ຍສໝ - ໃນລະຫວ່າງວັນທີ 14-16 ກັນຍາ 2023 ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອຳລາການນໍາແຂວງຮ່າຕິ່ງ, ແຂວງເຫງະອານ ແລະ ທະຫານ ເຂດ 4 ໃນໂອກາດຂະສຳເລັດການປະຕິບັດໜ້າທີ່ການທູດຢູ່ ສສ ຫວຽດນາມ.
ຍສໝ - ລາວ ແລະ ໄທ ໄດ້ສົນທະນາແຜນການສ້າງທາງດ່ວນຈາກເມືອງໄກສອນພົມວິຫານ, ແຂວງສະຫວັນະເຂດ, ພາກກາງຂອງລາວ, ໄປເຖິງດ່ານຊາຍແດນລາວບາວ ຂອງຫວຽດນາມ.
ຍສໝ - ບໍລິສັດໃຫຍ່ໄຟຟ້າພາກກາງ (EVNCPC) ຫາກໍ່ໄດ້ມີການເຮັດວຽກຮ່ວມກັບຄະນະຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້ຂອງລາວ (ລັດວີສະຫະກິດໄຟຟ້າລາວ - EDL) ເພື່ອເປັນເອກະພາບກ່ຽວກັບການຫັນປ່ຽນຕາໜ່າງໄຟຟ້າແຮງກາງຈາກລະດັບແຮງດັນໄຟຟ້າ 35kV ມາເປັນເຄື່ອນໄຫວລະດັບແຮງດັນໄຟຟ້າ 22kV ແລະ ໄດ້ລົງນາມສັນຍາຊື້ - ຂາຍໄຟຟ້າຄືນໃໝ່.
ຍສໝ - ຕອນເຊົ້າວັນທີ 12 ກັນຍາ, ວິທະຍາຄານປ້ອງກັນຊາຍແດນໄດ້ເປີດຊຸດຝຶກອົບຮົມການບັນຊາການ - ທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ ປີ 2023. ພັນເອກ, ຮອງສາດສະດາຈານ, ປະລິນຍາເອກ ຫງວຽນຊວນບັກ, ຮອງອຳນວຍການ, ຜູ້ຮັບຜິດຊອບອຳນວຍການວິທະຍາຄານປ້ອງກັນຊາຍແດນ ເປັນປະທານເປີດພິທີ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອງຊຸກຍູ້ການເຊື່ອມຈອດດ້ານເສດຖະກິດລະຫວ່າງ 2 ປະເທດ, ໂດຍສະເພາະແມ່ນການຄົມມະນາຄົມລະຫວ່າງ 2 ປະເທດຄື: ລະບົບທາງດ່ວນ, ຄົ້ນຄວ້າ ແລະ ຜັນຂະຫຍາຍເສັ້ນທາງລົດໄຟວຽງຈັນ - ວັງແອງ; ລົບລ້າງຄວາມຫຍຸ້ງຍາກແລະອຸປະສັກເພື່ອຊຸກຍູ້ໂຄງການຮ່ວມມືທີ່ສໍາຄັນແລະການເປີດແລະນໍາໃຊ້ໂຄງການຮ່ວມມືໃຫມ່;
ຍສໝ - ໃນໄລຍະ 8 ເດືອນກວ່າ ຂອງຕົ້ນປີ 2023 ນີ້, ລົດໄຟ ລາວ-ຈີນ ສາມາດຂົນ ສົ່ງສິນຄ້າໄດ້ 3.101.400 ໂຕນ, ທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ ເພີ່ມຂຶ້ນ 138%, ສະເລ່ຍ 11.928 ໂຕນ/ມື້, ຂົນສົ່ງສູງສຸດ 15.250 ໂຕນ/ມື້.
ຍສໝ - ສໍານັກຂ່າວສານປະເທດລາວ (ຂປລ ຫລື KPL) ໄດ້ຮັບການສ້າງຕັ້ງຂຶ້ນ( 6 ມັງກອນ 1968), ນັບແຕ່ມື້ ໄດ້ຮັບການສ້າງຕັ້ງ ກໍໄດ້ຮັບການອູ້ມຊູຊ່ວຍເຫລືອຂອງສໍານັກຂ່າວສານຫວຽດນາມ ຊຶ່ງເປັນເພື່ອນມິດ ຜູ້ ສະໜິດສະໜົມ, ເຂົ້າອົກເຂົ້າໃຈ ແລະ ເຕັມໄປດ້ວຍຄວາມເສຍສະລະ.
ຍສໝ - ແຕ່ວັນທີ 8 – 10 ກັນຍາ, ຄະນະຜູ້ແທນຊາວໜຸ່ມກອມມູນິດ ໂຮ່ຈີມິນ ແຂວງ ດົ່ງທາບ ນຳໂດຍ ສະຫາຍ ຮວິ່ງມິງທື໋ກ, ກຳມະການຄະນະປະຈຳສູນກາງຊາວໜຸ່ມ, ກຳມະການພັກແຂວງ, ເລຂາຄະນະຊາວໜຸ່ມແຂວງ ໄດ້ມີກິດຈະກໍາແລກປ່ຽນຫຼາຍຢ່າງທີ່ຟົດຟື້ນ ແລະ ມີຄວາມໝາຍຕໍ່ກັບຊາວໜຸ່ມແຂວງສາລະວັນ ແລະ ຈຳປາສັກ (ປະເທດລາວ).
ຍສໝ - ໝາກຜົນອັນພົ້ນເດັ່ນທີ່ມີຄວາມໝາຍຍຸດທະສາດແມ່ນ ຫວຽດນາມ ໄດ້ສ້າງເງື່ອນໄຂເພື່ອໃຫ້ປະເທດລາວ ອ້າຍນ້ອງ ມີເສັ້ນທາງອອກສູ່ທະເລຜ່ານທ່າກຳປັ່ນ ຫວຸງອາງ, ເປີດທິດທາງພັດທະນາເສດຖະກິດໃໝ່ໃຫ້ແກ່ປະເທດເພື່ອນລາວ.
ຍສໝ - ຕອນບ່າຍວັນທີ 12 ກັນຍາ, ຢູ່ນະຄອນ ວີງ (ແຂວງ ເຫ້ງອານ) ໄດ້ດໍາເນີນກອງປະຊຸມແລກປ່ຽນບົດຮຽນວຽກງານຍຸຕິທຳລະຫວ່າງພະແນກຍຸຕິທໍາແຂວງ ເຫ້ງອານ (ຫວຽດນາມ) ກັບ ພະແນກຍຸຕິທໍາແຂວງຊຽງຂວາງ (ລາວ).
ຍສໝ - ທີມ Number one ກີວລອງ (ນັກສຶກສາລາວ)ໄດ້ຮັບລາງວັນທີໜຶ່ງໃນການແຂ່ງເວົ້າພາສາຫວຽດ ສຳລັບຊາວຕ່າງປະເທດດ້ວຍຫົວຂໍ້ວ່າ “ຫວຽດນາມໃນໃຈຂອງຂ້າພະເຈົ້າ”.
ຍສໝ - ຕອນເຊົ້າວັນທີ 13 ກັນຍາ, ຢູ່ຮ່າໂນ້ຍ, ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ນຳໂດຍສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ມາຢ້ຽມຢາມ ແລະທັດສະນະສຶກສາຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ.
ຍສໝ - ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນເກີນເທີ ໃນໄລຍະໃໝ່ຕ້ອງສືບຕໍ່ເອົາໃຈໃສ່ເຖິງວຽກງານໂຄສະນາເຜີຍແຜ່ ແລະ ຍົກສູງຄວາມຮັບຮູ້ຂອງປະຊາຊົນທຸກຊັ້ນ, ພິເສດແມ່ນລຸ້ນໜຸ່ມຂອງສອງປະເທດ ກ່ຽວກັບການພົວພັນທາງປະຫວັດສາດຫວຽດນາມ - ລາວ, ກ່ຽວກັບສາຍພົວພັນມິດຕະພາບພື້ນຖານ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ.
ຍສໝ - ການພົບປະເຈລະຈາໄດ້ຈັດຕັ້ງເພື່ອຕີລາຄາໝາກຜົນວຽກງານການສົມທົບກັນລະຫວ່າງກອງບັນຊາການທະຫານແຂວງຊຽງຂວາງ, ຫົວພັນ, ບໍລິຄຳໄຊ (ລາວ) ແລະ ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ເຫງ້ອ່ານ (ຫວຽດນາມ) ໃນການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ຕໍ່ສູ້ຕ້ານອາດຊະຍາກຳໃນໄລຍະຜ່ານມາ; ເປັນເອກະພາບກ່ຽວກັບເນື້ອໃນການປະສານສົມທົບວຽກງານໃນຕໍ່ໜ້າ.
ຍສໝ - ການຮ່ວມມືລາວ-ຫວຽດນາມໃນທຸກຂົງເຂດນັບມື້ນັບຮັດແໜ້ນ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດ.
ຍສໝ - ຈັດຕັ້ງປະຕິບັດສັນຍາຮ່ວມມືລະຫວ່າງແຂວງ ບັກຢ່າງ ແລະ ແຂວງໄຊສົມບູນ (ລາວ), ປີນີ້, ພະແນກກະສິກຳ ແລະ ຂະຫຍາຍຕົວຊົນນະບົດ ແຂວງ ບັກຢ່າງ ໄດ້ຈັດຕັ້ງປະຕິບັດ 2 ຮູບແບບກະສິກຳ ເພື່ອໜູນຊ່ວຍແຂວງ ໄຊສົມບູນ.
ຍສໝ - ປະເທດລາວແມ່ນຕະຫຼາດລົງທຶນຢູ່ຕ່າງປະເທດໃຫຍ່ທີ່ສຸດໃນບັນດາ 79 ປະເທດ ແລະ ເຂດແຄ້ວນ ທີ່ມີທຶນລົງທຶນຈາກວິສາຫະກິດ ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 11 ກັນຍາ, ຢູ່ກຸ່ມ 871, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມວິຊາສະເພາະກ່ຽວກັບວຽກງານນັກຂ່າວໃຫ້ແກ່ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ.
ຍສໝ - ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນເກີນເທີ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນເກີນເທີ ຫາກໍ່ຈັດຕັ້ງຄະນະເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຍສໝ - ບັນດາກຳລັງປະກອບອາວຸດແຂວງ ຮ່າຕິ້ງ ແລະ ລາວ ໄດ້ຍູ້ແຮງການຕໍ່ສູ້ຕ້ານການກໍ່ການຮ້າຍຂອງບັນດາອິດທິກຳລັງປໍລະປັກ, ສະກັດກັ້ນບັນດາກົນອຸບາຍທຳລາຍຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ.