ຍສໝ - ບັນດາຜູ້ແທນໄດ້ປຶກສາຫາລືຫຼາຍບັນຫາກ່ຽວກັບການສົ່ງເສີມການຄ້າ ແລະ ການຮ່ວມມືດໍາເນີນທຸລະກິດລະຫວ່າງວິສາຫະກິດ ຫວຽດນາມ ຢູ່ຕ່າງປະເທດ ກໍ່ຄືການເຊື່ອມຕໍ່ບັນດາວິສາຫະກິດ ຊາວຫວຽດນາມ ຢູ່ຕ່າງປະເທດ ກັບບັນດາວິສາຫາກິດພາຍໃນປະເທດ...
ຍສໝ - ໂດຍມີຊາວຫວຽດນາມ 3 ຄົນອາໄສຢູ່ ມາເກົາ ທີ່ຕິດເຊື້ອພະຍາດໂຄວິດ - 19, ສະຫະສະມາຄົມ ຊາວຫວຽດນາມ ອາໄສຢູ່ ມາເກົາ ໄດ້ສົມທົບກັບອົງການອຳນາດການປົກຄອງປະເທດປະຈຳຖິ່ນໜູນຊ່ວຍບັນດາກໍລະນີດັ່ງກ່າວປິ່ນປົວພະຍາດຢ່າງໄວວາ.
ຍສໝ - ໃນ 9 ເດືອນຕົ້ນປີ 2022, ທົ່ວແຂວງດົ່ງນາຍ ໄດ້ຮ່ວມມືກັບ 17 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ບັນດານັກອຸປະຖຳຕ່າງໆເພື່ອຜັນຂະຫຍາຍ 20 ບ້ວງເງິນໜູນຊ່ວຍດ້ວຍມູນຄ່າຄຳໝັ້ນສັນຍາອຸປະຖຳຫຼາຍກວ່າ 78 ຕຶ້ດົ່ງ.
ຍສໝ - ອາທິດຜ່ານມາ, ຄະນະຜູ້ຕາງໜ້າ ຫວຽດນາມປະຈຳສປຊ ພ້ອມກັບກົງສູນໃຫຍ່ ຫວຽດນາມ ປະຈຳນະຄອນນິວຢອກ ໄດ້ຈັດຕັ້ງການພົບປະທາງອອນລາຍເພື່ອຕ້ອນຮັບບຸນເຕັດສະລຸ.
ຍສໝ - ນີ້ແມ່ນຄັ້ງທຳອິດ ໂຄງການບຸນເຕັດໄດ້ຈັດຕັ້ງທາງອອນລາຍຍ້ອນການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ແຕ່ຍັງຮັກສາໄດ້ບັນຍາກາດຕ້ອນຮັບປີໃໝ່ຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ໂປໂລຍ.
ວັນທີ 14 ກຸມພາ, ຢູ່ ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການແຫ່ງຊາດ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈັດຕັ້ງເວທີປາໄສເຊື່ອມຕໍ່ນັກທຸລະກິດ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຊຸກຍູ້ການຄ້າ ແລະ ການລົງທຶນໃນຂົງເຂດກະສິກຳ.
ຍສໝ - ວັນທີ 24 ກຸມພາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຟານຈີແທງ ໄດ້ມີການພົບປະກັບທ່ານ ສຸວິດ ຈັນວອນ ເຈົ້າແຂວງ ໜອງບົວລຳພູ ເພື່ອປຶກສາຫາລືວິທີຊຸກຍູ້ການຮ່ວມມືຢູ່ທ້ອງຖິ່ນລະຫວ່າງ 2 ປະເທດໃນຂົງເຂດການລົງທຶນ, ການຄ້າ, ເສດຖະກິດ, ການທ່ອງທ່ຽວ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ.
ຍສໝ - ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ ແລະ ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສະຫະພາບເອີລົບ ໄດ້ຢຶຢາມຖາມຂ່າວ, ລະດົມກຳລັງໃຈໃຫ້ແກ່ພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ ແບນຊິກ ພາຍຫຼັງ 1 ປີທີ່ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19.
ສືບຕໍ່ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ຖືກຕ້ອງຂອງພັກ, ລັດ ຫວຽດນາມ ກ່ຽວກັບການປັບປຸງຄວາມສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາ, ໃນນັ້ນ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ແມ່ນສ່ວນໜຶ່ງຂອງຊາດ ຫວຽດນາມທີ່ບໍ່ອາດຕັດແຍກອອກຈາກໄດ້.
ຍສໝ - ຕອນບ່າຍວັນທີ 5 ກັນຍາ ຢູ່ Staritskogo (Odessa, ຢູແກນ) ໄດ້ດຳເນີນພິທີເປີດຫ້ອງສອນພາສາຫວຽດນາມ ໃຫ້ແກ່ບັນດານ້ອງໆນັກຮຽນ ຢູ່ Staritskogo ແລະ ເຂດໃກ້ຄຽງ.
ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ຫາກໍອອກເອກະສານວ່າດ້ວຍການຕົກລົງຕໍ່ແຜນນະໂຍບາຍສ້າງເງື່ອນໄຂສະດວກກ່ຽວກັບລະບຽບການເຂົ້າເມືອງ ຫວຽດນາມ ສຳລັບຊາວຕ່າງປະເທດ, ຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ຕ່າງປະເທດ ພ້ອມດ້ວຍຍາດພີ່ນ້ອງກັບຄືນປະເທດ.
ຍສໝ - ປັດຈຸບັນມີຊາວຕ່າງປະເທດນັບແສນຄົນພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ. ປີ 2022, ເຂົາເຈົ້າບັນລຸໄດ້ໝາກຜົນຫຍັງໃຫ້ແກ່ຕົນເອງກໍ່ຄືມີການປະກອບສ່ວນຫຍັງໃຫ້ແກ່ປະຊາຄົມປະເທດປະຈຳຖິ່ນ?
ຍສໝ - ທີ່ກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດຄຳສັ່ງສະບັບເລກທີ 45 ລົງວັນທີ 19 ພຶດສະພາ ປີ 2015 ຂອງກົມການເມືອງ ກ່ຽວກັບວຽກງານສຳລັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນສະພາບການໃໝ່, ທ່ານ ຟ້າມບິນມິງ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທດຈິງຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະທີ່ຜ່ານມາ.
ອ້າຍ ຫງວຽນຫວຽດນັງ ອາໄສຢູ່ ອາເມລິກາເປັນເວລາຫຼາຍປີ ແຕ່ຍາມໃດກໍ່ຕິດຕາມບັນດາເຫດການສຳຄັນຢູ່ພາຍໃນປະເທດດ້ວຍຄວາມສຳນຶກທີ່ວ່າ ເຖິງວ່າດຳລົງຊີວິດຢູ່ໃສກໍ່ຕາມ ຊາວຫວຽດນາມ ຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ ຂອງຕົນ.
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານ ຟານກຸກ ຫົວໜ້າສະພາຊາວເງະອານ ອາໄສຢູ່ ມາເກົາ ໃຫ້ຮູ້ວ່າ, ສະມາຄົມຊາວ ເງະອານ ອາໄສຢູ່ມາເກົາ ໄດ້ສ້າງຕັ້ງແຕ່ວັນທີ 1 ພຶດສະພາ 2016. ນັບແຕ່ໄລຍະຫາກໍ່ສ້າງຕັ້ງ ສະມາຄົມມີສະມາຊິກພຽງແຕ່ 10 ຄົນ. ໃນຕະຫຼອດໄລຍະ 6 ປີຜ່ານມາ ມາຮອດປັດຈຸບັນ ສະມາຄົມໄດ້ມີສະມາຊິກກ່ວາ 100 ຄົນ.
ຍສໝ - ໃນຕອນຄ່ຳທີ່ກຳລັງເຮັດວຽກງານກ່ຽວກັບປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ, ຂ້າພະເຈົ້າໄດ້ແບ່ງປັນຂໍ້ມູນກັບພໍ່ແມ່ປະຊາຊົນ. ໃນຂະນະນັ້ນ ທຸກຄົນພວມຮູ້ສຶກດີໃຈ: "ທ້ອນໂຮມປະເທດເປັນເອກະພາບແລ້ວ, ປະຊາຊົນເຮົາມີສິດເສລີແລ້ວ". ທຸກຄົນຍັງເວົ້າວ່າ "ເສຍດາຍແຕ່ວ່າ ລຸງໂຮ່ໍ ບໍ່ຢູ່ ເພື່ອໄດ້ເຫັນວັນທ້ອນໂຮມປະເທດຊາດເປັນເອກະພາບນີ້".
ຍສໝ - ໃນໄລຍະທີ່ຜ່ານມາ, ປະຊາຄົມຊາວຫວຽດນາມ ໄດ້ມີການປະກອບສ່ວນຢ່າງຍິ່ງມີລັດຖະບານ ແລະ ປະຊາຊົນເຊັກໂກໃນການປ້ອງກັນ, ສະກັດກັ້ນ ໂລກລະບາດ ໂຄວິດ - 19. ປະຊາຄົມ ຊາວ ຫວຽດນາມ ອາໄສຢູ່ເຊັກໂກ ຍາມໃດກໍ່ປະຕິບັດຢ່າງຖືກຕ້ອງ ແລະ ເຊື່ອໝັ້ນຕໍ່ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ -19 ຂອງລັດຖະບານ ເຊັກໂກ.
ຍສໝ - ເອກະສານໄດ້ຊີ້ແຈ້ງວ່າ, ເປົ້າໝາຍຊາວຕ່າງປະເທດ ແມ່ນຊາວຕ່າງປະເທດ ໂດຍມີອົງການ, ອົງການຈັດຕັ້ງ, ສ່ວນບຸກຄົນເຊື້ອຊີນ, ຄ້ຳປະກັນຕາມຂໍ້ກຳນົດຂອງ ກົດໝາຍເຂົ້າ - ອອກເມືອງ, ຜ່ານດ່ານ, ການພັກອາໄສຂອງຊາວຕ່າງປະເທດ ຢູ່ ຫວຽດນາມ, ໂດຍສະເພາະສຳລັບຊາວຕ່າງປະເທດ ເຂົ້າມາທ່ອງທ່ຽວ, ໃນສະເພາະໜ້າ ແມ່ນ ສືບຕໍ່ປະຕິບັດໂຄງການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນ.
ຍສໝ - ປະຈຸບັນມີປະຊາຄົມຊາວຫວຽດນາມ ປະມານ 5.000 ຄົນ ອາໄສ Cyprus, ໄດ້ມີການເຄື່ອນໄຫວຕັ້ງໜ້າຫຼາຍຢ່າງ, ສ້າງຄວາມຮູ້ສຶກທີ່ດີໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນ Cyprus.
ຍສໝ - ເພື່ອແນໃສ່ໜູນຊ່ວຍໃຫ້ບັນດານ້ອງນ້ອຍໃນປະຊາຄົມຫວຽດນາມ ອາໄສຢູ່ອັງກິດ ທຳຄວາມລຶ້ງເຄີຍກັບບາງວີຊາຝຶກຝົນຮ່າງກາຍ, ໃນໄລຍະຜ່ານມາ, ສະມາຄົມ Nails ຫວຽດນາມ ຢູ່ UK (NVA) ໄດ້ສົມທົບກັບຜູ້ທີ່ມີທັກສະເປີດຫ້ອງສອນພື້ນຖານໂດຍບໍ່ເສຍຄ່າຜ່ານ ໂປແກຼມ zoom. ຫ້ອງຮຽນດຶງດູດໄດ້ການເຂົາຮ່ວມຂອງນັກຮຽນເປັນຈຳນວນຫຼາຍ.