ດານັ້ງ ຊຸຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວ

20:30 | 24/09/2023

Đà Nẵng thúc đẩy hợp tác với các địa phương của Lào để phát triển kinh tế - xã hội và du lịch ດານັ້ງ ຊຸກຍູ້ການຮ່ວມມືກັບທ້ອງຖິ່ນຂອງລາວ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວ

ຮັບປະກັນແຫຼ່ງທຶນໃຫ້ການຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ ຮັບປະກັນແຫຼ່ງທຶນໃຫ້ການຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ
ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງມີໄຫວພິບ, ທັງຟື້ນຟູ, ທັງພັດທະນາເສດຖະກິດ-ສັງຄົມ ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງມີໄຫວພິບ, ທັງຟື້ນຟູ, ທັງພັດທະນາເສດຖະກິດ-ສັງຄົມ
Đồng chí Lương Nguyễn Minh Triết và đồng chí Khamchanh Sotapaserth cùng đại biểu hai nước tại buổi tiếp. Ảnh: Trần Lê Lâm - TTXVN

ສະຫາຍ ເລືອງຫງວຽນມິ່ງຈຽດ ແລະ ສະຫາຍ ຄຳຈັນ ໂສຕາປະເສີດ ແລະ ຜູ້ແທນສອງປະເທດ ທີ່ພິທີຕ້ອນຮັບ. ພາບ: ເຈີ່ນເລ່ເລີມ- TTXVN

ທີ່​ພິທີພົບ​ປະ, ສະຫາຍ ເລືອງຫງວຽນ​ມິ່ງ​ຈຽດ, ຮອງ​ເລຂາຜູ້ປະຈໍາການ ​ຄະນະ​ພັກ​ນະຄອນ, ປະທານ​ສະພາ​ປະຊາຊົນ​ນະຄອນ ດາ​ນັ້ງ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຍິນດີ ​ເມື່ອ​ຄະນະ​ຜູ້​ແທນກຳມາທິການບັນດາ​​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດລາວ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ.

ສະຫາຍ ເລືອງຫງວຽນ​ມິ່ງ​ຈຽດ ໃຫ້ຮູ້ວ່າ: ນະ​ຄອນ ດາ​ນັ້ງ ພວມ​ຢູ່​ໃນ​ໄລ​ຍະ​ຟື້ນ​ຟູ ແລະ ພັດ​ທະ​ນາ​ພາຍຫຼັງ​ໂລກ​ລະ​ບາດ Covid – 19 ແລະ ນະ​ຄອນໄດ້​ມີ​ບາດກ້າວ​ຟື້ນ​ຟູ ແລະ ພັດ​ທະ​ນາ​ທີ່​ຍືນ​ຍົງພໍສົມຄວນ. ປະຈຸ​ບັນ, ການທ່ອງທ່ຽວ​ແມ່ນ​ໜຶ່ງ ​ໃນ​ບັນດາ​ທ່າ​ແຮງພັດທະນາ​ຂອງ​ນະຄອນ​ດາ​ນັ້ງ. ນັບ​ແຕ່​ຕົ້ນ​ປີ 2023 ມາ​ຮອດ​ປະຈຸ​ບັນ, ນະຄອນ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ເກືອບ 5,4 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ສາກົນ 1,5 ລ້ານ​ເທື່ອ​ຄົນ. ນະຄອນ ດານັ້ງ ມີຫຼາຍທ່າໄດ້ປຽບ ແລະ ພວມໃຫ້ບຸລິມະສິດ ໃນການພັດທະນາບາງຈຸດທີ່ເປັນທ່າແຮງ ໃນໄລຍະຈະມາເຖິງເຊັ່ນ: ທ່າເຮືອ, ການຂົນສົ່ງ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການສື່ສານ, ເອເລັກໂຕຼນິກໂທລະຄົມມະນາຄົມ ແລະ ສຸມໃສ່ພັດທະນາເສດຖະກິດດີຈີຕອນ.

ປະຈຸບັນ, ນະຄອນ ດານັ້ງ ມີການພົວພັນຮ່ວມມືກັບ 7 ທ້ອງຖິ່ນຂອງລາວ, ໃນນັ້ນມີ 5 ແຂວງພາກກາງຕອນໃຕ້ຂອງລາວ. ທັງສອງຝ່າຍ​ໄດ້​ມີ​ການ​ຮ່ວມ​ມື​ຮອບດ້ານໃນ​ທຸກ​ຂົງ​ເຂດ, ໃນນັ້ນ ​​ຍັງ​ຮັກສາ​ການ​ເຮັດ​ວຽກຢ່າງເປັນ​ປົກກະຕິ ​ເພື່ອ​ປະຕິບັດບັນດາການ​ຮ່ວມ​ມື​ລະຫວ່າງສອງ​ປະ​ເທດໃຫ້ປະກົດເປັນຈິງ.

ສະຫາຍ ເລືອງຫງວຽນ​ມິ່ງ​ຈຽດ ເນັ້ນໜັກວ່າ: ບົນ​ພື້ນຖານ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ແບບ​ພິ​ເສດ​ຂອງ​ພັກ ແລະ ລັດ, ປະຊາຊົນ​ ຫວຽດນາມ - ລາວ, ນະຄອນ ດາ​ນັ້ງ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ຕີ​ລາຄາ​ສູງຕໍ່​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງບັນດາທ້ອງຖິ່ນຂອງລາວ.

ໃນພິທີ​ພົບ​ປະ, ທ່ານ ​ຄຳ​ຈັນ ​ໂສຕາ​ປະເສີດ ປະທານ​ກຳມາທິການບັນດາເຜົ່າຂອງສະພາແຫ່ງ​ຊາດ​ລາວ ​ ​ໄດ້​ສະແດງຄວາມຊົມ​ເຊີຍ​ຕໍ່ການ​ຟື້ນ​ຟູ ​ແລະ ພັດທະນາ​ນະຄອນດ່າ​ນັ້ງ ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19 ທີ່ໄດ້ມີ​ບາດກ້າວ​ພັດທະນາ​ຢ່າງ​ເຂັ້ມແຂງ​; ພ້ອມ​ກັນ​ນັ້ນ, ກໍ່ສະແດງຄວາມຂອບໃຈຕໍ່ກັບການ​ຮ່ວມ​ມື ​ແລະ ການ​ຊ່ວຍ​ເຫຼືອ​ຂອງ​ນະຄອນດາ​ນັ້ງ ໃຫ້ກັບ​ບັນດາ​ແຂວງ​ຂອງ​ລາວ.

​ທ່ານ ຄຳ​ຈັນ ໂສຕາ​ປະ​ເສີ​ດ ກ່າວວ່າ: ນະຄອນ ດາ​ນັ້ງ ໄດ້ເປັນທີ່​ຮູ້ຈັກກັນດີ​ວ່າ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ ທີ່​ປະຊາຊົນ​ລາວມັກ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ ຈະ​ເຊື່ອມ​ຕໍ່ການຊຸກ​ຍູ້​ການ​ທ່ອງ​ທ່ຽວ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ລະ​ຫວ່າງ​ສອງ​ຝ່າຍ. ທ່ານ ຄຳ​ຈັນ ໂສຕາ​ປະເສີດ ກໍ່ອວຍພອນໃຫ້ຄວາມ​ສາມັກຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ລະຫວ່າງສອງ​ປະ​ເທດ ລາວ - ຫວຽດນາມ ຂຽວສົດງົດງາມຕະຫຼອດກາລະນານ.

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.