ສປປ.ລາວ: ແຂວງພາກເໜືອສືບຕໍ່ ເອົາໃຈໃສ່ ສົ່ງເສີມການຜະລິດສິນຄ້າ ຫລຸດຜ່ອນການນຳເຂົ້າ

17:13 | 02/10/2023

ຍສໝ - ​ໃນ​ໂອກາດ ຈັດ​ກອງ​ປະຊຸມ ປຶກສາຫາລືກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຢູ່​ແຂວງ​ອຸດົມ​ໄຊ ​ ໂດຍ​ມີ​ທ່ານ​ເຈົ້າ​ແຂວງ​ອຸດົມ​ໄຊ​ເຂົ້າ​ຮ່ວມ.

ຍຸດທະສາດການນຳເຂົ້າສົ່ງອອກສິນຄ້າໄລຍະແຕ່ປີ 2021 – 2030: ຖືຄຸນນະພາບການເຕີບໂຕແລະລັກສະນະຍືນຍົງເປັນສຳຄັນ ຍຸດທະສາດການນຳເຂົ້າສົ່ງອອກສິນຄ້າໄລຍະແຕ່ປີ 2021 – 2030: ຖືຄຸນນະພາບການເຕີບໂຕແລະລັກສະນະຍືນຍົງເປັນສຳຄັນ
ການນຳເຂົ້າ-ສົ່ງອອກ ປີ 2022 ຂອງ ຫວຽດນາມ ອາດຈະສ້າງສະຖິຕິໃໝ່ ການນຳເຂົ້າ-ສົ່ງອອກ ປີ 2022 ຂອງ ຫວຽດນາມ ອາດຈະສ້າງສະຖິຕິໃໝ່

​ໃນ​ໂອກາດ ຈັດ​ກອງ​ປະຊຸມ ປຶກສາຫາລືກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຢູ່​ແຂວງ​ອຸດົມ​ໄຊ ​ ໂດຍ​ມີ​ທ່ານ​ເຈົ້າ​ແຂວງ​ອຸດົມ​ໄຊ​ເຂົ້າ​ຮ່ວມ. ພ້ອມ​ນີ້, ຍັງ​ມີເຈົ້າແຂວງຜົ້ງສາລີ, ຫລວງນໍ້າທາ, ບໍ່ແກ້ວ, ຫລວງພະບາງ ແລະ ການນໍາແຂວງໄຊຍະບູລີ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ​ເພື່ອລາຍງານ ແລະ ສະເໜີສະພາບພົ້ນເດັ່ນ ການຈັດຕັ້ງປະຕິບັດ ວຽກງານ ພາຍໃນແຂວງຕົນ ເມື່ອ​ບໍ່​ດົນ​ຜ່ານ​ມາ, ​ໂດຍ​ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ 19/ກມສພ ໄດ້ເນັ້ນໃຫ້ບັນດາແຂວງ ເອົາໃຈໃສ່ຕື່ມບາງບັນຫາ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ສົ່ງເສີມ ການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃ ນ ແລະ ສົ່ງອອກ ເພື່ອຫລຸດຜ່ອນການນຳເຂົ້າ.

ສປປ.ລາວ: ແຂວງພາກເໜືອສືບຕໍ່ ເອົາໃຈໃສ່ ສົ່ງເສີມການຜະລິດສິນຄ້າ ຫລຸດຜ່ອນການນຳເຂົ້າ

ພ້ອມ​ນີ້, ກໍ​ໃຫ້ເອົາໃຈໃສ່ຄຸ້ມຄອງ ການຈັດເກັບລາຍຮັບໃຫ້ຄົບຖ້ວນ; ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ບົດຮຽນຈາກ ປະເທດອ້ອມຂ້າງ ເພື່ອດຶງດູດການລົງທຶນ ທີ່ມີຄຸນນະພາບ ແລະ ນໍາເຂົ້າເງິນຕາ ຕ່າງປະເທດໃຫ້ຫລາຍຂຶ້ນ; ເອົາໃຈໃສ່ຄຸ້ມຄອງ ການນໍາເຂົ້າທຶນຕົວຈິງ ຂອງການລົງທຶນ ໃຫ້ຜ່ານລະບົບທະນາຄານ, ສົມທົບບັນດາບໍລິສັດ ກໍຄື ຜູ້ປະກອບການ ເປີດບັນຊີເພື່ອດຳເນີນທຸລະກໍາ ທາງດ້ານການເງິນ ຜ່ານລະບົບທະນາຄານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ຄຽງຄູ່ກັບການສົ່ງເສີມ ການນໍາໃຊ້ເງິນກີບ ໃຫ້ຫລາຍຂຶ້ນ; ເອົາໃຈໃສ່ການຜະລິດ ແລະ ການຊົມໃຊ້ຜະລິດຕະພັນພາຍ ໃນໃຫ້ນັບມື້ຫລາຍຂຶ້ນ ໂດຍຕິດພັນກັບ ການຫັນເປັນອຸດສາຫະກຳ ປຸງແຕ່ງເທື່ອລະກ້າວ; ຄຸ້ມຄອງ, ຊຸກຍູ້ ແລະ ຕິດຕາມໂຄງການລົງທຶນ ໃນຂະແໜງບໍ່ແຮ່ໃຫ້ຈັດຕັ້ງປະຕິບັດຖືກຕ້ອງ ສອດຄ່ອງກັບລະບຽບການ; ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງຍົກລະດັບ ເສັ້ນທາງຄົມມະນາຄົມ, ໂຄງລ່າງພື້ນຖານ ເພື່ອສ້າງເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າ ໃຫ້ວ່ອງໄວກວ່າເກົ່າ; ໃນປີ 2024 ຈະເປີດປີທ່ອງທ່ຽວລາວ ໃຫ້ສຸມໃສ່ຂຸດຄົ້ນທ່າແຮງ ດ້ານການທ່ອງທ່ຽວ ເພື່ອດຶງດູດເອົາ ນັກທ່ອງທ່ຽວ ຈາກຕ່າງປະເທດ ໃຫ້ນັບມື້ເພີ່ມຂຶ້ນ; ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາມາດຕະການ, ແຜນເຄື່ອນໄຫວ ວຽກຈຸດສຸມ ແລະ ບັນດາເນື້ອໃນນິຕິກໍາ ທີ່ລັດຖະບານໄດ້ກໍານົດ ເຂົ້າໃນການຈັດຕັ້ງປະຕິບັດ ຂົງເຂດຄວາມຮັບຜິດຊອບ ຂອງທ້ອງຖິ່ນຕົນ ໃຫ້ມີປະສິດທິຜົນ, ເປັນຮູບປະທໍາຕົວຈິງ, ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ແຂງແຮງກວ່າເກົ່າ.

​ໃນ​ໂອກາດ​ດຽວ​ກັນ, ທ່ານນາຍົກລັດຖະມົນຕີ ພ້ອມຄະນະກໍໄດ້ສືບຕໍ່ຊຸກຍູ້ ແລະ ຕິດຕາມໂຄງການລົງທຶນຈຳນວນໜຶ່ງຢູ່ເທສະບານເມືອງໄຊ ເປັນຕົ້ນ ໂຮງງານປຸງແຕ່ງນ້ຳຢາງພາລາ ຂອງບໍລິສັດຈົງອູຢູ່ບ້ານກໍນ້ອຍ; ໂຄງການ ປູກມອນ-ລ້ຽງມ້ອນ ຂອງບໍລິສັດຊ່ວງໄຊ ພັນທະນາກະສິກຳຈຳກັດ; ໂຮງງານອຸດສາຫະກຳປຸ່ງແຕ່ງ ໄມ້ສຳເລັດຮູບຂອງບໍລິສັດຊ່ວງໄຊ; ໄປຢ້ຽມຢາມສູນຄ່ຽນຖ່າຍ ສິນຄ້າມະຫາໂຊກ ຂອງບໍລິສັດມະຫາໂຊກ ຢູ່ບ້ານນາສ້າວຕື່ມອີກ.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ