ຄະນະ​ຜູ້​ແທນ​ໜັງສືພິມ​ກອງທັບ​ປະຊາຊົນ​ລາວ ​ໄປ​ຢ້ຽມຢາມ ​ແລະ ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ​ຢູ່​ກອງ​ພົນ 679

09:07 | 22/09/2023

ຍສໝ - ຕອນເຊົ້າວັນທີ 21 ກັນຍາ, ຢູ່ນະຄອນຫາຍຟ່ອງ, ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ໂດຍທ່ານ ພັນໂທ ຄອນສະຫວັນ ໄຊຍະລາດ, ຮອງຫົວໜ້າບັນນາທິການໃຫຍ່ ໄດ້ລົງຢ້ຽມຢາມ ແລະ ຄົ້ນຄວ້າພາກສະໜາມຢູ່ກອງພົນ 679, ກອງທັບເຮືອເຂດ 1. ຕ້ອນຮັບ​ຄະນະ​ມີ​ພັນ​ເອກ ຫງວຽນ​ແທງ​ຕຸ່ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ບັນຊາ​ການ​ບັນດາ​ອົງການ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ.

​ຕໍ່າຫູກ  - ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ກະຕູ່ ຢູ່​ຫວຽດ​ນາມ ແລະ ລາວ ​ຕໍ່າຫູກ - ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ກະຕູ່ ຢູ່​ຫວຽດ​ນາມ ແລະ ລາວ
ຊາວ​ໜຸ່ມ​ຫວຽດນາມ ​ແລະ ລາວ ມ່ວນ​ຊື່ນ​ຢູ່​ເຂດ​ຊາຍ​ແດນ ຊາວ​ໜຸ່ມ​ຫວຽດນາມ ​ແລະ ລາວ ມ່ວນ​ຊື່ນ​ຢູ່​ເຂດ​ຊາຍ​ແດນ

ທີ່ການເຮັດວຽກ, ທ່ານພັນເອກພິເສດ ຫງວຽນແທັງຕຸ່ງ ຫົວໜ້າການເມືອງກອງພົນນ້ອຍລູກສອນໄຟຝັ່ງ 679, ກອງບັນຊາການທະຫານເຮືອ ເຂດ 1 ໄດ້ແນະນໍາໂດຍສັງເຂບກ່ຽວກັບວິວັດການກໍາເນີດ ແລະພັດທະນາຂອງກອງພົນນ້ອຍ, ພາລະບົດບາດ, ໜ້າທີ່ ແລະບັນດາຜົນງານ ທີ່ບັນລຸໄດ້ຂອງກົມກອງໃນວິວັດການປະຕິບັດງານ, ອົບຮົມຫັດແອບ ແລະສູ້ຮົບ.

ທ່ານພັນເອກພິເສດ ເລຫງັອກລອງ ໃຫ້ຮູ້ວ່າ ໜັງສືພິມກອງທັບປະຊາຊົນ ລາວ ແມ່ນໜຶ່ງໃນບັນດາກົມກອງທີ່ສະໜິດຕິດພັນກັບໜັງສືພິມກອງທັບປະຊາຊົນຫວຽດນາມ. ສອງກົມກອງ ໄດ້ຕິດຕໍ່ພົວພັນ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນວຽກງານວິຊາສະເພາະເປັນປະຈໍາ. ການຢ້ຽມຢາມ ແລະເຮັດວຽກຢູ່ກອງພົນນ້ອຍລູກສອນໄຟຝັ່ງ 679 ມື້ນີ້ ແມ່ນໜຶ່ງໃນບັນດາເນື້ອໃນສໍາຄັນໃນແຜນການຝຶກອົບຮົມໃຫ້ແກ່ພະນັກງານໜັງສືພິມກອງທັບປະຊາຊົນລາວ, ຊ່ວຍໃຫ້ເພື່ອນ ຊອກຮູ້ຕົວຈິງຢູ່ບາງກົມກອງໃນກອງທັບປະຊາຊົນຫວຽດນາມ, ເພື່ອເວລາກັບຄືນປະເທດຈະສາມາດໝູນໃຊ້ບົດຮຽນທີ່ຝຶກອົບຮົມຢູ່ຫວຽດນາມ ໃນວຽກງານຂອງຕົນ.

ຄະນະ​ຜູ້​ແທນ​ໜັງສືພິມ​ກອງທັບ​ປະຊາຊົນ​ລາວ ​ໄປ​ຢ້ຽມຢາມ ​ແລະ ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ​ຢູ່​ກອງ​ພົນ 679

ພັນເອກພິເສດ ຫງວຽນແທັງຕຸ່ງ ຫົວໜ້າການເມືອງກອງພົນນ້ອຍລູກສອນໄຟຝັ່ງ 679 ແນະນໍາໂດຍສັງເຂບກ່ຽວກັບວິວັດການກໍາເນີດ ແລະພັດທະນາຂອງກົມກອງ.

ຕາງໜ້າຄະນະ, ທ່ານພັນໂທ ຄອນສະຫວັນ ໄຊຍະລາດ ສະແດງຄວາມປິຕິຊົມຊື່ນ ທີ່ໄດ້ມາຢ້ຽມຢາມ, ເຮັດວຽກ, ແລກປ່ຽນບົດຮຽນ ແລະຂອບໃຈຕໍ່ການຕ້ອນຮັບອັນສົມກຽດ, ຮອບຄອບຖີ່ຖ້ວນຂອງການນໍາກອງພົນນ້ອຍ.

ທ່ານພັນໂທ ຄອນສະຫວັນ ໄຊຍະລາດ ໃຫ້ຮູ້ວ່າ “ການໄປທັດສະນະສຶກສາຕົວຈິງ ແມ່ນໂອກາດເພື່ອໃຫ້ພວກຂ້າພະເຈົ້າ ຮຽນຮູ້ຮູບແບບ, ວີທີເຮັດທີ່ດີໃນກົມກອງ ກອງທັບປະຊາຊົນຫວຽດນາມ, ຜ່ານນັ້ນຈະໝູນໃຊ້ຄວາມຮູ້, ບົດຮຽນໃຫ້ດີທີ່ສຸດເຂົ້າໃນກົມກອງຂອງຕົນ.

​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ​ໜັງສືພິມ​ກອງທັບ​ປະຊາຊົນ​ລາວ ​ໄດ້​ໄປ​ຢ້ຽມຢາມ​ຫ້ອງ​ປະ​ເພນີ ​ແລະ ທີ່​ພັກ, ສຶກສາ, ດຳລົງ​ຊີວິດ, ​ເຂດ​ຜະລິດ​ຂອງ​ກອງ​ພົນ 679.

ການ​ຢ້ຽມຢາມ ​ແລະ ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ ​ໄດ້​ຊ່ວຍ​ໃຫ້​ພະນັກງານ​ໜັງສືພິມ​ກອງທັບ​ປະຊາຊົນ​ລາວ ມີ​ເອກະສານ​ຫຼາຍ​ຢ່າງ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ວິຊາ​ສະ​ເພາະ ​ແລະ ​ເຜີຍ​ແຜ່​ຮູບ​ພາບ​ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ.

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.