ສະຫຼຸບຊຸດຮຽນພາສາຫວຽດນາມ ສຳລັບນັກສຶກສາລາວ

02:35 | 02/10/2023

ຍສໝ - ຕອນເຊົ້າວັນທີ 29 ກັນຍາ, ຢູ່ສູນການສຶກສາຕໍ່ເນື່ອງແຂວງ ໄດ້ຈັດຕັ້ງພິທີສະຫຼຸບຊຸດຮຽນພາສາຫວຽດນາມ ສຳລັບນັກສຶກສາລາວ ສົກຮຽນ 2022 – 2023.

ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເປີດຊຸດຝຶກອົບຮົມວິຊາຊີບປະຫວັດສາດການທະຫານໃຫ້ແກ່ກອງທັບລາວ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເປີດຊຸດຝຶກອົບຮົມວິຊາຊີບປະຫວັດສາດການທະຫານໃຫ້ແກ່ກອງທັບລາວ
ຈັດຕັ້ງຊຸດຝຶກອົບຮົມວິຊາສະເພາະ ໃຫ້ພະນັກງານສານທະຫານ ແຫ່ງ ສປປ ລາວ ຈັດຕັ້ງຊຸດຝຶກອົບຮົມວິຊາສະເພາະ ໃຫ້ພະນັກງານສານທະຫານ ແຫ່ງ ສປປ ລາວ
ສະຫຼຸບຊຸດຮຽນພາສາຫວຽດນາມ ສຳລັບນັກສຶກສາລາວ
ສູນການສຶກສາຕໍ່ເນື່ອງແຂວງ ໄດ້ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາຕ່າງປະເທດທີ່ດີເດັ່ນໃນຊຸດຮຽນ.

ໃນສົກຮຽນ 2022 – 2023, ສູນການສຶກສາຕໍ່ເນື່ອງຂອງແຂວງ ໄດ້ຮັບເອົານັກສຶກສາຕ່າງປະເທດທັງໝົດ 52 ຄົນ. ນີ້​ກໍ່​ແມ່ນ​ປີ​ທຳ​ອິດ​ທີ່​ສູນດຳເນີນ​ການ​ສອນ ​ແລະ ກວດກາຕາມກອບຄວາມ​ສາມາດ​ດ້ານ​ພາສາ​ຫວຽດນາມ ​ສຳລັບຄົນຕ່າງປະ​ເທດ.

ດ້ວຍ​ຄວາມ​ພະຍາຍາມ​ຂອງ​ຖັນແຖວພະນັກງານ, ຄູ​ອາຈານ ​ແລະ ນັກຮຽນ, ​ໃນ​ຕອນ​ຈົບຊຸດຮຽນນີ້ ມີ 100% ນັກສຶກສາລາວ ​ບັນລຸ​ໄດ້​ຕາມຄຸນນະສົມບັດ ​ແລະ ​ໄດ້​ຮັບ​ການ​ຢັ້ງຢືນສຳເລັດ​ການ​ຮຽນ​ພາສາ​ຫວຽດນາມ ຂັ້ນພື້ນຖານ; ນັກສຶກສາລາວ ກວ່າ 50% ບັນລຸພາສາຫວຽດນາມ ລະດັບ 3 .

ໃນສົກຮຽນ 2023 – 2024, ສູນໄດ້ວາງອອກ 7 ໜ້າທີ່ຈຸດສຸມ, ໃນນັ້ນ ຖືເປັນສຳຄັນການປ່ຽນແປງໃໝ່ວຽກງານຄຸ້ມຄອງ, ປ່ຽນແປງໃໝ່ວິທີການສອນ, ກວດກາ ແລະ ຕີລາຄາ; ສ້າງເນື້ອໃນແຜນການສອນໃຫ້ເໝາະສົມກັບນັກສຶກສາຕ່າງປະເທດ; ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ ​ແລະ ຕີ​ລາຄາ​ການ​ຈັດຕັ້ງປະຕິບັດ​ແຜນການ​ທີ່​ໄດ້​ວາງອອກ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.