ການນຳລາວ ໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ລາວ

14:13 | 01/10/2023

ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລາວ​ໃນ​ວັນ​ທີ 29 ກັນຍາ​ນີ້, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໂດຍ​ທ່ານພົນເອກ ໂຕເລິມ - ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີກະຊວງຕຳຫຼວດ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ​ແລະ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ; ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ​ລາວ.

ຄະນະກູ້ໄພຫວຽດນາມ ໄດ້ຕີລາຄາສູງຈາກຕວກກີ ແລະ ເພື່ອນມິດສາກົນ ສຳຫຼັບຄວາມສາມາດ ແລະ ນ້ຳໃຈເຮັດວຽກ ຄະນະກູ້ໄພຫວຽດນາມ ໄດ້ຕີລາຄາສູງຈາກຕວກກີ ແລະ ເພື່ອນມິດສາກົນ ສຳຫຼັບຄວາມສາມາດ ແລະ ນ້ຳໃຈເຮັດວຽກ
ກະຊວງຕຳຫຼວດ ຫວຽດນາມ - ລາວ ສົມທົບກັນປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ ກະຊວງຕຳຫຼວດ ຫວຽດນາມ - ລາວ ສົມທົບກັນປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ

ໃນຂອບເຂດການຢ້ຽມຢາມລາວ, ຕອນບ່າຍວັນທີ 29 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

​ລາຍ​ງານ​ຕໍ່​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ ກ່ຽວ​ກັບ​ຜົນ​ການ​ເຈລະຈາ​ລະຫວ່າງ​ການ​ນຳ​ສອງ​ກະຊວງ​ໃນ​ຕອນ​ເຊົ້າ​ວັນ​ທີ 29 ກັນຍາ, ທ່ານ​ລັດຖະມົນຕີກະຊວງຕຳຫຼວດ ທ່ານພົນເອກ ໂຕເລິມ ​ໃຫ້​ຮູ້​ວ່າ: ສອງ​ຝ່າຍ​ໄດ້​ຕີ​ລາຄາ​ໝາກຜົນ​ການ​ປະຕິບັດ​ແຜນການ​ຮ່ວມ​ມື​ປະຈຳ​ປີ 2023, ລົງ​ນາມ. ແຜນ​ການ​ຮ່ວມ​ມື​ປີ 2024 ລະ​ຫວ່າງ​ສອງ​ກະ​ຊວງ; ​ເປັນ​ປະທານ​ຮ່ວມ​ພິທີ​ເປີດ​ໂຄງການ​ກໍ່ສ້າງ​ວິທະຍາ​ໄລ​ການ​ເມືອງ​ຕຳຫຼວດ​ລາວ - ຂອງຂວັນ​ຈາກ​ພັກ, ລັດຖະບານ, ກະຊວງ​ຕຳຫຼວດ ຫວຽດນາມ ​ໃຫ້​ກະຊວງ​ຕຳຫຼວດ​ລາວ.

ການນຳລາວ ໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໃຫ້ການຕ້ອນຮັບທ່ານ ພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ

ທີ່ການເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງລາວ, ທ່ານລັດຖະມົນຕີ ໂຕເລິມ ໄດ້ເນັ້ນໜັກວ່າ ສອງກະຊວງ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແຈ້ງໃຫ້ກັນຊາບຢ່າງທັນການ, ມີການຮ່ວມມືຢ່າງມີປະສິດທິຜົນໃນການຕໍ່ສູ້, ປ້ອງກັນ ຕ້ານອາດຊະຍາກຳຂ້າມຊາດຊະນິດຕ່າງໆ, ຢຶດໝັ້ນ ບໍ່ປະໃຫ້ອົງການ, ສ່ວນບຸກຄົນສວຍໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອຕ້ານຄືນປະເທດເພື່ອນ.

ທີ່ການພົບປະ, ການນຳຂັ້ນສູງລາວ ປາດຖະໜາວ່າ ການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດ ຫວຽດນາມ ສືບຕໍ່ພັດທະນາເຂົ້າສູ່ລວງເລິກ, ຮັບໃຊ້ໜ້າທີ່ພັດທະນາເສດຖະກິດ ສັງຄົມ ແລະ ການທູດຂອງແຕ່ລະປະເທດ ຢ່າງແທດຈິງ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ຫວຽດນາມ ໂດຍທ່ານລັດຖະມົນຕີ ໂຕເລິມ ເປັນຫົວໜ້າ ໄດ້ເຂົ້າຮ່ວມການພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ລາວ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວິໄລ ຫຼ້າຄຳຟອງ ເປັນຫົວໜ້າຄະນະ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.