ນັກທ່ອງທ່ຽວ ນຳໃຊ້ລົດໄຟລາວ-ຈີນ ເພີ່ມຂຶ້ນຢ່າງກ້າວກະໂດດ

14:47 | 23/09/2023

ຍສໝ - ເມັດພືດທີ່ປູກຮ່ວມກັນລະຫວ່າງສອງພັກ, ສອງລັດ ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລ້ວໜຶ່ງເສັ້ນທາງນັ້ນ ໄດ້ເບັ່ງບານ ແລະ ເກີດດອກຜົນເປັນຮູບປະທໍາ ຢ່າງໜັກແໜ້ນ ເຊິ່ງສະແດງອອກໃນປັດຈຸບັນ ໄດ້ກາຍເປັນເມັດເງິນ ເມັດຄໍາ ແລະ ກາຍເປັນ ເສັ້ນເລືອດໃຫຍ່ເຊື່ອມໂຍງ ເຊື່ອມຈອດກັນລະຫວ່າງລາວ,ຈີນ, ອາຊຽນ, ພາກພື້ນ ແລະ ສາກົນ.

ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ
ນັກທ່ອງທ່ຽວ  ເຂົ້າມາທ່ຽວ ຫວຽດນາມ ຫຼາຍກວ່າ 5.700 ຄົນ ນັກທ່ອງທ່ຽວ ເຂົ້າມາທ່ຽວ ຫວຽດນາມ ຫຼາຍກວ່າ 5.700 ຄົນ

ອາທິດຜ່່ານມາລະຫວ່າງວັນທີ 19-21 ກັນຍາ 2023, ຜູ້ຂຽນໄດ້ມີໂອກາດຂີ່ລົດໄຟລາວ-ຈີນຈາກນະຄອນຫລວງວຽງຈັນ ໄປເຖິງແຂວງຫລວງນໍ້າທາ ໃກ້ກັບຊາຍແດນລາວ-ຈີນໂດຍໃຊ້ເວລາພຽງ 3-4 ຊົ່ວເທົ່ານັ້ນ ຖ້າຢ້ອນເວລາ ໄປໃນອະດີດ ປີ 2008 ທີ່ຜູ້ຂຽນຂີ່ລົດໂດຍສານໄປເຮັດວຽກ ແລະ ຢ້ຽມຢາມແຂວງຫລວງນໍ້າທາ ໃນເວລານັ້ນໃຊ້ເວລາ 8 ຊົ່ວໂມງ ຫລື ຫລາຍກວ່ານັ້ນ ຈິ່ງເຖິງຈຸດໝາຍປາຍທາງ ເຊິ່ງມັນສະແດງໃຫ້ເຫັນວ່າ ການຂີ່ລົດໄຟບໍ່ພຽງປະຢັດເວ ລາ ໄດ້ດີເທົ່ານັ້ນຫາກຍັງປະຢັດລາຍຈ່າຍ, ມີຄວາມປອດໄຟສູງ, ສາມາດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໄດ້ເປັນຈໍານວນຫລາຍອີກດ້ວຍ. ຕະຫລອດການເດີນທາງ 1 ຄືນ 2 ມື້ນັ້ນ ປາກົດເຫັນຜູ້ຄົນ, ນັກທ່ອງທ່ຽວ, ພະນັກງານ, ທະຫານ- ຕໍາຫລວດ ແລະ ປະຊາຊົນລາວບັນດາເຜົ່າຫລັ່ງໄຫລ ໃຊ້ບໍລິການລົດໄຟ ລາວ-ຈີນຢ່າງຄັບຄາໜາແໜ້ນ.

ນັກທ່ອງທ່ຽວ ນຳໃຊ້ລົດໄຟລາວ-ຈີນ ເພີ່ມຂຶ້ນຢ່າງກ້າວກະໂດດ

ໂດຍທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອໍານວຍການບໍລິສັດທາງລົດໄຟລາວ-ຈີນ ກໍ່ຢັ້ງຢືນວ່າ: ຈຳນວນຜູ້ໂດຍສານທີ່ນໍາໃຊ້ລົດ ໄຟ ລາວ-ຈີນ ແມ່ນເພີ່ມຂຶ້ນໃນແຕ່ລະວັນ ດ້ວຍເຫດນັ້ນ ທັງບໍລິສັດຈຶ່ງໄດ້ຕັດສິນໃຈຊື້ ລົດໄຟ EMU ເພີ່ມອີກ 1 ຂະບວນ ລວມ 6 ຂະບວນ ໃນນັ້ນ EMU ມີ 5 ຂະວນ ແລະ ລົດໄຟທໍາມະດາມີ 1 ຂະບວນ. ການຕັດສິນໃຈຊື້ລົດໄຟເພີ່ມຄັ້ງ ນີ້ ຍ້ອນມີຜູ້ມາໃຊ້ບໍລິການເພີ່ມຂຶ້ນຢ່າງຫລວງຫລາຍ ໂດຍສະເພາະການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ, ມາຮອດວັນທີ 17 ກັນຍາ 2023 ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 3 ລ້ານກວ່າຄົນ ສົນສົ່ງສິນຄ້າເກືອບ 5 ລ້ານໂຕນ, ສະເລ່ຍ 4.800 ຄົນຕໍ່ມື້.

ພ້ອມດຽວກັນ, ທ່ານ ວໍລະວົງ ສີທໍາມະລາດ ຜູ້ຂັບລົດຕູ້ຮັບສົ່ງນັກທ່ອງທ່ຽວ ຕາມເສັ້ນທາງຈຸດສະຖານີລົດໄຟ ຢູ່ເມືອງມໍລະດົກຫລວງພະບາງ ໃຫ້ຮູ້ວ່າ: ຕົນເອງຂັບລົດຕູ້ບໍລິການມາເກືອບ 7 ປີແລ້ວໃນແຂວງຫລວງພະບາງ ໃນ ເມື່ອກ່ອນ ຍັງບໍ່ມີເສັ້ນທາງລົດໄຟກໍ່ພໍມີນັກທ່ອງທ່ຽວ ເຂົ້າມາຢ້ຽມຢາມພາຍໃນແຂວງ ແລະ ມີລາຍຮັບພໍກຸ້ມປາກກຸ້ມທ້ອງ ແຕ່ໃນທ້າຍປີ 2021 ເມື່ອໄດ້ມີການເປີດໃຫ້ບໍລິການເສັ້ນທາງລົດໄຟ ລາວ-ຈີນ ເຫັນວ່ານັກທ່ອງທ່ຽວຂີ່ລົດໄຟ ເຂົ້າມາຢ້ຽມຢາມ ເມືອງມໍລະດົກເພີ່ມຂຶ້ນຢ່າງຫລວງຫລາຍ ໃນນັ້ນສ່ວນໃຫຍ່ແມ່ນນັກທ່ອງທ່ຽວໄທ, ຫວຽດນາມ, ຈີນ, ອາເມລິກາ, ເອີຣົບ ແລະ ອື່ນໆ ເຊິ່ງສາມາດສ້າງລາຍຮັບ ໄດ້ສະເລ່ຍບໍ່ຕໍ່າກວ່າ 6-7 ລ້ານກີບຕໍ່ເດືອນ, ມີບາງເດືອນ ກໍ່ໄດ້ເຖິງ 10 ລ້ານກີບຕໍ່ເດືອນ ໂດຍຫັກຄ່າໃຊ້ຈ່າຍໝົດແລ້ວ. ເງິນທີ່ໄດ້ຈາກການແລ່ນລົດຕູ້ ຕາມສະຖານີລົດໄຟຫລວງພະບາງ ນັ້ນໄດ້ມີການແບ່ງສັນປັ່ນສ່ວນ ເຂົ້າບໍລິຫານຄອບຄົວຈໍານວນໜຶ່ງ ແລະ ສົ່ງໃຫ້ລູກ 2 ຄົນທີ່ພວມຮໍ່າຮຽນ ຢູ່ຫວຽດນາມ ແລະ ສປ ຈີນ. ແນວໃດກໍດີ ພາຍໃນປີ 2024 ນີ້ ສປປ ລາວຈະເປັນເຈົ້າພາບ ກອງປະຊຸມທ່ອງທ່ຽວອາຊຽນ ຄາດວ່ານັກທ່ອງທ່ຽວອາດຈະເຂົ້າມາ ຫລວງພະບາງຫລາຍຂຶ້ນ ແລະ ຕົນເອງກໍໄດ້ວາງແຜນໄວ້ວ່າ ອາດຈະຊື້ລົດອີກ 1 ຄັນ ເພື່ອໃຫ້ຄົນເຊົ່າ ເຊິ່ງຈະເປັນຊ່ອງທາງສ້າງລາຍໄດ້ເພີ່ມຂຶ້ນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.