ຍສໝ - ຕອນບ່າຍວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສຳນັກຂ່າວສານຫວຽດນາມ ໄດ້ສົມທົບກັນຈັດຕັ້ງກອງປະຊຸມໃຫຍ່ສ້າງຕັ້ງສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ. ສາຂາສະມາຄົມດັ່ງກ່າວ ປະກອບມີບັນດາອະດີດຊ່ຽວຊານຊ່ວຍລາວ, ພະນັກງານ, ນັກຂ່າວ ແລະ ພະນັກງານສຳນັກຂ່າວສານຫວຽດນາມ ທີ່ເຄີຍເຮັດວຽກກັບສຳນັກຂ່າວສານປະເທດລາວ (KPL).
ຍສໝ - ໃນວັນທີ 3 ກໍລະກົດນີ້, ຢູ່ແຂວງສະຫວັນນະເຂດ (ພາກກາງລາວ) ໄດ້ດຳເນີນພິທີເປີດນຳໃຊ້ໂຄງການອາຄານອະເນກປະສົງ ໂຮງຮຽນມິດຕະພາບລາວ-ຫວຽດນາມ ຢູ່ແຂວງສະຫວັນນະເຂດ. ນີ້ແມ່ນໂຄງການລົງທຶນ ແລະ ກໍ່ສ້າງຈາກທຶນຊ່ວຍເຫຼືອລ້າທີ່ນະຄອນດ່ານັງ ມອບໃຫ້ໂຮງຮຽນມິດຕະພາບລາວ-ຫວຽດນາມ ແຂວງສະຫວັນນະເຂດ ໃນປີ 2022 ດ້ວຍຍອດຈຳນວນເງິນລົງທຶນ 200.000 USD.
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນແທັງເມີ້ນ ຢືນຢັນວ່າ ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ.
ຍສໝ - ປະທານສະພາແຫ່ງຊາດສອງປະເທດ ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຍູ້ແຮງບັນດາກົນໄກຮ່ວມມືສອງຝ່າຍ, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ
ຍສໝ - ວັນທີ 10 ກໍລະກົດ, ຢູ່ຕາແສງ ເມິຶ່ອງລອຍ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ, ປ້ອມປ້ອງກັນຊາຍແດນ ເມື່ອງຍາ ແລະ ປ້ອມປ້ອງກັນຊາຍແດນຫ້ວຍປວກ, ທະຫານປ້ອງກັນຊາຍແດນ ດ້ຽນບຽນ ໄດ້ລົງນາມແຮກສ່ຽວກັບກອງຮ້ອຍປ້ອງກັນຊາຍແດນ 163, ກອງບັນຊາການທະຫານແຂວງຫຼວງພະບາງ, ສປປ ລາວ.
ຍສໝ - ແຕ່ວັນທີ 15 ຫາວັນທີ 21 ກໍລະກົດນີ້. ສະມາຊິກຄະນະຊາວໜຸ່ມນະຄອນ ດ່ານັງ ຈະເຂົ້າຮ່ວມການກວດພະຍາດ, ເເຈກຢາຍຢຸກຢາ, ມອບເຂົ້າສານ, ເຄື່ອງໃຊ້ທີ່ຈຳເປັນໃຫ້ເເກ່ປະຊາຊົນລາວ ໂດຍບໍ່ເສຍຄ່າ. ນີ້ແມ່ນໜຶ່ງໃນການເຄື່ອນໄຫວໃນລາຍການອາສາສະໝັກສາກົນຢູ່ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄະນະຊາວໜຸ່ມນະຄອນ ດານັງ.
ຍສໝ - ເກີດຂຶ້ນແຕ່ວັນທີ 26 ມິຖຸນາ ຫາວັນທີ 18 ກໍລະກົດ ພາຍໃຕ້ການເປັນປະທານຂອງ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດລາວ ຊຸດທີ IX ໄດ້ສິ້ນສຸດລົງຢ່າງຈົບງາມ.
ຍສໝ - ວັນທີ 5 ກໍລະກົດ, ຄະນະຊາວໜຸ່ມຮາກຖານປ້ອມປ້ອງກັນຊາຍແດນ ອ່າເດີດ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫ້ວ ໄດ້ສົມທົບກັບຫຼາຍຫົວໜ່ວຍ ຈັດຕັ້ງການເຄື່ອນທັບບັ້ນ “ຊາວໜຸ່ມອາສາສະໝັກລະດູຮ້ອນ” ດ້ວຍຫຼາຍການເຄື່ອນໄຫວທີ່ແທດຈິງ.
ຍສໝ - ທ່ານອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ແມ່ນຜູ້ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນແບບພິເສດ ຫວຽດນາມ - ລາວ. ນັ້ນແມ່ນຄຳຢືນຢັນຂອງອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ ລາວ ສົມສະຫວາດ ເລັ່ງສະຫວັດ, ຜູ້ທີ່ດຳລົງຕຳແໜ່ງລັດຖະມົນຕີການຕ່າງປະເທດລາວ ແຕ່ປີ 1993-2006 ໃນການໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ກ່ຽວກັບບຸກຄະລິກຂອງ ນັກການທູດ ຫວູຄວານ , ກໍ່ຄືການປະກອບສ່ວນໃຫ້ແກ່ການພົວພັນ ຫວຽດນາມ - ລາວ.
ຍສໝ - ນັກສຶກສາລາວ 162 ຄົນ ທີ່ພວມຮໍ່າຮຽນຢູ່ໂຮງຮຽນມິດຕະພາບ T78 (ຕາແສງ ຖອກໂລ້, ເມືອງ ຟຸກທ້ວ, ຮ່າໂນ້ຍ) ຈະໄດ້ດຳລົງຊີວິດ, ດຳລົງຊີວິດ, ສຶກສາຮ່ຳຮຽນຮ່ວມກັບພໍ່ແມ່ພີ່ນ້ອງຊາວຫວຽດນາມ ເປັນເວລາ 20 ວັນ (ແຕ່ວັນທີ 15 ມີນາ – 4 ເມສາ). , 2023). ນີ້ແມ່ນໂຄງການປະຕິບັດທີ່ໂຮງຮຽນມິດຕະພາບ T78 ໄດ້ເປີດນຳໃຊ້ໃນວັນທີ 15 ມີນານີ້ ພາຍຫຼັງໄດ້ຢຸດພັກ 3 ປີຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.
ຍສໝ - ທ່ານນາງ ກ່ຽວທິຮັ່ງຝຸກ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ຫວນຄືນມູນເຊື້ອສາມັກຄີຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ, ຮ່ຽງບ່າຮ່ຽງໄຫຼ່ຕໍ່ສູ້ຕ້ານສັດຕູໂຕດຽວກັນ.
ຍສໝ - ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຫາດຊາຍທະເລ ໝີເຄ, ຕາແສງ ຕິ້ງເຄ, ນະຄອນ ກ໋ວາງຫງາຍ ໄດ້ດຳເນີນໂຄງການ Friendship Night ພົບປະແລກປ່ຽນນັກສຶກສາ ອາເມລິກາ - ຫວຽດນາມ - ລາວ.
ຍສໝ - ສອງອົງການ ຈະຜັນຂະຫຍາຍການປະຕິບັດ “ບົດບັນທຶກຊ່ວຍຈຳວ່າດ້ວຍການສ້າງ, ນຳໃຊ້ໂທລະສັບສາຍດ່ວນ ລະຫວ່າງ ກະຊວງປ້ອງກັນປະເທດສອງປະເທດ.
ຍສໝ - ກະຊວງເຕັກໂນໂລຊີ ແລະ ສື່ສານ ລາວ ມີການພົວພັນຮ່ວມມືແໜ້ນແຟ້ນ ກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ຍສໝ - ດ້ວຍທ່າອ່ຽງຂອງການຫັນເປັນໂລກພິວັດຢ່າງເຂັ້ມແຂງ ໃນປັດຈຸບັນ, ການເປີດກວ້າງການຮ່ວມມືໃນການພັດທະນາເຕັກໂນໂລຊີ ແລະ ປ່ຽນແປງໃໝ່ປະດິດສ້າງ ກໍ່ແມ່ນປັດໄຈສົມທົບກັນ ເພື່ອໃຫ້ບັນດາປະເທດ, ພິເສດແມ່ນບັນດາປະເທດພວມພັດທະນາ, ຄື ຫວຽດນາມ ແລະ ລາວ ສາມາດປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງ.
ຍສໝ - ໃນຂອບເຂດຢ້ຽມຢາມ ແລະ ເຮັດວຽກກັບ ສານ ປະຊາຊົນສູງສຸດ ຫວຽດນາມ ແຕ່ວັນທີ 22 – 25 ພຶດສະພານີ້, ຄະນະຜູ້ແທນ ສານປະຊາຊົນສູງສຸດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍ ສະຫາຍ ຜູ້ຮອງປະທານສານປະຊາຊາສູງສຸດລາງວ ບຸນຂວາງ ທະວີສັກ ເປັນຫົວໜ້າຄະນະໄດ້ມີການເຮັດວຽກກັບຫົວໜ່ວຍທີ່ສັງກັດສານປະຊາຊົນສູງສຸດຫວຽດນາມ ຈຳນວນໜຶ່ງ.
ຍສໝ - ຕອນເຊົ້າວັນທີ 23 ພຶດສະພານີ້, ໃນການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນກະຊວງພາຍໃນລາວ ໂດຍທ່ານລັດຖະມົນຕີ ທອງຈັນ ມະນີໄຊ ນຳໜ້າທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານລັດຖະມົນຕີກະຊວງພາຍໃນ ຟ້າມທິແທ່ງແທ່ງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ສອງກະຊວງ. ໄດ້ມີການຮ່ວມມືຢ່າງແໜ້ນແຟ້ນ, ມີການເຄື່ອນໄຫວປະຕິບັດຢ່າງມີປະສິດທິຜົນ, ແລະບັນລຸໄດ້ໝາກຜົນຫຼາຍດ້ານ.
ຍສໝ - ໃນຕອນບ່າຍ ວັນທີ 17 – 19 ພຶດສະພາ ໄດ້ເຮັດພິທີກຳທາງສາສະໜາອັດຖິຂອງທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 115 ອັດຖິ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ກວາງບິ່ງ ແລະ ເງະອານ.
ຍສໝ - ໃນວັນທີ 15 ພຶດສະພານີ້, ທ່າມກາງຄວາມສັນຕິພາບ, ມິດຕະພາບແບບພິເສດ ແລະ ຄວາມສາມັກຄີ, ໃນບໍລິເວນຫຼັກຊາຍແດນທີ 65, ຕາແສງຈ່າເນື່ອ, ເມືອງນ້ຳໂປ, ແຂວງດ້ຽນບຽນ (ຫວຽດນາມ) ແລະ ກຸ່ມບ້ານຫົວໝຶກ, ເມືອງ ເມືອງໃໝ່, ແຂວງຜົ້ງສາລີ (ລາວ), ອຳນາດການປົກຄອງ 2 ແຂວງດ້ຽນບຽນ ແລະ ຜົ້ງສາລີ ໄດ້ຮ່ວມມືກັນຈັດຕັ້ງພິທີການເປີດນຳໃຊ້ເສັ້ນທາງນ້ຳດິກ (ຫວຽດນາມ) - ຫ້ວຍເຮ້ຍ (ລາວ).
ຍສໝ - ວັນທີ 16-17 ພຶດສະພາ, ຢູ່ແຂວງ ຊຽງຂວາງ, ໄດ້ຈັດພິທີມອບ - ຮັບ, ສວດມົນພາວະນາ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ 3 ແຂວງຂອງລາວ.