຽດນາມ ຄ ງທ 10
ກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 10. (ພາບ: TTXVN)

ທີສາມແມ່ນ ເພີ່ມທະວີການຮ່ວມສຳພັນ, ຍົກສູງກຳລັງຄວາມສາມາດໃນການຜະລິດ ຂອງບັນດາຂະແໜງອາຊີບປຸງແຕ່ງ, ສົ່ງອອກຜະລິດຕະພັນກະເສດ ແລະ ສ້າງລະບົບການຜະລິດທີ່ສະໜອງຜະລິດຕະພັນກະເສດໃນພາກພື້ນ. ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ລາວ, ກຳປູເຈຍ ແລະ ມຽນມາ”.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກໍ່ສະແດງຄວາມຊົມເຊີຍບັນດາຜົນງານທີ່ການຮ່ວມມື CLMV ບັນລຸໄດ້, ພ້ອມທັງ ເນັ້ນໜັກວ່າ ພຽງແຕ່ຄວາມສາມັກຄີ ແລະ ການຮ່ວມມື ໄດ້ສາມາດຊ່ວຍ 4 ປະເທດກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ໃນການແກ້ໄຂຄວາມຫຍຸ້ງຍາກ...

ສິ້ນສຸດກອງປະຊຸມ, ບັນດາການນຳຂັ້ນສູງຂອງ 4 ປະເທດ ໄດ້ຮັບຮອງເອົາ 3 ເອກະສານ, ລວມທັງຖະແຫຼງການຮ່ວມຂອງກອງປະຊຸມ, ເອກະສານ “ກອບຂະໜາດການພັດທະນາ CLMV” ແລະ ບັນຊີລາຍຊື່ 16 ໂຄງການບຸລິມະສິດຂອງການຮ່ວມມື.

ກອງປະຊ ມສ ດຍອດຮ ວມມ ກຳປ ເຈຍ ລາວ ມຽນມາ ຫວຽດນາມ ຄ ງທ 10 ຫວຽດນາມ ໄດ້ສົ່ງໂທລະເລກຢ້ຽມ​ຢາມ​ຖາມ​ຂ່າວ​ ມຽນມາ ກ່ຽວກັບ​ສະ​ພາຍ​ການ​ໂລກ​ລະ​ບາດ COVID-19

ຍ​ສ​ໝ - ໃນໂທລະເລກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ເນັ້ນ ໜັກວ່າ: ບົນຈິດໃຈມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານ, ສອງປະເທດຈະຮ່ວມ​ມື​ກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນການຕໍ່ສູ້ຕ້ານການລະບາດຂອງ​ໂລກ​ລະ​ບາດ COVID-19.

ກອງປະຊ ມສ ດຍອດຮ ວມມ ກຳປ ເຈຍ ລາວ ມຽນມາ ຫວຽດນາມ ຄ ງທ 10 ຫວຽດນາມ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 10

ຍສໝ - ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 10 ໄດ້ຈັດຂື້ນໂດຍທາງຖ່າຍທອດສົດ ໂດຍການເປັນປະທານຮ່ວມຂອງທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Kang Kyung Wha - ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ.

ກອງປະຊ ມສ ດຍອດຮ ວມມ ກຳປ ເຈຍ ລາວ ມຽນມາ ຫວຽດນາມ ຄ ງທ 10 ກອງປະຊຸມສຳມະນາ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ

ຍສໝ - , ການພົວພັນລະຫວ່າງ ປະຊາຊົນກູບາ ກັບ ປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ເພື່ອເປົ້າໝາຍຂອງການປະຕິວັດອັນສະຫງ່າລາສີ, ຕໍ່ສູ້ຕ້ານກັບຈັກກະພັດ, ເພື່ອຄວາມສະຫງົບສຸກ, ເອກະລາດແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.