ຮ່ວມໃຈກັນເພີ່ມພູນຄູນສ້າງນໍ້າໃຈ​ມິດຕະພາບ​ ຫວຽດນາມ - ລາວ

02:36 | 02/10/2023

ຮ່ວມໃຈກັນ ເພີ່ມພູນຄູນສ້າງ ນໍ້າໃຈ​ມິດຕະພາບ​ຫວຽດນາມ - ລາວ

ຖ່າຍທອດຂໍ້ຄວາມ “ມິດຕະພາບ ຫວຽດນາມ - ລາວ” ເຖິງລຸ້ນໜຸ່ມ
ເສີມຂະຫຍາຍກຳລັງແຮງຊາວໜຸ່ມ ຮ່ວມແຮງຮ່ວມໃຈກັນກໍ່ສ້າງເຂດຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ
ຮ່ວມໃຈກັນ ເພີ່ມພູນຄູນສ້າງ ນໍ້າໃຈ​ມິດຕະພາບ​ຫວຽດນາມ - ລາວ
ທ່ານ ຈາງ ລາວ ມິ່ງ (ເບື້ອງຊ້າຍສຸດ) ໄດ້ແລກປ່ຽນກ່ຽວກັບສະພາບການປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍກັບບັນດາພະນັກງານປ້ອມປ້ອງກັນຊາຍແດນ ຈ່ຽງອອນ.

ຮ່ວມໃຈກັນເພີ່ມພູນຄູນສ້າງນໍ້າໃຈ​ມິດຕະພາບ ​ຫວຽດນາມ - ລາວ

ທ່ານ ຈາງ ລາວ ມິ່ງ (ເບື້ອງຊ້າຍສຸດ) ໄດ້ແລກປ່ຽນກ່ຽວກັບສະພາບການປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍກັບບັນດາພະນັກງານປ້ອມປ້ອງກັນຊາຍແດນ ຈ່ຽງອອນ.

ນັກຂ່າວ: ຮຽນທ່ານ, ຈຸດເລີ່ມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ທີ່ປະຊາຊົນໃນໝູ່ບ້ານໄດ້ຮັກສາ ແລະ ເພີ່ມພູນຄູນສ້າງໃນຕະຫຼອດຫຼາຍປີຜ່ານມາມີຄືແນວໃດ?

ທ່ານ ຈາງ ລາວ ​ມິ່ງ: ຫ່າງຈາກນີ້ປະມານ 70 ປີ​ກ່ອນ, ຄະນະ​ອາສາ​ສະໝັກ​ລາວ-​ເໜືອ, ນຳ​ໂດຍ​ທ່ານ ໄກສອນ ພົມວິຫານ (​ຕໍ່ມາ​ເປັນ​ປະທານ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ​), ພວກຂ້າພະ​ເຈົ້າ​ໄດ້​ເຮັດ​ວຽກ​ຢ່າງ​ລັບໆ ​ເພື່ອ​ກະກຽມ​ສ້າງທີ່ໝັ້ນການປະຕິວັດ ເມືອງວຽງໄຊ (ປະເທດລາວ). ປະຊາຊົນ​ໃນ​ບ້ານ​ຂອງ​ພວກ​ເຮົາ, ​ໂດຍ​ສະ​ເພາະ​ແມ່ນ​ຄອບຄົວ​ຂອງ​ທ່ານ ​ຈາງ​ລາວ​ໂຄ ​ໄດ້ຊ່ວຍ​ເຫຼືອບັນດາ​ພະນັກງານຄະນະອາສາ​ສະໝັກ​ລາວ​ເໜືອ​ໃນ​ການ​ເຄື່ອນ​ໄຫວ​ປະຕິວັດຢ່າງສຸດອົກສຸດໃຈ. ນັບ​ແຕ່​ນັ້ນ​ມາ, ປະຊາຊົມໃນ​ບ້ານ​ພວກຂ້າພະເຈົ້າ​ ກໍ​ໄດ້​ຮັກສາ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ສະໜິດສະໜົມ​ກັບ​ປະຊາຊົນ​ບ້ານ​ແກ້ວ​ລົມ ​ແລະ ບ້ານ​ນາ​ຄ້າງ, ​ກຸ່ມບ້ານພຽງ​ຊາ, ​ເມືອງ​ຊຽງ​ຄໍ້, ​ແຂວງ​ຫົວພັນ, ປະ​ເທດ​ລາວ.

ນັກຂ່າວ: ຂໍໃຫ້ທ່ານແບ່ງປັນຄວາມຮູ້ສຶກກ່ຽວກັບຄວາມສາມັກຄີລະຫວ່າງປະຊາຊົນບ້ານລາວໂຄ 1 ກັບປະຊາຊົນບ້ານແກ້ວລົມ ແລະ ບ້ານນາຄ້າງ?

ທ່ານ ຈາງ ລາວ ​ມິ່ງ: ປະຊາຊົນ​ບ້ານ​ລາວໂ​ຄ 1 ຍາມ​ໃດ​ກໍ່​ຖື​ປະຊາຊົນ​ ກຸ່ມບ້ານ​ພຽງ​ຊາ ​ຄືກັບຄົນໃນ​ຄອບຄົວ, ຍາມ​ໃດ​ກໍ່​ພ້ອມຈິດພ້ອມ​ໃຈ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ເວລາ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ມີຫຼາຍຄັ້ງທີ່ປະຊາຊົນໃນກຸ່ມບ້ານພຽງຊາ ເຈັບໜັກ ແລະ ຕ້ອງໄດ້ພາໄປຫ້ອງສຸກເສີນ, ສຸກສາລາແມ່ນຢູ່ໄກຫຼາຍ, ອຸປະກອນບໍ່ຮັບປະກັນ, ຖະໜົນຫົນທາງໄປມາ ກໍ່ຫຍຸ້ງຍາກຫຼາຍ, ສະນັ້ນ ເຂົາເຈົ້າຈຶ່ງໄດ້ສະເໜີຊ່ວຍພວກຂ້າພະເຈົ້າ ໄປສົ່ງໂຮງໝໍເມືອງອຽນເຈົາ ເພື່ອປິ່ນປົວ. ຊາວບ້ານໄດ້ສົ່ງຊາວໜຸ່ມຜູ້ທີ່ແຂງແຮງ ໄປຊ່ວຍຫາມຄົນເຈັບຄົນລາວເດີນທາງໝົດມື້ ເພື່ອໄປຜ່າຕັດໝາກໄຂ່ຫຼັງຢູ່ໂຮງໝໍ. ຍ້ອນປິ່ນປົວສຸກເສີນທັນເວລາ, ຄົນເຈັບໄດ້ພົ້ນຂີດອັນຕະລາຍ ແລະ ຫາຍດີພະຍາດ.

ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ປະ​ຊາ​ຊົນ​ທັງ​ສອງ​ຝ່າຍ ​ຍາມ​ໃດ​ກໍ​ເພີ່ມພູນຄູນສ້າງ​ນ້ຳໃຈມິດ​ຕະ​ພາບທີ່​ບັນດາຄົນລຸ້ນກ່ອນ​ໄດ້​ສ້າງ​ຂຶ້ນ. ເມື່ອທາງຝ່າຍລາວມີງານສົບ ຫຼື ງານແຕ່ງດອງ, ເຂົາເຈົ້າມາບ້ານລາວໂຄ 1 ເພື່ອຂໍຄວາມຊ່ວຍເຫຼືອ ແລະ ກົງກັນຂ້າມ. ໃນວັນບຸນຕ່າງໆ, ພວກເຮົາຈັດຕັ້ງເປັນກຸ່ມ ເພື່ອໄປຢ້ຽມຢາມ ແລະ ແລກປ່ຽນເຊິ່ງກັນແລະກັນ. ພວກເຮົາກໍ່ໄດ້​ຈັດ​ຕັ້ງ​ການ ​ພົບ​ປະແລກປ່ຽນ​ວັດທະນະທຳ, ສິລະ​ປະ, ກິລາ​ກາຍະ​ກຳ, ​ແລກປ່ຽນ​ບົດຮຽນ​ຮ່ວມ​ກັນ​ໃນ​ດ້ານ​ການ​ນຳພາ, ຄຸ້ມ​ຄອງ, ພັດທະນາ​ເສດຖະກິດ-ສັງຄົມ....

ຮ່ວມໃຈກັນ ເພີ່ມພູນຄູນສ້າງ ນໍ້າໃຈ​ມິດຕະພາບ​ຫວຽດນາມ - ລາວ
ເຂດປູຊະນີຍະສະຖານປະຫວັດສາດການປະຕິວັດ ຫວຽດນາມ - ລາວ ແມ່ນສະຖານທີ່ແຫ່ງບັກທຶກການເຄື່ອນໄຫວປະຕິວັດ ແລະ ກໍ່ສ້າງຖານທີ່ໝັ້ນການປະຕິວັດ ຂອງຄະນະອາສາສະໝັກລາວ-ເໜືອ ແລະ ການນຳ ທ່ານ ໄກສອນ ພົມວິຫານ.

ເຂດປູຊະນີຍະສະຖານປະຫວັດສາດການປະຕິວັດ ຫວຽດນາມ - ລາວ ແມ່ນສະຖານທີ່ແຫ່ງບັກທຶກການເຄື່ອນໄຫວປະຕິວັດ ແລະ ກໍ່ສ້າງຖານທີ່ໝັ້ນການປະຕິວັດ ຂອງຄະນະອາສາສະໝັກລາວ-ເໜືອ ແລະ ການນຳ ທ່ານ ໄກສອນ ພົມວິຫານ.

ນັກຂ່າວ: ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ການລົບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ, ສອງຝ່າຍໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນຄືແນວໃດ, ຮຽນທ່ານ?

ທ່ານ​ ຈາງ ​ລາວ ​ມິ່ງ: ຝ່າຍເພື່ອນ​ປູກ​ສາລີ ​ແລະ ​ເຂົ້າ​ເປັນ​ຕົ້ນຕໍ. ປະຊາຊົນລາວ ມັກຈະນຳເອົາຜະລິດຕະພັນກະເສ ໄປຂາຍ ແລະ ຊື້ເຄື່ອງໃຊ້ໃນຄົວເຮືອນຈາກຫວຽດນາມ ເພື່ອໃຊ້ສອຍ. ປະຈຸ​ບັນ​ເຫັນ​ວ່າ ​ປະຊາຊົນ​ບ້ານ​ລາວ​ໂຄ 1 ​ໄດ້​ປູກ​ຕົ້ນ​ໝາກໝັ້ນ ​ເຊິ່ງໄດ້ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ທີ່​ດີ, ປະຊາຊົນ​ຝ່າຍເພື່ອນ ກໍ່ໄດ້ຈັດຕັ້ງຜັນຂະຫຍາຍປູກໝາກໝັ້ນ, ພວກເຮົາກໍ່ມີຄວາມຍິນດີສະເໝີທີ່ຈະແນະນຳເພື່ອນກ່ຽວກັບເຕັກນິກການບົວລະບັດພືດ ເພື່ອເພີ່ມພູນຜົນຜະລິດ ແລະ ນຳມາເຊິ່ງລາຍຮັບທີ່ສູງ.

ນັກຂ່າວ: ໂດຍໄດ້ຮູ້ວ່າ: ບ້ານລາວໂຄ 1 ໄດ້ແຮກສ່ຽວກັບບ້ານ ນາຄ້າງ ແລະ ແກ້ວລົມ. ຮຽນທ່ານ, ກິດຈະກໍາແຮກສ່ຽວ ລະຫວ່າງສອງຝ່າຍໄດ້ຮັກສາໄວ້ຄືແນວໃດ ແລະ ນຳມາເຊິ່ງປະສິດທິຜົນໃດແດ່?

ທ່ານ ​ຈາງ ລາວ ມິ່ງ: ພວກ​ຂ້າພະ​ເຈົ້າຈັດ​ຕັ້ງ​ການສະຫຼຸບປະຈຳ​ປີ ​ແລະ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ພົບປະແລກປ່ຽນສະພາບການ ​ແລະ ​ເຂົ້າ​ຮ່ວມການລາດຕະເວນສອງຝ່າຍ, ​ແລກປ່ຽນ​ບົດຮຽນປະສົບການ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ສະໜອງ​ວັດຖຸ​ອຸປະກອນ​ກະສິກຳ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນກ່ຽວກັບ ແກ່ນ, ແນວພືດ ແລະສັດລ້ຽງ. ພ້ອມ​ກັນ​ນັ້ນ, ພວກ​ຂ້າ​ພະ​ເຈົ້າກໍ່​ໄດ້​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃຫ້​ປະ​ຊາ​ຊົນ​ບ້ານ​ໃກ້​ຄຽງ, ຈັດ​ຕັ້ງ​ການ​ພົບ​ປະ​ແລກ​ປ່ຽນ​ກິ​ລາ, ວັດ​ທະ​ນະ​ທຳ, ສິ​ລະ​ປະ​ໃນ​ໄລ​ຍະ​ບຸນ​ປີໃຫມ່. ພວກ​ເຮົາ​ຊ່ວຍ​ກັນ​ປົກ​ປັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ແຕ່ລະຝ່າຍ, ພວກເຮົົາ​ປະສານ​ສົມທົບ​ກັບ​ປະຊາຊົນ​ລາວ ​ແລະ ກໍາລັງ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ທັງ​ສອງ​ຝ່າຍ​ ໃນ​ການ​ລາດຕະ​ເວນ ​ຊາຍ​ແດນ 2 ຄັ້ງ​ຕໍ່​ປີ.

ຜ່ານ​ການ​ເຄື່ອນໄຫວ​ພົບ​ປະ ​ແລະ ​ແລກປ່ຽນ, ປະຊາຊົນ​ສອງ​ປະ​ເທດ​ໄດ້ມີຄວາມສາມັກຄີ​ກັນ ​ແລະ ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ຫຼາຍກ່ວາ​ເກົ່າ. ພ້ອມ​ທັງ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ຢ່າງ​ທັນ​ການ ເພື່ອແນໃສ່ກໍາ​ແໜ້ນ​ສະພາບ​ຄວາມ​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢູ່​ຊາຍ​ແດນ​ສອງ​ປະ​ເທດ ​ເພື່ອ​ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາຍ​ແດນ ​ແລະ ​ເຈົ້າ​ໜ້າ​ທີ່​ທີ່ກ່ຽວຂ້ອງແກ້ໄຂຢ່າງ​ທັນ​ການ.

ປະຈຸ​ບັນ, ປະຊາຊົນ​ມີສະຕິ​ຄວາມ​ຮັບ​ຮູ້​ຫຼາຍ​ກ່ຽວ​ກັບ​ວຽກ​ງານ​ປົກ​ປັກ​ຮັກສາ​ເສັ້ນ ແລະ ຫຼັກ​ໝາຍ​ຊາຍ​ແດນ, ບໍ່​ມີ​ປະກົດ​ການ​ບຸກ​ລຸກພື້ນທີ່ການກະເສດ ຫຼື ຖິ່ນຖານ​ອີກ. ປະຊາຊົນ​ສອງ​ປະ​ເທດ ​ສະ​ໝັກ​ໃຈ​ປະຕິບັດ​ລະບຽບ​ການແຮກສ່ຽວ ​ແລະ ລະບຽບ​ການ​ຊາຍ​ແດນ ​ຫວຽດນາມ - ລາວ ຢ່າງ​ເຂັ້ມ​ງວດ, ບໍ່ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດໝາຍ.

​ຊີວິດ​ທາງ​ດ້ານ​ວັດທະນະທຳ​ຈິດ​ໃຈ​ຂອງ​ປະຊາຊົນ​ສອງ​ປະ​ເທດ ​ໄດ້​ຮັບ​ການ​ຮັກສາຢ່າງໝັ້ນແກ່ນ ແລະ ເສີມຂະຫຍາຍໄດ້ບັນດາສີສັນວັດທະນະທຳທີ່ເປັນມູນເຊື້ອຂອງແຕ່ລະຊົນເຜົ່າ, ບັນດຮີດຄອງ​ປະ​ເພນີ​ທີ່​ຫຼ້າ​ຫຼັງ​ໄດ້ຄ່ອຍໆ​ຖືກ​ລົບ​ລ້າງ​ເທື່ອ​ລະ​ກ້າວ, ​ເຊັ່ນ​ ບໍ່​ປະ​​ຄົນ​ຕາຍ​ໄວ້ຢູ່​ໃນ​ເຮືອນ​​ດົນ​, ການສູ່ຂໍ ບໍ່ໃຫ້ເວົ້າດ້ວຍເງິນບີ້ເງິນຮາວ.

ປະຈຸ​ບັນ, ​ບ້ານ​ຂອງ​ພວກຂ້າພະເຈົ້າມີ​ປູຊະນີຍະສະຖານ​ປະຫວັດສາດ​ປະຕິວັດ ຫວຽດນາມ - ລາວ ​ໄດ້​ຮັບ​ການສ້າງ ແລະ ​ປະດັບ​ປະດາຢ່າງ​ສວຍ​ງາມ. ປະຊາຊົນ​ບ້ານ​ນາ​ຄ້າງ ​ແລະ ບ້ານ​ແກ້ວ​ລົມ​ ​ມັກ​ມາ​ຢ້ຽມຢາມ ​ແລະ ຊອກ​ຮູ້​ກ່ຽວ​ກັບ​ສາຍ​ພົວພັນ​ທາງ​ປະຫວັດສາດ​ອັນ​ດີງາມ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ​ ຫວຽດນາມ - ລາວ.

ໃນ​ໄລຍະ​ຈະ​ມາ​ເຖິງ, ປະຊາຊົນ​ບ້ານຂອງພວກ​ຂ້າພະເຈົ້າ ​ຈະ​ສືບ​ຕໍ່​ຮັກສາ ​ແລະ ເພີ່ມພູນຄູນສ້າງນ້ຳ​ໃຈ​ສາມັກຄີ​ມິດຕະພາບ ​ກັບ​ປະຊາຊົນບັນດາ​ບ້ານເພື່ອນ​ລາວທີ່ຕິດກັບຊາຍແດນ ໂດຍຜ່ານ​ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ພັດທະນາ​ເສດຖະກິດ, ສັງຄົມ, ອະນຸລັກ​ຮັກສາ​ວັດທະນະທຳທີ່ເປັນມູນເຊື້ອ, ປົກ​ປັກ​ຮັກສາ​ຊາຍ​ແດນ.

ນັກຂ່າວ: ຂໍຂອບໃຈທ່ານ!

ອານຸໄຊ ສະຫວັດ

ເຫດການ