ເສດຖະກິດກາງຄືນ - ປັດໄຈທີ່ເຮັດໃຫ້ການທ່ອງທ່ຽວຫຼວງພະບາງ ຂອງລາວ ເປັນໜ້າສົນໃຈ

16:27 | 22/09/2023

ຍສໝ - ການຫັນເປັນຫຼາຍຮູບຫຼາຍແບບບັນດາຜະລິດຕະພັນທ່ອງທ່ຽວ ໃນນັ້ນມີເສດຖະກິດກາງຄືນ ບໍ່ພຽງແຕ່ຊ່ວຍສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ປະຊາຊົນຫຼາຍຂຶ້ນເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ຫຼວງພະບາງ ກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວຫຼາຍຂຶ້ນ.

ຫວຽດນາມ, ລາວ, ກຳປູເຈຍ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນສະພາບການເສດຖະກິດດີຈີຕອນ ຫວຽດນາມ, ລາວ, ກຳປູເຈຍ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນສະພາບການເສດຖະກິດດີຈີຕອນ
ບ້ານຫັດຖະກຳນ້ຳປາ ຕ່າມແທັງ: ຮັກສາລົດຊາດຂອງບ້ານເກີດເມືອງນອນ; ພັດທະນາເສດຖະກິດທ້ອງຖິ່ນ ບ້ານຫັດຖະກຳນ້ຳປາ ຕ່າມແທັງ: ຮັກສາລົດຊາດຂອງບ້ານເກີດເມືອງນອນ; ພັດທະນາເສດຖະກິດທ້ອງຖິ່ນ

ໂດຍເປັນເມືອງທ່ອງທ່ຽວທີ່ມີຊື່ສຽງທີ່ສຸດໃນປະເທດລາວ, ຕະຫຼອດຫຼາຍປີຜ່ານມາ, ຫຼວງພະບາງໄດ້ຮັບການຕີລາຄາຢ່າງຕໍ່ເນື່ອງຈາກວາລະສານທ່ອງທ່ຽວທີ່ມີຊື່ສຽງຂອງໂລກຫຼາຍແຫ່ງ ວ່າເປັນໜຶ່ງໃນແຫຼ່ງທ່ອງທ່ຽວທີ່ດຶງດູດ ແລະ ຄວນໄປທ່ຽວຊົມທີ່ສຸດ.

ເສດຖະກິດກາງຄືນ - ປັດໄຈທີ່ເຮັດໃຫ້ການທ່ອງທ່ຽວຫຼວງພະບາງ ຂອງລາວ ເປັນໜ້າສົນໃຈ
ນັກທ່ອງທ່ຽວຕ່າງປະເທດຊື້ອາຫານຢູ່ຕະຫຼາດກາງຄືນຫຼວງພະບາງ. (ພາບ: ຟ້າມກຽນ/TTXVN)

ທັງນີ້, ບໍ່ພຽງແຕ່ຍ້ອນວ່າ ຫຼວງພະບາງ ເປັນເມືອງມໍລະດົກໂລກ ຫຼື ເຄີຍເປັນເມືອງເກົ່າແກ່ຂອງ “ດິນແດນລ້ານຊ້າງ” ເທົ່ານັ້ນ, ແຕ່ຍັງເປັນຍ້ອນລັດຖະບານຢູ່ທີ່ນີ້ ຍາມໃດກໍ່ພະຍາຍາມຫັນປ່ຽນບັນດາຜະລິດຕະພັນການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ, ໃນນັ້ນມີການໃຫ້ຄວາມສຳຄັນການພັດທະນາພື້ນຖານເສດຖະກິດກາງຄືນ.

ຕັ້ງຢູ່ຖະໜົນສີສະຫວ່າງວົງ, ໃກ້ກັບຫໍພິພິທະພັນພະລາດຊະວັງ, ຍາວກວ່າ 1 ກິໂລແມັດ, ຕັດຜ່ານຖະໜົນເກົ່າໃນໃຈກາງເມືອງ, ຕະຫຼາດກາງຄືນຫຼວງພະບາງມີຮ້ານຂາຍເຄື່ອງຫັດຖະກຳພື້ນ​ເມືອງກວ່າ 500 ຮ້ານ, ພ້ອມດ້ວຍເຂດການກິນດື່ມຮ້ານບາເບຍ, ຮ້ານເຫຼົ້າ, ບັນເທີງ ແລະ ສະຖານທີ່ຟັງດົນຕີຕ່າງໆ... ມາຮອດຕະຫຼາດແຫ່ງນີ້, ນັກທ່ອງທ່ຽວບໍ່ພຽງແຕ່ຈະພົບເຫັນປະເພດສິນຄ້າຫັດຖະກຳພື້ນ​ເມືອງອັນດີງາມຫຼາຍຢ່າງທີ່ເຕັມໄປດ້ວຍວັດທະນະທຳຂອງຊາວລາວເທົ່ານັ້ນ, ແຕ່ຍັງໄດ້ຊິມບັນດາເຍື່ອງອາຫານທີ່ແຊບຊ້ອຍ, ອາຫານທີ່ມີຊື່ສຽງພິເສດໃນລາຄາທີ່ສົມເຫດສົມຜົນ, ແຕ່ທ່ານຍັງສາມາດພັກຜ່ອນພາຍຫຼັງການຢ້ຽມຢາມແຫຼ່ງທ່ອງທ່ຽວຂອງແຂວງຫຼວງພະບາງນຳອີກ.

ຕະຫຼາດກາງຄືນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ຕົ້ນ​ຊຸມ​ປີ 2000, ດ້ວຍ​ເປົ້າ​ໝາຍ​ຕົ້ນຕໍ​ແມ່ນ​ສ້າງສະຖາທີ່​​ບັນ​ເທິງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວເພີ່ມອີກ, ຊ່ວຍໃຫ້​ປະຊາຊົນ​ທ້ອງ​ຖິ່ນ​ຊອກ​ຫາ​ສົ້ນອອກບັນດາຜະລິດຕະພັນ​ສິນຄ້າພື້ນ​ເມືອງ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ​ເພີ່ມ​ລາຍ​ຮັບຕື່ມອີກ.

​ໃນ​ເບື້ອງ​ຕົ້ນ, ຕະຫຼາດ​ພຽງ​ແຕ່​ຂາຍ​ສິນຄ້າ​ຫັດຖະກຳ ​ແລະ ອາຫານ​ພື້ນ​ເມືອງ​ເທົ່າ​ນັ້ນ, ​ແຕ່​ຕໍ່​ມາ​ກໍ່​ໄດ້​ຂະຫຍາຍ​ການ​ບໍລິການ. ນອກຈາກບໍລິເວນຂາຍບັນດາຜະລິດຕະພັນເຄື່ອງຫັດຖະກຳ ແລະ ຂົງເຂດການກິນດື່ມແລ້ວ, ໃນຂົງເຂດຕະຫຼາດກາງຄືນ ເເລະ ບັນດາຂົງເຂດອ້ອມຂ້າງ ກໍ່ຍັງມີບັນດາເຂດຟັງດົນຕີ ແລະ ບັນເທີງນຳອີກ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.