ຍສໝ - ປ້ອງກັນ, ຕ້ານໄຟໄໝ້ປ່າ, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ; ເຂົ້າຮ່ວມການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພ, ອະທິປະໄຕຄວາມໝັ້ນຄົງເຂດຊາຍແດນ, ຫຼັກໝາຍຂອງແຕ່ລະປະເທດ... ນີ້ແມ່ນບັນດາການເຄື່ອນໄຫວຮ່ວມແຮງຮ່ວມໃຈປົກປັກຮັກສາປ່າໄມ້, ອະນຸລັກຮັກສາຊັບພະຍາກອນທຳມະຊາດຢູ່ເຂດຊາຍແດນ ຫວຽດນາມ - ລາວ.
ຍສໝ - ຕອນບ່າຍວັນທີ 1 ກໍລະກົດ, ຢູ່ຮ່າໂນ້ຍ, ຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມ ວຽກງານເອກະສານ ໃຫ້ພະນັກງານກະຊວງປ້ອງກັນປະເທດລາວ ປີ 2024.
ຍສໝ - ໃນຂອບເຂດລາຍການ, ຄະນະຈັດຕັ້ງ ໄດ້ມອບຂອງຂວັນບຸນເຕັດ 80 ພູດ, ແຕ່ລະພູດມີເຂົ້າສານ 25 ກີໂລກຼາມ ແລະ ເຄື່ອງຂອງທີ່ຈຳເປັນໃຫ້ແກ່ຜູ້ທຸກຍາກປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເຂດຊາຍແດນທະເລ ເມືອງເຈິ່ນເດ.
ຍສໝ - ທ່າກ່ຳປັ່ນທາງພາກໃຕ້ຂອງຈີນຈະປິດເປັນເວລາ 6 ອາທິດໃນໄລຍະບຸນປີໃໝ່ປະຈຳຊາດຈີນປີ 2022 ເພື່ອແຍກປ່ຽວບັນດາລູກເຮືອ. ສະນັ້ນ, ຄວາມກົດດັນຕໍ່ການສົ່ງອອກຜະລິດຕະພັນກະສິກຳຈະຖືກສຸມຢູ່ດ່ານຊາຍແດນທາງບົກ. ຄາດວ່າຈະແກ່ຍາວເວລາດົນກວ່າເກົ່າ.
ຍສໝ - ລາວ ແລະ ໄທ ໄດ້ສົນທະນາແຜນການສ້າງທາງດ່ວນຈາກເມືອງໄກສອນພົມວິຫານ, ແຂວງສະຫວັນະເຂດ, ພາກກາງຂອງລາວ, ໄປເຖິງດ່ານຊາຍແດນລາວບາວ ຂອງຫວຽດນາມ.
ຍສໝ - ໃນເມື່ອມໍ່ໆມານີ້, ທີ່ຮ່າໂນ້ຍ, ທ່ານພົນໂທ ເລຈຽມ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກົມກົດໝາຍ-ກະຊວງປ້ອງກັນປະເທດລາວ ໂດຍ ທ່ານພັນເອກ ກັນທອງ ສຸກເລືອງຄຳ ຫົວໜ້າກົມກົດໝາຍກະຊວງປ້ອງກັນປະເທດລວດ ເປັນຫົວໜ້າຄະນະ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ຕາງໜ້າໃຫ້ການນໍາພັກ-ລັດ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທຸກຂັ້ນ ພ້ອມດ້ວຍອໍານາດການປົກຄອງ-ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຂອງແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ.
ຍສໝ - ຢູ່ເມືອງຊາຍແດນ ເອຍ ເຮີຢຣາຍ, ແຂວງ ກອນຕຸມ, ຄະນະເລຂາສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ໄດ້ມອບຮູບແບບທໍາມາຫາກິນລ້ຽງຊີບ ທີ່ມີມູນຄ່າ 2 ຕື້ດົ່ງ (ປະມານ 81.200 USD) ໜູນຊ່ວຍທຶນບູລິມະສິດເພື່ອໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມຢູ່ທ້ອງຖິ່ນພັດທະນາເສດຖະກິດ; ມອບທຶນການສຶກສາໃຫ້ນັກຮຽນທຸກຍາກ ແຕ່ຮຽນເກັ່ງ 20 ຄົນ;
ຍສໝ - ກ່ອນແລະຫຼັງ ເປັນໜຶ່ງ, ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບຫຼັກການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ, ປະຕິບັດຕາມກົດໝາຍສາກົນ ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລປີ 1982 (UNCLOS 1982).
ຍສໝ - “ໄຟຟ້າຕ້ອງມາກ່ອນ” ນັ້ນແມ່ນທິດນຳຂອງແຂວງດ້ຽນບຽນໃນການບຸລິມະສິດພັດທະນາການນຳສົ່ງເຄືອຂ່າຍໄຟຟ້າລົງສູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ຈາກນັ້ນຊ່ວຍໃຫ້ພໍ່ແມ່ປະຊາຊົນເຂດຊົນເຜົ່າສ່ວນໜ້ອຍພັດທະນາເສດຖະກິດ ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ.
ຍສມ - ໃນວັນທີ 27 ສິງຫາ 2018, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນປະທານ ຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ, ມີບັນດາຄະນະຮັບຜິດຊອບ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຍສໝ - ໃນ 5 ປີມານີ້, ນັບແຕ່ເວລາໄດ້ຮັບຜົນກະທົບຈາກໂລກລະບາດໂຄວິດ - 19, ການເຄື່ອນໄຫວພົວພັນແລກປ່ຽນ, ການຮ່ວມມືເຂດຊາຍແດນ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງສືບຕໍ່ໄດ້ຮັບການຮັກສາ ແລະ ຊຸກຍູ້.
ຍສໝ - ລາຍການດັ່ງກ່າວ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄະນະ ກຳມະການປະຊາຊົນແຂວງ ດ້ຽນບຽນ ເປັນເຈົ້າພາບ, ສົມທົບກັບບັນດາແຂວງ ຊາຍແດນ ຫວຽດນາມ - ລາວ ຈັດຕັ້ງ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ເປັນປະທານກອງປະຊຸມທາງໄກ ດ້ວຍການເຂົ້າຮ່ວມຂອງບັນດາສະມາຊິກ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລຢ່າງຜິດດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU)
ຍສໝ - ວັນທີ 30 ພຶດສະພາ, ຢູ່ແຂວງ ຮ່າຕິ້ງ, ບັນດາປ້ອມປ້ອງກັນຊາຍແດນພູດອຍ ຂຶ້ນກັບທະຫານຊາຍແດນແຂວງ ຮ່າຕິ້ງ ໄດ້ຈັດຕັ້ງພິທີລົງນາມໃນການແຮກສ່ຽວກັບບັນດາຫົວໜ່ວຍປະຕິບັດໜ້າທີ່ປ້ອງກັນຊາຍແດນຂອງກອງບັນຊາການທະຫານແຂວງຄໍາມ່ວນ, ສປປ ລາວ.
ຍສໝ - ກອງປະຊຸມໄດ້ສຸມໃສ່ປຶກສາຫາລືຮ່າງຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+); ຕີລາຄາການຜັນຂະຫຍາຍບັນດາຂໍ້ລິເລີ່ມໃນ ADMM ແລະປຶກສາຫາລືບັນດາຂໍ້ລິເລີ່ມໃໝ່...
ຍສໝ - ທ່ານ ຫງວຽນດຶກຈິງ ຮອງປະທານຄະນະກຳມະການແຂວງກຽນຢາງໃຫ້ຮູ້ວ່າ ແຂວງໄດ້ສ້າງເງື່ອນໄຂສະດວກໃນວິວັດການປະຕິບັດໜ້າທີ່ລະຫວ່າງບັນດາອົງການ, ໜ່ວຍງານທີ່ຕິດພັນກັບການໂຄສະນາ, ເຜີຍແຜ່ບັນດາເນື້ອໃນຂອງບົດບັດທຶກຊ່ວຍຈຳ.
ຍສໝ - ຜ່ານບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ການທູດ, ປະຊາຊົນສອງຝ່າຍຊາຍແດນ ແທັງຮວາ - ຫົວພັນໄດ້ຍົກສູງສະຕິ, ຄວາມຮັບຜິດຊອບຕໍ່ອະທິປະໄຕຜືນແຜ່ນດິນແຫ່ງຊາດ, ພ້ອມກັນແປ່ງບັນ, ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການພັດທະນາເສດຖະກິດ - ສັງຄົມດ ສ້າງນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ພ້ອມກັນປະຕິເສດບັນດາຖ້ວຍທຳນອງຂອງບັນດາກຳລັງປໍລະປັກ, ແບ່ງແຍກການພົວພັນຄວາມສາມັກຄີ, ມິດຕະພາບ ຫວຽດນາມ - ລາວ.
ຍສໝ - ວັນທີ 14 ຕຸລາ ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ເປັນປະທານໃນການຈັດກອງປະຊຸມສອງຝ່າຍຂັ້ນລັດຖະມົນຕີລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍສັງຄົມ ແລະ ການປ້ອງກັນ, ຕ້ານຢາເສບຕິດ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທງລອງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານ AIDS, ຢາເສບຕິດ, ໂສເພນີ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ກອງປະຊຸມ.
ຍສໝ - ທີ່ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງບັນດາປະເທດສະມາຊິກທີ່ເຂົ້າຮ່ວມຂໍ້ຕົກລົງວ່າດ້ວຍການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຢູ່ອະນຸພາກພື້ນແມ່ນ້ຳຂອງ ເປີດກ້ວາງ, ໄດ້ດຳເນີນໃນວັນທີ 28 ແລະ 29 ພຶດສະພາ ຢູ່ນະຄອນຫຼວງວຽງຈັນ (ລາວ), ຜູ້ຕາງໜ້າຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ກໍ່ໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມພະຍາຍາມເພື່ອສະກັດກັ້ນອາດຊະຍາກຳຢາເສບຕິດໃນສະພາບການການຄ້າຢາເສບຕິດໃນພາກພື້ນນັບມື້ນັບສັບສົນ.