ທ່ານນາຍົກລັດຖະມົນຕີລາວສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

11:13 | 08/12/2020

ຍ​ສ​ໝ - ໃນໄລຍະຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 43 ຂອງ ຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ເຂົ້າຢ້ຽມຂ່ຳນັບທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.

ສາຍພົວພັນຫວຽດນາມ - ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີລາວສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.(ພາບ: TTXVN)

​ຫວ່າງ​ແລ້ວນີ້, ຄະນະຜູ້ແທນຂັ້ນສູງລັດຖະບານ ລາວ ໂດຍທ່ານນາຍົກລັດຖະມົນຕີ ທອງລຸນ ສິສຸລິດ ນຳໜ້າ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແຕ່ວັນທີ 4 ຫາ 6 ທັນວາ 2020.

ໃນໄລຍະຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 43 ຂອງ ຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ເຂົ້າຢ້ຽມຂ່ຳນັບທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ຈະ​ສຸມ​ໃສ່​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ, ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້ອງ​ເພື່ອ​ສົມ​ທົບ​ກັນ​ຢ່າງ​ແໜ້​ນ​ແຟ້ນ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໃນ​ນັ້ນ​ສືບ​ຕໍ່​ສ້າງ​ຄວາມ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ໃນ​ການ​ຮ່ວມ​ມື, ດຳ​ເນີນ​ທຸ​ລະ​ກິດ.

ສາຍພົວພັນຫວຽດນາມ - ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ

ຕອນບ່າຍວັນທີ 6 ທັນວາ ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໂດຍທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ນຳຫນ້າ ພວມຢູ່ຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ລາວ - ຫວຽດນາມ.

ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ຄົນ

ໃນວັນທີ 7 ທັນວາ 2020 ນີ້, ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ເປີດເຜີຍວ່າ: ສໍາລັບການຕິດຕາມ ຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ທີ່ກຳນົດໄວ້ ໃນຂອບເຂດທົ່ວປະເທດ, ປັດຈຸບັນ ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ຈໍານວນ 40 ແຫ່ງ, ມີຜູ້ຖືກຈຳກັດບໍລິເວນທັງໝົດ 2.740 ຄົນ ແລະ ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ຫວຽດ​ນາມ - ລາວ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສຶກ​ສາ

ຍ​ສ​ໝ - ຫວຽດ​ນາມ ແລະ ລາວ​ມີ​ການ​ພົວ​ພັນ​ຮ່ວມ​ມື​ສະ​ໜິດ​ແໜ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ຂົງ​ເຂດ ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ. ໃນ​ໄລ​ຍະ ປີ 2011 – 2020, ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ ແລະ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ລາວ​ໄດ້​ສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດ​ເນື້ອ​ໃນ​ຂອງ​ແຜນ​ຮ່າງ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິ​ດ​ທິ​ຜົນ​ການ​ຮ່ວມ​ມື ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.