ຍສໝ - ຕອນເຊົ້າວັນທີ 6 ກໍລະກົດ 2024, ສະມາຄົມມິດຕະພາບຫວຽດນາມ - ສາທາລະນະລັດ ສະຫະພັນເຢຍລະມັນແຂວງ ບັກຢາງ ໄດ້ຈັດການພົບປະ ແລະ ໂອ້ລົມສົນທະນາເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 25 ປີ.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Cho Tae Yul, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ດຳເນີນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການແຕ່ວັນທີ 30 ພຶດສະພາ – 1 ມິຖຸນາ.
ຍສໝ - ພື້ນຖານການທ່ອງທ່ຽວດີຈິຕອນ Agoda ໃຫ້ຮູ້ວ່າ ຫວຽດນາມ ຢືນອັນດັບທີ 3 ໃນບັນຊີລາຍຊື່ບັນດາຈຸດໝາຍປາຍທາງຂອງ ອາຊີ ທີ່ດຶງດູດນັກທ່ອງທ່ຽວຊາວ ເອີຣົບ ຫຼາຍທີ່ສຸດໂດຍອີງໃສ່ຈຳນວນຄັ້ງຂອງການຄົ້ນຫາທີ່ພັກ.
ຍສໝ - ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນເຊົ້າວັນທີ 31/5, ຢູ່ສຳນັກງານລັດຖະບານ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck-soo.
ຍສໝ - ຫວ່າງແລ້ວນີ້, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ແລະ ມະຫາວິທະຍາໄລສັງລວມ Santa María (USM) ໄດ້ຈັດຕັ້ງເຫດການສະເຫຼີມສະຫຼອງວັນຫວຽດນາມ ຢູ່ນະຄອນຫຼວງ Caracas ເພື່ອໂຄສະນາກ່ຽວກັບປະຫວັດສາດທີ່ເປັນມູນເຊື້ອ, ຄຸນຄ່າທາງດ້ານວັດທະນະທຳ, ພ້ອມກັນນັ້ນ ກໍ່ແນະນຳຕໍ່ລຸ້ນໜຸ່ນ ເວເນຊູເອລາ ກ່ຽວກັບ ຫວຽດນາມ ທີ່ເຂັ້ມແຂງແຮງກ້າ ແຕ່ຍັງມີສະເໜ່.
ຍສໝ - ໃນຊຸມປີມໍ່ໆມານີ້, ການພົວພັນຮ່ວມມືຮອບດ້ານລະຫວ່າງສອງແຂວງນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງກວ່າອີກ.
ຍສໝ - ສະມາຄົມມິດຕະພາບຫວຽດນາມ - ກູບາ ເຊື່ອໝັ້ນວ່າ ລັດຖະບານອາເມລິກາ ຍົກເລີກ ກູບາ ອອກຈາກ “ບັນຊີລາຍຊື່ບັນດາປະເທດບໍ່ຮ່ວມມືກັບບັນດາຄວາມມານະພະຍາຍາມຕ້ານການກໍ່ການຮ້າຍຂອງອາເມລິກາ ໃນປີ 2023” ແມ່ນມີຄວາມຈຳເປັນແຕ່ບໍ່ຄົບຖ້ວນ.
ຍສໝ - ວັນທີ 3 ມິຖຸນາ, ຢູ່ເມືອງ ຫົວເມືອງ, ແຂວງ ຫົວພັນ, ພາກເໜືອຂອງ ລາວ ໄດ້ດຳເນີນພິທີເປີດສະຫຼອງ ແລະ ມອບຮັບໂຄງການ “ກໍ່ສ້າງໂຮງຮຽນມັດທະຍົມສົມບູນເມືອງ ຫົວເມືອງ”.
ຍສໝ - ຕອນບ່າຍວັນທີ 17 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Iain Frew ເອກອັກຄະລັດຖະທູດອັງກິດ ແລະໄອແລນເໜືອ ປະຈຳຫວຽດນາມ.
ຍສໝ - ກອງປະຊຸມ ໄດ້ດຳເນີນໃນວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ ໂດຍການນຳສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ເປັນປະທານ ພ້ອມກັນກັບອົງການຜູ້ປະຈຳທັງໝົດທີ່ເຂົ້າຮ່ວມ.
ຍສໝ - ກອງປະຊຸມເຊີແນວ ແມ່ນກອງປະຊຸມສາກົນຫຼາຍຝ່າຍມີການເຂົ້າຮ່ວມຂອງບັນດາປະເທດມະຫາອຳນາດໃນໂລກ. ພ້ອມດ້ວຍໄຊຊະນະດ້ຽນບຽນຝູ ໃນວັນທີ 7 ພຶດສະພາ 1954, ການເຊັນສັນຍາເຊີແນວ ໄດ້ສິ້ນສຸດການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງຂອງປະຊາຊົນຫວຽດນາມ, ສ້າງສະພາບການຍຸດທະສາດໃໝ່ຂອງການປະຕິວັດຫວຽດນາມ ແມ່ນການກໍ່ສ້າງສັງຄົມນິຍົມຢູ່ພາກເໜືອ, ພ້ອມທັງດຳເນີນການປະຕິວັດປົດປ່ອຍຊາດຢູ່ພາກໃຕ້ເພື່ອປະຕິບັດເປົ້າໝາຍສັນຕິພາບ, ເອກະລາດຂອງປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.
ຍສໝ - ຕະຫຼາດແຕ່ນຕັ່ນ (ເທດສະບານເມືອງ ເມື່ອງລາດ) ຫ່າງຈາກດ່ານສາກົນ ແຕ່ນຕັ່ນ-ສົມຫວັງບໍ່ຮອດ 1 ກິໂລແມັດ, ສະນັ້ນ ພໍ່ແມ່ປະຊາຊົນບ້ານຕ່າງໆທີ່ຢູ່ຕິດກັບຊາຍແດນຂອງເມືອງ ສົບເບົາ ມັກໄປຕະຫຼາດເພື່ອຊື້-ຂາຍ.
ຍສໝ - ວັນທີ 14 ກໍລະກົດ, ຢູ່ນະຄອນຫຼວງ Moscow (ສະຫະພັນ ລັດເຊຍ), ພິທີເປີດຕົວຫນ້າເວບໄຊຂໍ້ມູນຂ່າວສານເອເລັກໂຕນິກ “ໄວຫນຸ່ມຢູ່ ລັດເຊຍ” ໄດ້ດໍາເນີນໂດຍຄະນະສະມາຊິກຊາວໜຸ່ມຢູ່ສະຫະພັນ ລັດເຊຍ ແລະ ສະມາຄົມນັກສຶກສາ ຫວຽດນາມ ປະຈໍາ ລັດເຊຍ ສົມທົບກັນຈັດຕັ້ງເນື່ອງໃນໂອກາດວັນມູນເຊື້ອຊາວໜຸ່ມອາສາສະໝັກ (15 ກໍລະກົດ).
ຍສໝ - ການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢູ່ ລາວ ແຕ່ວັນທີ 11 – 12 ກໍລະກົດ ໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ມີຄວາມໝາຍສຳຄັນພິເສດກ່ຽວກັບການພົວພັນແບບພິເສດລະຫວ່າງ ລາວ - ຫວຽດນາມ... ນັ້ນແມ່ນຄຳຢືນຢັນຂອງທ່ານ ບັນດິດ ສຈ.ປອ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ ລາວ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ, ເມື່ອຕອບສຳພາດຂອງນັກຂ່າວ ສຳນັກຂ່າວສານຫວຽດນາມ ທີ່ນະຄອນຫຼວງວຽງຈັນ ວັນທີ 15 ກໍລະກົດ.
ຍສໝ - ກະຊວງແຜນການ ແລະ ການລົງທຶນ ແລະ ທະນາຄານພັດທະນາອາຊີ (ADB) ໄດ້ເປັນປະທານຮ່ວມໃນການຈັດພິມເຜີຍແຜ່ການສຶກສາຄັ້ງທຳອິດກ່ຽວກັບວິສາຫະກິດຂະໜາດກາງ ແລະ ນ້ອຍຂອງແມ່ຍິງຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 15 ກໍລະກົດ, ຄະນະພັກນະຄອນນຫຼວງ ຮ່າໂນ້ຍ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມກ່ຽວກັບວຽກງານພັກ ແລະ ມະຫາຊົນ ໃຫ້ພະນັກງານ ນະຄອນຫຼວງ ວຽງຈັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປີ 2024. ເຂົ້າຮ່ວມພິທີເປີດມີສະຫາຍ ນາງ ຫງວຽນທິຕວ໋ຽນ, ກໍາມະການສູນກາງພັກ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ຮ່າໂນ້ຍ; ສະຫາຍ ວິລະສັກ ນາມມຸນຕີ, ຄະນະປະຈໍາພັກນະຄອນຫຼວງວຽງຈັນ, ຫົວໜ້າຄະນະກວດກາພັກ, ອົງການກວດກາລັດຖະບານ ນະຄອນຫຼວງ ວຽງຈັນ - ຫົວໜ້າຄະນະພະນັກງານນະຄອນຫຼວງ ວຽງຈັນ ມາເຄື່ອນໄຫວສຶກສາຢູ່ ຮ່າໂນ້ຍ.
ຍສໝ - ວັນທີ 16 ກໍລະກົດ, ຢູ່ນະຄອນ ກຸ່ຍເຍີນ (ບິ່ງດິ້ງ), ນັກວິທະຍາສາດ ແລະ ນັກຄົ້ນຄວ້າ 34 ຄົນຂອງ 13 ປະເທດ ແລະ ເຂດແຄ້ວນ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຮງຮຽນຟິຊິກສາດ ຫວຽດນາມ ຄັ້ງທີ 30 (VSOP30).
ຍສໝ - ນັບແຕ່ວັນທີ 11-13 ກໍລະກົດ 2024, ທ່ານນາງ ຟານທິຖັ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ໄດ້ຮ່ວມເດີນທາງພ້ອມກັບທ່ານປະທານປະເທດ ໂຕເລິມ ໄປຢ້ຽມຢາມທາງລັດຖະກິດ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍ.
ຍສໝ - ວັນທີ 16 ກໍລະກົດ, ທີ່ຮ່າໂນ້ຍ, ທ່ານ ເລຮວ່າຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັັກກອມມູນິດຫວຽດນາມ ໄດ້ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ.
ຍສໝ - ໂດຍຮັບອຸປະຖຳນັກສຶກສາລາວ; ພານ້ອງໆໄປລົງຕົວຈິງຢູ່ບັນດາຄອບຄົວຊາວ ຫວຽດນາມ; ການຝຶກອົບຮົມທັກສະວິຊາຊີບໃຫ້ແກ່ການເຮັດວຽກເປັນທີມແມ່ນສາມແບບຢ່າງໃນການຝຶກອົບຮົມ ແລະ ບຳລຸງບັນດານັກຮຽນ, ນັກສຶກສາ ແລະ ຊາວໜຸ່ມລາວ ທີ່ດີເດັ່ນ, ມີຄວາມໝາຍອັນແທດຈິງ ໂດຍສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນ ຮ່າໂນ້ຍ ຜັນຂະຫຍາຍໃນໄລຍະຜ່ານມາ. ບັນດາຮູບແບບດັ່ງກ່າວ ຈະປະກອບສ່ວນໜູນຊ່ວຍປະເທດເພື່ອນໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ພ້ອມກັນນັ້ນ ກໍ່ໄດ້ຮັດແໜ້ນການພົວພັນປະຊາຊົນລະຫວ່າງ 2 ປະເທດໃຫ້ເລິກເຊິ່ງກ່ວາອີກ.