ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ກັບ​ລາວ​ແມ່ນ​ສຳຄັນ​ທີ່​ສຸດ

05:07 | 25/09/2023

ຍສໝ - ຕອນບ່າຍວັນທີ 25 ກັນຍາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.

ສະຫະພັນ​ຊາວ​ໜຸ່ມ​ແຂວງ: ງານ​ບຸນ​ວັດທະນະທຳ ​ແລະ ກິລາ “ຊາວ​ໜຸ່ມ​ຫວຽດນາມ - ລາວ ສືບ​ຕໍ່​ພາກ​ພູມ​ໃຈ” ປີ 2023 ສະຫະພັນ​ຊາວ​ໜຸ່ມ​ແຂວງ: ງານ​ບຸນ​ວັດທະນະທຳ ​ແລະ ກິລາ “ຊາວ​ໜຸ່ມ​ຫວຽດນາມ - ລາວ ສືບ​ຕໍ່​ພາກ​ພູມ​ໃຈ” ປີ 2023
ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ​ໄລຍະ 2021 - 2030. ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ​ໄລຍະ 2021 - 2030.

ທ່ານພົນເອກ ຟານວັນຢາງ ຊີ້ແຈ້ງວ່າ ກະຊວງປ້ອງກັນປະເທດຫວຽດນາມ ເຄົາລົບ ແລະຕີລາຄາສູງຄວາມເອົາໃຈໃສ່ຂອງທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຕໍ່ກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນອາຍຸການປະຕິບັດງານ.

ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ກັບ​ລາວ​ແມ່ນ​ສຳຄັນ​ທີ່​ສຸດ

ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ

ທ່ານພົນເອກ ຟານວັນຢາງ ໄດ້ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ໃນໄລຍະຜ່ານມາສືບຕໍ່ເສີມຂະຫຍາຍບົດບາດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນລະຫວ່າງສອງປະເທດ. ສອງຝ່າຍສົມທົບກັນເປັນເສນາທິການຢ່າງທັນການ, ມີປະສິດທິຜົນກັບການນຳຂັ້ນສູງສອງປະເທດກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດ; ຜັນຂະຫຍາຍຢ່າງຮອບດ້ານ, ແທດຈິງອະນຸສັນຍາການຮ່ວມມືດ້ານປ້ອງກັນຊາດ ແລະແຜນການຮ່ວມມືທຸກປີ, ໂດຍສະເພາະແມ່ນບັນດາຂົງເຂດວຽກງານພັກ, ວຽກງານການເມືອງ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍເຂດຊາຍແດນ; ສ້າງແຫຼ່ງຊັບພະຍາກອນມະນຸດ.

ທ່ານພົນເອກ ຟານວັນຢາງ ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມກໍ່ສຳເລັດ ໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ ແລະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດ.

ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ຢືນຢັນເຖິງຄວາມສໍາຄັນຂອງການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນຫວຽດນາມ ແລະລາວ; ​ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ​ເຮັດ​ວຽກ, ທ່ານ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ແສງ​ເພັດ ຮຸ່ງ​ບຸນ​ເຮືອງ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້; ຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ສົມທົບຢ່າງແໜ້ນແຟ້ນກັບສະຖານທູດລາວ ກໍ່ຄືກະຊວງປ້ອງກັນປະເທດລາວ; ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ຢືນຢັນ​ວ່າ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ປະກອບສ່ວນ ​ແລະ ບຳລຸງ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ລາວ ​ແລະ ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ພັດທະນາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.