ວັດວາອາຮາມ ຫລາຍແຫ່ງ ປະດັບປະດາດ້ວຍ ໂຄມໄຟສວຍງາມ ອະນຸລັກຮີດຄອງປະເພນີລາວ

12:46 | 03/10/2023

ຍສໝ - ໃນໄລຍະບຸນອອກພັນສາ ປະວໍລະນາ ປີນີ້ ຢູ່ຕາມວັດວາອາຮາມຕ່າງໆ ກໍໄດ້ມີການປະດັບປະດາ ດ້ວຍໂຄມໄຟປະເພດຕ່າງໆ ເຊິ່ງໂຄມໄຟສ່ວນຫລາຍ ແມ່ນເຮັດຂຶ້ນຈາກໄມ້

ຮູບພາບງານບຸນປະເພນີ ແບກດັ່ງ ປີ 2022 ຢູ່ ກວາງນິງ ຮູບພາບງານບຸນປະເພນີ ແບກດັ່ງ ປີ 2022 ຢູ່ ກວາງນິງ
ຜູ້ວ່າການລັດ Saint Petersburg (ລັດເຊຍ) ໄດ້ສົ່ງຈົດໝາຍອວຍພອນສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງປະເພນີ VUFO ຜູ້ວ່າການລັດ Saint Petersburg (ລັດເຊຍ) ໄດ້ສົ່ງຈົດໝາຍອວຍພອນສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງປະເພນີ VUFO
ວັດວາອາຮາມ ຫລາຍແຫ່ງ ປະດັບປະດາດ້ວຍ ໂຄມໄຟສວຍງາມ ອະນຸລັກຮີດຄອງປະເພນີລາວ

ພະອາຈານ ບຸນທະວີ ກົມພະພັນ ເຈົ້າອະທິການວັດສີຄູນວຽງ (ວັດດົງໝ້ຽງ) ໃຫ້ຮູ້ວ່າ: ການໄຕ້ໂຄມ ແມ່ນປະເພນີດັ້ງເດີມ ຂອງສາສະໜາພາມ, ແຕ່ເດີມເປັນພິທີການຂອງ ສາສະໜາພາມ ທໍາການໄຕ້ໂຄມ ຫລື ໄຕ້ນໍ້າມັນບູຊາພະເປັນເຈົ້າທັງສາມອົງຂອງເຂົາຄື: ພະພົມ, ພະອີສວນ ແລະພະນາລາຍ. ການບູຊາໂຄມໄຟ ແມ່ນປະເພນີປະຕິບັດສືບທອດກັນມາແຕ່ບູຮານນະການ ເຊິ່ງຈັດໃນໄລຍະບຸນອອກພັນສາ ເພື່ອນ້ອມບູຊາພະລັດຕະນະໄຕ, ຕາມການເລົ່າຂານກັນມາ ການໃຕ້ໂຄມໄຟ ຍັງເປັນການບູຊາຮອຍພະພຸດທະບາດ ທີ່ພະພຸດທະເຈົ້າໄດ້ປະທັບໄວ້ທີ່ແຄມແມ່ນໍ້າ ຈົນກາຍເປັນການສືບທອດ ແລະ ຮັກສາໄວ້ໄດ້ຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ຍືນຍົງຄູ່ກັບຄົນລາວ ຊາດລາວຕະຫລອດໄປ. ສຳລັບບຸນອອກພັນສາປີນີ້ ວັດສີຄູນວຽງກໍໄດ້ຈັດພິທີ ໃຕ້ໂຄມໄຟບູຊາ ທີ່ປະດັບເອ້ຢ້ອງຢ່າງສວຍງາມມີຫລາຍສີສັນ ຈໍານວນຫລາຍໆດວງ ສະເພາະວັນທີ 29 ຕຸລາ 2023 ຂຶ້ນ 15 ຄໍ່າ ເດືອນ 11 ລາວ ຍາດໂຍມທັງຫລາຍສາມາດ ເຂົ້າມາທ່ຽວຊົມ ກິດຈະກໍາຕ່າງໆ ພາຍໃນວັດເຊັ່ນ: ໄຫວ້ພະຮັບສິນ,ວຽນທຽນ, ໄຫລເຮືອໄຟ, ທ່ຽວຊົມໂຄມໄຟ, ຊົມສິລະປະການສະແດງພື້ນເມືອງລາວ, ການນຸ່ງຊຸດຊົນເຜົ່າຕ່າງໆ.

ວັດວາອາຮາມ ຫລາຍແຫ່ງ ປະດັບປະດາດ້ວຍ ໂຄມໄຟສວຍງາມ ອະນຸລັກຮີດຄອງປະເພນີລາວ

ພະອາຈານ ບຸນທະວີ ກົມພະພັນ ຝາກເຖິງຍາດໂຍມທັງຫລາຍ ຈົ່ງພ້ອມພຽງກັນຫລິ້ນບຸນ ອອກພັນສາ ດ້ວຍຄວາມມ່ວນຊື່ນ ໃຫ້ໄດ້ທັງຄວາມຮັກແພງສາມັກຄີ, ການອະນຸລັກວັດທະນະທໍາ ແລະ ໃຫ້ຫລິ້ນບຸນຢ່າງມີສະຕິ ໂດຍສະເພາະ ການສັນຈອນໄປມາຢ່າງມີສະຕິ, ການດື່ມກິນກໍຂໍໃຫ້ຢູ່ໃນຄວາມພໍເໝາະພໍດີ ແລະ ຂໍໃຫ້ອານິສົງແຫ່ງການສ້າງບຸນດັ່ງກ່າວ ຈົ່ງປົກປ້ອງຄຸ້ມຄອງຍາດໂຍມ ໃຫ້ມີແຕ່ຄວາມສຸກຄວາມຈະເລີນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.