ລາວ - ກຳປູເຈຍ: ເພີ່ມທະວີການຮ່ວມມືດ້ານການທະຫານ ແລະ ປ້ອງກັນຊາດ

17:10 | 02/10/2023

ຍສໝ - ໃນວັນທີ 2 ຕຸລາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນເອກ ວົງປີເຊນ ຜູ້ບັນຊາການທະຫານ ສູງສຸດກອງທັບ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມຄະນະ ​ໃນໂອກາດເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 1-4 ຕຸລານີ້.

ຮັດແໜ້ນນຳ້ໃຈສາມັກຄີ, ມິດຕະພາບລະຫວ່າງເຍົາວະຊົນ 3 ປະເທດ ຫວຽດນາມ -ລາວ - ກຳປູເຈຍ ຮັດແໜ້ນນຳ້ໃຈສາມັກຄີ, ມິດຕະພາບລະຫວ່າງເຍົາວະຊົນ 3 ປະເທດ ຫວຽດນາມ -ລາວ - ກຳປູເຈຍ
ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພົບປະແລກປ່ຽນວັດທະນະທຳ ແລະຕ້ອນຮັບບຸນປີໃໝ່ ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພົບປະແລກປ່ຽນວັດທະນະທຳ ແລະຕ້ອນຮັບບຸນປີໃໝ່

ໃນວັນທີ 2 ຕຸລາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນເອກ ວົງປີເຊນ ຜູ້ບັນຊາການທະຫານ ສູງສຸດກອງທັບ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມຄະນະ ​ໃນໂອກາດເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 1-4 ຕຸລານີ້.

ລາວ - ກຳປູເຈຍ: ເພີ່ມທະວີການຮ່ວມມືດ້ານການທະຫານ ແລະ ປ້ອງກັນຊາດ
ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການ ທະຫານສູງສຸດກອງທັບ ຣາຊະອານາຈັກກຳປູເຈຍ

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ພົນເອກ ວົງປີເຊນ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມື ຂອງສອງປະເທດ ຖານບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະ ການພົວພັນຮ່ວມມື ສອງກອງທັບ ລາວ-ກຳປູເຈຍ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຂຶ້ນໄປເລື້ອຍໆ ເຊິ່ງໄລຍະຜ່ານມາເຫັນວ່າ ການນໍາຂອງສອງປະເທດ ກໍໄດ້ມີການພົວພັນແລກປ່ຽນເຊິ່ງກັນ ແລະ ກັນ, ຍົກສູງການພົວພັນຮ່ວມມື ເຮັດໃຫ້ຫລາຍຂະແໜງ ການມີຜົນສໍາເລັດຫລາຍດ້ານ.

ໃນໂອກາດດຽວ​ກັນ​ນີ້, ທ່ານ ພົນເອກ ວົງປີເຊນ ພ້ອມດ້ວຍຄະນະ ກໍໄດ້ສະແດງຄວາມ ຂອບອົກຂອບໃຈຢ່າງຈິງໃຈ ມາຍັງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ຖືໂອກາດນີ້ແຈ້ງຈຸດປະສົງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບຮັບຊາບຕື່ມອີກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.