ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IX (ປີ2011), ພັກປະຊາຊົນ ປະຕິວັດລາວ ໄດ້ວາງແນວທາງການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ຕາມທິດສັງຄົມນິຍົມນັບມື້ສົມບູນແບບຂຶ້ນກວ່າເກົ່າ. ຮອດກອງປະຊຸມໃຫຍ່ຄັ້ງທີ XI, ພັກປະຊາຊົນ ປະຕິວັດລາວ ໄດ້ກຳນົດ 6 ເປົ້າໝາຍໃຫຍ່ໃນການພັດທະນາເສດຖະກິດ-ສັງຄົມ ໄລຍະ 2021-2025. ຈາກນັ້ນ ໃນສະພາບຂອງເສດຖະກິດໂລກ ແລະ ພາຍໃນປະເທດໄດ້ມີການຜັນແປ, ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວົງກ້ວາງ, ລັດຖະບານລາວໄດ້ສ້າງ ແລະ ປະຕິບັດຫຼາຍນະໂຍບາຍເພື່ອພັດທະນາປະເທດຊາດ, ພິເສດແມ່ນແຜນການພັດທະນາເສດຖະກິດ - ສັງຄົມໃນໄລຍະປີ 2021-2025. ບັນດາແຜນນະໂຍບາຍ ແລະ ນະໂຍບາຍດັ່ງກ່າວ, ເມື່ອນຳໄປຈັດຕັ້ງປະຕິບັດຕົວຈິງ ກໍ່ສາມາດບັນລຸໄດ້ຜົນສຳເລັດຢ່າງສະຫງ່າງາມ.
Lào tiếp tục phát triển kinh tế - xã hội theo hướng chất lượng, có trọng tâm. Ảnh: TTXVN. ລາວສືບຕໍ່ ພັດທະນາເສດຖະກິດ-ສັງຄົມ ຕາມທິດມີຄຸນນະພາບ ແລະ ມີຈຸດສຸມ. ພາບ: TTXVN. |
ເປົ້້າໝາຍ ຍຸດທະສາດ
ເປົ້າໝາຍລວມຂອງຍຸດທະສາດການພັດທະນາເສດຖະກິດ-ສັງຄົມຂອງລາວ ຮອດປີ 2020 ແມ່ນເຮັດໃຫ້ປະເທດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ. ເຖິງຢ່າງໃດກໍຕາມ, ວຽກງານການລົບລ້າງຄວາມທຸກຍາກ ກໍ່ຍັງສືບຕໍ່ເປັນວຽກງານສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ໃນໄລຍະ 2021-2025. ຕາມນັ້ນແລ້ວ, ແຜນການກໍ່ໄດ້ສຸມໃສ່ກຳນົດບັນດາເນື້ອໃນຕົ້ນຕໍທີ່ຕ້ອງໄດ້ຮັບການປະຕິບັດ:
ທີໜຶ່ງ: ການພັດທະນາແມ່ນຕິດພັນກັບການລຶບລ້າງຄວາມທຸກຍາກແບບຍືນຍົງ, ການພັດທະນາແບບຍືນຍົງ ແມ່ນຄວາມຮຽກຮ້ອງຕ້ອງການ ໂດຍຜ່ານການນະໂຍບາຍ ແລະ ແນວທາງພັດທະນາເສດຖະກິດ-ສັງຄົມ. ເພື່ອບັນລຸໄດ້ບັນດາຄາດໝາຍດັ່ງກ່າວ, ຄະນະຈັດຕັ້ງສູນກາງພັກ ແລະ ລັດ ໄດ້ສ້າງຕັ້ງກົງຈັກຮັບຜິດຊອບໜ້າທີ່ການກໍ່ສ້າງພື້ນຖານການເມືອງ ແລະ ພັດທະນາຊົນນະບົດໃນທຸກດ້ານ, ປະຕິບັດຈຸດໝາຍລົບລ້າງຄວາມທຸກຍາກແຫ່ງຊາດ ເພື່ອສ້າງປະຖົມປັດໄຈສຳຄັນໃນການປະຕິບັດວຽກງານການພັດທະນາອື່ນໆຂອງປະເທດຊາດທີ່ໄດ້ວາງອອກ. ໃນມະຕິ 7, 8 ແລະ 9 ຂອງພັກປະຊາຊົນ ປະຕິວັດລາວ ແລະ ແຜນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 7 ແລະ 8.
ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ (ເດືອນມັງກອນ 2021) ໄດ້ກຳນົດຢ່າງຈະແຈ້ງວ່າ: “ການພັດທະນາຊົນນະບົດ ແລະ ການລົບລ້າງຄວາມທຸກຍາກຂອງປະຊາຊົນ ໄດເກ້າວເຂົ້າສູ່ລວງເລິກ ແລະ ຄົບຊຸດຕາມທິດທາງ 3 ສ້າງ”. ໄລຍະ 2021-2025 ກໍານົດຕ້ອງ “ຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ສືບຕໍ່ນໍາພາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະພາບການດ້ອຍພັດທະນາ, ກ້າວໄປເຖິງເປົ້າໝາຍສັງຄົມນິຍົມ”.
ສປປ ລາວ ໄດ້ຮັບຮູ້ວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນໄພຂົ່ມຂູ່ອັນຮ້າຍແຮງ, ຫັນປ່ຽນວິວັດການພັດທະນາທີ່ແກ່ຍາວນັບທົດສະວັດ ແລະ ເຮັດໃຫ້ເພີ່ມຄວາມສ່ຽງຕໍ່ເສດຖະກິດ -ສັງຄົມຂອງລາວ.
ໃນໄລຍະສອງປີ 2020-2021, ລາວໄດ້ສຸມໃສ່ວຽກງານຕ້ານການແຜ່ລະບາດຂອງພະຍາດ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19. ກ່ຽວກັບນະໂຍບາຍເປີດປະເທດຄືນໃໝ່, ທ່ານ ຄຳພັນ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ລາວບໍ່ສາມາດ “ປິດຕົວເອງ” ໂດຍບໍ່ໄດ້ສືບຕໍ່ເຄື່ອນໄຫວຜະລິດ ແລະ ພັດທະນາເສດຖະກິດ. ປີ 2022, ໃນຖານະເປັນອົງການນິຕິບັນຍັດ, ສະພາແຫ່ງຊາດໄດ້ຜ່ານ 12 ມະຕິສຳຄັນ, ໃນນັ້ນມີມະຕິກ່ຽວກັບການຟື້ນຟູເສດຖະກິດພາຍຫຼັງ Covid-19 ຄື: ມະຕິກ່ຽວກັບການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດຕິດພັນກັບການປ້ອງກັນ, ຕ້ານ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.
ທີສອງ: ການປ່ຽນແປງໃໝ່ຢ່າງຄົບຊຸດ, ເໝາະສົມດ້ານເສດຖະກິດ-ການເມືອງ, ເນັ້ນໜັກເຖິງບົດບາດນຳພາຂອງພັກ ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ ແລະ ສີວິໄລ. ບົດບາດນຳພາຂອງພັກ ໄດ້ຮັບການຢັ້ງຢືນຜ່ານກອງປະຊຸມໃຫຍ່ຄື: ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ (ເດືອນມີນາ 2011), ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ (ເດືອນມັງກອນ 2016). ໂດຍຮັບຮູ້ບົດບາດອັນສຳຄັນຂອງພັກ ໃນພາລະກິດແຫ່ງການສ້າງສາພັດທະນາປະເທດຊາດ, ກອງປະຊຸມໃຫຍ່ຄັ້ງທີ XI (ເດືອນມັງກອນ 2021) ອາຍຸການ 2021-2025, ພັກປະຊາຊົນ ປະຕິວັດລາວ ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ວຽກງານກໍ່ສ້າງປັບປຸງພັກ, ປັບປຸງການເມືອງແນວຄິດ; ຍຶດໝັ້ນເດີນຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ຍູ້ແຮງການປ່ຽນແປງໃໝ່ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນຢ່າງແຮງ ໃນການພັດທະນາ, ເພື່ອເປົ້າໝາຍປະຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ ແລະ ສີວິໄລ.
|
ກໍ່ທີ່ກອງປະຊຸມໃຫຍ່ຄັ້ງທີ XI, ພັກປະຊາຊົນ ປະຕິວັດລາວ ໄດ້ມຸ່ງໄປເຖິງການເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໝັ້ນຄົງໜັກແໜ້ນ, ສ້າງພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ລັດຖະບານລາວ ໄດ້ຂະຫຍາຍການພົວພັນສາກົນ ນັບມື້ນັບຫຼາຍຂຶ້ນ, ສະນັ້ນ ໃນໄລຍະຜ່ານມາ, ລາວໄດ້ຮັບການຊ່ວຍເຫຼືອຈາກຫຼາຍປະເທດ ໃນນັ້ນ, ຫວຽດນາມແມ່ນປະເທດທຳອິດທີ່ສົ່ງຍົນພິເສດບັນທຸກອຸປະກອນການແພດ ແລະ ຄະນະນັກຊ່ຽວຊານ ເພື່ອໄປຊ່ວຍປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດທີ່ລະບາດຄັ້ງທີ 2 ຢູ່ລາວ ໃນຕົ້ນປີ 2021. ນອກນັ້ນ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ ແຕ່ສູນກາງຮອດທ້ອງຖິ່ນຂອງຫວຽດນາມ ກໍ່ໄດ້ລະດົມເງິນຫຼາຍລ້ານໂດລາສະຫະລັດ ແລະ ອຸປະກອນການແພດເພື່ອຊ່ວຍເຫຼືອລາວ. ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ມອບເງິນຈໍານວນ 605.550.000 ດົ່ງ ແລະ ຜ້າອັດປາກ 225.000 ອັນໃຫ້ແກ່ສະຖານທູດລາວ ປະຈໍາຫວຽດນາມ ເພື່ອນຳໄປຊ່ວຍເຫຼືອປະຊາຊົນລາວ.
ທີສາມ: ເປີດກວ້າງປະຊາທິປະໄຕ, ເສີມຂະຫຍາຍປັດໄຈມະນຸດໃຫ້ສູງທີ່ສຸດ; ໂດຍຖືເອົາປະຊາຊົນເປັນເຈົ້າກຳ, ແຫຼ່ງຊັບພະຍາກອນມະນຸດເປັນຕົ້ນຕໍ ແລະ ເປັນເປົ້າໝາຍຂອງການພັດທະນາ. ທີ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ (ປີ 2011), ລາວໄດ້ກຳນົດວ່າ ແຫຼ່ງຊັບພະຍາກອນມະນຸດຂອງປະເທດໂດຍທົ່ວໄປ ແມ່ນມີຄຸນນະພາບຕ່ຳ. ກອງປະຊຸມໃຫຍ່ຄັ້ງທີ X (ປີ 2016) ໄດ້ເຮັດແຈ້ງຕື່ມອີກກ່ຽວກັບຄວາມຈຳເປັນໃນການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ. ໂດຍສືບທອດ ແລະ ພັດທະນາທັດສະນະກແຫຼ່ງຊັບພະຍາກອນມະນຸດຈາກບັນດາກອງປະຊຸມໃຫຍ່ຄັ້ງກ່ອນ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI (ປີ 2021) ສືບຕໍ່ຢືນຢັນບົດບາດຂອງແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນການພັດທະນາເສດຖະກິດ - ສັງຄົມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ - ສັງຄົມ, ການພັດທະນາຊົນນະບົດ, ຊ່ວຍເຮັດໃຫ້ວຽກງານການລົບລ້າງຄວາມທຸກຍາກຢ່າງມີປະສິດທິຜົນ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ.
ການປະຕິບັດນະໂຍບາຍ
ເພື່ອບັນລຸເປົ້າໝາຍທີ່ວາງໄວ້, ແຕ່ກອງປະຊຸມໃຫຍ່ຄັ້ງທີ IX ມາຮອດປະຈຸບັນ, ພັກ ແລະ ລັດຖະບານລາວ ຍັງສຶບຕໍ່ການປະຕິບັດບັນດາມາດຕະການ ໂດຍສະເພາະແມ່ນ ການປ່ຽນແປງໃໝ່ຕາມກົນໄກເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມພາຍໃຕ້ການນຳພາຂອງພັກ ແລະ ລັດ.
ທັດສະນະທີ່ລຸລ່ວງໃນກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 2021-2025 ໄດ້ສຸມສ້າງສາປະເທດຊາດຕາມເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ສັງຄົມຍຸຕິທຳ ແລະ ສີວິໄລ. ຄວາມຮຽກຮ້ອງຕ້ອງການ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແມ່ນຍັງຮີບດ່ວນທີ່ສຸດຢູ່ໃນປະເທດລາວ, ເຊິ່ງເປັນພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ ແລະ ສ້າງແຫຼ່ງຊັບພະຍາກອນເພື່ອການພັດທະນາແບບຍືນຍົງ.
ສະນັ້ນ, ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ການພັດທະນາແບບຍືນຍົງ ຕ້ອງມີຄວາມສະໜິດຕິດພັນກັຍຢ່າງແໜ້ນແຟ້ນໃນການວາງແຜນການ ແລະ ນະໂຍບາຍພັດທະນາເສດຖະກິດ-ສັງຄົມ. ບັນດາເປົ້າໝາຍ ແລະ ໜ້າທີ່ທີ່ກ່າວມານັ້ນ ຈະພຽງແຕ່ສາມາດປະຕິບັດໄດ້ດ້ວຍບົດບາດນຳພາຂອງພັກ, ດ້ວຍກຳລັງແຮງຂອງປະຊາຊົນລາວເອງ, ໂດຍສະເພາະແມ່ນ ບົດບາດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ກ່ອນອື່ນໝົດແມ່ນພອນສະຫວັນ, ພູມປັນຍາ ແລະ ຫົວຄິດປະດິດສ້າງຂອງຜູ້ອອກແຮງງານ.
ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ລັດຖະບານລາວ ໄດ້ສະເໜີ 3 ມາດຕະການຄື: (1) ສຸມໃສ່ສັກຢາວັກຊິນໃຫ້ຄົບຈຳນວນເຂັມຕາມການກຳນົດໃຫ້ໄດ້ 50% ຈຳນວນພົນລະເມືອງໃນປີ 2021 ແລະ 80% ໃນປີ 2022; (2) ສ້າງຄວາມເຂັ້ມແຂງດ້ານພື້ນຖານໂຄງລ່າງດ້ານການແພດເພື່ອໃຫ້ປະຊາຊົນເຂົ້າເຖິງໄດ້ງ່າຍ ແລະ ໄດ້ຮັບການສັກຢາວັກຊິນໂດຍບໍ່ເສຍຄ່າໃນທົ່ວປະເທດ; (3) ໂຄສະນາ ແລະ ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນໃຫ້ປະຕິບັດຕາມມາດຕະການ ປ້ອງກັນພະຍາດໂຄວິດ-19 ທີ່ລັດຖະບານວາງອອກຢ່າງເຂັ້ມງວດ. ໂດຍສະເພາະແມ່ນ ການສ້າງຄວາມສະຕິຄວາມຮັບຮູ້ໃນການປ່ຽນແປງຊີວິດການເປັນຢູ່ “ເປັນປົກກະຕິໃໝ່” ໂດຍຂັ້ໜຕອນແມ່ນເປີດປະຕູບັນດາແຂວງ, ທ້ອງຖິ່ນທີ່ມີຄວາມພ້ອມ ແລະ ມີເງື່ອນໄຂພຽງພໍ ເພື່ອເປີດປະຕູກ່ອນ, ແລ້ວກ້າວໄປເຖິງການເປີດໃນທົ່ວປະເທດ ເພື່ອຟື້ນຟູການໄປມາ, ການຜະລິດເສດຖະກິດ. ການຜະລິດ ແລະ ການລົງທຶນ.
ນັບແຕ່ຕົ້ນປີ 2023 ພ້ອມກັບຄວາມມານະພະຍາຍາມກະກຽມ "ປີທ່ອງທ່ຽວລາວ 2024" ໃຫ້ດີທີ່ສຸດ, ລັດຖະບານລາວ ຕັ້ງເປົ້າຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຢ່າງໜ້ອຍ 2,7 ລ້ານເທື່ອຄົນ ເພື່ອຊຸກຍູ້ການເຕີບໂຕເສດຖະກິດພາຍຫຼັງໂລກລະບາດໂຄວິດ-19 [10]. ໂດຍປະເຊີນກັບວິກິດການຊໍາລະຫນີ້ສິນ, ລັດຖະບານກໍ່ຮັກສາບັນດາມາດຕະການປະຢັດລາຍຈ່າຍ, ປັບປຸງຄວາມຫມັ້ນຄົງຂອງເສດຖະກິດໃນໄລຍະຍາວ ແລະ ສະຫນອງການຊ່ວຍເຫຼືອດ້ານສະຫວັດດີການໃຫ້ແກ່ຄອບຄົວທີ່ມີລາຍຮັບຕ່ໍາ.
ຍັງມີຫຼາຍສິ່ງທ້າທາຍທາງດ້ານເສດຖະກິດ-ສັງຄົມ
ກ່ຽວກັບການພັດທະນາເສດຖະກິດ ແລະ ລົບລ້າງຄວາມທຸກຍາກ: ໃນໄລຍະ 2015-2019 GDP ຂອງລາວ ສືບຕໍ່ຂະຫຍາຍຕົວໃນແຕ່ລະປີ 4.7-7.3%. ເຖິງແນວໃດກໍຕາມ, ເສດຖະກິດ ໄດ້ຮັບຜົນກະທົບຈາກໂລກລະບາດໂຄວິດ-19, ອັດຕາການເຕີບໂຕຂອງ GDP ຫຼຸດລົງຍັງເຫຼືອ 0,5% (ປີ 2020), 2,5% (ປີ 2021), 2,2% (ປີ 2022).
ລາວສືບຕໍ່ພັດທະນາເສດຖະກິດ-ສັງຄົມຕາມທິດມີຄຸນນະພາບ ແລະ ເປັນຈຸດສຸມ. ພາບ: TTXVN. |
ມາຮອດເດືອນພຶດສະພາ 2021, ການລະບາດຂອງພະຍາດໂຄວິດ-19 ຄັ້ງທີ 2 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ. ຄົນງານຫຼາຍກວ່າ 50.000 ຄົນ ໄດ້ເສຍວຽກເຮັດງານທຳ. ສະເພາະນະຄອນຫຼວງວຽງຈັນ ຕ້ອງປິດໂຮງງານຕັດຫຍິບ 11 ແຫ່ງ ແລະ ໂຮງງານເຫຼັກ 2 ແຫ່ງທີ່ມີຄົນງານທັງໝົດປະມານ 10.000 ຄົນ ເນື່ອງຈາກການຈັດຕັ້ງປະຕິບັດລະບຽບການສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ-19 ຂອງລັດຖະບານລາວ;
ໃນປີ 2022, ເສດຖະກິດຂອງລາວ ໂດຍລວມແມ່ນຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ອັດຕາເງິນເຟີ້ຂຶ້ນເຖິງ 38.46% ໃນເດືອນພະຈິກ, ສູງທີ່ສຸດໃນຮອບ 23 ປີຜ່ານມາ. ຂໍ້ມູນຂ້າງເທິງນີ້ບາງສ່ວນສະແດງໃຫ້ເຫັນວ່າ ນະໂຍບາຍຄວບຄຸມເງິນເຟີ້ຂອງລັດຖະບານລາວ ຍັງບໍ່ມີປະສິດທິຜົນຢ່າງແທ້ຈິງ ແລະ ເສດຖະກິດຈະສືບຕໍ່ປະສົບກັບຄວາມຫຍຸ້ງຍາກໃນໄລຍະຈະມາເຖິງ. ເງິນກີບນັບມື້ນັບອ່ອນຄ່າ, ຄ່າເງິນຫຼຸດລົງເຖິງ 35% ນັບແຕ່ຕົ້ນປີ, ຂາດດຸນງົບປະມານເຖິງ 3.955 ຕື້ກີບ, ໜີ້ສິນຕ່າງປະເທດເພີ່ມຂຶ້ນສູງ. ນອກນີ້, ການຜັນແປທາງດ້ານເສດຖະກິດ ແລະ ການເມືອງຂອງໂລກ ກໍ່ໄດ້ສົ່ງຜົນກະທົບຕໍ່ລາຄາວັດຖຸດິບ, ການຂາດດຸນເງິນຕາຕ່າງປະເທດທີ່ນຳເຂົ້າ ສົ່ງຜົນກະທົບຕໍ່ຕົ້ນທຶນການຜະລິດ, ໄດ້ສ້າງຄວາມກົດດັນໃຫ້ຜູ້ບໍລິໂພກ, ພິເສດແມ່ນ ຄົນງານທີ່ມີລາຍຮັບສະເລ່ຍຕ່ຳ. ປີ 2022, ຄາດຄະເນລາຍຮັບສະເລ່ຍຕໍ່ຫົວຄົນ ບັນລຸພຽງ 1.729 ໂດລາສະຫະລັດ, ຕ່ຳກວ່າລະດັບ 2.358 ໂດລາສະຫະລັດ ທີ່ສະພາແຫ່ງຊາດຮັບຮອງ. ເນື່ອງຈາກເງິນກີບອ່ອນຄ່າ, ລາຍຮັບຕໍ່ຫົວຄົນຫຼຸດລົງຈາກ 2.161 ໂດລາສະຫະລັດໃນປີ 2020 ແລະ 2.004 ໂດລາສະຫະລັດ ໃນປີ 2021;
EIU ຄາດຄະເນ GDP ຕົວຈິງຂອງລາວຈະເຕີບໂຕ 3.1% ໃນປີ 2023, ຍ້ອນມີການຟື້ນຕົວຂອງການທ່ອງທ່ຽວ ແລະ ການເພີ່ມຂຶ້ນຂອງການຄ້າຂ້າມຊາຍແດນ. ເຖິງຢ່າງໃດກໍ່ຕາມ, ອັດຕາເງິນເຟີ້ພາຍໃນ ແລະ ລາຄານໍ້າມັນເຊື້ອໄຟຍັງສູງຢູ່, ຄວາມອາດສາມາດຂອງການຂາດແຄນສະບຽງອາຫານໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດຂອງຄົວເຮືອນ ຈະເຮັດໃຫ້ການບໍລິໂພກພາຍໃນ ແລະ ການລົງທຶນຫຼຸດລົງ.
ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ: ໂດຍແຫຼ່ງຂໍ້ມູນທີ່ແຕກຕ່າງກັນຈຳນວນໜຶ່ງໄດ້ສະແດງໃຫ້ເຫັນວ່າ ອັດຕາການຮູ້ຫນັງສືໄດ້ຖືກຮັກສາໄວ້ຢູ່ທີ່ 84.7% ໃນປີ 2018. ຂໍ້ມູນອັບເດດຈາກອົງການ UNESCO ສະແດງໃຫ້ເຫັນວ່າຕົວເລກນີ້ສືບຕໍ່ໄດ້ຮັບການປັບປຸງ, 87.1% ໃນປີ 2022. ອັດຕາສ່ວນການຮູ້ຫນັງສືຂອງແມ່ຍິງກໍ່ໄດ້ຮັບການປັບປຸງ, ເພີ່ມຂຶ້ນຈາກ 82.5% (ປີ 2015) ເປັນ 82.8% (ປີ 2022). ການເອົາໃຈໃສ່ປັບປຸງອັດຕາການຮູ້ໜັງສືນັ້ນ ອີກເທື່ອໜຶ່ງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການລົງທຶນໃຫ້ແກ່ມະນຸດ, ເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດຢ່າງຮອບດ້ານ.
ໃນແຕ່ລະປີ, ມີນັກຮຽນຫຼາຍກວ່າ 700 ຄົນລົງທະບຽນເຂົ້າຮຽນວິຊາຊີບຢູ່ລາວ. ອີງຕາມການຄົ້ນຄວ້າ, ໃນປີ 2021, ມີນັກສຶກສາ ຈໍານວນ 79 ຄົນ ຈົບການສຶກສາ ແລະ ຊອກວຽກເຮັດງານທໍາ ຫຼື ສືບຕໍ່ສຶກສາໃນລະດັບສູງກວ່າ.
ລັດຖະບານກຳນົດການພັດທະນາການສຶກສາເປັນໜຶ່ງໃນວິທີການພັດທະນາເສດຖະກິດ-ສັງຄົມ ແລະ ບັນລຸເປົ້າໝາຍລົບລ້າງຄວາມທຸກຍາກ. ຕົວຈິງໄດ້ພິສູດໃຫ້ເຫັນການພົວພັນທີ່ສະໜິດແໜ້ນລະຫວ່າງການເຕີບໂຕທາງເສດຖະກິດ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ. ໃນຂະນະທີ່ລາວ ໄດ້ມີການພັດທະນາທີ່ດີພໍສົມຄວນໃນໄລຍະ 20 ປີທີ່ຜ່ານມາໂດຍການຫຼຸດອັດຕາຄວາມທຸກຍາກລົງເຄິ່ງໜຶ່ງ ແລະ ປັບປຸງໝາກຜົນການສຶກສາ, ແຕ່ຜົນກະທົບຈາກພະຍາດໂຄວິດ-19 ຕໍ່ເສດຖະກິດລາວກໍເປັນໄພຂົ່ມຂູ່ຕໍ່ບາງຜົນງານທີ່ບັນລຸໄດ້. ສິ່ງນີ້ໄດ້ວາງອອກຄວາມຮຽກຮ້ອງຕ້ອງການກ່ຽວກັບຍຸດທະສາດພັດທະນາທີ່ມີຈຸດສຸມ ແລະ ມີວິໄສທັດ.
ໃນໄລຍະທີ່ຜ່ານມາ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ບັນດາຜົນງານສຳຄັນ, ຮັບປະກັນໃຫ້ ສປປ ລາວ ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍ, ລະບອບປະຊາທິປະໄຕຂອງປະຊາຊົນ ແລະ ບັນດາຜົນງານແຫ່ງການປະຕິວັດ ໄດ້ຮັບການປົກປັກຮັກສາຢ່າງໝັ້ນຄົງ, ປະກອບສ່ວນຍົກສູງຊື່ສຽງ ແລະ ທີ່ຕັ້ງຢູ່ບົນເວທີສາກົນ.
ເຖິງວ່າຈະບັນລຸໄດ້ບາງຜົນງານ, ແຕ່ເມື່ອທຽບໃສ່ກັບພາກພື້ນ ແລະ ໃນໂລກແລ້ວ, ມາຮອດປັດປຸບັນ ປະເທດລາວ ຍັງຄົງແມ່ນປະເທດທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ບັນດານະໂຍບາຍທີ່ມີລັກສະນພຍຸດທະສາດກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຄາດວ່າຈະຊ່ວຍໃຫ້ປະເທດຫຼຸດພົ້ນອອກຈາກສະພາບກະສິກຳທີ່ຫຼ້າຫຼັງ, ຈາກນັ້ນ ກໍ່ພັດທະນາຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນລາວ ແລະ ຍົກສູງຄວາມສາມາດແກ່ງແຍ້ງຂອງເສດຖະກິດໃນສະພາບການເຊື່ອມໂຍງສາກົນ.
ອານຸໄຊ ສະຫວັດ