ແຂວງກອນຕູມ: ການ​ທູດ​ປະ​ຊາ​ຊົນ​ປະ​ກອບ​ສ່ວນ​ເຊື່ອມ​ຕໍ່​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

00:00 | 23/09/2023

ຍສໝ - ສຳລັບ​ບັນດາ​ແຂວງ​ຊາຍ​ແດນ​ເວົ້າ​ລວມ, ​ແຂວງກອນ​ຕູມ ເວົ້າ​ສະ​ເພາະ ແມ່ນຈັດຕັ້ງ​ປະຕິບັດ​ວຽກ​ງານການ​ທູດ​ປະຊາຊົນ​ໄດ້​ເປັນຢ່າງດີ ​ບໍ່​ພຽງ​ແຕ່​ສ້າງ​ເປັນກຳລັງແຮງສັງລວມໃຫ້ແກ່​ວຽກ​ງານ​ການ​ຕ່າງປະ​ເທດຂອງ​ແຂວງເທົົ່ານັ້ນ, ​ຫາກຍັງ​ໄດ້ປະກອບສ່ວນ​ສຳຄັນ​ໃນ​ການປັບປຸງ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສ້າງນໍ້າໃຈ​ຂອງ​ປະ​ຊາ​ຊົນໃນການປົກ​ປັກ​ຮັກ​ສາເສັ້ນ​ຊາຍ​ແດນ​ແຫ່ງ​ຊາດ​ຢ່າງ​ໜັກ​ແໜ້ນນຳອີກ.

ເຂດອານຸສອນສະຖານປະທານໂຮ່ຈິມິນ: ສະຖານທີ່ສຶກສາມູນເຊື້ອມິດຕະພາບ ຫວຽດນາມ-ລາວ ເຂດອານຸສອນສະຖານປະທານໂຮ່ຈິມິນ: ສະຖານທີ່ສຶກສາມູນເຊື້ອມິດຕະພາບ ຫວຽດນາມ-ລາວ
ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ເຂົ້າຢ້ຽມຂ່ຳນັບທ່ານ ພັນຄຳ ວິພາວັນ ຜູ້ປະຈຳການຄະນະເລຂາ, ຮອງປະທານປະເທດລາວ ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ເຂົ້າຢ້ຽມຂ່ຳນັບທ່ານ ພັນຄຳ ວິພາວັນ ຜູ້ປະຈຳການຄະນະເລຂາ, ຮອງປະທານປະເທດລາວ

ໂດຍໄດ້​ກາຍ​ເປັນ​ຄວາມຊິນເຄີຍ ​​ເມື່ອ​ຕົ້ນ​ເຂົ້າເລີ່ມ​ອອກ​ດອກ, ຫົວ​ມັນກອຍເລີ່ມໃຫຍ່ໃນ​ດິນ ເພື່ອ​ພ້ອມ​ທີ່​ຈະ​ເກັບ​ກ່ຽວ ກໍ່​ແມ່ນ​ຈຸດ​ເວລາ​ຂອງ​ທ່ານ ອາເທືອງ (ບ້ານ ​ດັກ​ອູ່ງ, ຕາ​ແສງ ດັກ​ຍ່ອງ, ເມືອງ ດັກເກີເລ, ແຂວງ ກອນຕູມ) ໄດ້ຮັບຕ້ອນ "ອ້າຍນ້ອງ" ຈາກບ້ານແຮກສ່ຽວ ບຣອງນ້ອຍ, ກຸ່ມບ້ານ ດັກບາ, ເມືອງ ດັກຈຶງ (ແຂວງ ເຊກອງ, ລາວ) ມາຮ່ວມແຮງຮ່ວມໃຈກັນເກັບກ່ຽວ, ລົກມັນກອຍ.

ອ້າຍ ​ອາເທືອງ ​ໃຫ້ຮູ້​ວ່າ: “ກ່ອນ​ທີ່ຈະແຮກສ່ຽວ, ປະຊາຊົນ​ບ້ານ​ຂອງຕົນ ​ແລະ ບ້ານ​ບຣົງ​ນ້ອຍ ​ໄດ້ຮັກແພງ​ສະໜິດສະໜົມກັນ. ດຽວນີ້ໄດ້ມີການແຮກສ່ຽວ ກໍ່ຍິ່ງສະໜິດສະໜົມກັນຫຼາຍກວ່າເກົ່າ, ຊ່ວຍກັນເຮັດໄຮ່, ຊ່ວຍເຫຼືອກັນເກັບກ່ຽວພືດຜົນລະປູກຕາມລະດູການ, ພ້ອມກັນສະເຫຼີມສະຫຼອງບຸນປີໃໝ່ຫວຽດນາມ ແລະ ບຸນປີໃໝ່ລາວ. ພວກເຮົາໄດ້ຮູ້ພາສາຂອງກັນແລະກັນ ແລະ ເຂົ້າໃຈກັນ, ຮັກແພງກັນ, ເພາະສະນັ້ນ ມີ​ບ້ານ​ໃດທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ ແມ່ນບ້ານອື່ນ​ກໍ​ພ້ອມ​ທີ່ຈະຊ່ວຍສະເໝີ”.

ບໍ່​ພຽງ​ແຕ່​ ຢູ່​ບ້ານ​ດັກ​ອູ່ງ ​ແລະ ບ້ານ​ ບຣອງນ້ອຍ ​ເທົ່າ​ນັ້ນ, ​ການ​ເຄື່ອນ​ໄຫວ​ແລກປ່ຽນກິດຈະກໍາ, ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ພັດທະນາ​ເສດຖະກິດ, ການ​ແລກປ່ຽນ​ສິນຄ້າຂອງ​ປະຊາຊົນ​ ຢູ່​ລຽບ​ຕາມ​ຊາຍ​ແດນ​ແຂວງ ກອນ​ຕູມ ​ແລະ ​ແຂວງ​ຊາຍ​ແດນ ລາວ ​ແລະ ກຳປູ​ເຈຍ ​ໄດ້​ດຳ​ເນີນມາເປັນ​ເວລາ​ດົນ​ນານ, ເຊິ່ງສ້າງນໍ້າໃຈ​ມິດ​ຕະ​ພາບທີ່​ເປັນມູນເຊື້ອທີ່ສະໜິດສະໜົມຢ່າງ​ໜຽວແໜ້ນ.

UBND tỉnh Kon Tum và Chính quyền tỉnh Attapeu (Lào) ký kết bản ghi nhớ hợp tác giai đoạn 2022-2027 - Ảnh: VGP/Dương Nương

ຄະນະກຳມະການປະຊາຊົນ ແຂວງກອນຕູມ ແລະ ອົງການປົກຄອງແຂວງ ອັດຕະປື ສປປລາວ ໄດ້ລົງນາມບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມື ໄລຍະປີ 2022-2027 - ພາບ: VGP/Dung Nuong

ດ້ວຍ​ຄຳ​ນຳທີ່ວ່າ ​ອີງໃສ່​ປະ​ຊາ​ຊົນ, ປະ​ຊາ​ຊົນ​ແມ່ນ​ເຈົ້າກຳ, “ປະຊາຊົນ​ແຕ່​ລະ​ຄົນຢູ່ຊາຍແດນ ​ແມ່ນ​ຫຼັກ​ໝາຍ​ທີ່ມີ​ຊີ​ວິດ”, ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ, ​ຄະ​ນະ​ພັກບັນດາຂັ້ນ, ອຳ​ນາດ​ການ​ປົກ​ຄອງ, ແນວ​ໂຮມ​ປະ​ເທດ​ຊາດ ແລະ ອົງ​ການ​ຈັດຕັ້ງການ​ເມືອງ​ ແຕ່ຂັ້ນແຂວງຕະຫຼອດ​ຮອດຂັ້ນຮາກ​ຖານ ແມ່ນໄດ້​ສຸມ​ໃສ່​ການ​ປະຕິບັດ​ດ້ວຍ​ຫຼາຍແບບ​ວິທີ, ​ດ້ວຍຮູບ​ແບບ​ທີ່​ເໝາະ​ສົມ; ຮັບປະກັນ​ການ​ລະດົມ​ກໍາລັງແຮງສັງລວມ​ສູງ​ສຸດ​ຂອງ​ທົ່ວ​ລະບົບ​ການ​ເມືອງ, ຂອງທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ.

ທ່ານ ຮິງ​ກວກ​ຮຸ່ຍ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ ທັງເປັນຫົວໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ຖະ​ແຫຼ​ງຂ່າວການ​ຕ່າງປະ​ເທດ​ແຂວງ ກອນ​ຕູມ ​ໃຫ້​ຮູ້​ວ່າ: ​ແຂວງ ກອນ​ຕູມ ພວມ​ຮັກສາ​ໝາກຜົນຂອງການ​ເຄື່ອນ​ໄຫວ​ແຮກສ່ຽວ​ຂອງ​ບັນດາ​ໝູ່ບ້ານເຂດຊາຍ​ແດນ. ຈາກ​ການ​ເຄື່ອນ​ໄຫວ​ແຮກສ່ຽວ, ປະ​ຊາ​ຊົນ​ສອງ​ຟາກ​ຊາຍ​ແດນ ​ໄດ້​ໂຄສະນາ ແລະ ມີຄວາມເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ ຕໍ່ກັບ​ບັນ​ດາສົນທິສັນຍາ ແລະ ລະ​ບຽບ​ການ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ...

ນອກຈາກ​ນັ້ນ, ວຽກງາານການ​ເຄື່ອນ​ໄຫວ​ແລກປ່ຽນ​ລະຫວ່າງ​ບັນດາປ້ອມທະຫານ​ຊາຍ​ແດນ ຝ່າຍ​ຫວຽດນາມ ກັບຜູ້ຕາງໜ້າບັນດາ​ກອງຮ້ອຍທະຫານ​ຊາຍ​ແດນ, ກຳລັງ​ປ້ອງ​ກັນ​ຊາຍ​ແດນຂອງ​ລາວ ​ແລະ ກຳປູ​ເຈຍ ກໍ່​ໄດ້​ຜັນຂະຫຍາຍ​ເປັນ​ປະຈຳປີ. ​ແຕ່ລະ​ປີ, ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການຈັດຕັ້ງ​ການ​ເມືອງ - ສັງຄົມ, ກໍາລັງແພດທະຫານ​ຂອງທະຫານປ້ອງກັນຊາຍແດນ ແຂວງກອນ​ຕູມ ໄດ້ຈັດ​ຕັ້ງ​ການ​ກວດ ​ແລະ ປິ່ນປົວ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ ຟາກກົງກັນຂ້າມ ລາວ ​ແລະ ກຳປູ​ເຈຍ.

ປະຊາຊົນ​ຢູ່​​ເຂດ​ຊາຍ​ແດນ​ສອງ​ປະ​ເທດ ​ໄດ້​ຮັບ​ການແນະ​ນຳ​ຈາກ​ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່, ສ້າງ​ເງື່ອນ​ໄຂອໍານວຍຄວາມ​ສະດວກໃຫ້​ແກ່​ການ​ເຂົ້າຫຼອອກເມືອງ​ຕາມ​ລະບຽບ​ການ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ສິລະ​ປະ ຢ່າງເປັນປະຈຳ...

ວຽກ​ງານ​ການ​ທູດ​ປະຊາຊົນ ໄດ້​ສົມທົບ​ກັບວຽກງານຜັນຂະຫຍາຍຂະບວນການ “ທົ່ວ​ປວງ​ຊົນເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ສິດອະທິປະ​ໄຕ​ຜືນ​ແຜ່ນດິນ, ຄວາມມັນຄົງຊາຍ​ແດນ​ແຫ່ງ​ຊາດໃນ​ສະພາບ​ການ​ໃໝ່” ຕາມ​ຄຳ​ສັ່ງ​ເລກທີ 01/CT-TTg ລົງ​ວັນ​ທີ 9 ມັງກອນ 2015 ຂອງ​ນາຍົກລັດຖະມົນຕີ.

ມາຮອດປະຈຸບັນ, ຢູ່ແຂວງກອນຕູມ ມີ 336 ໝູ່ບ້ານ, 1.210 ເທື່ອຂອງຄົວເຮືອນ, 1.426 ເທື່ອຄົນຂຶ້ນກັບ 13 ຕາແສງເຂດຊາຍແດນໄດ້ສະໝັກໃຈລົງທະບຽນເຂົ້າຮ່ວມການຄຸ້ມຄອງຊາຍແດນ, ຫຼັ້ກໝາຍຊາຍແດນເອງ; 4.123 ເທື່ອຂອງຄົວເຮືອນ, ບຸກຄົນໄດ້ລົງທະບຽນເຂົ້າຮ່ວມບັນດາກຸ່ມປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເອງ. ຈາກ​ຂໍ້​ມູນ​ຂ່າວສານ​ຂອງມະຫາຊົນ, ເຈົ້າໜ້າທີ່ທີ່ມີສິດອໍານາດຂອງ​ແຂວງ ​ໄດ້​ກວດ​ພົບ ແລະ ສະກັດ​ກັ້ນ​ຢ່າງມີປະສິດທິຜົນ ແລະ ທັນເວລາ ຕໍ່ກັບບັນດາການລະເມີດ, ການຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ຊາຍ​ແດນ.

ໂດຍປະຕິບັດ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ໂຄງການ​ຮ່ວມ​ມື​ລະຫວ່າງ ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ ກອນ​ຕູມ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງບັນດາ​ແຂວງ​ຂອງ​ລາວ ​ແລະ ກຳປູ​ເຈຍ ​ໃນ​ທຸກໆ 2 ປີ ຕໍ່ຄັ້ງ, ບັນດາ​ຫົວໜ່ວຍ​ໄດ້ຈັດ​ຕັ້ງຄະນະຜູ້ແທນມາຢ້ຽມຢາມ ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ແນວ​ໂຮມ ​ແລະ ບັນຫາອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ. ລະດົມ​ປະຊາຊົນ​ເຂົ້າ​ຮ່ວມ​ໃນ​ການ​ຊອກ​ຄົ້ນຊາກ​ສົບ​ຂອງ​ບັນດາ​ນັກ​ຊ່ຽວຊານ, ທະຫານອາສາ​ສະໝັກ​ຫວຽດນາມ ທີ່​ເສຍ​ສະຫຼະຊີວິດ​ຢູ່​ລາວ ​ແລະ ກຳປູ​ເຈຍ ແລ້ວສົ່ງກັບເມືອຄືນປະເທດ; ປະຕິບັດວຽກງານປະກັນຊີວິດສັງຄົມ, ຊ່ວຍເຫຼືອປະຊາຊົນປະເທດເພື່ອນຢູ່ບັນດາແຂວງໃກ້ຄຽງ...

ໃນຊຸມເດືອນຕົ້ນ​ປີ 2023, ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ, ບຸນ​ປະ​ເພນີບຸນປີໃໝ່ (ລາວ) ​ແລະ ບຸນ​ປີໃໝ່ (ກຳປູ​ເຈຍ), ​ແຂວງ ກອນຕູມ ​ໄດ້​ຕ້ອນຮັບ​​ພະນັກງານ, ປະຊາຊົນ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງເປັນຮ້ອຍໆເທື່ອຄົນ ​ທີ່​ມາ​ຢ້ຽມຢາມ​ຖາມ​ຂ່າວ; ໄດ້​ຈັດ​ຕັ້ງ​ການ​ຢ້ຽມ​ຢາມ​ຫຼາຍ​ຄັ້ງ​ນັບ​ແຕ່​ຂັ້ນ​ແຂວງ​ຮອດ​ຂັ້ນ​ຮາກ​ຖານ ເພື່ອ​ອວຍ​ພອນ​ໃຫ້​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ເຂດແຂວງ​ໃກ້​ຄຽງ ​ຈົ່ງມີຄວາມຜາສຸກ​, ໂຊກ​ດີ​ປີ​ໃໝ່. ບັນດາອົງການ, ຄະນະ, ຂະແໜງການ, ວິສາຫະກິດຂອງແຂວງກອນຕູມ ໄດ້ໄປຢ້ຽມຢາມ ແລະ ຊ່ວຍເຫຼືອຫຼາຍຕື້ດົ່ງໃຫ້ແກ່ບັນດາແຂວງພາກໃຕ້ຂອງລາວ ແລະ ພາກຕາເວັນອອກສຽງເໜືອຂອງກຳປູເຈຍ ເພື່ອຈັດຕັ້ງພິທີສະເຫຼີມສະຫຼອງວັນບຸນເຕັດໃຫ້ແກ່ບັນດາຄອບຄົວທີ່ຫຍຸ້ງຍາກ. ນັກສຶກສາລາວ ແລະ ກໍາປູເຈຍ ທັງໝົດທີ່ສຶກສາຮໍ່າຮຽນຢູ່ແຂວງ ແມ່ນໄດ້ຮັບການຊ່ວຍເຫຼືອຈາກ ບັນດາສະມາຄົມມິດຕະພາບ ແລະ ໂຮງຮຽນໄດ້ຈັດຕັ້ງຫຼາຍກິດຈະກໍາຕ້ອນຮັບບຸນປະເພນີ ຢູ່ແຂວງກອນຕູມ, ຊ່ວຍໃຫ້ພວກນ້ອງໆຫາຍຄິດຮອດບ້ານ.

ທ່ານນາງ ຫງວຽນໂຕ້ຍື ​ຮອງ​ຜູ້​ອຳ​ນວຍ​ການ​​ມະ​ຫາ​ວິ​ທະ​ຍາ​ໄລ​ດາ​ນັງ ສາຂາແຂວງ ກອນຕູມ ໃຫ້​ຮູ້​ວ່າ: ຢູ່ສາຂານີ້​ມີ​ນັກ​ສຶກ​ສາ ລາວ 86 ຄົນ ແລະ ນັກ​ສຶກ​ສາ​ກຳ​ປູ​ເຈຍ 12 ຄົນ​ພວມ​ຮ່ຳ​ຮຽນ ເຊິ່ງນອນໃນບັນດາຂະແໜງ​​ວິ​ຊາ​ຄື: ການ​ເງິນ, ການບໍລິຫານ​ທຸ​ລະ​ກິດ, ການ​ບັນ​ຊີ... ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ໂຮງ​ຮຽນ​ແມ່ນໄດ້ມີຄວາມເອົາໃຈໃສ່​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ​ສ້າງທຸກ​ເງື່ອນ​ໄຂ​ໃຫ້​ນັກ​ສຶກ​ສາ​ສາ​ກົນ​ໃນ​ການ​ສຶກ​ສາ​ ແລະ​ ປະ​ຕິ​ບັດ​ເພື່ອ​ບັນ​ລຸ​ຄຸນ​ນະ​ພາບ​​ດີ​ທີ່​ສຸດ​.

ອາຈານ ຫງວຽນໂຕ້ຍື ໃຫ້ຮູ້ວ່າ: ໃນໄລຍະບຸນປີໃໝ່ປະຈຳຊາດຂອງລາວ ແລະ ກຳປູເຈຍ, ໂຮງຮຽນມັກຈະຈັດກິດຈະກຳແລກປ່ຽນວັດທະນະທຳ ເພື່ອໄປຢ້ຽມຢາມ ແລະ ເປັນກຳລັງໃຈໃຫ້ນັກສຶກສາຕ່າງປະເທດ ເພື່ອໃຫ້ທຸກຄົນໄດ້ຕ້ອນຮັບ ປີໃໝ່ຕາມປະເພນີຄືຢູ່ບ້ານ. “ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມແຫ່ງ​ການພົບປະ​ແລກປ່ຽນ​ ລະຫວ່າງ​ບັນດາ​ນັກ​ສຶກສາ​ ລາວ ​ແລະ ກຳປູ​ເຈຍ ​ແລະ ນັກ​ສຶກສາ​ຫວຽດນາມ, ຜ່ານນັ້ນ ກໍ່​ເພີ່ມເພູນຄູນສ້າງນ້ຳໃຈ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ 3 ປະ​ເທດ ຫວຽດນາມ - ລາວ ​- ກຳປູ​ເຈຍ”.

ດ້ວຍວິທີການຈັດຕັ້ງຜັນຂະຫຍາຍຢ່າງ​ຄົບ​ຖ້ວນ, ໝູນໃຊ້​ບັນດາການຊີ້ນໍາຂອງ​ສູນ​ກາງ ​ເຂົ້າ​ກັບ​ສະພາບ​ຕົວ​ຈິງ​ຢູ່​ທ້ອງ​ຖິ່ນຢ່າງມີໄຫວພິບ; ລະດົມ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ອົງການ, ຫົວໜ່ວຍ ​ແລະ ປະຊາຊົນ, ພິ​ເສດ​ແມ່ນ​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ, ​ແຂວງ ກອນຕູມ ​ໄດ້​ ແລະ ພວມ​ເສີມ​ຂະຫຍາຍ​ບົດບາດເສົາຄ້ຳຂອງ​ການ​ທູດ​ປະຊາຊົນ ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ແຂວງຢ່າງມີປະສິດທິຜົນ. ວຽກ​ງານ​ການ​ທູດ​ຂອງ​ປະ​ຊາ​ຊົນ ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງຄົບຊຸດ, ​ກວ້າງ​ຂວາງ​ໃນ​ຫລາຍ​ຂະ​ແໜງ​ການ ແລະ ຫຼາຍຂົງ​ເຂດ; ຜ່ານນັ້ນ ກໍ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າ ງ​ຫວຽດນາມ - ລາວ - ກຳປູ​ເຈຍ ​ແລະ ປະກອບສ່ວນ​ຢ່າງແທດຈິງ ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ຊາຍ​ແດນ​ແຫ່ງ​ຊາດ.

ອານຸໄຊ ສະຫວັດ

302 Found

Found

The document has moved here.