ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ຝູກວັກ (ແຂວງ ກຽນຢາງ) ໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຮືອເຂດ 5. ທ່ານນາງ ຫວູທິຮວິ່ງມາຍ, ຫົວໜ້າຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ຈະເປັນເສນາທິການ ແລະ ສະເໜີໃຫ້ບັນດາການນຳທຸກຂັ້ນ ແລະ ຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຊຸກຍູ້ບັນດາການເຄື່ອນໄຫວມຸ່ງໄປເຖິງເຂດທະເລ ແລະ ໝູ່ເກາະຂອງບ້ານເກີດເມືອງນອນ ດ້ວຍການກະທຳທີ່ລະອຽດ, ແທດຈິງ”.
ຍສໝ - ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ຈະດຳເນີນການສຳມະນາ "ສົ່ງເສີມການນໍາເຂົ້າ ແລະ ສົ່ງອອກທີ່ຕິດພັນກັບການຫັນເປັນດິຈິຕອນ" ເພື່ອແລກປ່ຽນປະສົບການການນຳໃຊ້ການຫັນເປັນດິຈິຕອນ ໃນການຮ່ວມມືດ້ານການຄ້າ ແລະ ການນໍາເຂົ້າ-ສົ່ງອອກລະຫວ່າງວິສາຫະກິດ ຫວຽດນາມ - ລາວ.
ຍສໝ - ວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ອວງຈູ່ລືວ, ປະທານຄະນະສັນຕິພາບ ຫວຽດນາມ ໄດ້ມີການພົບປະກັບທ່ານ ສົມມາດ ພົນເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມະການສັນຕິພາບ ແລະສາມັກຄີຂອງລາວ ເນື່ອງໃນໂອກາດທີ່ຄະນະປະຕິບັດງານລາວ ໄປຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.
ຍສໝ - ຫ້ອງຮຽນພາສາ ຫວຽດ ທີ່ຮັກແພງສຳລັບເດັກນ້ອຍຫວຽດນາມ ລຸ້ນທີ 2 ແລະ 3 ຢູ່ເຂດ Kansai, Osaka (ຍີ່ປຸ່ນ) ໄດ້ດຶງດູດນັກຮຽນ 100 ກວ່າຄົນ, ໃນນັ້ນ ມີນັກຮຽນແບບເຊິ່ງໜ້າ 30 ຄົນ ແລະ ນັກຮຽນອອນໄລ 70 ຄົນ ມີອາຍຸແຕ່ 5-14 ປີ.
ຍສໝ - ວັນທີ 13 ສິງຫາ ຢູ່ທີ່ດານັ້ງ, ສະມາຄົມມິດຕະພາບ ຫວຽດນາມ - ສ. ເກົາຫຼີ ນະຄອນດານັ້ງ (ສະມາຄົມ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ອາຍຸການ 2024 – 2029.
ຍສໝ - ໃນວັນທີ 7 ສິງຫານີ້, ຄະນະຜູ້ແທນແຂວງເບັ້ນແຈ່ ໂດຍທ່ານ ເຈື່ອງມິ່ງຍຶດ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງເບັ້ນແຈ່ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກ ແລະ ແລກປ່ຽນບົດຮຽນປະສົບການໃນການເຄື່ອນໄຫວກັບສະມາຄົມຕິດຕໍ່ຊາວຫວຽດນາມຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ.
ຍສໝ - ວັນທີ 11 ສິງຫາ, ຢູ່ສະໜາມບິນແຫ່ງຊາດ ບຣູໄນ, ສະຖານທູດ ຫວຽດນາມ ປະຈຳ ບຣູໄນ ໄດ້ຈັດພິທີເປີດພື້ນທີ່ໂຄສະນາການທ່ອງທ່ຽວ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ຫວຽດນາມ ທີ 2 ກັນຍາ.
ຍສໝ - ບັນດານັກຊ່ຽວຊານດ້ານການປຸງແຕ່ງອາຫານຈາກເວັບໄຊທ໌ TasteAtlas ໄດ້ຈັດຊື່ ແກງສົ້ມປາຫວຽດນາມ ໃຫ້ຢູ່ໃນບັນຊີລາຍການ 100 ອາຫານເຊິ່ງເຮັດຈາກປາ ທີ່ແຊບທີ່ສຸດໃນໂລກ.
ຍສໝ - ໃນວັນທີ 5 ສິງຫານີ້ ຢູ່ທີ່ສໍານັກງານສະຖານທູດຫວຽດນາມ ປະຈໍາສະຫະພັນລັດເຊຍ, ໄດ້ຈັດກອງປະຊຸມພົບປະຄັ້ງທີ 52 ຂອງສະມາຄົມນັກຮົບເກົ່າລັດເຊຍ ທີ່ເຄີຍເຮັດວຽກຢູ່ຫວຽດນາມ ໃນໄລຍະສົງຄາມ.
ຍສໝ - ສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ແຂວງ ບິ່ງເຢືອງ ຫາກໍ່ເຂົ້າຮ່ວມການຕ້ອນຮັບຄະນະທິມງານນັກສຶກສາຂອງບັນດາມະຫາວິທະຍາໄລທີ່ຂື້ນກັບນະຄອນ ບູຊານ (ສ.ເກົາຫຼີ) ປະຕິບັດການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳນັກສຶກສາຢູ່ມະຫາວິທະຍາໄລ ທູເຢົ່າໂມດ.
ຍສໝ -ວັນທີ 3 ສິງຫາ, ຢູ່ທີ່ນະຄອນ ກຸ່ຍເຍີ່ນ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ນິວຊີແລນ ແຂວງບິ່ງດິ້ງ ຄັ້ງທີ IV, ອາຍຸການ 2024 - 2029
ຍສໝ- ກົມຮ່ວມມືສາກົນ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫາກໍ່ມອບໃບອະນຸຍາດສ້າງຕັ້ງສູນວັດທະນະທຳຈີນຢູ່ຮ່າໂນ້ຍ ໃຫ້ທ່ານ ເຈືອງດຶກເຊີນ, ຜູ້ອຳນວຍການສູນຄົນໃໝ່.
ຍສໝ - ຫວ່າງມໍ່ໆມານີ້, ພິທີເຊີດຊູພາສາ ຫວຽດນາມ ໃນປະຊາຄົມ ຊາວຫວຽດນາມ ຢູ່ ສ.ເຊັກໂກ ໄດ້ຮັບການຈັດຂຶ້ນ.
ຍສໝ - 5 ນະຄອນຂອງຫວຽດນາມ ທີ່ນັກທ່ອງທ່ຽວອົດສະຕາລີ ໄດ້ເຂົ້າຄົ້ນຫາໃນສື່ສັງຄົມອອນລາຍຫຼາຍທີ່ສຸດ ແຕ່ເດືອນ 6 ຫາວັນທີ 24 ມິຖຸນາ ລວມມີ: ນະຄອນ ໂຮ່ຈີມິນ, ດານັງ, ຮ່າໂນ້ຍ, ໂຮ້ຍອານ, ຢ່າຈາ່ງ.
ຍສໝ - ນັ້ນແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ ທີ່ສະມາຄົມວັດທະນະທຳສິລະປະ ຫວຽດນາມ ປະຈຳ ສ.ເຊັກໂກ (ສະມາຄົມ) ໄດ້ວາງອອກຢູ່ກອງປະຊຸມໃຫຍ່ ຄັ້ງທີ 4 ອາຍຸການ 2024 – 2028.
ຍສໝ - ຕັ້ງຄ້າຍລະດູຮ້ອນ ໂດຍຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ສົມທົບກັບຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ແລະ ພະແນກການຕ່າງປະເທດນະຄອນດ່າໜັງ ຈັດຂື້ນ. ນີ້ແມ່ນໂອກາດເພື່ອໃຫ້ນັກທ່ອງທ່ຽວຕັ້ງແຄ້ມແຕ່ລະຄົນໄດ້ສຳຜັດກັບລະດັບຄວາມແຕກຕ່າງກັນກ່ຽວກັບບັນດາສະຖານທີ່ທີ່ຕົນໄປ, ວັດທະນະທຳ, ຮີດຄອງ, ປະເພນີຂອງຊາດຫວຽດນາມ ແລະ ບັນດາການເຄື່ອນໄຫວທີ່ຕົນເຂົ້າຮ່ວມ.
ຍສໝ - ໃນຊຸມມື້ນີ້, ທົ່ວພັກ, ກອງທັບ ແລະ ປະຊາຊົນທົ່ວປວງຊົນລ້ວນແຕ່ສະແດງຄວາມໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ່າງສຸດຊຶ້ງ. ໃນຂະນະທີ່ປະຕິບັດໜ້າທີ່ຢູ່ຫ່າງໄກເປັນສິບພັນກິໂລແມັດຈາກປະເທດຊາດ, ຄະນະປະຕິບັດງານຮັກສາສັນຕິພາບຂອງ ສະຫະປະຊາຊາດຢູ່ ຊູດັງໃຕ້ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ ໄດ້ເອົາທຸງລົງເຄິ່ງເສົາ ແລະ ຕັ້ງແທ່ນບູຊາຕໍ່ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເພື່ອໃຫ້ເພື່ອນມິດສາກົນໄດ້ມາໄຫວ້ອາໄລ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈ.
ຍສໝ - ໄປໃສກໍຕ້ອງຄິດວ່າຕົນເອງເປັນ “ລູກຫຼານ ລາກຮົ່ງ”, ບໍ່ວ່າຈະເຮັດຫຍັງກໍຕ້ອງຄິດວ່າຕົນເອງເປັນຊາວ ຫວຽດນາມ; ຮັກສາສີສັນຂອງຊາດ, ຮັກສາພາສາ ຫວຽດນາມ, ໂຄສະນາພາບພົດຂອງ ຫວຽດນາມ ໄປສູ່ເພື່ອນມິດໃນທົ່ວໂລກ... ນັ້ນແມ່ນຄຳຕັກເຕືອນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ນີ້ແມ່ນເນື້ອໃນຂອງການພົບປະແລກປ່ຽນລະຫວ່າງທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ທ່ານ Mario José Armengol Campos, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ນິກາຣາກວາ ປະຈຳ ຫວຽດນາມ ໃນວັນທີ 18 ກໍລະກົດ ຢູ່ ຮ່າໂນ້ຍ.
ຍສໝ - ລາຍການຄ້າຍພັກແລ້ງ ຫວຽດນາມແມ່ນເພື່ອແນໃສ່ສ້າງໂອກາດໃຫ້ໄວໜຸ່ມສະໜິດຕະພັນກັບບ້ານເກີດເມືອງນອນ, ປະເທດຊາດ, ໄດ້ລົງຕົວຈິງ ແລະ ເຮັດໃຫ້ຄວາມຮູ້ທາງດ້ານວັດທະນະທຳອຸດົມສົມບູນກ່ວາເກົ່າ.